ວັນທີ 21 ພະຈິກ 2021 ສປປ ລາວ ກວດພົບຜູ້ຕິດເຊື້ອ ໂຄວິດ 19 ທັງໝົດ 921 ຄົນ, ເສຍຊີວິດ 6 ຄົນ
ຕົວເລກລາຍງານ ສະພາບການຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວຍັງມີທ່າອຽງ ເພີ້ມຂຶ້ນໃນແຕ່ລະມື້ ເຊິ່ງໃນມື້ວານນີ້ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 5,259 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 921 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 62,160 ຄົນ (ພາຍໃນ 48,058 ຄົນ, ຕ່າງປະເທດ 14,102 ຄົນ, ເສຍຊີວິດສະສົມ 132 ຄົນ (ໃໝ່ 06), ປິ່ນປົວຫາຍດີໃນມື້ວານນີ້ 683 ຄົນ ຮອດມື້ນີ້ຈໍານວນຜູ້ທີ່ຍັງຕິດຕາມ ປິ່ນປົວ ແມ່ນ 10,964 ຄົນ (ນັ້ນກໍ່ໝາຍຄວາມວ່າ ໃນຈໍານວນຕິດເຊື້ອສະສົມ 62,160 ຄົນນັ້ນແມ່ນໄດ້ຖືກປິ່ນປົວຫາຍດີແລ້ວ 51,064 ຄົນ)
ຈຳນວນແຂວງທີ່ມີລາຍງານການຕິດເຊື້ອ ມື້ນີ້ ແມ່ນມີ ນະຄອນຫຼວງວຽງຈັນ ແລະ 16 ແຂວງ ຕາມລາຍລະອຽດ
ສຳລັບ ຄົນເຈັບເສຍຊີວິດ 4 ຄົນ, ລາຍລະອຽດ ດັ່ງນີ້:
ຜູ້ທີ 1: ເພດຍິງ, ອາຍຸ 88 ປີ, ບ້ານວັດທາດ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ
- ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
- ຜ່ານມາບໍ່ໄດ້ສັກຢາວັກຊີນກັນໂຄວິດ-19
- ວັນທີ 17 ພະຈິກ 2021: ໄດ້ເຂົ້າມາກວດຢູ່ໂຮງໝໍແຂວງ ຍ້ອນບໍ່ຮູ້ສະຕິພ້ອມທັງ ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
- ວັນທີ 20 ພະຈິກ 2021: ຄົນເຈັບມີອາການຊຸດລົງກະທັນຫັນ. ມາຮອດເວລາ 17:30 ໂມງ ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 2: ເພດຊາຍ, ອາຍຸ 88 ປີ, ສັນຊາດ: ຫວຽດນາມ, ບ້ານໂພນໄຊ, ເມືອງໄຊເສດຖາ, ນະຄອນຫລວງ
- ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ
- ຜ່ານມາບໍ່ໄດ້ສັກຢາວັກຊີນກັນໂຄວິດ-19
- ວັນທີ 11 ພະຈິກ 2021: ມີໄຂ້ ແລະ ເຈັບຄໍ ຈຶ່ງເກັບຕົວຢ່າງມາກວດຊອດຫາພະຍາດໂຄວິດ-19, ຜົນກວດແມ່ນພົບເຊື້ອ
- ນັບແຕ່ວັນທີ 11-16 ພະຈິກ 2021: ຄົນເຈັບປິ່ນປົວຢູ່ບ້ານ
- ວັນທີ 16 ພະຈິກ 2021: ໄດ້ມາປິ່ນປົວຢູ່ສູນລ້ານຊ້າງ
- ວັນທີ 19 ພະຈິກ 2021: ໄດ້ຍ້າຍຄົນເຈັບຈາກສູນລ້ານຊ້າງ ມາໂຮງໝໍເສດຖາທິລາດ ຍ້ອນຄົນເຈັບອິດເມື່ອຍ, ຫາຍໃຈຍາກ ແລະ ອົກຊີໃນເລືອດຕ່ໍາ
- ມາຮອດເວລາ 20:30 ໂມງ ຂອງວັນທີ 20 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
ຜູ້ທີ 3: ເພດຊາຍ, ອາຍຸ 71 ປີ, ອາຊີບ: ຜູ້ເຖົ້າ, ບ້ານຢູ່ປະຈຸບັນ ບ້ານ ສີສຸມຸງຄຸນ , ເມືອງປາກຊັນ, ແຂວງບໍລິຄໍາໄຊ
- ພະຍາດປະຈໍາຕົວ: ເປັນເບົາຫວານ ແລະ ຄວາມດັນເລືອດສູງ
- ຜ່ານມາໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົບ
- ວັນທີ 20 ພະຈິກ 2021: ເຂົ້າໂຮງໝໍ ຍ້ອນອາການ ໄອ ແລະ ຫາຍໃຈຍາກຈຶ່ງໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19, ຜົນກວດແມ່ນພົບເຊື້ອ ແລະ ໄດ້ນໍາສົ່ງເຂົ້າໄປປິ່ນປົວ ສູນຫຼັກ 6 ຂອງແຂວງ
- ເວລາ 6 :42 ໂມງ ຜູ້ກ່ຽວລຸກມານັ່ງລົມກັບລູກລາວ ແລະ ໄດ້ນອນລົງເອງ ແລະ ເກີດພາວະຊ໋ອກກະທັນຫັນ ຈຶ່ງໄດ້ເສຍຊີວິດໃນຕໍ່ມາ
ຜູ້ທີ 4: ເພດຊາຍ ອາຍຸ 39 ປີ, ອາຊີບ: ປະຊາຊົນ, ບ້ານ ນ້ຳອ່າງ (ຄຸ້ມໂພນໄຮ),ເມືອງທຸລະຄົມ, ແຂວງວຽງຈັນ.
