ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 21 ມີນາ 2022 ໄດ້ກວດວິເຄາະທັງໝົດ 5,976 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2,328 ຄົນ (ຕິດເຊື້ອພາຍໃນ 2,306 ຄົນ ແລະ ນໍາເຂົ້າ 22 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 2,306 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 1329 ຄົນ
2. ສະຫັວນນະເຂດ 169 ຄົນ
3. ຊຽງຂວາງ 137 ຄົນ
4. ອຸດົມໄຊ 106 ຄົນ
5. ຄໍາມ່ວນ 85 ຄົນ
6. ໄຊຍະບູລີ 84 ຄົນ
7. ວຽງຈັນ 75 ຄົນ
8. ບໍ່ແກ້ວ 65 ຄົນ
9. ສາລະວັນ 63 ຄົນ
10. ບໍລິຄໍາໄຊ 49 ຄົນ
11. ຫົວພັນ 47 ຄົນ
12. ອັດຕະປື 22 ຄົນ
13. ໄຊສົມບູນ 20 ຄົນ
14. ຫຼວງພະບາງ 17 ຄົນ
15. ຫຼວງນໍ້າທາ 14 ຄົນ
16. ຈໍາປາສັກ 9 ຄົນ
17. ເຊກອງ 8 ຄົນ
18. ຜົ້ງສາລີ 7 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 22 ຄົນ ຈາກ ນະຄອນຫຼວງວຽງຈັນ 2 ຄົນ, ສະຫວັນນະເຂດ 01 ຄົນ, ຈໍາປາສັກ 1 ຄົນ, ຊຽງຂວາງ 07 ຄົນ ແລະ ຫົວພັນ 11ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 156,422 ຄົນ, ອອກໂຮງໝໍວານນີ້ 71 ຄົນ, ກຳລັງປິ່ນປົວ 2,716 ຄົນ ແລະ ເສຍຊີວິດທັງໝົດ 651 ຄົນ (ເສຍຊີວິດໃໝ່ 2 ຄົນ)
• ສຳລັບຜູ້ເສຍຊີວິດໃໝ່ 02 ຄົນ ຢູ່ ເຊກອງ 1 ຄົນ ແລະ ຈຳປາສັກ 1 ຄົນ.
• ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ
 ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
ຢູ່ນະຄອນຫຼວງວຽງຈັນມີ 2 ຈຸດຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່), ໂຮງໝໍເມືອງ 9 ຕົວເມືອງ
– ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ແລະ ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ສະພາບ ການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກແມ່ນຍັງບໍ່ມີທ່າອຽງຫຼຸດລົງເທື່ອ, ຫຼາຍປະເທດໄດ້ມີການລະບາດຮອບໃໝ່ເຮັດໃຫ້ມີໂຕເລກຜູ້ຕິດເຊື້ອໃໝ່ເພີ່ມຂື້ນຢ່າງຫຼວງຫຼາຍທຽບໃສ່ໄລຍະຜານມາ ເປັນຕົ້ນແມ່ນບັນດາປະເທດຢູ່ໃນຂົງເຂດພາກຟື້ນອາຊີ , ໃນນີ້ ສ ເກົາຫຼີ ກໍ່ເປັນປະເທດທີ່ມີ ຜູ້ຕິດເຊື້ອໃໝ່ສູງກ່ວາ ໝູ່ໃນທົ່ວໂລກແຕ່ລະວັນມີລາຍງານ ຫຼາຍກ່ວາ 3 ແສນກໍລະນີ ແລະ ສຳລັບປະເທດອ້ອມຂ້າງເຮົາກໍ່ແມ່ນ ປະເທດ ສ ສ ຫວຽດນາມ ມີລາຍງານ ຫຼາຍກ່ວາ 1 ແສນກໍລະນີໃນແຕ່ລະວັນ ແລະ ລາດຊະອານາຈັກໄທ ແມ່ນ ຫຼາຍກ່ວາ 20 ໝື່ນກໍລະນີ , ສາເຫດຂອງການລະບາດຮອບນີ້ ແມ່ນເກີດຈາກການລະບາດສາຍພັນໂອມີຄຣອນ BA.2 .
