ສະພາບການລະບາດຂອງພະຍາດ covid-19 ຢູ່ ສປປ ລາວ ຮອດປະຈຸບັນເຫັນວ່າມີລາຍງານ ຕົວເລກຜູ້ຕິດເຊື້ອ ພະຍາດ covid-19 ສະສົມໃນ ສປປ ລາວ ແມ່ນ 12,164 ຄົນ (ໃໝ່ 411) , ມີຈໍານວນ ເສຍຊີວິດ ສະສົມ 11 ຄົນ ຍັງສືບຕໍ່ປິ່ນປົວ 4.415 ຄົນ.
ໃນມື້ວານນີ້ 20 ສິງຫາ ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ covid -19 ທັງໝົດ 2,753 ຕົວຢ່າງ, ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 411 ຄົນ ( ໃນແຂວງ 26 ຄົນ, ນໍາເຂົ້າ 385 ຄືນ)
ຕາມລາຍລະອຽດດັ່ງນີ້:
• ການຕິດເຊື້ອພາຍໃນແຂວງ ຈຳນວນ 26 ຄົນ (ບໍ່ແກ້ວ, 18 ຄົນ, ສະຫວັນນະເຂດ 5 ຄົນ, ນະຄອນຫຼວງ 2 ຄົນ ແລະ ຈໍາປາສັກ 1 ຄົນ)
• ການຕິດເຊື້ອໃນແຮງງານ ແລະ ຜູ້ທີ່ເດີນ ທາງເຂົ້າປະເທດ ຈຳນວນ 385 ຄົນຄື: (ຈາກ ຈໍາປາສັກ 158 ຄົນ , ສະຫວັນນະເຂດ 96 ຄົນ , ຄໍາມ່ວນ 61 ຄົນ, ນະຄອນຫຼວງ 52 ຄົນ, ສາລະວັນ 9 ຄົນ , ໄຊຍະບູລີ 8 ຄົນ , ອຸດົມໄຊ 2 ຄົນ)
ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອໃໝ່ 411 ຄົນ
• ສໍາລັບການຕິດເຊື້ອພາຍໃນແຂວງ:
ແຂວງບໍ່ແກ້ວ 18 ຄົນ
ບ້ານສີເມືອງງາມ, ເມືອງຕົ້ນເຜິ້ງ ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອໃນໄລຍະຜ່ານມາ
– ສະຫວັນນະເຂດ 5 ຄົນ
* 3 ຄົນແມ່ນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອໄລຍະຜ່ານມາ ( ເປັນຄົນໃນຄອບຄົວຂອງຜູ້ຕິດເຊື້ອ )
* ສ່ວນອີກ 2 ຄົນ ແມ່ນ ທີມງານກໍາລັງສອບສວນເອົາຂໍ້ມູນເພີ້ມເຕີມ
– ຈໍາປາສັກ 1 ຄົນ ແມ່ນທີມງານກໍາລັງເກັບກຳຂໍ້ມູນສອບຖາມລາຍລະອຽດ.
– ນະຄອນຫຼວງ 2 ຄົນ :
* ຜູ້ທີ່ 1: ເພດຊາຍ, ອາຍຸ 31 ປີ, ພະນັກງານ, ບ້ານນາທ່ອນ, ເມືອງນາຊາຍທອງ, ສັກວັກຊີນຄົບ 2 ເຂັມ, ຜູ້ກ່ຽວປະຈໍາຢູ່ສູນຈໍາກັດບໍລິເວນ ໃນໄລຍະວັນທີ 7-16 ສິງຫາ 2021.
– ວັນທີ 17 ສິງຫາ ໄປບ້ານຫົວນາ, ເມືອງໄຊທານີ.
– ວັນທີ 18 ສິງຫາ ໄປຊື້ຕໍາໝາກຫຸ່ງໃກ້ຕະຫຼາດເຂດດົງໂດກ ແລະ ຮູ້ສຶກມີອາການ ເຈັບຄໍ, ມີຂີ້ກະເທີ່.
– ວັນທີ 19 ສິງຫາ ມີໄຂ້, ເຈັບຫົວ.
– ວັນທີ 20 ສິງຫາ ຜົນກວດພົບເຊື້ອ covid -19.
* ຜູ້ທີ່ 2: ເພດຊາຍ, ອາຍຸ 31 ປີ, ພະນັກງານ , ບ້ານດົງໂດກ, ເມືອງໄຊທານີ, ສັກວັກຊີນຄົບ 2 ເຂັມ
– ວັນທີ 12-13 ສິງຫາ ໄປຕະຫຼາດຊັງຈຽງ ແລະ ຕອນແລງໄປຕະຫຼາດເຂດດົງໂດກ.
– ວັນທີ 14 ສິງຫາ ມີໄຂ້, ໄປກວດຢູ່ຄຣີນິກ
– ວັນທີ 17 ສິງຫາ ໄປກວດກະເພາະຢູ່ໂຮງໝໍ
– ວັນທີ 18 ສິງຫາ ໄປເກັບຕົວຢ່າງກວດຢູ່ ສູນ ມຊ ດົງໂດກ,
– ວັນທີ 20 ສິງຫາ ຜົນກວດພົບເຊື້ອ covid -19.
• ສ່ວນການຕິດເຊື້ອໃນແຮງງານ ແລະ ຜູ້ທີ່ເດີນທາງເຂົ້າປະເທດແມ່ນ ຈໍາປາສັກ 158 ຄົນ, ສະຫວັນນະເຂດ 95 ຄົນ, ຄຳມ່ວນ 61 ຄົນ, ນະຄອນຫຼວງ 52 ຄົນ, ສາລະວັນ 9 ຄົນ, ໄຊຍະບູລີ 9 ຄົນ ແລະ ອຸດົມໄຊ 2 ຄົນ ແມ່ນແຮງງານລາວ ທີ່ເດີນທາງກັບມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈຳກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ ຖືກນຳສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກຳນົດໄວ້.
ສະຖານທີ່ ການເກັບຕົວຢ່າງ ເພື່ອກວດຫາເຊື້ອ covid -19:
• ມີໂຮງໝໍສູນກາງ ໂຮງໝໍແຂວງ ແລະ ຈຸດກວດເພີ້ມທີ່ຄະນະສະເພາະກິດກໍານົດ ພາຍໃນແຂວງ ສໍາລັບນະຄອນຫຼວງ ປະຈຸບັນຍັງມີຈຸດກວດ ຢູ່ ມສ ສີໂຄດ
• ນອກຈາກຈຸດກວດຄົງທີ່ ຖ້າຫາກມີການລະບາດໃນຊຸມຊົນ ທີມງານເຝົ້າລະວັງຈະມີການຄົ້ນຫາກໍລະນີຜູ້ຕິດເຊື້ອໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູ່ສະຖານທີ່ເຊິ່ງມີຜູ້ຕິດເຊື້ອໃໝ່ (ບ້ານເຂດແດງ ສໍານັກງານອົງການ,ສະຖາບັນການສຶກສາ ແລະ ອື່ນໆ ) ແລະ ບ່ອນທີ່ມີຊຸມຊົນແອອັດ ( ຕະຫຼາດສົດ, ໂຮງຈັກ ໂຮງງານ ແລະ ສະຖານທີ່ ທີ່ມີ ແຮງງານກຳມະກອນຈຳນວນຫຼາຍ ເປັນຕົ້ນ )
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນ ວັນທີ 20 ສິງຫາ 202 1 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປລາວ ຈໍານວນ ທັງໝົດ 2,748 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດ covid-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼືໂຮງແຮມຈໍາກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ຈົນຄົບ 14 ວັນຈິ່ງຈະໄປເຄື່ອນໄຫວໄດ້, ຮອດປະຈຸບັນທົ່ວປະເທດມີສູນຈຳກັດບໍ່ລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 107 ສູນ ແລະ 51 ໂຮງແຮມ, ມີຜູ້ຈໍາກັດບໍລິເວນທັງຫມົດ 11,746 ຄົນ.