- ບໍ່ມີປະຫວັດພະຍາດປະຈໍາຕົວ
- ຜ່ານມາຮັບການສັກວັກຊິນກັນໂຄວິດ-19 ໄດ້ 1 ເຂັ້ມ
- ຜູ້ກ່ຽວຢູ່ສະຖານທີ່ຄຸມຂັງ ຖືກກັກໂຕແຕ່ວັນທີ 28 ສິງຫາ 2021.
- ວັນທີ 19 ພະຈິກ 2021 ເວລາ 13:00 ໂມງ: ຜູ້ກ່ຽວອິດເມື່ອຍ, ອ່ອນເພຍ,ໄອ, ເຈັບຄໍ, ຫັນໃຈຝືດ ແລະ ແໜ້ນໜ້າເອີກ. ເວລາ 15:00 ໂມງ ຖືຄີງໄຂ້,ຫັນໃຈຝືດ, ແໜ້ນໜ້າເອີກ, ນອນພຽງບໍ່ໄດ້, ຈຶ່ງຖືກໄດ້ນໍາສົ່ງມາໂຮງໝໍເມືອງທຸລະຄົມ ແລະ ເກັບຕົວຢ່າງກວດຫາເຊື້ອໂຄວິດ-19, ຜົນກວດເປັນບວກ
- ໃນໄລຍະຕໍ່ມາ ຜູ້ກ່ຽວມີອາການດີຂື້ນ ຈຶ່ງໄດ້ຂໍນໍາເອົາຄົນເຈັບກັບຄືນໄປສະຖານທີ່ຄຸມຂັງ ເຊິ່ງມີແພດປະຈໍປິ່ນປົວ.
- ວັນທີ 20 ພະຈິກ 2021 ເວລາ 7:30 ນາທີ ຜູ້ກ່ຽວເສຍຊີວິດ.
ຜູ້ທີ 5: ເພດຊາຍ ອາຍຸ 62 ປີ, ບ້ານຢູ່ປະຈຸບັນ: ບ້ານອາມອນ, ເມືອງໄຊເສດຖາ,ນະຄອນຫລວງ
– ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ໄຂ່ຫຼັງຊຸດໂຊມ.
– ຜ່ານມາບໍ່ໄດ້ສັກວັກຊີນກັນໂຄວິດ-19
– ວັນທີ 12 ພະຈິກ 2021: ເຂົ້າມາກວດ ຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ,ເມື່ອຍ ແລະ ຫາຍໃຈຍາກ ພ້ອມທັງ ເກັບຕົວຢ່າງມາກວດຊອດຫາພະຍາດໂຄວິດ-19 ຜົນກວດ ແມ່ນພົບເຊື້ອ
– ໄລຍະເວລາປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 12-20 ພະຈິກ 2021, ເປັນເວລາ 09 ມື້
– ມາຮອດເວລາ 06:00 ໂມງເຊົ້າຂອງວັນທີ 20 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
ຜູ້ທີ 6: ເພດຍິງ, ອາຍຸ 51 ປີ, ບ້ານຢູ່ປະຈຸບັນ: ບ້ານສົມສະຫັວນ, ເມືອງໄຊທານນີ,ນະຄອນຫລວງ
- ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ພະຍາດຕັບ.
- ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຄົບ
- ວັນທີ 13 ພະຈິກ 2021: ເຂົ້າມາກວດ ຢູ່ໂຮງໝໍ 103 ດ້ວຍອາການເຈັບທ້ອງ,ທ້ອງເບັງ, ຕົນໂຕເຫລຶອງ ຈຶ່ງໄດ້ເກັບຕົວຢ່າງມາກວດຊອດຫາພະຍາດໂຄວິດ-19, ຜົນກວດແມ່ນພົບເຊື້ອ
- ໄລຍະເວລາປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 13-20 ພະຈິກ 2021, ເປັນເວລາ 08 ມື້
- ມາຮອດເວລາ 12:00 ໂມງຂອງວັນທີ 20 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃໝ່ 921 ຄົນ ມີດັ່ງນີ້
- ສຳລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດ ມີຈໍານວນ 10 ຄົນຄື: ມາຈາກນະຄອນຫຼວງວຽງຈັນ 2 ຄົນ, ສະຫວັນນະເຂດ 5 ຄົນ ແລະ ຫົວພັນ 3 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິ ເວນ ຂອງແຕ່ລະແຂວງແຕ່ມື້ເດີນທາງ ເຂົ້າມາ ສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະ ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ທີ່ ແຂວງກຳນົດໄວ້
- ສ່ວນການຕິດເຊື້ອພາຍໃນປະເທດ ຈໍານວນ 911 ຄົນ ຄື:
- ນະຄອນຫຼວງ 359 ຄົນ: ມາຈາກ 161 ບ້ານ, ໃນ 8 ເມືອງ
- ເມືອງຈັນທະບູລີ ມີ 14 ບ້ານ (34 ຄົນ)
- ເມືອງສີໂຄດຕະບອງ ມີ 31 ບ້ານ (67 ຄົນ)
- ເມືອງໄຊເສດຖາ ມີ 31 ບ້ານ (69 ຄົນ)
- ເມືອງສີສັດຕະນາກມີ 17 ບ້ານ (44 ຄົນ)
- ເມືອງ ນາຊາຍທອງ ມີ 11 ບ້ານ (34 ຄົນ)
- ເມືອງໄຊທານີ ມີ 31 ບ້ານ (64 ຄົນ)
- ເມືອງຫາດຊາຍຟອງ ມີ 24 ບ້ານ (37 ຄົນ)
- ເມືອງ ສັງທອງ ມີ 06 ບ້ານ (07 ຄົນ)
- ຕ່າງແຂວງ ມີ 05 ຄົນ
- ຫຼວງພະບາງ ມີ 123 ຄົນ ໃນ 38 ບ້ານ ແລະ 9 ເມືອງ
- ຈໍາປາສັກ ມີ 81 ຄົນ ໃນ 39 ບ້ານ ແລະ 10 ເມືອງ
- ໄຊຍະບູລີ ມີ 49 ຄົນ ໃນ 13 ບ້ານ ແລະ 1 ເມືອງ
- ອຸດົມໄຊ ມີ 26 ຄົນ ໃນ 9 ບ້ານ ແລະ 3 ເມືອງ
- ຫຼວງນ້ໍາທາ ມີ 19 ຄົນ ໃນ 8 ບ້ານ ແລະ 1 ເມືອງ
- ວຽງຈັນ ມີ 31 ຄົນ ໃນ 20 ບ້ານ ແລະ 6 ເມືອງ
- ບໍ່ແກ້ວ ມີ 52 ຄົນ ໃນ 8 ບ້ານ ແລະ 3 ເມືອງ
- ຜົ້ງສາລີ ມີ 86 ຄົນ ໃນ 15 ບ້ານ ແລະ 4 ເມືອງ
- ບໍລິຄໍາໄຊ ມີ 11 ຄົນ ໃນ 8 ບ້ານ ແລະ 2 ເມືອງ
- ເຊກອງ ມີ 7 ຄົນ ໃນ 3 ບ້ານ ແລະ 2 ເມືອງ
- ສະຫວັນນະເຂດ ມີ 29 ຄົນ ໃນ 15 ບ້ານ ແລະ 3 ເມືອງ
