ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ວັນທີ 22 ມັງກອນ 2022, ມີຜູ້ເສຍຊີວິດ 6 ຄົນ, ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 609 ຄົນ

 

ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ້ການລະບາດພະຍາດໂຄວິດ-19, ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ ແລະ ບັນດາປະເທດໃກ້ຄຽງ ປະຈໍາວັນທີ 22 ມັງກອນ ປີ 2022.

  • ຕໍ່ໄປນີ້ ຂ້າພະເຈົ້າ ຈະຂໍລາຍງານ:
  • ສະພາບການຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ

ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ:

  • ກໍລະນີຢັ້ງຢືນຕິດເຊື້ອທັງໝົດ431.855 (3.982.672 ໃໝ່),
  • ເສຍຊິວິດທັງໝົດ 601.865 (10.479 ໃໝ່),
  • ປີ່ນປົວຫາຍດີ  492.392 (1.712.382 ໃໝ່)

 

  • 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ
ລ/ດ

 

ປະເທດ ກໍລະນີຕິດເຊື້ອ ເສຍຊິວີດ
ສະສົມທັງໝົດ ໃໝ່ ສະສົມທັງໝົດ ໃໝ່
1 ໄທ 2,361,702 8,640 22,003 13
2 ຫວຽດນາມ 2,110,737 15,935 36,443 177
3 ມຽນມາ 533,815 83 19,308 1
4 ກໍາປູເຈຍ 120,956 42 3,015
5 ຈີນ 105,484 73 4,636

 

  • ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
  • ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
  • ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ
  • ຈຸດກວດຄົງທີ່

ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ

  • ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
  1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ

ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).

  1. ສຳລັບ ຜູ້ທີ່ຕ້ອງການສັກວັກຊິນ ຊະນິດ Pfizer ເພື່ອເຂັ້ມກະຕຸ້ນ (ເຂັ້ມ 3): ຜູ້ສູງອາຍຸ, ກຸ່ມອາຍຸ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕ ສາມາດໄປຮັບການບໍລິການ ໄດ້ທີ່:
  • ວັດຈີນ ດົງປາແຫຼບ (ວັນຈັນ -​ ສຸກ)
  • ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
  • ໂຮງໝໍສູນກາງ
  • ໂຮງໝໍເມືອງ 9 ຕົວເມືອງ
  • ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້
  • ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ວັນທີ 21 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.594 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 612 (ຕິດເຊື້ອພາຍໃນ 609 ຄົນ ແລະ ນໍາເຂົ້າ 03 ຄົນ).

– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 609 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນໂດຍລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 153 ຄົນ
  2. ຊຽງຂວາງ 84 ຄົນ
  3. ໄຊຍະບູລີ 83 ຄົນ
  4. ອັດຕະປື 45 ຄົນ
  5. ເຊກອງ 32 ຄົນ
  6. ຜົ້ງສາລີ 31 ຄົນ
  7. ໄຊສົມບູນ 31 ຄົນ
  8. ຄຳມ່ວນ 25 ຄົນ
  9. ສາລະວັນ 21​ ຄົນ
  10. ບໍລິຄຳໄຊ 18 ຄົນ
  11. ຫຼວງພະບາງ 15 ຄົນ
  12. ຫົວພັນ 15 ຄົນ
  13. ອຸດົມໄຊ 12 ຄົນ
  14. ວຽງຈັນ 10 ຄົນ
  15. ຫຼວງນ້ຳທາ 10 ຄົນ
  16. ບໍ່ແກ້ວ 8 ຄົນ
  17. ສະຫວັນນະເຂດ 7 ຄົນ
  18. ຈຳປາສັກ 7 ຄົນ
  • ສໍາລັບການຕິດເຊື້ອນໍາເຂົ້າ ມີ 03 ຄົນ ຈາກ ນະຄອນຫຼວງ 1 ຄົນ, ແລະ ຈຳປາສັກ 2​ ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

 

  • ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 536 ກໍລະນີ, ອອກໂຮງໝໍວານນີ້ 505 ຄົນ, ກຳລັງປິ່ນປົວ 8.136 ຄົນ ແລະ ເສຍຊີວິດສະສົມທັງໝົດ 524 ຄົນ (ເສຍຊີວິດໃໝ່ 6 ຄົນ)

ສຳລັບຜູ້ເສຍຊີວິດໃໝ່ 6  ຄົນ ຈາກວຽງຈັນ 2 ຄົນ, ອຸດົມໄຊ 1 ຄົນ, ຫຼວງນ້ຳທາ 1, ໄຊສົມບູນ 1 ຄົນ ແລະ ສາລະວັນ 1​ ຄົນ.

 

  • ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ

 

  • ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
  • ສະພາບການລະບາດພະຍາດໂຄວິດ-19 ໃນທົ່ວໂລກຍັງມີທ່າອ່ຽງເພີ່ມຂື້ນຫຼາຍໃນແຕ່ລະວັນ, ສະເພາະມື້ນີ້ໂຕເລກລາຍງານຜູ້ຕິດເຊື້ອໃໝ່ ສູງກ່ວາ 3,9 ລ້ານ ຄົນ ແລະ ເສຍຊີວິດໃໝ່ຫຼາຍກ່ວາ 10 ພັນຄົນ ສາເຫດທີ່ຄົນຕິດເຊື້ອສູງ ຂື້ນເນື່ອງຈາກການລະບາດຄື້ນໃໝ່ໂດຍສະເພາະແມ່ນສາຍພັນໂອມິຄຣອນໄດ້ມາແທນທີ່ການລະບາດສາຍພັນເດວຕາ ແລະ ສາຍພັນອື່ນໆ ເຊີ່ງສາຍພັນໂອມິຄຣອນ ມີການຕິດເຊື້ອ ແລະ ແຜ່ເຊື້ອໄດ້ຢ່າງໄວວາ,

ການຖະແຫຼງຂ່າວລ່າສຸດຂອງອົງການອະນາໄມໂລກໂດຍ ທ່ານ Dr Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ໄດ້ອອກມາເຕືອນກ່ຽວກັບການລະບາດຂອງ covid19 ຍັງບໍ່ທັນຜ່ານພົ້ນເທື່ອເພາະຫຼາຍປະເທດໃນໂລກໃນທະວິບຢູໂຣບ, ອະເມຣິກາ ແລະ ໃນຂົງເຂດແມ່ນຍັງປະເຊີນໜ້າກັບການລະບາດຂອງສາຍພັນ omicron ຢູ່, ເຖີງມີການພົບວ່າສາຍພັນດັ່ງກ່າວບໍ່ຮ້າຍແຮງຄືສາຍພັນແດນຕາກໍ່ຕາມ ແຕ່ດ້ວຍລັກສະນະຂອງການຕິດເຊື້ອໄດ້ງ່າຍ ແລະ ແຜ່ໄດ້ໄວຈຶ່ງເຮັດໃຫ້ພົບການຕິດເຊື້ອໃຈຈຳນວນຫຼາຍ ແລະ ຍັງມີຫຼາຍຄົນທີ່ອາດຈະເກີດອາການຮຸນແຮງ ແລະ ຈະຕ້ອງເຂ້າປິ່ນປົວນຳແພດໝໍ ແລະ ສົ່ງຜົນສະທ້ອນໃຫ້ໂຮງໝໍໃນຫຼາຍປະເທດແມ່ນມີສະພາບຄົນເຈັບລົ້ນໂຮງໝໍ ແລະ ໃນນັ້ນກໍ່ຈະມີການເສັຍຊີວິດເກີດຂື້ນ. ດັ່ງນັ້ນ, ມາດຕະການທີ່ຍັງມີຜົນດີກໍ່ຍັງແມ່ນການສັກວັກຊີນປ້ອງກັນໂຄວິດ 19, ມາດຕະການທາງສັງຄົມທີ່ເຄີຍປະຕິບັດຜ່ານມາ. ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ສັງຄົມບໍ່ຄວບລະເຫຼີງຕໍ່ທ່າອ່ຽງທີ່ຫຼຸດລົງໃນປະເທດຂອງທ່ານ ແຕ່ ໃຫ້ສືບຕໍ່ເຮັດແນວໃດໃຫ້ເກີດມີການຕິດເຊື້ອໜ້ອຍທີ່ສຸດເທົ່າທີ່ສາມາດເຮັດໄດ້! ປັດຈຸບັນນີ້ ເຖີງວ່າທ່າອ່ຽງຂອງການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ຫຼຸດລົງ ກໍ່ຕາມ ແຕ່ບາງແຂວງພົບການຕິດເຊື້ອເພີ່ມຂື້ນ ພວກເຮົາໄດ້ພົບສາຍພັນ omicron ໃນຜູ້ເດີນທາງເຂົ້າມາປະເທດຈຳນວນ 9 ຄົນ ແຕ່ຍັງບໍ່ທັນມີການລາຍງານຕິດເຊື້ອພາຍໃນປະເທດເທື່ອ ແລະ ສຳລັບຜູ້ຕິດເຊື້ອນຳເຂົ້າທັງ9ຄົນນັ້ນຖືກນຳສົ່ງໄປປິ່ນປົວເປັນທີ່ຮຽບຮ້ອຍແຕ່ພວກເຮົາຍັງຈະຕ້ອງສືບຕໍ່ເຝົ້າລະວັງຢ່າງຈົດຈໍ່ ແລະຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນສືບຕໍ່ປະຕິບັດມາດຕະການປ້ອງກັນຕົນເອງ ແລະ ເລັ່ງການສັກວັກຊີນໃຫ້ບັນລຸເປ້າໝາຍເທົ່າທີ່ໄວ້ໄດ້ເພື່ອໃຫ້ ສປປ ລາວສາມາດເປີດປະເທດຕ້ອນຮັບການທ່ອງທ່ຽວສີຂຽວ ແລະ ຟື້ນຟູເສດຖະກິດໂດຍໄວ.

ໃນປະຈຸບັນ, ປະຊາຊົນຈຳນວນໜື່ງກໍ່ຍັງກວດເຊື້ອຕົນເອງດ້ວຍເຄື່ອງກວດແບບໄວ ດັ່ງນັ້ນ, ຖ້າພົບເຊື້ອກໍ່ໃຫ້ ລາຍງານ ແລະ ໂທຂໍຄຳປືກສາຈາກ ທີມງານແພດສາຍດ່ວນ 164 ໃນການຂຶ້ນທະບຽນລະຫັດຄົນເຈັບໄວ້ ເພື່ອສະດວກໃນການນຳສົ່ງຄົນເຈັບເຂົ້າປິ່ນປົວຢູ່ໂຮງໝໍກໍລະນີທີ່ມີອາການໜັກ.

ກ່ອນຈະຈົບຖະແຫຼງຂ່າວໃນມື້ນີ້ , ຂ້າພະເຈົ້າຂໍຮຽກຮ້ອງໃຫ້ບັນດາທ່ານເປັນເຈົ້າການນຳກັນໃນການປະຕິບັດມາດຕະການປ້ອງກັນຕົນເອງ ແລະ ປ້ອງກັນຄົນອ້ອມຂ້າງຢ່າງເຄັ່ງຄັດ, ໂດຍສະເພາະຄອບຄົວໃດທີ່ມີຜູ້ສູງອາຍຸ ແລະ ມີພະຍາດປະຈຳໂຕກໍ່ຕ້ອງໄດ້ລະວັງບໍ່ຄວນເຂົ້າໃກ້ພວກເພີ່ນຖ້າບ່ຈຳເປັນເພາະເຮົາອາດຈະນຳເອົາເຊື້ອພະຍາດໄປສູ່ພວກເພີ່ນດັ່ງນັ້ນໃຫ້ສັງຄົມຍົກສູງຈິດສຳນຶກໃນການປົກປ້ອງຄົນທີ່ເຮົາຮັກ ແລະເຄົາລົບ