ປະຈຸບັນເຫັນວ່າ ການຕິດເຊື້ອພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ທີ່ເຄີຍມີການລະບາດໃນຊຸມຊົນ ແມ່ນຫຼຸດຜ່ອນລົງ ແຕ່ເຫັນວ່າເລີ່ມມີການລາຍງານຕົວເລກການຕິດເຊື້ອໃນຊຸມຊົນຢູ່ ແຂວງຈຳປະສັກ ພ້ອມດຽວກັນ ຍັງມີການລາຍງານການຕິດເຊື້ອໃນບຸກຄົນ ແລະ ແຮງງານທີ່ເດີນທາງເຂົ້າມາ ສປປ ລາວ ໃນຫຼາຍແຂວງໂດຍສະເພາະ ແມ່ນໃນບັນດາແຂວງທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານທີ່ກຳລັງມີການລະບາດຂອງພະຍາດໂຄວິດ 19
ໃນຊຸມຊົນ.
ໃນວັນທີ 22 ກໍລະກົດ 2021 ນີ້ມີລາຍງານຜູ້ຕິດເຊື້ອໃໝ່ ຈໍານວນ 223 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 4,342 ຄົນ, ມີຈຳນວນເສຍຊີວິດສະສົມ 5 ຄົນ ຍັງສືບຕໍ່ປິ່ນປົວ 1,735 ຄົນ.
ກໍລະນີຕິດເຊື້ອໃໝ່ທັງໝົດ ແມ່ນມີການຕິດເຊື້ອພາຍໃນແຂວງ ຈຳນວນ 3 ຄົນຈາກ (ແຂວງຈຳປາສັກ 2 ຄົນ ແລະ ແຂວງຫຼວງນໍ້າທາ 1 ຄົນ) ນອກນັ້ນ ແມ່ນການຕີດເຊື້ອໃນແຮງງານແລະ ຜູ້ທີ່ເດີນທາງເຂົ້າປະເທດແມ່ນ ຈຳນວນ 220 ຄົນ ( ນະຄອນຫຼວງ 7 ຄົນ, ບໍລິຄຳໄຊ 6 ຄົນ, ຄຳມ່ວນ 1 ຄົນ, ສະຫວັນນະເຂດ 117 ຄົນ, ສາລະວັນ 34 ຄົນ ແລະ ຈໍາປາສັກ 55 ຄົນ
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນ
ວັນທີ 22 ກໍລະກົດ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປລາວ ຈຳນວນ ທັງໝົດ 3,140 ຄົນ
• ຜ່ານດ່ານສາກົນ ລາວ-ໄທ 2,234 ຄົນ
• ດ່ານສາກົນລາວ-ຈີນ 16 ຄົນ
• ດ່ານສາກົນ ລາວ-ຫວຽດນາມ 890 ຄົນ
• ສະໝາມບິນວັດໄຕ 0 ຄົນ
ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19 ແລະ ນຳສົ່ງເຂົ້າໄປຈຳກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼືໂຮງແຮມຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ຈົນຄົບ 14 ວັນຈຶ່ງຈະໄປເຄື່ອນໄຫວໄດ້ວຽກງານການຈຳກັດບໍລິເວນ : ຮອດປະຈຸບັນປະຈຸບັນທົ່ວປະເທດມີສູນຈຳກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 49 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 8,121 ຄົນ.
ວຽກງານວິເຄາະ ໃນວັນທີ 22 ກໍລະກົດ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 1,754 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 223 ຄົນ
ສະຖານທີ່ ການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ-19
• ມີໂຮງໝໍສູນກາງ ໂຮງໝໍແຂວງ ແລະຈຸດກວດເພີ້ມທີ່ຄະນະສະເພາະກິດກຳນົດ ພາຍໃນແຂວງ
• ນອກຈາກຈຸດກວດຄົງທີ່ ຖ້າຫາກມີການລະບາດໃນຊຸມຊົນ ທີມງານເຝົ້າລະວັງຈະມີການຄົ້ນຫາກໍລະນີຜູ້ຕິດເຊື້ອໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູ່ສະຖານທີ່ເຊິ່ງມີຜູ້ຕິດເຊື້ອໃໝ່
(ບ້ານເຂດແດງ ສານັກງານອົງການ,ສະຖາບັນການສຶກສາ ແລະ ອື່ນໆ ) ແລະ ບ່ອນທີ່ມີຊຸມຊົນແອອັດ ( ຕະຫຼາດສົດ, ໂຮງຈັກ ໂຮງງານ ແລະ ສະຖານທີ່ ທີ່ມີ ແຮງງານກຳມະກອນຈຳນວນຫຼາຍ ເປັນຕົ້ນ )
• ນອກຈາກນັ້ນ ປະຈຸບັນນະຄອນຫຼວງວຽງຈັນມີການເກັບຕົວຢ່າງບ້ານທີເຄີຍເປັນບ້ານແດງຄືນຕື່ມ
ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອໃໝ່ 223 ຄົນ
• ສໍາລັບ ແຂວງຫຼວງນ້ຳທາ 1 ຄົນ ແລະ ຈໍາປາສັກ 2 ຄົນ ແມ່ນເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອໃນໄລຍະຜ່ານມາ.
• ນະຄອນຫຼວງ 7 ຄົນ, ບໍລິຄຳໄຊ 6 ຄົນ, ຄຳມ່ວນ 1 ຄົນ, ສະຫວັນນະເຂດ 117 ຄົນ, ສາລະວັນ 34 ຄົນ ແລະ ຈໍາປາສັກ 55 ຄົນ ແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ ຖືກນຳສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກຳນົດໄວ້.
Loading...