
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 20 ມີນາ 2022 ໄດ້ກວດວິເຄາະທັງໝົດ 3,085 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,137 ຄົນ (ຕິດເຊື້ອພາຍໃນ 1,100 ຄົນ ແລະ ນໍາເຂົ້າ 37 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,100 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
1 ນະຄອນຫຼວງ 521 ຄົນ
2 ສະຫັວນນະເຂດ 248 ຄົນ
3 ຊຽງຂວາງ 45 ຄົນ
4 ຄໍາມ່ວນ 37 ຄົນ
5 ອຸດົມໄຊ 37 ຄົນ
6 ບໍລິຄໍາໄຊ 33 ຄົນ
7 ໄຊຍະບູລີ 31 ຄົນ
8 ວຽງຈັນ 27 ຄົນ
9 ຫຼວງນໍ້າທາ 25 ຄົນ
10 ຫົວພັນ 25 ຄົນ
11 ສາລະວັນ 23 ຄົນ
12 ບໍ່ແກ້ວ 18 ຄົນ
13 ອັດຕະປື 12 ຄົນ
14 ຫຼວງພະບາງ 8 ຄົນ
15 ຈໍາປາສັກ 4 ຄົນ
16 ຜົ້ງສາລີ 3 ຄົນ
17 ເຊກອງ 3 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 37 ຄົນ ຈາກ ນະຄອນຫຼວງວຽງຈັນ 10 ຄົນ, ສະຫວັນນະເຂດ 03 ຄົນ, ຈໍາປາສັກ 12 ຄົນຊຽງຂວາງ 05 ຄົນ , ອັດຕະປື 5 ແລະ ຄຳມ່ວນ 02 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 154,094 ຄົນ, ອອກໂຮງໝໍວານນີ້ 153 ຄົນ, ກຳລັງປິ່ນປົວ 2,280 ຄົນ ແລະ ເສຍຊີວິດທັງໝົດ 649 ຄົນ (ເສຍຊີວິດໃໝ່ 4 ຄົນ)
• ສຳລັບຜູ້ເສຍຊີວິດໃໝ່ 04 ຄົນ ຢູ່ ນະຄອນຫຼວງວຽງຈັນ 1 ຄົນ, ບໍລິຄຳໄຊ 1 ຄົນ, ສາລະວັນ 1 ຄົນ ແລະ ອັດຕະປື 1 ຄົນ.
• ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
ຢູ່ນະຄອນຫຼວງວຽງຈັນມີ 2 ຈຸດຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່), ໂຮງໝໍເມືອງ 9 ຕົວເມືອງ
– ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ແລະ ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ສະພາບ ການລະບາດຂອງພະຍາດໂຄວິດ ໃນທົ່ວໂລກແມ່ນຍັງບໍ່ມີທ່າອຽງຫຼຸດລົງເທື່ອ, ເຊິ່ງຕົວເລກຕິດເຊື້ອໃໝ່ແຕ່ລະວັນຍັງສູງເປັນຫຼັກລ້ານ ເຊີ່ງມື້ວານນີ້ມີຜູ້ຕີດເຊື້ອໃໝ່ (1,112,275 ກໍລະນີ), ສາເຫດຂອງການລະບາດຮອບນີ້ ແມ່ນເກີດຈາກການລະບາດສາຍພັນໂອມີຄຣອນ BA.2 ເປັນສາຍພັນທີ່ WHO ໄດ້ຕິດຕາມເຝົ້າລະວັງ ຢ່າງໃກ້ຊິດເພາະສາຍພັນດັ່ງກ່າວ ເປັນສາເຫດໃຫ້ພະຍາດໂຄວິດ 19 ກັບມາລະບາດຮອບໃໝ່ອີກຄັ້ງ ຢູ່ຫຼາຍປະເທດໃນທົວໂລກ ລວມທັງປະເທດທີ່ມີຊາຍແດນຕິດກັບສປປ ລາວ ແລະ ນັກຊ່ຽວຊານຫຼາຍທ່ານໄດ້ກ່າວໄວ້ວ່າສາຍພັນນີ້ຈະເປັນສາເຫດໃຫ້ໂຕເລກຜູ້ຕິດເຊື້ອເພີ່ມຂື້ນໃນທົ່ວໂລກ ເພາະອັດຕາການແຜ່ເຊື້ອເພີ່ມຂື້ນ 3 ເທົ່າ ທຸກໆ 3 ອາທິດ.
