ວັນທີ21ທັນວາ2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ4844ຕົວຢ່າງໃນຂອບເຂດທົ່ວປະເທດແລະພົບເຊື້ອທັງໝົດ1341ຄົນ(ຕິດເຊື້ອພາຍໃນມີ1340ຄົນ ແລະ ຕິດເຊື້ອນໍາເຂົ້າ01ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ1340ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 640 ຄົນ
2 ບໍ່ແກ້ວ 201 ຄົນ
3 ອຸດົມໄຊ 111 ຄົນ
4 ຫຼວງພະບາງ 74 ຄົນ
5 ຫຼວງນໍ້າທາ 71 ຄົນ
6 ຜົ້ງສາລີ 60 ຄົນ
7 ສະຫັວນນະເຂດ 28 ຄົນ
8 ວຽງຈັນ 26 ຄົນ
9 ບໍລິຄໍາໄຊ 22 ຄົນ
10 ຈໍາປາສັກ 20 ຄົນ
11 ຊຽງຂວາງ 19 ຄົນ
12 ຄໍາມ່ວນ 15 ຄົນ
13 ສາລະວັນ 15 ຄົນ
14 ໄຊສົມບູນ 15 ຄົນ
15 ໄຊຍະບູລີ 14 ຄົນ
16 ອັດຕະປື 6 ຄົນ
17 ເຊກອງ 2 ຄົນ
18 ຫົວພັນ 1 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1 ຄົນ ຈາກ ແຂວງສາລະວັນ
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ101.865ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້520ຄົນ,ກໍາລັງປິ່ນປົວ11,833ຄົນ ແລະ ເສຍຊີວິດສະສົມທັງໝົດ288ຄົນ
(ໃໝ່ 04 ຄົນ).
ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 04ຄົນ, ລາຍລະອຽດດ່ັງນີ້:
1. ເພດຍີງ; ອາຍຸ:68 ປີ; ອາຊີບ:ຜູ້ເຖົ້າ; ບ້ານຢູ່ປະຈຸບັນ: ໃໝ່, ເມືອງ: ຫຼວງນໍ້າທາ, ແຂວງ: ຫຼວງນໍ້າທາ
– ເຂົ້າໂຮງໝໍ:19/12/2021 , ເທັດRDT COVID-19 (+)
– ປະຫວັດພະຍາດປະຈໍາຕົວ:ໄຂ່ຫຼັງຊຸດໂຊມຂັ້ນ ແລະ ຄວາມດັນເລືອດສູງ
– ບໍ່ໄດ້ຮັບການສັກvaccine
– ອາການສະແດງ:ຄົນເຈັບມີປະຫວັດ ຫົວໃຈ ແລະ ໄຂ່ຫຼັງຊູດໂຊມຊໍ້າເຮືອ ບໍ່ໄດ້ຮັບການຟອກເລືອດມີອາການຈືດມ້ານໄດ້ໃສ່ເລືອດປະຈໍາ ກ່ອນມາໂຮງໝໍ ມີອາການ ອິດເມື່ອຍແຮງ, ຈືດມ້ານ, ສະຕິງ້ວງຊືມ
– ໄດ້ຕິດຕາມປີ່ນປົວ2 ວັນ ຕິດຕາມມາຮອດເວລາ24:30 ໂມງຂອງວັນທີ່21/12/2021 ຄົນເຈັບໄດ້ເສຍຊິວິດ
2. ເພດຊາຍ; ອາຍຸ:48 ປີ; ອາຊີບ:ຊາວນາ; ບ້ານຢູ່: ດອນສໍາພັນ, ເມືອງ:ຫຼວງນໍ້າທາ, ແຂວງ: ຫຼວງນໍ້າທາ
– ເຂົ້າໂຮງໝໍ:18/12/2021 . ກວດໂຄວິດPositive
– ປະຫວັດພະຍາດປະຈໍາຕົວ:ໄຂ່ຫຼັງຊຸກໂຊມ, ຄວາມດັນ, ເກົາ ແລະ ເບົາຫວານ
– ບໍ່ໄດ້ຮັບການສັກvaccine
– ອາການສະແດງ: ໄອ, ຫາຍໃຈຍາກ, ແໜ້ນໜ້າເອິກ
– ໄດ້ຕິດຕາມປີ່ນປົວ2 ວັນ ຕິດຕາມມາຮອດເວລາ10:30 ໂມງຂອງວັນທີ່21/12/2021 ຄົນເຈັບໄດ້ເສຍຊິວິດ
3. ເພດຍິງ ອາຍຸ90 ປີ, ບ້ານຊ້າງຄູ້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ບໍໄດ້ສັກຢາກັນພະຍາດ
ເຂົ້າໂຮງໝໍວັນທີ 19/12/2021 ດວ້ຍອາການເມື່ອຍແຮງ, ຫາຍໃຈຝຶດ ໄດ້ກວດໂຄວິດແມ່ນພົບເຊື້ອ
ໄດ້ຕິດຕາມອາການປິ່ນປົວ 3 ວັນມາຮອດວັນທີ21/12/2021 ແມ່ນໄດ້ເສຍຊິວິດ
4. ເພດຍິງ ບ. ເເກ້ວຄູນ ມ. ວັງວຽງ ແຂວງ ວຽງຈັນ
– ພະຍາດປະຈຳໂຕ:ໄຂ່ຫຼັງຊຸດໂຊມ, ເບົາຫວານ, ຄວາມດັນ, ແລະ ເລືອດຈາງ,ເປັນມາຫລາຍກວ່າ
10 ປີ ໄດ້ຕິດຕາມປະຈຳ, ບວມທົ່ວຮ່າງກາຍມາໄດ້1 ເດຶອນ.
– ບໍ່ໄດ້ສັກຢາວັກຊີນ
– ວັນທີ 16/12/2021: ຄົນເຈັບມີອາການໄອ,ອີດເມື້ອຍ,ຫາຍໃຈຫອບ,ຫາຍໃຈຝືດ,ມາໄດ້5 ມື້,ຂາບວມທັງສອງເບື່ອງ,ເເຫນ້ນຫນ້າເອີກເປັນມາໄດ້ຫລາຍເດືອນ,ມີອາການຫນັກມາໄດ້ຫນື່ງ ອາທີດ ຈື່ງມາກວດຢູ່ໂຮງຫມໍ ເມືອງ ວັງວຽງ, ພົບວ່າມີເຊື້ອໂຄວິດຈຶ່ງຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ ເວລາ15 : 30 ໂມງ.
o BP :142/86, P: 76 bpm , RR: 23 bpm , So2 : 91 % , T: 36.5
– ວັນທີ20/12: ຄົນເຈັບມີອາການອິດເມື່ອຍ ແລະມີອາການຊຸດໂຊມທາງລະບົບຫາຍໃຈ, ເວລາ18h00 ຄົນເຈັບໄດ້ເສຍຊີວິດ
• ຈຸດບໍລິການ ກສດຫາເຊື້ອພະຍາດ ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ
ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 21ທັນວາ2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,298ຄົນ. ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ79ສູນ ແລະ 59 ໂຮງແຮມມີຜູ້ຈຳກັດບໍລິເວນທັງໝົດ4,577ຄົນ (ຢູ່ສູນ 2,753ຄົນແລະ ໂຮງແຮມ1,824ຄົນ).
• ປະຈຸບັນການລະບາດຂອງໂຄວິດ19 ໃນປະເທດຂອງພວກເຮົາກໍ່ຍັງມີລາຍງານການຕິດເຊື້ອສູງຢູ່ຄືສະເລັ່ຍ 1000 ຄົນ ຕໍ່ວັນ, ກໍ່ຍັງສູງກ່ວາຄ່າສະເລັ່ຍຕິດເຊື້ອຂອງໃນໄລຍະ7 ວັນຄືສູງກ່ວາ 500ກໍລະນີຕໍ່ວັນ. ນະຄອນຫຼວງວຽງຈັນກໍ່ຄືຫຼາຍໆນະຄອນແລະແຂວງຈຳນວນໜຶ່ງເຊັ່ນ: ຫຼວງພະບາງ, ບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊແລະແຂວງວຽງຈັນຍັງມີລາຍງານຕົວເລກລາຍວັນສູງ. ຄຽງຄູ່ກັນນັ້ນສະພາບການລະບາດທົ່ວໂລກແມ່ນຍັງມີທ່າອ່ຽງສູງຂື້ນໃນຫຼາຍປະເທດໃນທະວິບອາເມລິກາແລະຢູໂຣບເນື່ອງຈາກສານພັນໂອມິກຣອນຊຶ່ງເຮັດໃຫ້ລັດຖະບານຫຼາຍປະເທດອອກມາປະກາດບາງມາດຕະການທີ່ເຂັ້ມງວດຄືນເພື່ອສະກັດກັ້ນການລະບາດໃນຄັ້ງນີ້! ຕໍ່ໄປຂ້າພະເຈົ້າຂໍໃຫ້ຂໍ້ມູນໃໝ່ທີ່ນັກວິທະຍາສາດໄດ້ທ້ອນໂຮມມາໄດ້ຈາກຫຼາຍມູມທົ່ວໂລກມີດັ່ງນີ້: ເຊື້ອomicron ສາມາດແຜ່ເຊື້ອ2-3ເທົ້້າໄວກ່ວາສາຍພັນແດນຕາ, ເພາະເຫັນໄດ້ວ່າໂອມິກຣອນມາຮອດປະຈຸບັນສາມາດພົບເຫັນໃນຫຼາຍປະເທດທົ່ວໂລກແລະໃນເຂດທີ່ມີການລະບາດສາຍພັນກດ່ັງກ່າວແມ່ນກຳລັງຈະທົດແທນສາຍພັນກ່ອນໜ້າທີ່ດ້ວຍຄຸນລັກສະນະພິເສດຂອງເຊື້ອທີ່ສາມາດເຂົ້າຫາຮ່າງກາຍໄດ້ໄວແລະສາມາດແຜ່ເຊື້ອໄດ້ໄວກ່ວາຫຼາຍເທົ້າເມື່ອເຂົ້າໃນຈຸລັງ. ມີຂໍ້ມູນພົບເຫັນວ່າomicron ສາທາດເພີ້ມທະວີຄູນເປັນ2 ເທົ້າທຸກໆ2-4 ວັນຊຶ່ງສັ້ນກ່ວາສາຍພັນແດນຕາ. ດັ່ງນັ້ນ, ການສຶກສາທີ່ປະເທດອັງກິດຍັງພົບໃຫ້ເຫັນວ່າomicron ແຜ່ໃນຄົວເຮືອນສູງເຖີງ 3.2 ເທົ້າເມື່ອສົມທຽບກັບສາຍພັນແດນຕາແລະຍັງຄາດຄະເນວ່າອັດຕາການຕິດເຊື້ອຄືນໃໝ່ກັບໂອມິກຣອນອາດຈະສູງເຖີງ 5 ເທົ້າເມື່ອສົມທຽບກັບສາຍພັນອື່ນໆ. ກ່ຽວກັບການປ້ອງກັນດ້ວຍວັກຊິນນັ້ນນັກວິທະຍາສາດຍັງໄດ້ພົບເຫັນວ່າຖ້າຄົນເົຮາໄດ້ຮັບວັກຊິນຄົບແມ່ນຍັງສາມາດມີພູມປ້ອງກັນຕ້ານຕໍ່ສາຍພັນດັ່ງກ່າວແລະສຳຄັນທີ່ສຸດແມ່ນເຂັມກະຕຸ້ນຫຍີ່ງຈະເພີ້ມອັດຕາການປ້ອງກັນສູງຂື້ນຕື່ມ. ເຖີງຢ່າງໃດກໍ່ຕາມນັກວິທະຍາສາດກໍຍັງໄດ້ຕິດຕາມຄຸນລັກສະນະຂອງສາຍພັນດັ່ງກ່າວຢ່າງໄກ້ສິດແລະຖ້າມີຄວາມຄຶບໜ້າຂ້າພະເຈົ້າຈະມາຖະແຫຼງໃຫ້ທ່ານໄດ້ຮັບຊາບຕື່ມ.
