
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ19ມັງກອນ2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ4.497ຕົວຢ່າງໃນຂອບເຂດທົ່ວປະເທດແລະກວດພົບເຊື້ອທັງໝົດ901ຄົນ(ຕິດເຊື້ອພາຍໃນ897ຄົນ ແລະ ນໍາເຂົ້າ 04 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ897 ຄົນຈາກ 17ແຂວງ ແລະນະຄອນຫຼວງວຽງຈັນໂດຍລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍ ມີລາຍລະອຽດດັ່ງນີ້:
1. ໄຊຍະບູລີ 319 ຄົນ
2. ນະຄອນຫຼວງ 201 ຄົນ
3. ຜົ້ງສາລີ 55 ຄົນ
4. ບໍລິຄຳໄຊ 51 ຄົນ
5. ອຸດົມໄຊ 38 ຄົນ
6. ຄຳມ່ວນ 25ຄົນ
7. ສະຫວັນນະເຂດ 23 ຄົນ
8. ຫຼວງນ້ຳທາ 22 ຄົນ
9. ຊຽງຂວາງ 22 ຄົນ
10. ຈຳປາສັກ 21 ຄົນ
11. ອັດຕະປື 21 ຄົນ
12. ຫຼວງພະບາງ 20 ຄົນ
13. ໄຊສົມບູນ 19 ຄົນ
14. ວຽງຈັນ 18 ຄົນ
15. ບໍ່ແກ້ວ 17 ຄົນ
16. ສາລະວັນ 13 ຄົນ
17. ເຊກອງ 7 ຄົນ
18. ຫົວພັນ5 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 04 ຄົນ ຈາກນະຄອນຫຼວງວຽງຈັນ 2 ຄົນ, ສະຫວັນນະເຂດ 1 ຄົນແລະໄຊຍະບູລີ1 ຄົນເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ128.248ກໍລະນີ, ອອກໂຮງໝໍວານນີ້668ຄົນ , ກຳລັງປິ່ນປົວ 7.728ຄົນ ແລະ ເສຍຊີວິດສະສົມທັງໝົດ508ຄົນ (ເສຍຊີວິດໃໝ່01ຄົນ)
– ສຳລັບຜູ້ເສຍຊີວິດໃໝ່01ຄົນຈາກແຂວງຫຼວງນ້ຳທາ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ
ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ສຳລັບ ຜູ້ທີ່ຕ້ອງການສັກວັກຊິນ ຊະນິດ Pfizer ເພື່ອເຂັ້ມກະຕຸ້ນ (ເຂັ້ມ 3): ຜູ້ສູງອາຍຸ, ກຸ່ມອາຍຸ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕສາມາດໄປຮັບການບໍລິການ ໄດ້ທີ່:
– ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
– ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
– ໂຮງໝໍສູນກາງ
– ໂຮງໝໍເມືອງ 9 ຕົວເມືອງ
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
ສະພາບການລະບາດພະຍາດໂຄວິດ-19 ໃນທົ່ວໂລກເພີ່ມຂື້ນຫຼາຍ ໂດຍສະເພາະມື້ນີ້ໂຕເລກລາຍງານຜູ້ຕິດເຊື້ອໃໝ່ສູງກ່ວາໝູ່ທີ່ເຄີຍລາຍງານຜ່ານມາມີຄົນຕິດເຊື້ອໃນມື້ດຽວສູງກ່ວາ 4 ລ້ານ ຄົນ ແລະ ເສຍຊີວິດໃໝ່ຫຼາຍກ່ວາ 9 ພັນຄົນ ສາເຫດທີ່ຄົນຕິດເຊື້ອສູງຂື້ນເນື່ອງຈາກການລະບາດຂອງສາຍພັນໂອໄມຄຣອນທີ່ມີການຕິດເຊື້ອ ແລະ ແຜ່ເຊື້ອໄດ້ຢ່າງໄວວາ, ປະຈຸບັນມີລາຍງານການລະບາດສາຍພັນດັ່ງກ່າວໃນຫຼາຍຂົງເຂດເອີຣົບ, ອາຟຣິກກາ ແລະ ອາເມລິກາ, ລວມທັງປະເທດອ້ອມຂ້າງ ສປປ ລາວ.
ສຳລັບ ສປປ ລາວ ກໍ່ຍັງມີລາຍງານເພີ່ມຂື້ນໃນແຕ່ລະວັນ ສະເພາະວັນທີ່ 1-19 ມັງກອນ ປີ 2022 ມີຜູ້ຕິດເຊື້ອທັງໝົດ 15.264 ກໍລະນີ, ໃນນີ້ຕິດເຊື້ອພາຍໃນ 15.204 ກໍລະນີ, ສະເລ່ຍຄົນເຈັບຕິດເຊື້ອ ແມ່ນຫຼາຍກວ່າ 800 ກໍລະນີ ຕໍ່ວັນ, ໃນນີ້ ການຕິດເຊື້ອຢູ່ນະຄອນຫຼວງວຽງຈັນ ກວມເອົາປະມານ 30% ຖັດລົງມາແມ່ນບັນດາແຂວງພາກກາງ ແລະ ພາກເໜືອ. ການຕິດເຊື້ອ ສ່ວນຫຼາຍຍັງພົບເຫັນກຸ່ມຄົນໃນຄອບຄົວ, ສຳນັກງານອົງການ, ຄ້າຍຄຸມຂັງ, ສະຖາບັນການສຶກສາ, ທະນາຄານ ແລະ ອື່ນໆ…. ຕໍ່ກັບສະພາບການລະບາດດັ່ງກ່າວຍັງບໍ່ມີທ່າອຽງຈະຢຸດຕິລົງ ທັງນີ້ກໍ່ເນື່ອງຈາກການຕິດເຊື້ອພາຍໃນຊຸມຊົນເປັນວົງກ້ວາງ ເກືອບທຸກໆແຂວງ ເຊິ່ງສ່ວນໃຫຍ່ຕິດພັນກັບການເຄື່ອນໄຫວ ແລະ ການດຳລົງຊີວິດປະຈຳວັນ ຂອງບຸກຄົນ, ຂອງສັງຄົມ ທີ່ບໍ່ປະຕິບັດມາດຕະການປ້ອງກັນຕົນເອງ ຢ່າງເຂັ້ມງວດ.
ບັນດາທ່ານທີ່ນັບຖື, ສະພາບການລະບາດພະຍາດໂຄວິດ-19 ໄດ້ແກ່ຍາວເປັນເວລາຫຼາຍກ່ວາ 2 ປີ ເຮັດໃຫ້ບາງຄົນລະເຫຼີງຕໍ່ການປະຕິບັດມາດຕະການປ້ອງກັນຕົນເອງ ຈີ່ງເຮັດໃຫ້ມີການຕິດເຊື້ອມາສູ່ຄົນໃນຄອບຄົວ ແລະ ຜູ້ສູງອາຍຸ ຫຼື ຜູ້ມີພະຍາດປະຈຳຕົວເຮັດໃຫ້ຄົນເຈັບມີອາການໜັກ ແລະ ອາດຈະກ້າວເຖິງຂັ້ນເສຍຊີວິດໄດ້, ສະນັ້ນ ຂ້າພະເຈົ້າຂໍຮຽກຮ້ອງໃຫ້ບັນດາທ່ານ ບຸກຄົນ, ນິຕິບຸກຄົນໃນສັງຄົມ ຈົ່ງຮຽນຮູ້ພະຍາດໂຄວິດ-19 ແລະ ຢູ່ຮ່ວມກັນກັບພະຍາດດັ່ງກ່າວໄດ້ຢ່າງປອດໄພ,ໂດຍການດຳລົງຊີວິດປົກກະຕິແບບໃໝ່ ດ້ວຍຄວາມຄວາມຮັບຜິດຊອບຕົນເອງ ຄຽງຄູ່ກັບການປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດ ວາງອອກໃນແຕ່ລະໄລຍະ ຢ່າງເຄັ່ງຄັດ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ຊຸມຊົນ ໂດຍສະເພາະ ໃຫ້ລະມັດລະວັງ ແລະ ເຂັ້ມງວດ ກ່ຽວກັບການຈັດງານບຸນປະເພນີຕ່າງໆ ແລະງານສັງສັນຊຸມແຊວ ແລະ ວິທີການປ້ອງກັນທີ່ໄດ້ປະສິດທິພາບ ປະສິດທິຜົນກໍ່ຄື ການສັກວັກຊີນໃຫ້ຄົບໂດສ, ການຮັກສາໄລຍະຫ່າງ, ການໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າ
ກ່ອນຈະຈົບຖະແຫຼງຂ່າວໃນມື້ນີ້ ຂ້າພະເຈົ້າກໍ່ຂໍໃຫ່ບັນດາທ່ານຈົ່ງພ້ອມກັນໄປສັກຢາວັກຊີນຕາມຈຸດບໍລິການຕ່າງໆທີ່ກຳນົດໄວ້ ໂດຍສະເພາະການສັກວັກຊີນເຂັມກະຕຸ້ນໃຫ້ທົ່ວເຖີງເພື່ອໃຫ້ມີພູມຄຸ້ມກັນໝູ່, ຮອດປະຈຸບັນ ສປປລາວ ສັກວັກຊີນ
– ເຂັມທີ 1 ໄດ້4,665,201 (ອັດຕາປົກຄຸມ 63.58%)ແລະທຸກເຂັມທີ່ແນະນໍາ3,890,379 (ອັດຕາປົກຄຸມ 53.02%).
ມື້ນີ້ກໍ່ເປັນມື້ທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດຂອງຊາດລາວເຮົາ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 73 ປີ ຢ່າງສຸດໃຈ