ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 21 ເມສາ 2022 ໄດ້ກວດວິເຄາະທັງໝົດ 2,809 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 756 ຄົນ(ຕິດເຊື້ອພາຍໃນ 741 ຄົນ ແລະ ນໍາເຂົ້າ15ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 204,274 ຄົນ, ອອກໂຮງໝໍວານນີ້ 55 ຄົນ, ກຳລັງປິ່ນປົວ 1.660 ຄົນ ແລະ ເສຍຊີວິດທັງໝົດ 730 ຄົນ(ເສຍຊີວິດໃໝ່ 0 ກໍລະນີ)
– ສຳລັບ ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດຈຳນວນ 741 ຄົນແມ່ນມາຈາກ 17 ແຂວງ ແລະນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງຕໍ່ໄປນີ້:
1. ນະຄອນຫຼວງ 439 ຄົນ
2. ວຽງຈັນ 51 ຄົນ
3. ສະຫວັນນະເຂດ 35 ຄົນ
4. ຫຼວງພະບາງ 26 ຄົນ
5. ໄຊຍະບູລີ 24 ຄົນ
6. ອັດຕະປື 23 ຄົນ
7. ເຊກອງ 21 ຄົນ
8. ຄຳມ່ວນ 17ຄົນ
9. ຊຽງຂວາງ 16 ຄົນ
10. ໄຊສົມບູນ 15 ຄົນ
11. ຜົ້ງສາລິ 15 ຄົນ
12. ບໍລິຄຳໄຊ 12 ຄົນ
13. ຈຳປາສັກ 11 ຄົນ
14. ສາລະວັນ 11 ຄົນ
15. ອຸດົມໄຊ 11 ຄົນ
16. ຫົວພັນ9 ຄົນ
17. ຫຼວງນ້ຳທາ 5 ຄົນ
18. ບໍ່ແກ້ວ 3 ຄົນ
– ສໍາລັບການຕິດເຊື້ອນໍາເຂົ້າ ມີ 15 ຄົນຈາກສະຫວັນນະເຂດ 8 ຄົນ, ນະຄອນຫຼວງ 5 ຄົນ ແລະຈໍາປາສັກ 2ຄົນເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
ມເສຍໃຈ ມາຍັງບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາ ແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
 ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
• ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ຢູ່ນະຄອນຫຼວງວຽງຈັນມີຄື :
– ຈຸດບໍລິການໃນສະຖານທີ່ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ103, ໂຮງໝໍ 5 ເມສາ).
– ໂຮງໝໍເມືອງ 9 ຕົວເມືອງ
– ນອກນັ້ນ ຍັງມີຈຸດບໍລິການວັກຊີນເຄື່ອນທີ່ ເປີດໃຫ້ບໍລິການທ່ານຄື ວັດຈີນດົງປ່າແຫຼບ(ຈັນ ຫາ ສຸກ ໃນໂມງລັດຖະການ), ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ(ຈັນ ຫາ ພະຫັດ ເປີດບໍລິການໃນໂມງລັດຖະການ)
No photo description available.