ວັນທີ 22 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 2,432 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 253 ຄົນ(ຕິດເຊື້ອພາຍໃນ 225 ຄົນ ແລະ ນໍາເຂົ້າ 28 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 225 ຄົນ ຈາກ 16 ແຂວງ ແລະ ນະຄອນ
ຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 52 ຄົນ
2 ຊຽງຂວາງ 32 ຄົນ
3 ສະຫັວນນະເຂດ 30 ຄົນ
4 ຫົວພັນ 26 ຄົນ
5 ໄຊຍະບູລີ 16 ຄົນ
6 ອັດຕະປື 14 ຄົນ
7 ວຽງຈັນ 11 ຄົນ
8 ຜົ້ງສາລີ 11 ຄົນ
9 ສາລະວັນ 9 ຄົນ
10 ຄໍາມ່ວນ 6 ຄົນ
11 ໄຊສົມບູນ 6 ຄົນ
12 ຫຼວງພະບາງ 4 ຄົນ
13 ບໍ່ແກ້ວ 2 ຄົນ
14 ຫຼວງນໍ້າທາ 2 ຄົນ
15 ອຸດົມໄຊ 2 ຄົນ
16 ຈໍາປາສັກ 1 ຄົນ
17 ເຊກອງ 1 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 28 ຄົນ ຈາກ ບໍລິຄໍາໄຊ 9 ຄົນ, ນະຄອນຫຼວງ 5 ຄົນ,ຈຳປາສັກ 8 ຄົນ, ສະຫວັນນະເຂດ 5 ຄົນ ແລະຄໍາມ່ວນ 01 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນຢູ່ ສປປ ລາວມີຜູ້ຕິດເຊື້ອທັງໝົດ 141,694 ຄົນ, ອອກໂຮງໝໍວານນີ້ 471 ຄົນ, ກຳລັງປິ່ນປົວ 1,859 ຄົນ ແລະ ເສຍຊີວິດທັງໝົດ 616 ຄົນ (ເສຍຊິວິດໃໝ່ 3 ຄົນ).
• ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ແມ່ນຈາກຫົວພັນ, ນະຄອນຫຼວງ ແລະ ສະຫວັນນະເຂດ ແຂວງລະ 01 ຄົນ
* ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (5 ມື້/ອາທິດ: ວັນຈັນ – ສຸກ ໂມງລັດຖະການ)
4. ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ (3 ມື້/ອາທິດ: ວັນຄານ, ພຸດ ແລະ ພະຫັດ ໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.