• ຕາມການລາຍງານຕົວເລກໃນທົ່ວໂລກພົບວ່າຫຼາຍປະເທດໃນທະວີບຢູໂຣບແມ່ນພົບເຫັນການຕິດເຊື້ອເພີ້ມສູງຂື້ນພາຍໃນ2 ອາທີດ ແລະ ທ່າອ່ຽງດັ່ງກ່າວຈະພົບໃນທຸກປະເທດທີ່ກຳລັງປະເຊີນໜ້າກັບການລະບາດອີກໃນຕໍ່ໜ້າ! ເຖີງຢ່າງໃດກໍ່ຕາມ ອາການຂອງສາຍພັນໂອມິຄຣອນ ຈະບໍ່ຮຸນແຮງຖ້າທຽບໃສ່ສາຍພັນຜ່ານມາ.
• ດັ່ງທີ່ພວກເຮົາຮູ້ແລ້ວວ່າປະຈຸບັນມີສາຍພັນໃໝ່ຂອງomicron ກຳລັງລະບາດໃນຫຼາຍປະເທດຂອງອາຊີ ແລະ ຢູໂຣບ ແລະ ອົງການອະນາໄມໂລກແມ່ນກຳລັງຕິດຕາມຢ່າງໄກ້ສິດຕໍ່ທ່າອ່ຽງດັ່ງກ່າວ ວ່າການລະບາດໃໝ່ຄັ້ງນີ້ , ສາຍພັນໃໝ່ຂອງ omicron ທີ່ກຳລັງເປັນສາເຫດຊຶ່ງມີຊື່ທາງການວ່າBA.2 ຊຶ່ງ ໄດ້ຜັນແປຈາກສາຍພັນ BA.1 ທີ່ເປັນສາເຫດການລະບາດໃນໄລຍະຜ່ານມາ. ຄວາມແຕກຕ່າງລະວ່າງBA.1 ແລະ BA.2 ແມ່ນເກີດມີການປ່ຽນແປງໃນບາງຈຸດຂອງໜາມຂອງເຊື້ອຈຸລາໂລກ. ມາຮອດປະຈຸບັນນີ້ຍັງບໍ່ມີການຢັ້ງຢືນວ່າສາຍພັນ BA.2 ວ່າຮຸນແຮງ,ແຜ່ໄວ ຫຼື ສາມາດລົບໜີລະບົບປ້ອງກັນຂອງຮ່າງກາຍເມື່ອສົມທຽບໃສ່ສາຍພັນBA.1
• ອີກຊື່ໜຶ່ງທີ່ສື່ຕ່າງໆແມ່ນໄດ້ເອີ້ນສາຍພັນນີ້ວ່າ”ສາຍພັນທີ່ກວດໄດ້ຍາກ ຫຼື ລົບຫຼີກການກວດດ້ວຍ RT-PCR”stealth omicron”
• ສໍາລັບ ສປປ ລາວ ຕົວເລກຜູ້ຕິດເຊື້ອທົ່ວປະເທດ ແມ່ນເພີ່ມຂື້ນອີກຄັ້ງ ເຊີ່ງໂຕເລກຕິດເຊື້ອຫຼາຍ ກ່ວາ 800 ກໍລະນີ/ວັນເປັນເວລາ 7 ວັນຕິດຕໍ່ກັນ ແລະ ພວກເຮົາກໍ່ຮູ້ນຳກັນແລ້ວວ່າສາຍພັນໂອມິຄຣອນໄດ້ມີການແຜ່ລະບາດໃນຊຸມຊົນໃນ ສປປ ລາວ ເຊີ່ງເປັນສາຍພັນທີ່ມີການຕິດເຊື້ອຢ່າງໄວວາ ແລະ ງ່າຍ. ປັດຈຸບັນສັງເກດເຫັນວ່າປະຊາຊົນ ແມ່ນລະເຫຼີງຕໍ່ມາດຕະການຕ່າງໆທີ່ທາງຄະນະສະເພາະກິດໄດ້ວາງອອກເປັນຕົ້ນ ແຈ້ງການຫ້ອງວ່າການສຳນັກງານນາຍົກສະບັບເລກທີ່ 258/ຫສນຍ ລົງວັນທີ່ 1 ມີນາ 2022, ມີການຈັດງານ ບຸນປະເພນີ, ງານດອງ ລວມທັງງານທາງສາດສະໜາໂດຍມີຜູ້ຄົນເຂົ້າຮ່ວມຈຳນວນຫຼວງຫຼາຍ ແລະ ສ່ວນຫຼາຍບໍ່ມີການປ້ອງກັນຕົນເອງ ລວມທັງການຮັກສາໄລຍະຫ່າງ ຈື່ງເປັນສາເຫດຂອງການເພີ່ມຂື້ນຂອງຈຳນວນຜູ້ຕິດເຊື້ອໃນການລະບາດຄັ້ງນີ້, ຕໍ່ກັບສະພາບການລະບາດທີ່ມີໃນປັດຈຸບັນ, ຂ້າພະເຈົ້າຂໍແນະນຳໃຫ້ບັນດາທ່ານໃນການເອົາໃຈໃສ່, ມີສະຕິ ແລະ ປ້ອງກັນຕົນເອງທຸກເມື່ອ, ທຸກຍາມ, ທຸກສະຖານທີ່ ເພື່ອໃຫ້ທ່ານມີຄວາມປອດໄພ ໃນການປ້ອງກັນຕົນເອງບໍ່ໃຫ້ຕິດເຊື້ອ ແລະ ແຜ່ເຊື້ອສູ່ບຸກຄົນອ້ອມຂ້າງລວມທັງຄົນໃນຄອບຄົວ.
• ໃນສະພາບການທີ່ຫຼາຍປະເທດໃນທົ່ວໂລກ ມີທິດໃນການຢູ່ຮ່ວມກັບໂຄວິດ-19 ແລະ ມີບາງປະເທດປະກາດໃຫ້ໂຄວິດ-19 ກາຍເປັນພະຍາດປະຈຳຖີ່ນ, ເພື່ອຮຽນຮູ້ການຢູ່ຮ່ວມກັບໂຄວິດ-19ຢ່າງປອດໄພຕໍ່ຕົນເອງ ແລະ ສ່ວນລວມ ຂ້າພະເຈົ້າຂໍແນະນຳດັ່ງນີ້:
– ເພິ່ມທະວີມາດຕະການປ້ອງກັນຕົນເອງ ຢ່າງເຂັ້ມງວດ ເຮັດໃຫ້ເປັນປະຈຳ ແລະ ໃຫ້ກາຍເປັນຄວາມຊິນເຄິີຍ ເປັນຕົ້ນແມ່ນການໃສ່ຜ້າປິດປາກ-ດັງ ຕະຫຼອດເວລາທີ່ຢູ່ຮ່ວມກັບຄົນອື່ນ
– ໝັ່ນລ້າງມືເປັນປະຈຳດ້ວຍສະບູ ແລະ ນ້ຳສະອາດ ຫຼື ພົກພາເຈວທີ່ມີທາດເຫຼົ້າປະສົມຕິດໂຕຕະຫຼອດ
– ຮັກສາໄລຍະຫ່າງ ໃນສະຖານທີ່ເຮັດວຽກ ຫຼື ເວລາທີ່ອອກໄປໃນເຂດຊຸມຊົນ ໂດຍນັ່ງ ຫຼື ຢືນຫ່າງກັນ 1 ແມັດ
– ໝັ່ນອະນາໄມເຊັດຖູ ສີ່ງຂອງທີ່ໃຊ້ຮ່ວມກັນເປັນປະຈຳດ້ວຍນ້ຳຢາຂ້າເຊື້ອຫຼືເຫຼົ້າ 70 % ຂື້ນໄປ ກ່ອນ ແລະ ຫຼັງໃຊ້
– ຫຼີກລຽງງານໂຮມຊຸມນຸມທີ່ບໍ່ຈຳເປັນ, ງານບຸນປະເພນີ ແລະ ບຸນບ້ານຕ່າງໆ
– ໃນສະຖານທີ່ເຮັດວຽກກໍ່ຫຼີກລຽງການກີນເຂົ້າຊຸມກັນ ເພາະເປັນເວລາທີ່ສ່ຽງທີ່ສຸດໃນການຮັບເຊື້ອເພາະເຮົາຈະຕ້ອງໄດ້ປົດຜ້າປິດປາກ-ດັງ ແລະ ຖ້າບໍ່ສາມາດຮັກສາໄລຍະຫ່າງໄດ້ຄວາມສ່ຽງກໍ່ແມ່ນຍີ່ງເພີ່ມຂື້ນເປັນຫຼາຍເທົ່າ
– ສຸດທ້າຍ ຖ້າທ່ານພາດເກີດມີການຕິດເຊື້ອເຊັ່ນ ຮູ້ສືກບໍ່ສະບາຍ ຫຼື ມີອາການຄ້າຍຄືໄຂ້ຫວັດ ແມ່ນໃຫ້ແຍກຕົວຈາກຄົນອື່ນທັນທີ, ພັກຜ່ອນຢູ່ເຮືອນ ຫຼື ເຮັດວຽກຢູ່ເຮືອນຖ້າຈຳເປັນ ແລະ ໄປກວດຫາເຊື້ອທັນທີ ແລະ ໂທແຈ້ງໃຫ້ບຸກຄົນທີ່ຢູ່ອ້ອມຂ້າງ ຫຼື ມີການພົວພັນໃນໄລຍະ 7 ວັນລົງມາໃຫ້ຮູ້ເພື່ອໃຫ້ເຂົາເຈົ້າມີສະຕິຕິດຕາມຕົນເອງ
• ຖ້າທ່ານໃດທີ່ກວດ ດ້ວຍຕົນເອງ ດ້ວຍເຄື່ອງກວດແບບໄວ, ຖ້າພົບເຊື້ອ ທີ່ ຂື້ນເປັນ 2 ຂີດກໍ່ຂໍໃຫ້ ສືບຕໍ່ປີ່ນປົວຕົນເອງຢູ່ເຮືອນສຳລັບຜູ້ທີ່ໄດ້ຮັບວັກຊີນຄົບໂດສ ມີອາຍຸບໍ່ເກີນ 60ປີ ບໍ່ໄດ້ຖືພາ ແລະ ບໍ່ມີພະຍາດປະຈຳໂຕ, ເຖີງວ່າບັນດາທ່ານຈະກວດດ້ວຍຕົນເອງພົບເຊື້ອແລະ ປີ່ນປົວຕົນເອງຢູ່ບ້ານ ຂ້າພະເຈົ້າກໍ່ຂໍຮຽກຮ້ອງໃຫ້ທຸກຄົນຈົ່ງລາຍງານຜົນກວດພົບເຊື້ອຕົນເອງດ້ວຍການໂທແຈ້ງສາຍດ່ວນ 164 ເພື່ອໃຫ້ເຈົ້າໜ້າທີ່ປະເມີນອາການວ່າຮ້າຍແຮງບໍ່ ແລະ ຂໍໃຫ້ບັນດາທ່ານຈົ່ງລົງທະບຽນເພື່ອເອົາລະຫັດຄົນເຈັບຂອງຕົນເອງໄວ້ເພື່ອສະດວກໃນການປະສານງານເວລາທີ່ທ່ານມີອາການໜັກຂື້ນເພື່ອໃຫ້ລົດຮັບສົ່ງໄປປີ່ນປົວຢູ່ໂຮງໝໍ ຫຼື ສະຖານທີ່ກຳນົດໄວ້ຢ່າງທັນເວລາ, ທ່ານສາມາດລົງທະບຽນ ເພື່ອແຈ້ງເຈົ້າໜ້າທີ່ ຜ່ານທາງມືືຖືໄດ້ ໂດຍການກົດລິ້ງ https://forms.gle/wNJ7uTWH1i22onPm7 ເຊິ່ງທ່ານສາມາດ ເຂົ້າໄປຊອກລິ້ງດັ່ງກ່າວ ໄດ້ທີ່ ເຟດບຸກຂອງສູນຂ່າວສານການແພດສຸຂະສຶກສາ.
– ເມື່ອກົດລິ້ງເຂົ້າໄປແລ້ວ ທ່ານຈະເຫັນເປັນແບບຟອມຕື່ມຂໍ້ມູນ ເພື່ອແຈ້ງຜົນກວດໂຄວິດເປັນບວກໄດ້ດ້ວຍຕົນເອງ
– ເມື່ອຕື່ມແບບຟອມສຳເລັດ ເຈົ້າໜ້າທີ່ກ່ຽວຂ້ອງ ຈະຕິດຕໍ່ທ່ານ ເພື່ອໃຫ້ຄຳປຶກສາ ແລະ ຕິດຕາມອາການຂອງທ່ານຢ່າງໃກ້ຊິດ.
– ທ່ານສາມາດລົງທະບຽນໄດ້ ນັບແຕ່ມື້ນີ້ເປັນຕົ້ນໄປ ຫຼື ສາມາດມາໂທສອບຖາມ ສາຍດ່ວນ 164 ເພື່ອລົງທະບຽນ.
• ສຳລັບຜູ້ທີ່ກວດພົບເຊື້ອດ້ວຍຕົນເອງປີ່ນປົວຢູ່ບ້ານ ຖ້າບໍ່ມີອາການເມື່ອປີ່ນປົວຄົບ 10 ວັນ, ສ່ວນຜູ້ທີ່ມີອາການແມ່ນໃຫ້ປີ່ນປົວຢູ່ບ້ານຕື່ມອີກ 3 ວັນ ລວມເປັນ 13 ວັນ ຈົນກ່ວາອາການຈະໝົດຈີ່ງສາມາດອອກໄປໃຊ້ຊີວິດປົກກະຕິໄດ້ ແລະ ສຳລັບຜູ້ທີ່ສຳຜັດໃກ້ຊິດ ຫຼື C1ແລະ ຜົນກວດອອກມາເປັນລົບ ແມ່ນ ໃຫ້ກັກໂຕແຍກປ່ຽວຈາກຄົນອື່ນເປັນເວລາ 7 ວັນ.
• ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ ສັກວັກຊີນ
ສໍາລັບ ກຸ່ມອາຍຸ 6-11 ປີ ເຂັ້ມ 1 ສັກໄດ້ 56,2%, ກຸ່ມອາຍຸ 12-17 ປີ ເຂັ້ມ 1 ສັກໄດ້ 70,6% ແລະ ເຂັ້ມ 2 ສັກໄດ້ 51,7 %. ທົ່ວປະເທດ ເຂັມທີ 1 ສັກໄດ້ 5.509,347 (ອັດຕາປົກຄຸມ 75,08%) ແລະ ທຸກເຂັມທີ່ແນະນໍາ 4.414,438 (ອັດຕາປົກຄຸມ 60,16%) ແລະ ເຂັ້ມກະຕຸ້ນ ສັກໄດ້ 14,8%.