
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ22ທັນວາ2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ5953ຕົວຢ່າງໃນຂອບເຂດທົ່ວປະເທດແລະພົບເຊື້ອທັງໝົດ1471ຄົນ(ຕິດເຊື້ອພາຍໃນມີ1469ຄົນ ແລະ ຕິດເຊື້ອນໍາເຂົ້າ02ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ1469ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 737 ຄົນ
2 ບໍ່ແກ້ວ 184 ຄົນ
3 ອຸດົມໄຊ 122 ຄົນ
4 ຫຼວງພະບາງ 78 ຄົນ
5 ໄຊສົມບູນ 59 ຄົນ
6 ຫຼວງນໍ້າທາ 52 ຄົນ
7 ບໍລິຄໍາໄຊ 46 ຄົນ
8 ວຽງຈັນ 42 ຄົນ
9 ຊຽງຂວາງ 37 ຄົນ
10 ສະຫັວນນະເຂດ 30 ຄົນ
11 ຜົ້ງສາລີ 21 ຄົນ
12 ໄຊຍະບູລີ 18 ຄົນ
13 ຄໍາມ່ວນ 12 ຄົນ
14 ຈໍາປາສັກ 11 ຄົນ
15 ສາລະວັນ 6 ຄົນ
16 ອັດຕະປື 6 ຄົນ
17 ຫົວພັນ 5 ຄົນ
18 ເຊກອງ 3 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 2 ຄົນ ຈາກ ແຂວງຈໍາປາສັກ
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ103.336ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້708ຄົນ,ກໍາລັງປິ່ນປົວ11,521ຄົນ ແລະ ເສຍຊີວິດສະສົມທັງໝົດ299ຄົນ
(ໃໝ່ 11 ຄົນ).
ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 11ຄົນ, ລາຍລະອຽດດ່ັງນີ້:
1. ເພດຊາຍ ອາຍຸ 68 ປີ ອາຊີບ ພ/ງ ບຳນານເສຍອົງຄະ ຢູ່ບ້ານ ນ້ຳຫງຳເມືອງ ແປກ ແຂວງ ຊຽງຂວາງ
– ພະຍາດປະຈຳຕົວ: ປະດົງຂໍ້, ເບົາຫວານ, ຄວາມດັນເລືອດສູງ
– ບໍ່ໄດ້ສັກຢາວັກຊິນປ້ອງກັນພະຍາດໂຄວິດ
– ກວດພົບເຊື້ອໃນວັນທີ່ 12/12/2021 ( PCR :ໂຮງໝໍແຂວງ )
– ວັນທີ 13/12/2021: ເສຍຊີວິດໃນເວລາ 14 ໂມງ 00
2. ເພດຊາຍ ອາຍຸ 70 ປີ ອາຊີບ ພະນັກງານບຳນານ ບ້ານໂງຍ ເມືອງແປກ ຊຽງຂວາງ
– ພະຍາດປະຈຳຕົວ: ປະດົງຄໍ່
– ບໍ່ໄດ້ຮັບຢາວັກຊີນ
– ວັນທີ 30/11/2021: ຖືກຢັ້ງຢືນການຕິດເຊື້ອ ດ້ວຍ RT-PCR ຈາກໂຮງໝໍແຂວງ, ຜູ້ກ່ຽວຂໍຕິດຕາມສຸຂະພາບ ແລະ ຈຳກັດບໍລິເວນຢູ່ເຮືອນຂອງຜູ້ກ່ຽວ ເນື່ອງຈາກອາການເບົາບາງ
– ວັນທີ 5/12/2021: ເວລາ 10:00 ຜູ້ກ່ຽວໄດ້ເສຍຊີວິດ.
