ວັນທີ 21 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 2,504 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 140 ຄົນ(ຕິດເຊື້ອພາຍໃນ 132 ຄົນ ແລະ ນໍາເຂົ້າ 08 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 132 ຄົນ ຈາກ 13 ແຂວງ ແລະ ນະຄອນ
ຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 34 ຄົນ
2 ອັດຕະປື 16 ຄົນ
3 ຫົວພັນ 14 ຄົນ
4 ຊຽງຂວາງ 13 ຄົນ
5 ຜົ້ງສາລີ 10 ຄົນ
6 ໄຊສົມບູນ 9 ຄົນ
7 ວຽງຈັນ 8 ຄົນ
8 ສະຫັວນນະເຂດ 7 ຄົນ
9 ໄຊຍະບູລີ 7 ຄົນ
10 ຄໍາມ່ວນ 5 ຄົນ
11 ເຊກອງ 5 ຄົນ
12 ຫຼວງພະບາງ 2 ຄົນ
13 ອຸດົມໄຊ 1 ຄົນ
14 ບໍລິຄໍາໄຊ 1 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 08 ຄົນ ຈາກຫົວພັນ 6 ຄົນຈຳປາສັກ 1 ຄົນ ແລະ ສະຫວັນນະເຂດ 1 ຄົນເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 141,441 ຄົນ, ອອກໂຮງໝໍວານນີ້ 283 ຄົນ, ກຳລັງປິ່ນປົວ 2,259 ຄົນ ແລະ ເສຍຊີວິດທັງໝົດ 613 ຄົນ (ເສຍຊິວິດໃໝ່ 1 ຄົນ).
• ສຳລັບຜູ້ເສຍຊີວິດໃໝ່ 01 ຄົນ ແມ່ນຈາກຊຽງຂວາງ 1 ຄົນ.
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
4. ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ (ວັນຄານ, ພຸດ ແລະ ພະຫັດ ໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.