• ສໍາລັບ ສປປ ລາວ ຕົວເລກຜູ້ຕິດເຊື້ອທົ່ວປະເທດ ແມ່ນສືບຕໍ່ເພີ່ມຂື້ນ ມື້ວານນີ້ມີລາຍງານຜູ້ຕິດເຊື້ອທັງໝົດ 2,328 ກໍລະນີ ເຊີ່ງກວມເອົາ 38,95% ຂອງຕົວຢ່າງທີ່ກວດຫາເຊື້ອໃນ 5,967 ຕົວຢ່າງ, ໃນນີ້ນະຄອນຫຼວງວຽງຈັນຕິດເຊື້ອຫຼາຍກ່ວາໝູ່ກວມເອົາ 57% ຂອງຜູ້ຕິດເຊື້ອທັງໝົດ, ເຊີ່ງສະຖິຕິຕິດເຊື້ອມື້ນີ້ເປັນຈຳນວນຕິດເຊື້ອສູງສຸດໃນ ສປປລາວ ທຽບໃສ່ໄລຍະຜ່ານມາ
• ບັນດາທ່ານທີ່ນັບຖື, ພວກເຮົາກໍ່ຮູ້ນຳກັນແລ້ວວ່າສາຍພັນໂອມິຄຣອນໄດ້ມີການແຜ່ລະບາດໃນຊຸມຊົນໃນ ສປປ ລາວ ເຊີ່ງເປັນສາຍພັນທີ່ມີການຕິດເຊື້ອຢ່າງໄວວາ ແລະ ງ່າຍ, ຈາກການສຸ່ມກວດຫາສາຍພັນພົບວ່າ 90% ແມ່ນພົບສາຍພັນ ໂອໄມຄຣອນ ໝາຍຄວາມວ່າປັດຈຸບັນສາຍພັນດັ່ງກ່າວໄດ້ເຂົ້າມາລະບາດແທນສາຍພັນອື່ນໆ , ບົດຮຽນຈາກຫຼາຍປະເທດເຫັນວ່າ ສາຍພັນໂອໄມຄຣອນຈະມີຜູ້ຕິດເຊື້ອຫຼາຍທີ່ສຸດ ແລະ ແນ່ນອນຖ້າຜູ້ຕິດເຊື້ອຫຼາຍກໍ່ຈະມີຄົນເສຍຊີວິດເພີ່ມຂື້ນຫຼາຍເຊັ່ນດຽວກັນ. ປັດຈຸບັນສັງເກດເຫັນວ່າປະຊາຊົນຈຳນວນໜື່ງ ຍັງລະເຫຼີງຕໍ່ມາດຕະການຕ່າງໆທີ່ທາງຄະນະສະເພາະກິດໄດ້ວາງອອກ ແລະ ຍັງມີບຸກຄົນຈຳນວນໜື່ງເຂົ້າໃຈວ່າການຕິດເຊື້ອແມ່ນເປັນເລື່ອງທຳມະດາ ແລະ ກີນຢາປີ່ນປົວຕາມອາການກໍ່ດີ ເຊີ່ງເປັນການເຂົ້າໃຈຜິດ ເຖີງວ່າສາຍພັນໂອໄມຄຣອນຈະບໍ່ມີອາການຮຸນແຮງທຽບໃສ່ສາຍພັນຜ່ານມາ ແຕ່ກົງກັນຂ້າມ ຖ້າຕິດເຊື້ອໃນຜູ້ສູງອາຍຸ, ຜູ້ມີພະຍາດປະຈຳໂຕກໍ່ຈະເຮັດໃຫ້ມີອາການຮຸນແຮງໄດ້ ຫຼື ອາດຈະກ້າວເຖີງຂັ້ນວິກິດ ຫຼື ເສຍຊີວິດໄດ້, ແລະ ຢາກໃຫ້ບັນດາທ່ານເຂົ້າໃຈອີກວ່າ ການຕິດເຊື້ອພະຍາດໂຄວິດ-19 ແມ່ນມີຜົນກະທົບຫຼາຍດ້ານ ທັງໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນແມ່ນ:
– ເສຍເວລາໃນການປີ່ນປົວທີ່ໃຊ້ເວລາຢ່າງໜ້ອຍ 10 ວັນ ເຮັດໃຫ້ຂາດລາຍໄດ້ ຫຼື ຂາດວຽກປະຈຳ
– ເສຍງົບປະມານຄ່າໃຊ້ຈ່າຍໃນການປີ່ນປົວຕົນເອງ ແລະ ສະມາຊິກໃນຄອບຄົວຜູ້ທີ່ຕິດເຊື້ອ
– ມີຜົນກະທົບຕໍ່ສຸຂະພາບໃນໄລຍະສັ້ນ ແລະ ໄລຍະຍາວໄດ້ເປັນຕົ້ນແມ່ນຫຼຸດສະມັດຕະພາບໃນການເຮັດວຽກລົງ ເຮັດໃຫ້ອິດເມື່ອຍງ່າຍ ແລະ ເຮັດວຽກບໍ່ໄດ້ເຕັມທີ່