3. ເພດຊາຍ ອາຍຸ 63ປີ ບ້ານ ດອນເກົ່າ ນະຄອນຫຼວງພະບາງ ແຂວງຫຼວງພະບາງ
– ພະຍາດປະຈຳໂຕ: CKD stage 5 on HD
– ບໍ່ໄດ້ສັກຢາກັນພະຍາດ
– ວັນທີ 16/12/2021: ຜູ້ກ່ຽວໄດ້ຖືກຢັ້ງຢືນຕິດເຊື້ອ Covid-19 ແລະ ໄດຕິດຕາມຢູ່ບ້ານ ,
– ວັນທີ 21/12/2021: ເວລາ 15:00ໂມງ ໄດ້ເຂົ້າມາໂຮງໝໍຍ້ອນອາການແໜ້ນໜ້າເອີກ, ຄົນເຈັບຫລັງຈາກ ຟອກໄຂຫລັງໃນຕອນເຊົ້າແລ້ວ ກັບໄປພັກຜ່ອນຢູ່ບ້ານ
o ເວລາ 15:40: ຄົນເຈັບເສຍຊີວິດ
4. ເພດຊາຍ ອາຍຸ 37 ປີ ອາຊີບ ກໍາມະກອນ ບ ປາກຕອນ ມ ສັງທອງ ນະຄອນຫຼວງວຽງຈັນ
– ບໍ່ມີພະຍາດປະຈຳໂຕ
– Vaccine: 2 SNP
-ວັນທີ່ 21/12/2021: ເວລາ: 14ມ00, ຄົນເຈັບເຂົ້າໂຮງໝໍມິດຕະພາບ (ຮັບຈາກສຸກເສີນ ຄົນເຈັບຖືກກະທົບ ຫົວລົດຕຳກັນ ). ອາການເບື້ອງຕົ້ນ: ງ້ວງຊຶມ ບໍ່ຮູ້ສະຕິ, ຂອບຕາດຳຊໍ້າທັງສອງເບື້ອງ, ມີນໍ້າຊຶມອອກຫູເບື້ອງ ຊ້າຍງ້ວງຊຶມ,ບໍ່ຮູ້ສະຕິ, ບໍ່ສາມາດຕອບຄຳຖາມ
– ວັນທີ 22/12/2021: ເວລາ: 00ມ10, ຄົນເຈັບເສຍຊີວິດ
5. ເພດຍິງ ອາຍຸ 86 ປີ ບ້ານ ນາເລົ່າ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ
– ພະຍາດປະຈໍາໂຕ: ບໍ່ມີຂໍ້ມູນ
– ບໍ່ໄດ້ສັກວັກຊີນກັນພະຍາດ COVID 19
– ວັນທີ 20/12/2021: ຄົນເຈັບຖືກສົ່ງເຂົ້ານອນ ໂຮງຫມໍພາກສະຫນາມສູນຝຶກວິຊາຊີບຄົນພິການສີເກີດ
– ວັນທີ 21/12/2021: ເວລາ 22:10 ຄົນເຈັບເສຍຊີວິດ
6. ເພດຍິງ ອາຍຸ 60 ປີ ບ້ານ ດອນແດງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
– ພະຍາດປະຈຳໂຕ: DM, HTA, cardiovascular disease
– ວັນທີ 21/12/2021: ເວລາ 17:00 ຄົນເຈັບເຂົ້າມາໂຮງໝໍເສດຖາດ້ວຍອາການ ເມື່ອຍ, ຫາຍໃຈຝືດ, ແໜ້ນໜ້າເອິກ, ສະພາບຄົນເຈັບແມ່ນ ຫາຍໃຈຫອບ, ບໍ່ໄດ້ສະຕິ, ມີອາການກ່ຳແຫຼ້ SPO2: 30. ໄດ້ເກັບຕົວຢ່າງ ແລະ ຜົນອອກມາແມ່ນພົບເຊື້ອ COVID-19
– ວັນທີ 22/12/2021: ເວລາ 7:25 ,ຄົນເຈັບໄດ້ເສຍຊີວິດ
7. ເພດຊາຍ ອາຍຸ 88 ປີ ບ້ານໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
– ພະຍາດປະຈຳໂຕ: CKD, DM, HTA
– ບໍ່ໄດ້ສັກຢາວັກຊີນ
– ຄົນເຈັບໄດ້ກວດພົບເຊື້ອ COVID-19 ດ້ວຍ RDT ຈາກໂຮງໝໍມິດຕະພາບ
– ວັນທີ 22/12/2021: ເວລາ 8:25, ຄົນເຈັບໄດ້ເສຍຊີວິດ
8. ເພດຍິງ ອາຍຸ 55 ປີ ບ້ານ ທ່ານາກ ເມືອງໄຊທານີ ນະຄອນຫຼວງວຽງຈັນ
