ວັນທີ 21 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4,793 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 999 ຄົນ (ຕິດເຊື້ອພາຍໃນມີ 995 ຄົນ ແລະ ຕິດເຊື້ອນໍາເຂົ້າ 04 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 995 ຄົນ ຈາກ 16 ແຂວງເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 407 ຄົນ ໃນ 156 ບ້ານ ແລະ 8 ເມືອງ
• ເມືອງຈັນທະບູລີ 42 ຄົນ ຈາກ 21 ບ້ານ
• ເມືອງສີໂຄດຕະບອງ 67 ຄົນ ຈາກ 28 ບ້ານ
• ເມືອງໄຊເສດຖາ 91 ຄົນ ຈາກ 33 ບ້ານ
• ເມືອງສີສັດຕະນາກ 46 ຄົນ ຈາກ 15 ບ້ານ
• ເມືອງນາຊາຍທອງ 23 ຄົນ ຈາກ 8 ບ້ານ
• ເມືອງໄຊທານີ 100 ຄົນ ຈາກ 32 ບ້ານ
• ເມືອງຫາດຊາຍຟອງ 30 ຄົນ ຈາກ 18 ບ້ານ
• ເມືອງສັງທອງ 1 ຄົນ ຈາກ 1 ບ້ານ
• ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ
2. ຫຼວງພະບາງ ມີ 123 ຄົນ ໃນ 45 ບ້ານ ແລະ 8 ເມືອງ
3. ແຂວງວຽງຈັນ ມີ 99 ຄົນ ໃນ 17 ບ້ານ ແລະ 4 ເມືອງ
4. ຜົ້ງສາລີ ມີ 73 ຄົນ ໃນ 16 ບ້ານ ແລະ 6 ເມືອງ
5. ບໍ່ແກ້ວ ມີ 63 ຄົນ ໃນ 17 ບ້ານ ແລະ 2 ເມືອງ
6. ຈຳປາສັກ ມີ 45 ຄົນ ໃນ 28 ບ້ານ ແລະ 5 ເມືອງ
7. ບໍລິຄຳໄຊ ມີ 37 ຄົນ ໃນ 13 ບ້ານ ແລະ 3 ເມືອງ
8. ໄຊຍະບູລີ ມີ 35 ຄົນ
9. ຄຳມ່ວນ ມີ 22 ຄົນ ໃນ 7 ບ້ານ ແລະ 2 ເມືອງ
10. ສາລະວັນ ມີ 22 ຄົນ ໃນ 8 ບ້ານ ແລະ 3 ເມືອງ
11. ອຸດົມໄຊ ມີ 19 ຄົນ ໃນ 12 ບ້ານ ແລະ 1 ເມືອງ
12. ສະຫວັນນະເຂດ ມີ 17 ຄົນ ໃນ 13 ບ້ານ ແລະ 1 ເມືອງ
13. ອັດຕະປື 10 ຄົນ
14. ຫຼວງນ້ຳທາ ມີ 10 ຄົນ, 2 ຄົນ ມາຈາກໃນ 2 ບ້ານ ແລະ 1 ເມືອງ ແລະ 8 ຄົນ ແມ່ນຜູ້ທີ່ເດີນທາງມາຈາກແຂວງອື່ນເພື່ອເດີນທາງໄປເຂດບໍ່ເຕນ
15. ຫົວພັນ ມີ 11 ຄົນ ຈາກ 2 ເມືອງ
16. ເຊກອງ ມີ 6 ຄົນ ໃນ 4 ບ້ານ ແລະ 2 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 4 ຄົນ ຈາກສະຫວັນນະເຂດ 1 ຄົນ,ສາລະວັນ 1 ຄົນ ແລະ ແຂວງຫົວພັນ 2 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງແລະສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.