– ຫຼາຍຄົນມີອາການປັ່ນປ່ວນທາງລະບົບປະສາດເຮັດໃຫ້ນອນບໍ່ຫຼັບ ຫຼື ແຕະຕ້ອງສຸຂະພາບຈິດ
ສະນັ້ນ ຂ້າພະເຈົ້າຂໍຮຽກຮ້ອງໃຫ້ບັນດາທ່ານ ເອົາໃຈໃສ່ມີສະຕິ ໃນການ ປ້ອງກັນຕົນເອງຕະຫຼອດເວລາ ເປັນຕົ້ນແມ່ນ ໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືໃສ່ສະບູດ້ວຍນ້ຳສະອາດ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ, ຮັກສາໄລຍະຫ່າງ ຫຼີກລຽງບໍ່ໃຊ້ເຄື່ອງຮ່ວມກັບຄົນອື່ນ, ຖ້າບໍ່ສາມາດຫຼີກລຽງໄດ້ກໍ່ໃຫ້ອະນາໄມຂ້າເຊື້ອດ້ວຍນ້ຳຢາຂ້າເຊື້ອຢ່າງເປັນປະຈຳ ທັງໝົດນີ້ກໍ່ເພື່ອໃຫ້ທ່ານມີຄວາມປອດໄພ ຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ ແລະ ແຜ່ເຊື້ອໃສ່ຄົນອື່ນ ຫຼື ສະມາຊິກໃນຄອບຄົວ .
• ບັນດາທ່ານທີ່ນັບຖື ໂຕເລກລາຍງານໃນແຕ່ລະວັນເປັນພຽງສ່ວນໜື່ງຂອງຜູ້ຕິດເຊື້ອທັງໝົດທີ່ມາກວດຢູ່ຕາມສະຖານທີ່ບໍລິການສາທາລະນະສຸກ ແຕ່ຍັງມີຫຼາຍຄົນໄດ້ຊື້ເຄື່ອງກວດແບບໄວມາກວດດ້ວຍຕົນເອງ ແລະ ປີ່ນປົວຢູ່ເຮືອນ, ຂ້າພະເຈົ້າຂໍແນະນຳອີກເທື່ອໜື່ງສຳລັບຜູ້ທີ່ມີເງື່ອນໄຂໃນການຕິດຕາມປີ່ນປົວຕົນເອງຢູ່ເຮືອນມີດັ່ງນີ້:
– ມີຫ້ອງແຍກປ່ຽວສະເພາະແຍກຈາກຄົນອື່ນ
– ມີສະມາຊິກໃນຄອບຄົວ ຫຼື ຄົນເບີ່ງແຍງດູແລສົ່ງອາຫານການກີນໃຫ້
– ຜູ້ທີ່ມີີອາການເບົາບາງ ຫຼື ບໍ່ມີອາການ, ບໍ່ຫາຍໃຈຝືດ
– ບໍ່ໄດ້ຢູ່ໃນກຸ່ມສ່ຽງ (ອາຍຸບໍ່ເກີນ 60 ປີ, ບໍ່ມີພະຍາດປະຈຳໂຕ ເຊັ່ນ: ພະຍາດຫົວໃຈ, ພະຍາດປອດຊຳເຮື້ອ, ວັນນະໂລກ, ພະຍາດໄຂ່ຫຼັງຊຳເຮື້ອ, ຄວາມດັນເລືອດສູງ, ເບົາຫວານ, ເລືອດຈາງ, ພະຍາດເສັ້ນເລືອດໃນສະໝອງຕີບ ຫຼື ແຕກ, ມະເຮັງ ແລະ ບໍ່ໄດ້ຖືພາ)
– ມີອຸປະກອນຕິດຕາມຕົນເອງ ແລະ ສາມາດປະເມີນອາການຕົນເອງໄດ້ວ່າຢູ່ໃນຂັ້ນໜັກ ຫຼື ເບົາບາງ
– ຜູ້ທີ່ປີ່ນປົວຕົນເອງຢູ່ບ້ານຕ້ອງປີ່ນປົວໃຫ້ຄົບກຳນົດ 10 ວັນ ສຳລັບຜູ້ບໍ່ມີອາການ, ຖ້າຜູ້ມີອາການແມ່ນໃຫ້ປີ່ນປົວຄົບ 13 ວັນຈົນກ່ວາບໍ່ມີອາການຈີ່ງສາມາດດຳລົງຊີວິດປົກກະຕິໄດ້
• ຖ້າທ່ານໃດທີ່ກວດ ດ້ວຍຕົນເອງ ດ້ວຍເຄື່ອງກວດແບບໄວ ແລະ ປີ່ນປົວຕົນເອງຢູ່ບ້ານ ຂ້າພະເຈົ້າກໍ່ຂໍຮຽກຮ້ອງໃຫ້ທຸກຄົນຈົ່ງລາຍງານຜົນກວດພົບເຊື້ອຕົນເອງດ້ວຍການໂທແຈ້ງສາຍດ່ວນ 164 ເພື່ອໃຫ້ເຈົ້າໜ້າທີ່ປະເມີນອາການວ່າຮ້າຍແຮງບໍ່ ແລະ ຂໍໃຫ້ບັນດາທ່ານຈົ່ງລົງທະບຽນເພື່ອເອົາລະຫັດຄົນເຈັບຂອງຕົນເອງໄວ້ເພື່ອສະດວກໃນການປະສານງານເວລາທີ່ທ່ານມີອາການໜັກຂື້ນ ເພື່ອໃຫ້ລົດຮັບສົ່ງໄປປີ່ນປົວຢູ່ໂຮງໝໍ ຫຼື ສະຖານທີ່ກຳນົດໄວ້ຢ່າງທັນການ, ທ່ານສາມາດລົງທະບຽນ ເພື່ອແຈ້ງເຈົ້າໜ້າທີ່ ຜ່ານທາງມືືຖືໄດ້ ໂດຍການກົດລິ້ງ ໃນເຟດບຸກຂອງສູນຂ່າວສານການແພດສຸຂະສຶກສາ ດັ່ງຢູ່ໃນເວັບໄຊ .https://forms.gle/wNJ7uTWH1i22onPm7
– ເມື່ອກົດລິ້ງເຂົ້າໄປແລ້ວ ທ່ານຈະເຫັນເປັນແບບຟອມຕື່ມຂໍ້ມູນ ເພື່ອແຈ້ງຜົນກວດໂຄວິດເປັນບວກໄດ້ດ້ວຍຕົນເອງ
– ເມື່ອຕື່ມແບບຟອມສຳເລັດ ເຈົ້າໜ້າທີ່ກ່ຽວຂ້ອງ ຈະຕິດຕໍ່ທ່ານ ເພື່ອໃຫ້ຄຳປຶກສາ ແລະ ຕິດຕາມອາການຂອງທ່ານຢ່າງໃກ້ຊິດ.
– ທ່ານສາມາດລົງທະບຽນໄດ້ ນັບແຕ່ມື້ນີ້ເປັນຕົ້ນໄປ ຫຼື ສາມາດໂທສອບຖາມ ສາຍດ່ວນ 164 ເພື່ອລົງທະບຽນ.
• ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ ສັກວັກຊີນ
ສໍາລັບ ກຸ່ມອາຍຸ 6-11 ປີ ເຂັ້ມ 1 ສັກໄດ້ 57,5%, ກຸ່ມອາຍຸ 12-17 ປີ ເຂັ້ມ 1 ສັກໄດ້ 70,8% ແລະ ເຂັ້ມ 2 ສັກໄດ້ 51,8 %. ສຳລັບທົ່ວປະເທດ ເຂັມທີ 1 ສັກໄດ້ 5.528,769 (ອັດຕາປົກຄຸມ 75,35%) ແລະ ທຸກເຂັມທີ່ແນະນໍາ 4.421,953 (ອັດຕາປົກຄຸມ 60,26%) ແລະ ເຂັ້ມກະຕຸ້ນ ສັກໄດ້ 14,9%.
 ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນທີ່ 22 ມີນາ 1955 – 22 ມີນາ 2022 ຄົບຮອບ 67 ປີ ຂໍອວຍພອນໄຊອັນປະເສີດໃຫ້ແກ່ການນຳພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ຊີ້ນຳນຳພາປະເທດຊາດກ້າວຂື້ນຢ່າງບໍ່ຢຸດຢັ້ງ. ພັກປະຊາຊົນປະຕິວັດລາວຜູ້ຈັດຕັ້ງນຳພາທຸກໄຊຊະນະຂອງການປະຕິວັດລາວ ໝັ້ນຍືນ, ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຢ່າງສຸດໃຈ.