– ພະຍາດປະຈຳໂຕ: HTA, DM, CKD
– ບໍ່ໄດ້ສັກຢາວັກຊີນ
– ວັນທີ 21/12/2021: ເວລາ 22:30 ຄົນເຈັບໄດ້ເສຍຊີວິດ
9. ເພດຊາຍ 57 ປີ ບ ໂພນສູງ ມ ໂພນໂຮງ ຂ ແຂວງວຽງຈັນ
– ພະຍາດປະຈຳໂຕ: ວັນນະໂລກ 10 ປີກ່ອນ ກີນຢາຄົບແລ້ວ
– ສັກວັກຊິນ J&J
– ວັນທີ 22/12: ເວລາ 10h 40, ຄົນເຈັບໄດ້ເສຍຊີວິດ
10. ເພດຍິງ ອາຍຸ 73ປີ, ບ. ທ່າ , ມ. ເຟືອງ ແຂວງ ວຽງຈັນ
– ພະຍາດປະຈຳໂຕ: DM,CKD ,HTA ຫລາຍກວ່າ10 ປີ ກີນຢາສັກຢາປະຈຳ
– ບໍ່ໄດ້ສັກຢາວັກຊີນ
– ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ
– ວັນທີ 21/12/21ເວລາ 15h 40, ຄົນເຈັບໄດ້ເສຍຊີວິດ
11. ເພດຍິງ 87 ປີ ບ. ໂພນຄຳໃຕ້ ມ. ໂພນໂຮງ ແຂວງ ວຽງຈັນ
– ພະຍາດປະຈຳໂຄ: HTA ,ບໍ່ໄດ້ຕິດຕາມປະຈຳ
– ບໍ່ໄດ້ສັກຢາວັກຊີນ
– ວັນທີ 22/12/2021: ເວລາ 2:00, ຄົນເຈັບໄດ້ເສຍຊີວິດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ
ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 22ທັນວາ2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,694ຄົນ. ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ79ສູນ ແລະ 59 ໂຮງແຮມມີຜູ້ຈຳກັດບໍລິເວນທັງໝົດ4.436 ຄົນ (ໂຮງແຮມ 1.802 ຄົນ ແລະສູນບໍລິເວນ 2.634 ຄົນ).
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ບັນດາທ່ານທີ່ຮັກແພງ, ປະຈຸບັນການລະບາດຂອງໂຄວິດ19 ໃນປະເທດຂອງພວກເຮົາກໍ່ຍັງມີລາຍງານການຕິດເຊື້ອສູງຢູ່ຄືສະເລັ່ຍ 1000 ຄົນ ຕໍ່ວັນ, ກໍ່ຍັງສູງກ່ວາຄ່າສະເລັ່ຍຕິດເຊື້ອຂອງໃນໄລຍະ7 ວັນຄືສູງກ່ວາ 500ກໍລະນີຕໍ່ວັນ. ນະຄອນຫຼວງວຽງຈັນກໍ່ຄືຫຼາຍໆນະຄອນແລະແຂວງຈຳນວນໜຶ່ງເຊັ່ນ: ຫຼວງພະບາງ, ບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊແລະແຂວງວຽງຈັນຍັງມີລາຍງານຕົວເລກລາຍວັນສູງ. ຄຽງຄູ່ກັນນັ້ນສະພາບການລະບາດທົ່ວໂລກແມ່ນຍັງມີທ່າອ່ຽງສູງຂື້ນໃນຫຼາຍປະເທດໃນທະວິບອາເມລິກາແລະຢູໂຣບເນື່ອງຈາກສານພັນໂອມິກຣອນຊຶ່ງເຮັດໃຫ້ລັດຖະບານຫຼາຍປະເທດອອກມາປະກາດບາງມາດຕະການທີ່ເຂັ້ມງວດຄືນເພື່ອສະກັດກັ້ນການລະບາດໃນຄັ້ງນີ້! ອີກບ່ດົນວັນສົ່ງທ້າຍປີເກົ່າແລະຕ້ອນຮັບປີໃໝ່ກໍ່ຄືເທດສະການສຳຄັນທາງສາດສະໜາກໍ່ຍັບເຂົ້າມາດັ່ງນັ້ນ, ຂ້າພະເຈົ້າຂໍແນະນຳ 