ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ 20 ທັນວາ2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5,215 ຕົວຢ່າງໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ1228 ຄົນ ( ຕິດເຊື້ອພາຍໃນມີ 1227 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ ) ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,227 ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
ນະຄອນຫຼວງ 544 ຄົນ
ບໍ່ແກ້ວ 157 ຄົນ
ອຸດົມໄຊ 117 ຄົນ
ຫຼວງນໍ້າທາ 64 ຄົນ
ຫຼວງພະບາງ 47 ຄົນ
ວຽງຈັນ 51 ຄົນ
ບໍລິຄໍາໄຊ 35 ຄົນ
ຜົ້ງສາລີ 21 ຄົນ
ຊຽງຂວາງ 14 ຄົນ
ໄຊສົມບູນ 14 ຄົນ
ຈໍາປາສັກ 14 ຄົນ
ສະຫັວນນະເຂດ 13 ຄົນ
ຄໍາມ່ວນ 12 ຄົນ
ເຊກອງ 10 ຄົນ
ໄຊຍະບູລີ 7 ຄົນ
ສາລະວັນ 5 ຄົນ
ຫົວພັນ 1 ຄົນ
ອັດຕະປື 1 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1 ຄົນ ຈາກ ແຂວງຈໍາປາສັກ
ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ 100,624 ກໍລະນີ, ຄົນເຈັບທີ່ປິ່ນປົວດີແລະ ອອກໂຮງໝໍມື້ວານນີ້ 512 ຄົນ,ກໍາລັງປິ່ນປົວ 12,088 ຄົນ ແລະ ເສຍຊີວິດສະສົມທັງໝົດ284ຄົນ (ໃໝ່ 10 ຄົນ).
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ
ໜ່ວຍກວດເຄື່ອນທີ່:
ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງເມືອງລະ 1 ທີມ
ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ ວັນທີ 20ທັນວາ2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,724ຄົນ. ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ79ສູນ ແລະ 59 ໂຮງແຮມມີຜູ້ຈຳກັດບໍລິເວນທັງໝົດ4,578ຄົນ (ຢູ່ສູນ 2,751ຄົນແລະ ໂຮງແຮມ1,827ຄົນ).
ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ
ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ:
ກໍລະນີຢັ້ງຢືນຕິດເຊື້ອທັງໝົດ274.944.819 (449.959 ໃໝ່),
ເສຍຊິວິດທັງໝົດ 5.369.821 (3.882ໃໝ່),
ປີ່ນປົວຫາຍດີ 246.643.625 (338.055 ໃໝ່)
ລັດຖະບານມີມາດຕະການຜ່ອນຜັນ ໂດຍສະເພາະ ການເດີນທາງລະຫວ່າງແຂວງຫາແຂວງ, ປະເທດເຮົາໄດ້ເປີດການເດີນທາງພາຍໃນ ດ້ວຍລົດໄຟຄວາມໄວສູງຢ່າງເປັນທາງການ ທຸກຄົນກໍ່ຢາກໄປທົດລອງນັ່ງ ເຮັດໃຫ້ຍອດຈອງປີ້ ແມ່ນເຕັມທຸກວັນ. ຄະນະສະເພາະກິດ ມີຄວາມກັງວົນ ຕໍ່ການແຜ່ເຊື້ອໂຄວີດ-19 ທີ່ມີຢູ່ທຸກແຂວງທີ່ເປັນສະຖານນີຕົ້ນທາງ-ປາຍທາງ ແລະ ສະຖານນີທີ່ເປັນຈຸດແວ່ຮັບເອົາຄົນໂດຍສານ. ສະນັ້ນ ຂໍຮຽກຮ້ອງຜູ້ເດີນທາງທຸກທ່ານ ຈົ່ງປ້ອງກັນຕົນເອງຢ່າງເຂັ້ມງວດ ໃສ່ຜ້າປິດປາກ-ດັງແລະ ໝັ່ນລ້າງມືເລື້ອຍໆຕະຫຼອດການເດີນທາງ. ອີກປະການໜຶ່ງ ຂໍໃຫ້ທຸກທ່ານຫຼີກເວັ້ນການຊຸມແຊວ, ລະມັດລະວັງສູງ ໃນການເຂົ້າຮ່ວມປະຊຸມ ຫຼື ງານອື່ນໆ ທີ່ສ່ຽງຕໍ່ການສົ່ງເຊື້ອໃຫ້ຄົນອ້ອມຂ້າງ ແລະ ສະມາຊິກໃນຄອບຄົວ.
ເພື່ອປະຕິບັດຕາມທິດຊີ້ນໍາຂອງພັກ ແລະ ລັດຖະບານ ກະຊວງສາທາລະນະສຸກ ໂດຍການມີສວ່ນຮ່ວມຂອງອົງການປົກຄອງແຕ່ລະຂັ້ນ ໄດ້ຕະລຸມບອນສັກວັກຊິນໃຫ້ປະຊາຊົນຢ່າງຕັ້ງໜ້າ. ໂດຍສະເພາະ ປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ປະຊາຊົນທີ່ບໍ່ສາມາດເດີນທາງໄດ້ ກໍ່ສາມາດໄດ້ຮັບວັກຊິນຢ່າງທົ່ວເຖິງ
ການສັກວັກຊີນສໍາລັບ ແມ່ຍິງຖືພາເກີນ 3 ເດືອນຂື້ນໄປ ແລະ ແມ່ລູກອ່ອນ ແມ່ນມີຄວາມຈໍາເປັນທີ່ສຸດ. ຂໍໃຫ້ທ່ານທີ່ຢູ່ໃນກຸ່ມເປົ້າໝາຍນີ້ ໄປຮັບການສັກວັກຊິນ ໃຫ້ຄົບທຸກເຂັມທີ່ໄດ້ແນະນຳ. ວັກຊີນກັນພະຍາດໂຄວິດ-19 ແມ່ນມີຄວາມປອດໄພ ແລະ ມີປະສິດທິພາບຊ່ວຍຫຼຸດຜ່ອນອັດຕາຄວາມຮຸນແຮງແລະ ການເສຍຊີວິດຈາກພະຍາດໂຄວິດ-19ໄດ້.ຄຽງຄູ່ກັນນັ້ນກໍ່ຍັງຕ້ອງໄດ້ຮັກສາໄລຍະຫ່າງ, ການໃສ່ຜ້າອັດປາກ-ດັງ ເມື່ອອອກຈາກບ້ານ ແລະ ການໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ.
ອີກເທື່ອໜຶ່ງ ຂໍແຈ້ງບັນດາທ່ານ ຊາບວ່າ ກ່ຽວກັບ ການສັກຢາສັກຊິນໂຄວິດ-19ມາຮອດມື້ນີ້ ສັກເຂັມ1 ສັກໄດ້ 4,416,684(ອັດຕາປົກຄຸມ60.9%) ເຂັມ 2 ສັກໄດ້3,377,02 (ອັດຕາປົກຄຸມ46.02%). ສຳລັບກຸ່ມອາຍຸ 12-17ປີ ເຂັມທີ 1 ໄດ້ 45.2%.ສ່ວນ ຜູ້ສູງອາຍຸ ແມ່ນຍັງປະມານ 30% ທີ່ບໍ່ທັນໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງທ່ານ ນຳພາຜູ້ສູງອາຍຸ ໃນຄອບຄົວມາຮັບການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ.
Loading...