ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 19 ເມສາ 2022 ໄດ້ກວດວິເຄາະທັງໝົດ 3,275 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,082 ຄົນ (ຕິດເຊື້ອພາຍໃນ 1,062 ຄົນ ແລະ ນໍາເຂົ້າ 20 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 202,514 ຄົນ, ອອກໂຮງໝໍວານນີ້ 169 ຄົນ, ກຳລັງປິ່ນປົວ 1,784 ຄົນ ແລະ ເສຍຊີວິດທັງໝົດ 730 ຄົນ (ເສຍຊີວິດໃໝ່ 3 ກໍລະນີ ທັງໝົດຈາກນະຄອນຫຼວງ)
– ສຳລັບ ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈຳນວນ 1,062 ຄົນ ແມ່ນມາຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງຕໍ່ໄປນີ້:
1. ນະຄອນຫຼວງ 726 ຄົນ
2. ວຽງຈັນ 44 ຄົນ
3. ຫຼວງພະບາງ 43 ຄົນ
4. ສະຫວັນນະເຂດ 38 ຄົນ
5. ໄຊຍະບູລີ 36 ຄົນ
6. ຫົວພັນ 33 ຄົນ
7. ອຸດົມໄຊ 25 ຄົນ
8. ອັດຕະປື 22 ຄົນ
9. ຄຳມ່ວນ 19 ຄົນ
10. ຜົ້ງສາລີ 17 ຄົນ
11. ເຊກອງ 12 ຄົນ
12. ບໍລິຄຳໄຊ 12 ຄົນ
13. ຈຳປາສັກ 8 ຄົນ
14. ຊຽງຂວາງ 8 ຄົນ
15. ໄຊສົມບູນ 8 ຄົນ
16. ບໍ່ແກ້ວ 6 ຄົນ
17. ສາລະວັນ 5 ຄົນ
 
– ສໍາລັບການຕິດເຊື້ອນໍາເຂົ້າ ມີ 20 ຄົນ ຈາກຈໍາປາສັກ 10 ຄົນ, ນະຄອນຫຼວງ 5 ຄົນ, ສະຫວັນນະເຂດ 4 ຄົນ ແລະ ຊຽງຂວາງ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
ມເສຍໃຈ ມາຍັງບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຕໍ່ໄປນີ້ຂໍແຈ້ງຈຸດດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາ ແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
 ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
• ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ຢູ່ນະຄອນຫຼວງວຽງຈັນມີ ຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ໂຮງໝໍເມືອງ 9 ຕົວເມືອງ
– ນອກນັ້ນ ຍັງມີຈຸດບໍລິການວັກຊີນເຄື່ອນທີ່ ເປີດໃຫ້ບໍລິການທ່ານ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ປະຈຸບັນສະພາບການລະບາດໃນຫຼາຍປະເທດ ລວມທັງ ບັນດາປະເທດອ້ອມຂ້າງ ສປປລາວ ຍັງມີລາຍງານຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ສູງ ໃນແຕ່ລະວັນ ແລະ ສາຍພັນທີ່ກຳລັງລະບາດກໍ່ຍັງແມ່ນສາຍພັນໂອໄມຄອນ ຊື່ງເປັນສາຍພັນທີ່ສາມາດຕິດຕໍ່ໄດ້ໄວທີ່ສຸດ. ດັ່ງນັ້ນ, ພວກເຮົາ ຍັງຕ້ອງໄດ້ຕິດຕາມເຝົ້າລະວັງ ສະພາບການລະບາດຂອງພະຍາດຢ່າງໃກ້ຊິດ.
• ສຳລັບ ສປປ ລາວ ກໍ່ຍັງມີລາຍງານຜູ້ຕິດເຊື້ອໃນແຕ່ລະວັນ ພ້ອມດຽວກັນ ກໍ່ເຫັນວ່າ ຕົວເລກລາຍງານຜູ້ຕິດເຊື້ອໃໝ່ ໃນປະເທດ ກໍ່ແມ່ນເພິ່ມຂຶ້ນ ກ່ອນງານສະເຫຼິມສະຫຼອງບຸນປີໃໝ່ລາວ ຈາກຫຼັກຮ້ອຍ ເຂົ້າສູ່ ຕົວເລກຫຼັກພັນ ພາຍຫຼັງສິ້ນສຸດບຸນປີໃໝ່ລາວ, ເຊິ່ງປັດໃຈທີ່ສຳຄັນ ກໍ່ແມ່ນມາຈາກ ການສະເຫຼິມສະຫຼອງບຸນປີໃໝ່ລາວ ພາຍໃນຄອບຄົວ ແລະ ຊຸມແຊວກັນເປັນກຸ່ມຂອງໝູ່ເພື່ອນຍາດຕິພີ່ນ້ອງ.
• ຕໍ່ກັບສະພາບທີ່ກ່າວມານັ້ນ ພວກເຮົາທຸກຄົນ ຕ້ອງມີສະຕິ ໃນການປ້ອງກັນຕົນເອງ ຢ່າງເຂັ້ມງວດ ພ້ອມດຽວກັນ ພວກເຮົາກໍ່ຕ້ອງໄດ້ເອົາໃຈໃສ່ປັບໂຕເອງ ໃຫ້ເຂົ້າກັບການດໍາລົງຊິວິດປະຈໍາວັນປົກກະຕິແບບໃໝ່ ເຊັ່ນ: ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ໝັ້ນລ້າງມື ແລະ ຫຼີກລ້ຽງການໄປບ່ອນທີ່ມີຄົນຫຼາຍ, ອະນາໄມທໍາຄວາມສະອາດສະຖານທີ່ເຮັດວຽກ ແລະ ບ່ອນທີ່ສໍາຜັດເລື່ອຍໆ. ມາດຕະການສໍາຄັນອີກຢ່າງໜຶ່ງ ແມ່ນທຸກຄົນຕ້ອງຮ່ວມແຮງຮ່ວມໃຈ ພ້ອມກັນໄປສັກວັກຊິນໃຫ້ຄົບໂດສ. ສໍາລັບທ່ານໃດສັກຄົບໂດສແລ້ວ ກໍ່ສາມາດເຂົ້າໄປສັກເຂັ້ມກະຕຸ້ນ ເພື່ອຫຼຸດຜ່ອນອັດຕາການຕິດເຊື້ອ ຫຼື ຄວາມຮຸນແຮງພາຍຫຼັງຕິດເຊື້ອ ແລະ ການເສຍຊິວິດ.
• ສໍາລັບທ່ານທີ່ມີແຜນໄປສັກວັກຊິນ ກໍ່ຂໍໃຫ້ທ່ານ ກຽມຮ່າງກາຍຂອງຕົນເອງໃຫ້ພ້ອມກ່ອນໄປສັກວັກຊິນ ໂດຍສະເພາະ ການພັກຜ່ອນໃຫ້ພຽງພໍ, ກິນອາຫານທີ່ມີປະໂຫຍດ. ພ້ອມກັນນີ້ ກໍ່ຄວນກຽມຜ້າປິດປາກດັງ, ຕ້ອງມີເຈວລ້າງມືຂ້າເຊື້ອສໍາລັບຕົນເອງ, ຮັກສາໄລຍະຫ່າງ ແລະ ຢູ່ສະຖານທີ່ ທີ່ີມີອາກາດຖ່າຍເທ ຈະຊ່ວຍໃຫ້ທ່ານມີຄວາມສ່ຽງໜ້ອຍລົງ ໃນການຕິດເຊື້ອໂຄວິດໄດ້.
• ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ປັດຈຸບັນ ທົ່ວປະເທດ ສັກວັກຊີນເຂັມ 1 ໄດ້ 5,754,918 (ກວມເອົາ 78.43%) ແລະ ທຸກເຂັມທີ່ແນະນໍາ 4,761,037 (ກວມເອົາ 64.88%).