6 ມາດຕະການທີ່ພວກເຮົາຕ້ອງປະຕິບັດເພື່ອປ້ອງກັນຕົນເອງ: 1) ໃຫ້ຮີບຮ້ອນໄປສັກວັກຊີນຖ້າທ່ານບ່ທັນໄດ້ສັກເທື່ອຫຼືຕາມການປະກາດຂອງຄະນະສະເພາະກິດໃຫ້ໄປສັກເຂັມ3 ເພາະເຮົາຮູ້ແລ້ວວ່າວັກຊີນສາມາດຫຼຸດຜ່ອນຄວາມຮຸນແຮງແລະເສັຍຊີວິດໄດ້; 2) ໃສາຜ້າຜິດປາກເໝືອນໄດ້ແນະນຳທຸກຄັ້ງແລະໃສ່ໃຫ້ຖືກຕ້ອງ! ລ້າງມືໃຫ້ສະອາດກ່ອນແລະຫຼັງທີ່ຮູ້ສຶກໄດ້ສຳຜັດມັນ, ການໃສ່ຕ້ອງຮັບປະກັນປົກປິດດັງ-ປາກລົງຮອດຫຸ້ມຄາງແລະຖີ້ມຫຼັງໃຊ້ແລ້ວໂດຍໃສ່ຖົງແລະໝັດໃຫ້ແໜ້ນກ່ອນຈະຖີ້ມລົງຖັງຂີ້ເຫນື້ອ; 3) ຮັກສາໄລຍະຫ່າງຢ່າງໜ້ອຍ 1 ມແລະວິທີນີ້ພວກເຮົາຮູ້ແລ້ວວ່າລະອອງທີ່ຕິດເຊື້ອບ່ສາມາດຟຸ້ງກະຈາຍເກີນໄລຍະນີ້ໄດ້ : 4) ໃຊ້ຜ້າແພມົນຫຼືກະດາດອະນາໄມອັດປາກ-ດັງຫຼືໃຊ້ແຂນສອກປິກໃນເວລາຈາມເພື່ອບໍ່ໃຫ້ລະອອງຈາມຟົ້ງໄດ້ໄກໃສ່ຜູ້ອ້ອມຂ້າງ; 5)ການໝັ່ນລ້າງມືບ່ວ່າດ້ວຍສະບູແລະຫຼືດ້ວຍເຈວທີ່ມີທາດເຫຼົ້າຍັງໄດ້ຜົນດີທີ່ສຸດແລະ 6) ຫລີກລ້ຽງຢູ່ຫຼືພົບຜູ້ຄົນໃນສະຖານທີ່ປິດ, ເຊັ່ນຫ້ອງເປີດແອ! ຄວນພໄບກັນຂ້າງນອກຫຼືເປີດປະຕູປ່ອງຢ້ຽມແລະເດັດຂາດຫຼີກລ້ຽງສະຖານທີ່ບໍ່ສາມາດຮັກສາໄລຍະຫ່າງໄດ້, ຫຼືມີຄົນຢູ່ແອອັດຫຼືຫຼາຍ. ຖ້າພວກເຮົາຫາກມີສະຕິຢູ່ຕະຫຼອດໃນການປ້ອງກັນຕົນເອງຂ້າພະເຈົ້ສເຊື່ອໝັ້ນວ່າພວກເຮົາຈະຜ່ານວັນວົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຫຼືເທດສະການທາງສາດສະໜາໄດ້ຢ່າງປອດໄພແລະຈະບໍ່ເຫັນຕົວເລກຫຼັງປີໃໝ່ພຸ້ງຂື້ນຈົນໜ້າຕົກໃຈດັ່ງນັ້ນ, ເມື່ອທ່ານຫາກຮູ້ສຶກບ່ສະບາຍແມ່ນໄປຫາແພດແລະກັກໂຕກ່ອນ14 ວັນແມ່ນວິທີທີ່ທ່ານສາມາດຊ່ວຍຄອບຄົວແລະສັງຄົມກໍ່ຄືປະເທດຊາດໃນການມີສ່ວນຮ່ວມຢຸດຢັ້ງການແຜ່ເຊື້ອກໍ່ຄືການລະບາດໃນຄັ້ງນີ້ຮ່ວມກັນກັບເຈົ້າໜ້າທີ່! ຂອບໃຈແລະສະບາຍດີ!
• ອີກເທື່ອໜຶ່ງ ຂໍແຈ້ງບັນດາທ່ານ ຊາບວ່າ ກ່ຽວກັບ ການສັກຢາສັກຊິນໂຄວິດ-19ມາຮອດມື້ນີ້ ສັກເຂັມ1ໄດ້4,455,469 (ອັດຕາປົກຄຸມ 60.72%) ແລະທຸກເຂັມທີ່ແນະນໍາ 3,429.877 (ອັດຕາປົກຄຸມ 46.74%).ສຳລັບກຸ່ມອາຍຸ 12-17ປີ ເຂັມທີ 1 ໄດ້ 47.8 %.ສ່ວນ ຜູ້ສູງອາຍຸ ແມ່ນຍັງປະມານ 30% ທີ່ບໍ່ທັນໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງທ່ານ ນຳພາຜູ້ສູງອາຍຸ ໃນຄອບຄົວມາຮັບການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ.