ໃນຕອນເຊົ້າ ຂອງວັນທີ 22 ມິຖຸນາ 2021, ດຣ.ພອນປະເສີດ ໄຊຍະມຸງຄຸນ, ໄດ້ຖະແຫຼງຂ່າວກ່ຽວກັບສະພາບ ການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປະຈຳວັນທີ 22 ມິຖຸນາ 2021 ໄດ້ສັງລວມ ຜົນການກວດຕົວ ຢ່າງໃນມື້ວານນີ ທົ່ວປະເທດ ມີຜູ້ຕິດເຊື້ອເພີ່ມ ໃໝ່ຈຳນວນ 13 ກໍລະນີ, ຕິດເຊືອໃນຊຸມຊົນ 2 (ນະຄອນຫຼວງ ວຽງຈນັ ), ຕິດເຊືອໃນຜູ້ເດີນທາງ ມາຈາກປະເທດໃກຄ້ຽງ 11 ກໍລະນີ, ແຂວງ ສະຫວັນນະເຂດ 2 ກໍລະນີ, ແຂວງຈຳປາສັກ 9 ກໍລະນີ, ເສຍຊວິດິ ໃໝ 00 ສະສົມທັງໝົດ 03 ຄົນ,
ປິ່ນປົວດີ ອອກຈາກໂຮງໝໍ (ໃໝ່ 06 ກໍລະນີ), ທັງໝົດ 1,954 ຄົນ, ຍັງຕິດຕາມປິ່ນປົວຢູ່ທົ່ວ ປະເທດທັງໝົດ 97 ຄົນ.
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດ ຜ່ານແດນ ວັນທີ 21 ມິຖຸນາ 2021 ຜູ້ທີ່ໄດຮ້ບອະນຸຍາດຈາກຄະນະສະເພາະກິດ ເດີນທາງເຂົ້າມາ ສປປ ລາວຈຳນວນ 2,355 ຄົນທຸກຄົນໄດ້ເກັບຕົວຢ່າງໄປກວດ ແລະ ເຂົ້າຈຳກັດບໍລິເວນເປັນເວລາ 14 ມື້ຈິ່ງໃຫ້ ອອກໄປເຄື່ອນໄຫວປົກກະຕິ.
ວຽກງານການຈຳກັດບໍລິເວນ ປະຈຸບັນທົ່ວປະເທດ ມີສູນຈຳກັດບໍລິເວນເປີດນໍາໃຊຢູ່ທັງໝົດ 43 ສູນ, ມີ ຜູ້ຈຳກັດບໍລິເວນທັງໝົດ 4,062 ຄົນ,
ວຽກງານການກວດວິເຄາະ: ໃນວັນທີ 21 ມິຖຸນາ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງ ມາກວດ ຊອກຫາເຊື້ອ COVID-19 ທັງໝົດ1,159 ຕົວຢ່າງ, ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 13 ກໍລິນີ ( ນະຄອນຫຼວງວຽງຈັນ 2 ກໍລະນີ, ສະຫວນັນະເຂດ 2 ກໍລະນີ ແລະ ຈຳປາສັກ 9 ກໍລະນີ ) .
ກວດຕົວຢ່າງຢູ່ ນະຄອນຫຼວງວຽງຈັນ 362 ກໍລະນີ ພົບຕິດເຊື້ອ 2ກໍລະນີ
ສະຫວັນນະເຂດ ກວດຕົວຢ່າງຈຳນວນ 197 ກໍລະນີ ພົບຕິດເຊື້ອ 2 ກໍລະນີ
ຈຳປາສັກ ກວດຕົວຢ່າງຈຳນວນ 106 ກໍລະນີ ພົບຕິດເຊື້ອ 9 ກໍລະນີ,
ຖານທີ່ການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ
• ມີໂຮງໝໍສູນກາງ, ຈຸດກວດ ຢູ່ ມສ ສີໂຄດ ທີ່ຍັງໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖິງວັນອາທິດ )
• ນອກຈາກຈຸດກວດຄົງທີ່ ແລ້ວ ທາງທິມງານເຝົ້າລະວັງ ຍັງມີການຄົ້ນຫາ ກໍລະນີມີຜູ້ຕິດເຊືອໃໝ່ ແບບບຸກ (Active case finding) ໂດຍການເຄື່ອນທີ່ໄປ ເກັບຕົວຢ່າງຜູ້ສຳພັດໃກ້ຊິດ ແລະ ກຸ່ມສ່ຽງ ໃນຈຸດທີ່ມີກໍລະນີຕິດເຊື້ອໃໝ່ ບໍ່ວ່າຈະເປັນບ້ານເຂດແດງ ສຳນັກງານອົງການ ,ສະຖາບັນການສຶກສາ, ຕະຫຼາດສົດ, ລວມທັງບາງໂຮງງານ ແລະ ສະຖານທີ່ ທີ່ມີແຮງງານກຳມະກອນຈຳນວນຫຼາຍ
ຂໍ້ມູນໂດຍຫຍໍ້ກ່ຽວກັບກໍລະນີຕິດເຊືອໃໝ່ 13 ຄົນ
02 ຄົນ ນະຄອນຫຼວງວຽຈັນ ຕິດຈາກກຸ່ມເກົ່າ ທີ່ຕິດເຊືອຜ່ານມາ
1. ເພດຊາຍ, ອາຍຸ 14 ປີ: ອາຊີບນັກຮຽນ, ບ້ານໂນນແກ້ວ, ເມືອງສີໂຄດຕະບອງ, ຜູ້ກ່ຽວມີອາການ ໄອ, ເຈັບຄໍແລະ ເຈັບຫົວ , ຜູ້ກ່ຽວມີປະຫວັດ ສຳພັດຜູ້ໃກ້ຊິດນຳຜູ້ຕິດເຊື້ອ ຈາກກຸ່ມເກົ່າທີ່ຕິດເຊື້ອຜ່ານມາ ໄດ້ໄປເກັບຕົວຢ່າງ ໃນວັນທີ 21 ມິຖຸນາ 2021 ຢູ່ໂຮງຮຽນ ມສ ສິໂຄດ ແລະ ຜົນກວດຕິດເຊືອໂຄວິດ- 19
2. ເພດຍິງ, ອາຍຸ 26 ປີ, ອາຊີບພະນັກງານ: ພະນັກງານໂຮງງານ, ບ້ານພະຂາວ, ເມືອງໄຊທານ, ຜູ້ກ່ຽວບໍ່ມີອາການຫຍັງ, ຜູ້ກ່ຽວມີປະຫວັດສຳພັດໃກ້ສິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວທີ່ຕິດເຊື້ອຜ່ານມາ), ໄດ້ໄປເກັບຕົວຢ່າງໃນວັນທີ 21 ມິຖຸນາ 2021 ຢູ່ ໂຮງໜໍມິດຕະພາບ ແລະ ຜົນກວດພົບເຊື້ອໂຄວິດ- 19
• 02 ຄົນຢູ່ແຂວງສະຫວັນນະເຂດ ແມ່ນແຮງງານລາວທີ່ກັບມາຈາກປະເທດໃກຄ້ຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຖຶກຕອ້ງຕາມລະບຽບຫຼັກການ, ປະຈຸບັນໄດ້ຮັບໄປປິ່ນປົວຢູ່ໂຮງໝໍແລ້ວ.
ຢູ່ແຂວງຈໍາປາສັກ ຈໍານວນ 09 ຄົນ ແມ່ນແຮງງານລາວທີ່ກັບມາຈາກປະເທດໃກຄ້ຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຖຶກຕອ້ງຕາມລະບຽບຫຼັກການ, ປະຈຸບັນໄດ້ຮັບໄປປິ່ນປົວຢູ່ໂຮງໝໍແລ້ວ.