• ອີກບ່ດົນວັນສົ່ງທ້າຍປີເກົ່າແລະຕ້ອນຮັບປີໃໝ່ກໍ່ຄືເທດສະການສຳຄັນທາງສາດສະໜາກໍ່ຍັບເຂົ້າມາ
ດັ່ງນັ້ນ, ຂ້າພະເຈົ້າຂໍແນະນຳ 6 ມາດຕະການທີ່ພວກເຮົາຕ້ອງປະຕິບັດເພື່ອປ້ອງກັນຕົນເອງ:
1) ໃຫ້ຮີບຮ້ອນໄປສັກວັກຊີນຖ້າທ່ານບ່ທັນໄດ້ສັກເທື່ອຫຼືຕາມການປະກາດຂອງຄະນະສະເພາະກິດໃຫ້ໄປສັກເຂັມ3 ເພາະເຮົາຮູ້ແລ້ວວ່າວັກຊີນສາມາດຫຼຸດຜ່ອນຄວາມຮຸນແຮງແລະເສັຍຊີວິດໄດ້;
2) ໃສ່ຜ້າຜິດປາກຄືໄດ້ແນະນຳທຸກຄັ້ງແລະໃສ່ໃຫ້ຖືກຕ້ອງ! ລ້າງມືໃຫ້ສະອາດກ່ອນແລະຫຼັງທີ່ຮູ້ສຶກໄດ້ສຳຜັດມັນ, ການໃສ່ຕ້ອງຮັບປະກັນປົກປິດດັງ-ປາກລົງຮອດຫຸ້ມຄາງແລະຖີ້ມຫຼັງໃຊ້ແລ້ວໂດຍໃສ່ຖົງແລະໝັດໃຫ້ແໜ້ນກ່ອນຈະຖີ້ມລົງຖັງຂີ້ເຫນື້ອ;
3) ຮັກສາໄລຍະຫ່າງຢ່າງໜ້ອຍ 1 ມແລະວິທີນີ້ພວກເຮົາຮູ້ແລ້ວວ່າລະອອງທີ່ຕິດເຊື້ອບ່ສາມາດຟຸ້ງກະຈາຍເກີນໄລຍະນີ້ໄດ້
4) ໃຊ້ຜ້າແພມົນຫຼືກະດາດອະນາໄມອັດປາກ-ດັງຫຼືໃຊ້ແຂນສອກປິກໃນເວລາຈາມເພື່ອບໍ່ໃຫ້ລະອອງຈາມຟົ້ງໄດ້ໄກໃສ່ຜູ້ອ້ອມຂ້າງ;
5)ການໝັ່ນລ້າງມືບ່ວ່າດ້ວຍສະບູແລະຫຼືດ້ວຍເຈວທີ່ມີທາດເຫຼົ້າຍັງໄດ້ຜົນດີທີ່ສຸດ
6) ຫລີກລ້ຽງຢູ່ຫຼືພົບຜູ້ຄົນໃນສະຖານທີ່ປິດ, ເຊັ່ນຫ້ອງເປີດແອ! ຄວນພໄບກັນຂ້າງນອກຫຼືເປີດປະຕູປ່ອງຢ້ຽມແລະເດັດຂາດຫຼີກລ້ຽງສະຖານທີ່ບໍ່ສາມາດຮັກສາໄລຍະຫ່າງໄດ້, ຫຼືມີຄົນຢູ່ແອອັດຫຼືຫຼາຍ. ຖ້າພວກເຮົາຫາກມີສະຕິຢູ່ຕະຫຼອດໃນການປ້ອງກັນຕົນເອງຂ້າພະເຈົ້ສເຊື່ອໝັ້ນວ່າພວກເຮົາຈະຜ່ານວັນວົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຫຼືເທດສະການທາງສາດສະໜາໄດ້ຢ່າງປອດໄພແລະຈະບໍ່ເຫັນຕົວເລກຫຼັງປີໃໝ່ພຸ້ງຂື້ນຈົນໜ້າຕົກໃຈດັ່ງນັ້ນ, ເມື່ອທ່ານຫາກຮູ້ສຶກບ່ສະບາຍແມ່ນໄປຫາແພດແລະກັກໂຕກ່ອນ14 ວັນແມ່ນວິທີທີ່ທ່ານສາມາດຊ່ວຍຄອບຄົວແລະສັງຄົມກໍ່ຄືປະເທດຊາດໃນການມີສ່ວນຮ່ວມຢຸດຢັ້ງການແຜ່ເຊື້ອກໍ່ຄືການລະບາດໃນຄັ້ງນີ້ຮ່ວມກັນກັບເຈົ້າໜ້າທີ່! ຂອບໃຈແລະສະບາຍດີ!
• ອີກເທື່ອໜຶ່ງ ຂໍແຈ້ງບັນດາທ່ານ ຊາບວ່າ ກ່ຽວກັບ ການສັກຢາສັກຊິນໂຄວິດ-19ມາຮອດມື້ນີ້ ສັກເຂັມ1ໄດ້ 4,437,961 (ອັດຕາປົກຄຸມ 60.48 %) ແລະທຸກເຂັມທີ່ແນະນໍາ 3,401.799 (ອັດຕາປົກຄຸມ 46.36 %). ສຳລັບກຸ່ມອາຍຸ 12-17ປີ ເຂັມທີ 1 ໄດ້ 46.5%.ສ່ວນ ຜູ້ສູງອາຍຸ ແມ່ນຍັງປະມານ 31 % ທີ່ບໍ່ທັນໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງທ່ານ ນຳພາຜູ້ສູງອາຍຸ ໃນຄອບຄົວມາຮັບການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ.