ວັນທີ 20 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 1,925 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 218 ຄົນ(ຕິດເຊື້ອພາຍໃນ 204 ຄົນ ແລະ ນໍາເຂົ້າ 14 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 204 ຄົນຈາກ 16 ແຂວງແລະນະຄອນ
ຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ໄຊຍະບູລີ 78 ຄົນ
2. ຊຽງຂວາງ 29 ຄົນ
3. ນະຄອນຫຼວງ 24 ຄົນ
4. ອັດຕະປື 21 ຄົນ
5. ບໍລິຄຳໄຊ 12 ຄົນ
6. ສະຫວັນນະເຂດ 10 ຄົນ
7. ຫົວພັນ 10 ຄົນ
8. ສາລະວັນ 6 ຄົນ
9. ຄຳມ່ວນ 5 ຄົນ
10. ຈຳປາສັກ 4 ຄົນ
11. ເຊກອງ 4 ຄົນ
12. ວຽງຈັນ 3 ຄົນ
13. ໄຊສົມບູນ 2 ຄົນ
14. ຫຼວງພະບາງ 1 ຄົນ
15. ຫຼວງນ້ຳທາ 1 ຄົນ
16. ອຸດົມໄຊ 1 ຄົນ
17. ຜົ້ງສາລີ 1 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 14 ຄົນ ຈາກຈຳປາສັກ 4 ຄົນ, ນະຄອນຫຼວງ 3 ຄົນ, ສະຫວັນນະເຂດ 3 ຄົນ,ບໍລິຄຳໄຊ 2 ຄົນ, ອັດຕະປຶ 1 ຄົນ ແລະ ຄຳມ່ວນ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນຢູ່ ສປປ ລາວມີຜູ້ຕິດເຊື້ອທັງໝົດ 141,301 ຄົນ, ອອກໂຮງໝໍວານນີ້ 38 ຄົນ, ກຳລັງປິ່ນປົວ 2,873 ຄົນ ແລະ ເສຍຊີວິດທັງໝົດ 612 ຄົນ(ເສຍຊິວິດໃໝ່ 2 ຄົນ).
• ສຳລັບຜູ້ເສຍຊີວິດໃໝ່ 02 ຄົນ ແມ່ນຈາກນະຄອນຫຼວງ 1 ຄົນ ແລະ ຊຽງຂວາງ 1 ຄົນ.
* ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
4. ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ (ວັນຄານ, ພຸດ ແລະ ພະຫັດ ໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.