• ມາຮອດວັນທີ 22 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 63,159 ຄົນ, ເສຍຊີວິດສະສົມ 133 ຄົນ(ໃໝ່ 01), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 463 ຄົນ, ກໍາລັງປິ່ນປົວ 11,490 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້:
– ເພດຍິງ, ອາຍຸ 58 ປີ, ອາຊີບ: ແມ່ເຮືອນ, ບ້ານສີສະຫວາດ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ
– ໃນວັນທີ່ 20 ພະຈິກ 2021: ໂຮງໝໍມິດຕະພາບໄດ້ຮັບຄົນເຈັບທີ່ສົ່ງມາແຕ່ໂຮງໝໍແຂວງບໍລິຄໍາໄຊ
o ມື້ດຽວກັນນັ້ນ, ຄົນເຈັບມາຮອດພະແນກສຸກເສີນຂອງໂຮງໝໍມິດຕະພາບດ້ວຍອາການກະວົນກະວາຍ, ອິດເມື່ອຍ, ຫາຍໃຈຝືດ, ຫາຍໃຈໄວ, ນອນພຽງບໍ່ໄດ້ບໍ່ມີນ້ຳຍ່ຽວໄດ້ 03 ມື້້ (ລວມປະຈຸບັນ 05 ມື້) ມີອາການບວມໃບໜ້າທັງແຂນ ແລະ ຂາມີເລືອດສີແດງສົດຊືມຢູ່ເຂດຜ່າຕັດ (ໜ້າທ້ອງ)
o ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ດ້ວຍ Gen expert ກວດພົບເຊື້ອ
– ພະຍາດປະຈໍາຕົວ: ບໍ່ເຄີຍກວດພະຍາດ, ແຕ່ວ່າວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ຜ່າຕັດໜີ້ວຖົງບີທີ່ໂຮງໝໍແຂວງບໍລິຄໍາໄຊ ແລະ ມີເລືອດຊືມທາງບາດແຜບໍ່ຢຸດຍ້ອນຂາດປັດໃຈການກ້າມຂອງເລືອດ (ຕາມການບອກເລົ່າຂອງລູກສາວເປັນພະນັກງານແພດ) ໄດ້ໃສ່ເລືອດຫຼາຍຖົງຈາກໂຮງໝໍແຂວງ
– ສັກຢາວັກຊີນJ&J ຄົບ
– ໄລຍະນອນປິ່ນປົວຢູ່ໂຮງໝໍມິດຕະພາຍແຕ່ວັນທີ 20-21 ພະຈິກ 2021, ເປັນເວລາ 02 ມື້ ຄົນເຈັບກໍ່ໄດ້ຮັບການເອົາໃຈໃສ່ຈາກແພດໝໍເພື່ອເຊີດຊູ
– ມາຮອດເວລາ 22:15 ນາທີຂອງວັນທີ 21 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
– ມະຕິພະຍາດ: Critical covid19 (Severe pneumonia, Sepsis, AKI, ARDS)
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່(ກວດວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ມັດທະຍົມຕົ້ນ ເຈົ້າອານຸວົງ
ທີມກວດເຄື່ອນທີ່:
– ມີທີມກວດເຄື່ອນທີ່ ໃນເມືອງ ໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, 103, 5 ເມສາ, ແມ່ ແລະ ເດັກເກີດໃໝ່, ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ນອກຈາກນັ້ນກໍ່ມີໜ່ວຍບໍລິການສັກວັກຊີນນອກສະຖານທີ່ ຄື: ວັດຈີນ, ບ້ານ ດົງປາແລບ, ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ ໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
• ບ້ານແດງໃນທົ່ວປະເທດ ມີ: 989, ບ້ານ 83 ເມືອງ ແລະ 17ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ມື້ວານນີ້ ມີ 12 ບ້ານ, 9 ເມືອງ ແລະ 6 ແຂວງ
ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 21 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 954 ຄົນ.
ຮອດປະຈຸບັນທົ່ວປະເທດມີຜູ້ຈຳກັດບໍລິເວນທັງໝົດ 4,085 ຄົນ (ສູນ 2,384 ຄົນ ແລະ ໂຮງແຮມ1,701 ຄົນ) ໃນ86 ສູນ ແລະ 59 ໂຮງແຮມ.
ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ:
ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ ເຮັດໃຫ້ຕົວເລກຜູ້ຕິດເຊືື້ອສະສົມໃນທົ່ວໂລກມີທັງໝົດ 257,805,634 (382,914 ໃໝ່),
ເສຍຊິວິດທັງໝົດ 5,167,486 (4,014 ໃໝ່), ປິ່ນປົວຫາຍດີ 232,705,672 (327,656 ໃໝ່).