ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 20 ເມສາ 2022 ໄດ້ກວດວິເຄາະທັງໝົດ 3,035 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,003 ຄົນ (ຕິດເຊື້ອພາຍໃນ 988 ຄົນ ແລະ ນໍາເຂົ້າ 15 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 203,517 ຄົນ, ອອກໂຮງໝໍວານນີ້ 190 ຄົນ, ກຳລັງປິ່ນປົວ 1,758 ຄົນ ແລະ ເສຍຊີວິດທັງໝົດ 730 ຄົນ (ເສຍຊີວິດໃໝ່ 0 ກໍລະນີ)
– ສຳລັບ ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈຳນວນ 988 ຄົນ ແມ່ນມາຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງຕໍ່ໄປນີ້:
1. ນະຄອນຫຼວງ 602 ຄົນ
2. ສະຫວັນນະເຂດ 79 ຄົນ
3. ວຽງຈັນ 61 ຄົນ
4. ໄຊຍະບູລີ 30 ຄົນ
5. ຜົ້ງສາລີ 25 ຄົນ
6. ຄຳມ່ວນ 23 ຄົນ
7. ອັດຕະປື 22 ຄົນ
8. ສາລະວັນ 21 ຄົນ
9. ບໍລິຄຳໄຊ 18 ຄົນ
10. ຫຼວງພະບາງ 18 ຄົນ
11. ອຸດົມໄຊ 16 ຄົນ
12. ເຊກອງ 14 ຄົນ
13. ຈຳປາສັກ 13 ຄົນ
14. ຊຽງຂວາງ 11 ຄົນ
15. ຫົວພັນ 11 ຄົນ
16. ບໍ່ແກ້ວ 10 ຄົນ
17. ໄຊສົມບູນ 10 ຄົນ
18. ຫຼວງນ້ຳທາ 4 ຄົນ
 
– ສໍາລັບການຕິດເຊື້ອນໍາເຂົ້າ ມີ 15 ຄົນ ຈາກຈໍາປາສັກ 5 ຄົນ, ນະຄອນຫຼວງ 6 ຄົນ ແລະ ສະຫວັນນະເຂດ 4 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
ມເສຍໃຈ ມາຍັງບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຕໍ່ໄປນີ້ຂໍແຈ້ງຈຸດດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາ ແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
 ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
• ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ຢູ່ນະຄອນຫຼວງວຽງຈັນມີ ຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ໂຮງໝໍເມືອງ 9 ຕົວເມືອງ
– ນອກນັ້ນ ຍັງມີຈຸດບໍລິການວັກຊີນເຄື່ອນທີ່ ເປີດໃຫ້ບໍລິການທ່ານ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ການຫຼຸດຜ່ອນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ອາດຈະບໍ່ງ່າຍປານໃດ ໂດຍສະເພາະ ການແຜ່ລະບາດຂອງສາຍພັນໂອໄມຄຣອນ BA.2 ທີ່ກຳລັງແຜ່ລະບາດໃນຫຼາຍປະເທດ ລວມທັງ ບັນດາປະເທດໃກ້ຄຽງ ສປປ ລາວ ເນື່ອງຈາກເປັນສາຍພັນທີ່ສາມາດແຜ່ເຊື້ອໄດ້ໄວກວ່າສາຍພັນອື່ນໆ ທີ່ເຄີຍມີມາ.
• ໃນໄລຍະທີ່ມີການແຜ່ລະບາດຂອງສາຍພັນໂອໄມຄຣອນ ສະທ້ອນໃຫ້ເຫັນວ່າ ຄົນເຈັບມີອາການໜັກ ແລະ ຈຳນວນຜູ້ເສຍຊີວິດເພິ່ມສູງຂຶ້ນ ເຊິ່ງມີຄວາມເປັນໄປໄດ້ວ່າ ອາດຈະມາຈາກສາເຫດ ຍ້ອນ:
1. ຈຳນວນຜູ້ຕິດເຊື້ອໂຄວິດເພິ່ມຂຶ້ນຢ່າງໄວວາ
2. ສ່ວນໃຫຍ່ຂອງຜູ້ເສຍຊີວິດ ເປັນຄົນທີ່ບໍ່ທັນໄດ້ຮັບການສັກວັກຊີນ ຫຼື ສັກບໍ່ຄົບ
ທຸກເຂັມທີ່ແນະນຳ
3. ຍັງມີກຸ່ມຄົນຈຳນວນໜຶ່ງ ຫຼາຍພໍສົມຄວນ ທີ່ບໍ່ເຄີຍໄດ້ຮັບການສັກວັກຊີນ ຫຼື ສັກ
ບໍ່ຄົບທຸກເຂັມທີ່ແນະນຳ
4. ຈຳນວນຜູ້ທີ່ໄດ້ຮັບວັກຊີນເຂັມກະຕຸ້ນ ຍັງບໍ່ທັນຮອດຄາດໝາຍທີ່ວາງໄວ້
• ໂດຍສະເພາະ ຜູ້ສູງອາຍຸ ແລະ/ຫຼື ຜູ້ທີ່ມີພະຍາດປະຈຳໂຕ ຖ້າຫາກວ່າມີກຸ່ມສ່ຽງຫຼາຍ ອາດຈະເປັນການຍາກທີ່ຈະຫຼຸດຜ່ອນຈຳນວນຄົນເຈັບທີ່ມີອາການໜັກ ແລະ ຜູ້ເສຍຊີວິດຈາກພະຍາດໂຄວິດ 19 ຫຼຸດລົງໂດຍໄວ.
• ດັ່ງນັ້ນ, ເພື່ອຊ່ວຍຫຼຸດຜ່ອນຈຳນວນຄົນເຈັບທີ່ມີອາການໜັກ ແລະ ຜູ້ເສຍຊີວິດພາຍໃນປະເທດ ສິ່ງທີ່ພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນປະຕິບັດຢ່າງເລັ່ງດ່ວນ ນອກຈາກການປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດແລ້ວ ກໍ່ຄື ການລະດົມການສັກວັກຊີນນຳຜູ້ທີ່ຍັງບໍ່ເຄີຍສັກ, ຜູ້ທີ່ສັກບໍ່ຄົບໂດສ ລວມທັງ ຜູ້ທີ່ບໍ່ທັນໄດ້ຮັບເຂັມກະຕູ້ນ ໃຫ້ໄດ້ຫຼາຍ ແລະ ໄວທີ່ສຸດ ໂດຍສະເພາະຢ່າງຍິ່ງໃນຜູ້ສູງອາຍຸ, ຜູ້ທີ່ມີພະຍາດປະຈຳໂຕ ແລະ ຜູ້ຍິງຖືພາ ເຊິ່ງເປັນກຸ່ມສ່ຽງທີ່ສຳຄັນທີ່ສຸດ ທີ່ຈະມີໂອກາດໜັກ ແລະ ເສຍຊີວິດຫຼາຍທີ່ສຸດ.
• ອີກບັນຫາໜຶ່ງ ສຳລັບຜູ້ທີ່ຕິດເຊື້ອພະຍາດໂຄວິດ ພວກເຮົາບໍ່ຄວນສະແດງທ່າທີ່ລັງກຽດຕໍ່ເຂົາເຈົ້າ ກົງກັນຂ້າມ ພວກເຮົາຄວນມີຄວາມເມດຕາ, ມີນ້ຳໃຈເພື່ອແພ່ຕໍ່ເພື່ອນມະນຸດດ້ວຍກັນ ເພາະເຂົາເຈົ້າເປັນພຽງແຕ່ ຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ 19 ເທົ່ານັ້ນ, ເມື່ອປິ່ວປົວຫາຍດີແລ້ວ ເຂົາເຈົ້າກໍ່ສາມາດໃຊ້ຊີວິດໄດ້ຕາມປົກກະຕິ, ສາມາດໄປເຮັດວຽກ ແລະ ຢູ່ຮ່ວມກັບຄອບຄົວໄດ້.
• ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ປັດຈຸບັນ ທົ່ວປະເທດ ສັກວັກຊີນເຂັມ 1 ໄດ້ 5,756,373 (ກວມເອົາ 78.45%) ແລະ ທຸກເຂັມທີ່ແນະນໍາ 4,774,239 (ກວມເອົາ 65.06 %).