- ຄໍາມ່ວນ ມີ 8 ຄົນ ໃນ 4 ບ້ານ ແລະ 2 ເມືອງ
- ສາລະວັນ ມີ 23 ຄົນ ໃນ 7 ບ້ານ ແລະ 2 ເມືອງ
- ຫົວພັນ ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ
- ຊຽງຂວາງ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ
- ອັດຕະປື ມີ 3 ຄົນ ໃນ 2 ບ້ານ ແລະ 1 ເມືອງ
ສຳລັບການ ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ-19:
- ໃນແຕ່ລະແຂວງ: ແມ່ນສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ-19 ໄດ້ຢູ່ໂຮງໝໍແຂວງຫຼືຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງກໍານົດຢູ່ພາຍໃນແຂວງ
- ສ່ວນສະເພາະ ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້:
- ຈຸດກວດຄົງທີ່: ໃຫ້ບໍລິການເກັບຕົວຢ່າງ ປະກອບມີ:
– ສະໜາມກິລາໃນຮົ່ມບຶງຂະຫຍອງ(ວັນຈັນ ຫາອາທິດ)ເວລາ 9-11:30ໂມງ
– ຈຸດເປັນຢູ່ ມ.ສ ເຈົ້າອານຸວົງ
ທີມກວດເຄື່ອນທີ່ ເຊິ່ງມີການເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດພາຍໃນແຕ່ລະເມືອງ (ມີ ທີມພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ສາທາເມືອງໄຊທານີ, ສາທາເມືອງສີສັດຕະນາກ, ສາທາເມືອງສີໂຄດຕະບອງ ,ສາທາເມືອງນາຊາຍທອງ)
ສ່ວນຈຸດບໍລິການໃຫ້ວັກຊີນ
ຢູ່ບັນດາແຂວງແມ່ນ: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້
ຢູ່ນະຄອນຫຼວງວຽງຈັນມີຄື :
ໂຮງໝໍສູນກາງ, ໂຮງໝໍເມືອງ 9 ຕົວເມືອງ ແລະ ຈຸດເພີ່ມເຕີມຢູ່ວັດຈີນ ບ້ານດົງປ່າແລບ ເມືອງຈັນທະບູລີ (ເປີດວັນຈັນ-ວັນສຸກ)
ຮອດມື້ນີ້ທົ່ວປະເທດສາມາດສັກວັກຊີນໄດ້
ເຂັມທີ 1 ໄດ້ 3.682.242 ຄິດເປັນເປີເຊັນ 50.18%
ຄົບທຸກເຂັມໄດ້ 3.073.829 ຄິດເປັນເປີເຊັນ 41.89%
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 20 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈຳນວນທັງໝົດ 1,349 ຄົນ (ເຊິ່ງຈຳນວນເດີນທາງເຂົ້າມາແຕ່ພົບການຕິດເຊື້ອໃນກຸ່ມຄົນດັ່ງກ່າວພຽງແຕ່ 10 ຄົນ ຕາມທີ່ລາຍງານໃນເບື້ອງຕົ້ນ) ທຸກຄົນແມ່ນໄດ້ຮັບອະນຸຍາດຈາກຄະນະສະເພາະກິດໃຫ້ເດີນທາງເຂົ້າມາ ເພື່ອປະຕິບັດໜ້າທີ່ຈຳເປັນ ແລະ ຮີບດ່ວນໃນ ສປປ ລາວ
ສຳລັບສະຖານທີ່ຈຳກັດບໍລິເວນໃນທົ່ວປະເທດໃນປະຈຸບັນແມ່ນ
- ມີ 86 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 3,042 ຄົນ (ຍັງສາມາດຮອງຮັບໄດ້ຕື່ມອີກ 10,006 ຄົນ)
- ມີ 59 ໂຮງແຮມ, ປະຈຸບັນຜູ້ຈຳກັດບໍລິເວນຢູ່ໂຮງແຮມ 1,841 ຄົນ (ສາມາດຮອງຮັບໄດ້ຕື່ມອີກ 7,763)
- ຜູ້ຈຳກັດບໍລິເວນຢູ່ສູນ ແລະ ຢູ່ໂຮງແຮມຈຳກັດບໍລິເວນ 4,883
ບັນດາທ່ານ ທີ່ນັບຖື ແລະ ຮັກແພງ
1) ສະພາບຕົວເລກ ລາຍງານການຕິດເຊື້ອພະຍາດໂຄວິດ 19 ມີທ່າອຽງ ເພີ້ມຂຶ້ນໃນແຕ່ລະມືພ້ອມທັງມີການຂະຫຍາຍອອກເປັນວົງກ້ວາງຢູ່ໃນຫຼາຍແຂວງທົ່ວປະເທດ, (ຈໍານວນຜູ້ຕິດເຊື້ອໃໝ່ໃນມື້ວານນີ້921 ຖ້າທຽບໃສ່ຈໍານວນຕົວຢ່າງທີ່ກວດທັງໝົດ 5,259 ຖືວ່າກວມເຖິງ 17%) ສິ່ງດັ່ງກ່າວ ແມ່ນສ້າງຄວາມກັງວົນແກ່ປະຊາຊົນໃນທົ່ວສັງຄົມ, ດັ່ງນັ້ນເພື່ອເປັນການສະກັດກັ້ນພະຍາດບໍ່ໃຫ້ມີການຂະ ຫຍາຍເປັນວົງກ້ວາງອອກໄປຕື້ອີກພວກເຮົາທຸກຄົນຕ້ອງໄດ້ມີສະຕິລະມັດລະວັງ ແລະ ມີຄວາມ ຮັບຜິດຊອບໃນການປະຕິບັດມາດຕະການບໍ່ວ່າຈະເປັນການຮັກສາໄລຍະຫ່າງໃນສັງ ຄົມ ແລະມາດຕະການປ້ອງກັນໂຕເອງຢ່າງຄົບຖ້ວນແລະຮັດກຸມທີ່ສຸດເພາະສະ ພາບການລະບາດຂອງພະຍາດ ທົ່ວສັງຄົມໃນປະຈຸບັນນີ້ ແມ່ນບໍ່ສາມາດຮູ້ໄດ້ວ່າຜູ້ໃດ ຕິດເຊື້ອຫຼືບໍ່ຕິດ ເຊື້ອການອອກຈາກເຮືອນໄປພົບກັບຄົນອື່ນແມ່ນຖືວ່າມີຄວາມສ່ຽງ ຖ້າຫາກພວກເຮົາ ບໍ່ເຄັ່ງຄັດໃນການປະຕິບັດມາດຕະການຕ່າງໆແມ່ນຈະມີຄວາມສ່ຽງສູງທີ່ຈະຕິດເຊື້ອຈາກຜູ້ອື່ນແລ້ວນໍາມາແຜ່ເຊື້ອໃຫ້ແກ່ຄົນໃນຄອບຄົວ,ຜ່ານມາແມ່ນມີຫຼາຍຄອບ ຄົວທີ່ມີຜູ້ສູງອາຍຸໃນເຮືອນທີ່ບໍ່ໄດ້ໄປເຄື່ອນໄຫວ ແລະ ບໍ່ໄດ້ ໄປພົວພັນກັບຄົນພາຍນອກ ແຕ່ເປັນຜູ້ຕິດ ເຊື້ອ ແລະ ມີອາການໜັກ ເພາະມີສະມະຊິກໃນຄອບຄົວມີການເຄື່ອນໄຫວພົວພັນ ກັບຄົນພາຍນອກ ແລ້ວ ຕິດເຊື້ເຂົ້າມາໃນຄອບຄົວ ແຕ່ອາການ ພະຍາດຈະມາສະແດງອອກນໍາຜູ້ທີ່ມີຄວາມສ່ຽງສູງໃນຄອບຄົວ (ຜູ້ອາຍຸສູງ, ມີຜູ້ພະຍາດປະຈໍາຕົວ, ຜູ້ຍັງບໍ່ໄດ້ຮັບວັກຊິນ ) ດັ່ງນັ້ນການເປັນເຈົ້າ ການປະຕິບັດມາດຕະການປ້ອງກັນໂຕເອງ ແລະ ທຸກມາດຕະການທີ່ຄະນະສະເພາະກິດວາງອອກຢ່າງຄົບຖ້ວນ ແລະ ຮັດກຸມນັ້ນບໍ່ພຽງແຕ່ເປັນການປ້ອງກັນຕົວເອງ ແຕ່ ຍັງເປັນການປ້ອງກັນຄົນໃນຄອບຄົວທີ່ເຮົາຮັກ ລວມໄປເຖິງທຸກຄົນໃນສັງຄົມນໍາອີກດ້ວຍ
2) ອີກດ້ານນື່ງ ເພື່ອເປັນການ ສະກັດກັ້ນການລະບາດຂອງພະຍາດໄປສູ່ຜູ້ອື່ນ ແລະ ຂະ ຫຍາຍ ເປັນວົງກ້ວາງໃນສັງຄົມນັ້ນກໍ່ຂໍການຮ່ວມມືນໍາບັນດາທ່ານ ທີ່ເປັນຜູ້ຕິດເຊື້ອ (ເປັນຜົນບວກ) , ຈົ່ງໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ຊັດເຈນຕໍ່ເຈົ້າໜ້າທີ່ແພດໝໍເພາະຂໍ້ມູນທີ່ໄດ້ຈາກທ່ານຈະຊ່ວຍໃຫ້ສາມາດຕິດຕາມກຸ່ມສ່ຽງອື່ນໄດ້ໂດຍ ໄວ ແລະ ຄວບຄຸມການລະບາດຢ່າງທັນການ ແລະ ຍັງຊ່ວຍໃຫ້ການກໍານົດສະຖານທີ່ສ່ຽງມີຄວາມລະອຽດ ແລະ ຈະແຈ້ງ ເຊິ່ງບຸກຄົນທີ່ກ່ຽວຂ້ອງກໍຈະສາມາດປ້ອງກັນຕົນເອງ ແລະ ປະຕິບັດຕາມຄໍາແນະນໍາໄດ້ຢ່າງເຂັ້ມງວດ ແລະທັນເວລາ
3)ສໍາລັບ ຜູ້ທີ່ທີ່ຮູ້ວ່າຕົນເອງໄດ້ໃກ້ຊິດ ກັບຜູ້ຕິດເຊື້ອເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ແລະຜູ້ທີ່ຢູ່ໃນກຸ່ມສ່ຽງສູງ (ເປັນກຸ່ມ (1) ກໍຂໍໃຫ້ຈົ່ງໄດ້ມີຄວາມຮັບຜິດຊອບຕໍ່ຕົນເອງ /ຄອບ ຄົວ ແລະ ຮັບຜິດຊອບຕໍ່ ສັງຄົມໂດຍການໄປກວດຊອກຫາເຊື້ອພະ ຍາດໂຄວິດ 19 ຕາມຈຸດບໍລິການກວດ ທີ່ຖືກກໍານົດໄວ້ໃນແຕ່ລະແຂວງ ພ້ອມທັງໃຫ້ຂໍ້ມູນທີ່ຖືກຕ້ອງ ແລະຄົບຖ້ວນຕໍ່ເຈົ້າໜ້າທີ່ ແລະ ສືບຕໍ່ຈຳກັດບໍລິເວນຂອງຕົນເອງໃຫ້ຄົບຕາມລະບຽບຫຼັກການຂອງຄະນະສະເພາະກິດວາງອອກ ເພາະໄລຍະບົມເຊື້ອ ແລະສາມາດສົ່ງເຊື້ອພະຍາດໃຫ້ຄົນອື່ນໄດ້ ແມ່ນພາຍໃນ 14 ວັນ
4)ຕໍ່ກັບສະພາບການເກີດພະຍາດໂຄວີດ19ໃນປະເທດທີ່ກ່າວມານັ້ນລັດຖະບານ ສປປ ລາວ ກໍ່ຄືຄະນະສະເພາະກິດໄດ້ມີມາດຕະການຢ່າງເຂັ້ມງວດແລະ ຮັດກຸມທີ່ສຸດເພື່ອຮັບມືກັບການລະບາດຂອງພະຍາດ,ຜ່ານການປະຕິບັດມາດຕະການໃນໄລຍະຜ່ານມາ ຄະນະສະເພາະກິດໄດ້ປະເມີນສະພາບການລະບາດຂອງພະຍາດໂຄວີດ 19 ແລະການປະຕິບັດມາດຕະການໃນແຕ່ລະໄລຍະ ໂດຍລວມກໍເຫັນວ່າອໍານາດການປົກ ຄອງ, ການຈັດຕັ້ງທຸກຂັ້ນລວມທັງທົ່ວປວງຊົນ ແລະ ທຸກພາກສ່ວນໃນສັງຄົມໄດ້ ໃຫ້ການຮ່ວມມືໃນການປະຕິບັດຕາມມາດຕະການທີ່ວາງອອກຢ່າງເປັນຂະບວນດ້ວຍຄວາມຮັບຜິດຊອບຂອງໃຜລາວ(ເຊັ່ນຕົວຢ່າງອໍານາດການປົກຄອງຂັ້ນບ້ານໃນ ບາງບ້ານໄດ້ມີການເອົາການລາຍງານຂ່າວປະຈໍາວັນອອກຢູ່ໂທລະໂຄງເຊິ່ງກໍເປັນຊ່ອງທາງນຶ່ງ ເພື່ອໃຫ້ປະຊາຊົນໃນບ້ານຂອງຕົນໄດ້ຮັບຟັງ ແລະເຂົ້າເຖິງ ຂໍ້ມູນຂ່າວສານປະຈໍາວັນ )
5)ປະຈຸບັນກໍ່ແມ່ນຢູ່ໃນໄລຍະສືບຕໍ່ຂະຫຍາຍເວລາໃນການປະຕິບັດມາດຕະການສະກັດກັ້ນ ແລະ ຄວບຄຸມການລະບາດພະຍາດໂຄວິດ 19 ຢ່າງເຂັ້ມງວດ ແລະ ຮັດກຸມ ຕື່ມອີກຕາມແຈ້ງການຂອງຫສນຍ ສະບັບເລກທີ 1494\ຫສນຍລົງວັນທີ 14 ພະຈິກ 2021 ເລີ້ມປະຕິບັດແຕ່ແຕ່ວັນທີ 15 ພະຈິກ 2021 ເປັນຕົ້ນໄປເຊິ່ງແຈ້ງການສະບັບດັ່ງກ່າວ ຈະເປັນບ່ອນອີງໃຫ້ແກ່ອຳນາດການປົກຄອງແລະການຈັດຕັ້ງທຸກຂັ້ນນໍາໄປ ຜັນຂະຫຍາຍເປັນ ອັນລະອຽດ ແລະ ໃຫ້ສອດຄ່ອງກັບສະພາບຂອງຂົງເຂດ ແລະ ທ້ອງຖິ່ນທີ່ຕົນຮັບຜິດຊອບ
6) ໃນສະພາບທີ່ມີການລະບາດໃນຊຸມຊົນຢ່າງຕໍ່ເນື່ອງແລະກ້ວາງຂວງນີ້,ການໄດ້ຮັບວັກ ຊີນແມ່ນມີຄວາມຈຳເປັນທີ່ສຸດເພື່ອຫຼຸດຜ່ອນການເສຍຊີວິດຍ້ອນພະຍາດໂຄວີດ 19 ໂດຍສະເພາະກຸ່ມທີ່ມີປັດໃຈສ່ຽງສູງ(ຜູ້ອາຍຸສູງ,ມີຜູ້ພະຍາດປະຈໍາຕົວ )ການສັກວັກຊີນໃຫ້ຄົບໂດສແມ່ນສາມາດຫຼຸດຜ່ອນຄວາມສ່ຽງຕໍ່ການເຈັບເປັນຮຸນແຮງ ແລະ ເສຍຊີວິດຈາກພະຍາດໂຄວິດ-19 ດັ່ງນັ້ນຂໍໃຫ້ບັນດາກຸ່ມເປົ້າໝາຍໃນແຕ່ລະແຂວງຈົ່ງໄດ້ພ້ອມໃຈກັນໄປຮັບວັກຊິນເພື່ອໃຫ້ເຂົ້າເຖິງວັກຊິນໄດ້ຢ່າງສະເໝີພາບແລະທົ່ວເຖິງ, ແລະ ຂໍຢ* ອີກວ່າ ເຖິງແມ່ນວ່າ ທ່ານຈະໄດ້ຮັບວັກຊີນ ຄົບ ແລ້ວ, ແຕ່ກໍຍັງຕ້ອງ ສືບປະຕິບັດ ປະຕິບັດມາດຕະການ ປ້ອງກັນຕົນເອງຢ່າງເຂັ້ມງວດເພື່ອຄວາມປອດໄພຂອງທ່ານ ແລະ ທຸກຄົນໃນສັງຄົມ
7) ມາຮອດມື້ນີ້ ການບໍລິການສັກວັກຊິນ ມີຄວາມຄືບໜ້າພໍສົມຄວນ ໂດຍລວມທົ່ວປະເທດ ສັກເຂັ້ມທີ 1 ແມ່ນໄດ້ເຖິງ 50,18% ແລ້ວ ສວ່ນເຂັ້ມທີສັກຄົບແລ້ວແມ່ນບັນລຸປະມານເກືອບ 42%. ສໍາລັບບາງແຂວງ ທີ່ອັດຕາສັກວັກຊິນ ຍັງຕໍ່າກວ່າ 40% ທັງເຂັ້ມ 1 ແລະ ສອງ. ແມ່ນຍັງຕ້ອງສູ້ຊົນຕະລຸມບອນເພື່ອເຮັດໃຫ້ພໍ່ແມ່ປະຊາ ຊົນພາຍໃນແຂວງເຂົ້າມາຮັບວັກຊີນໃຫ້ໄດ້ຫຼາຍຂຶ້ນ( ເຊັ່ນ ແຂວງຜົ້ງສາລີ, ຫົວພັນ, ໄຊສົມບູນ, ໄຊຍະບູລີ, ເຊກອງ, ອັດຕະປື )
8)ດັ່ງທີ່ໄດ້ແຈ້ງໃຫ້ທ່ານຮັບຊາບແລ້ວວ່າ ການຕິດເຊື້ອໂຄວິດ ມັນບໍ່ໄດ້ຈົບຢູ່ປິ່ນປົວເຊົາດີ ແຕ່ຄົນທີ່ຕິດເຊື້ອພະຍາດໂຄວິດ ສາມາດມີຜົນຂ້າງຄຽງໄລຍະຍາວໄດ້ ແຕ່ການສຶກສາທາງວິທະຍາສາດ ເຜີຍໃຫ້ຮູ້ວ່າ ໂອກາດຂອງຜູ້ຕິດເຊື້ອທີ່ໄດ້ສັກວັກຊິນຄົບແລ້ວ ຈະມີຜົນຂ້າງຄຽງໄລຍະຍາວ ຫຼຸດລົງເຖິງ 50% ທຽບໃສ່ ຜູ້ຕິດເຊື້ອທີ່ບໍ່ທັນໄດ້ສັກວັກຊິນ. ຂໍ້ມູນນີ້ສະແດງໃຫ້ເຫັນວ່າ ການສັກວັກຊິນນອກຈາກຈະເຮັດໃຫ້ຜູ້ຕິດເຊື້ອບໍ່ມີອາກນຮຸນແຮງ, ຫຼຸດຜ່ອນການເສຍຊີວິດ,ແລ້ວຍັງສາມາດຫຼຸດໂອກາດການມີຜົນຂ້າງຄຽງໄລຍະຍາວຍ້ອນເສດເຫຼືອຂອງເຊື້ອ ໄດ້ອີກດ້ວຍ, ສະນັ້ນທຸກຄົນທີ່ຢູ່ໃນເປົ້າໝາຍ ໃນແຕ່ລະແຂວງ ລວມທັງນະຄອນຫຼວງວຽງຈັນ ຈົ່ງຢ່າໄດ້ລັງເລໃນການໄປສັກວັກຊີນ
9) ຫຼາຍວັນມານີ້ ມີຫຼາຍຄໍາຖາມຜ່ານສາຍດ່ວນ 165, 166 ທີ່ສອບຖາມກ່ຽວກັບການບໍລິການສັກວັກຊິນໃຫ້ກຸ່ມ12 ເຖິງ 17 ປີ. ອີກເທື່ອໜື່ງຄະນະສະເພາະກິດຂໍແຈ້ງໃຫ້ ທ່ານຮັບຊາບທົ່ວເຖິງກັນວ່າ ປະຊາຊົນລາວທີ່ມີອາຍຸ 12 ຂຶ້ນໄປ ເຖິງ 17 ປີ ທຸກຄົນລ້ວນແຕ່ມີສິດໄດ້ສັກວັກຊິນພະຍາດໂຄວິດ 19 ສໍາລັບນະຄອນຫຼວງວຽງຈັນ ການ ສັກວັກຊິນໃຫ້ຄົນກຸ່ມອາຍຸນີ້ ແມ່ນໄດ້ເລີ່ມປະຕິບັດໄປແລ້ວ ຕາມຈຸດບໍລິການຕ່າງໆ ທີ່ໄດ້ສະເໜີໃຫ້ທ່ານຊາບໃນການລາຍງານຂ່າວປະຈໍາວັນ ສວ່ນຢູ່ບັນດາແຂວງ ບາງແຂວງກໍແມ່ນໄດ້ເລີ້ມແລ້ວ ສ່ວນແຂວງທີ່ຍັງບໍ່ເລີ້ມກໍ ຂໍໃຫ້ ຜູ້ປົກຄອງລໍຟັງ ແລະ ຕິດຕາມ ແຈ້ງການຈາກຄະນະສະເພາະກິດຂອງແຂວງຕົນເອງໃນການເລີ້ມໃຫ້ວັກຊີນໃນກຸ່ມອາຍຸດັ່ງກ່າວ ເພື່ອພາລູກຫຼານໄປສັກວັກຊິນໃຫ້ໄວ ແລະ ຄົບຖ້ວນດ້ວຍ.
10) ສຸດທ້າຍນີ້ຂ້າພະເຈົ້າຂໍອວຍພອນໃຫ້ທຸກທ່ານຈົ່ງມີສຸຂະພາບແຂງແຮງມີພາລານາໄມສົມບູນ ແຂງ ແຮງ ເພື່ອຕ້ານກັບ ພະຍາດ ໂຄວິດ 19 ແລະ ຮ່ວມກັນຕີຖອຍພະ ຍາດໂຄວິດ 19 ໃນປະເທດພວກເຮົາ ໃຫ້ນັບມື້ຫຼຸດລົງ
11) ກ່ອນຈະຈົບການລາຍງານຂ່າວໃນມື້ນີ້ ຂໍແຈ້ງໃຫ້ຊາບວ່າ ທ່ານສາມາດຕິດຕາມຂ່າວສານ,ຄໍາແນະນໍາຕ່າງໆ ກ່ຽວກັບພະຍາດໂຄວິດທີ່ເປັນປະໂຫຍດ ແລະ ເປັນທາງການ ໄດ້ທີ່:
– 02 ເວັບໄຊ
1 ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື www.COvid19.gov.la
2 ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ www.cdc.gov.la
– ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະ ບານ
-ນອກຈາກນັ້ນ ຍັງສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166)
ເພື່ອຂໍຄໍາແນະນໍາ ແລະ ລາຍງານເຫດການ.
ສໍາລັບຜູ້ທີ່ຕິດເຊື້ອ ແລະຝາກຕິຕາມປິ່ນປົວຕົນເອງຢູ່ເຮືອນສາມາດໂທ
ປຶກສາ ແລະ ຂໍການແນວນໍ ເພີ່ມເຕີມໄດ້ຈາກສາຍດ່ວນ 164.