ວັນທີ 22 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ7,007 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,323 ຄົນ (ຕິດເຊື້ອພາຍໃນມີ 1,318 ຄົນ ແລະ ຕິດເຊື້ອນໍາເຂົ້າ 05 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,318 ຄົນ ຈາກ 17 ແຂວງເຊີ່ງຈະລຽງລໍາດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 592 ຄົນ ໃນ 197 ບ້ານ ແລະ 9 ເມືອງ
• ເມືອງຈັນທະບູລີ 77 ຄົນ ຈາກ 21 ບ້ານ
• ເມືອງສີໂຄດຕະບອງ 89ຄົນ ຈາກ 32 ບ້ານ
• ເມືອງໄຊເສດຖາ 145 ຄົນ ຈາກ 41ບ້ານ
• ເມືອງສີສັດຕະນາກ 75 ຄົນ ຈາກ 23 ບ້ານ
• ເມືອງນາຊາຍທອງ 19 ຄົນ ຈາກ 10 ບ້ານ
• ເມືອງໄຊທານີ 119 ຄົນ ຈາກ 42 ບ້ານ
• ເມືອງຫາດຊາຍຟອງ 42 ຄົນ ຈາກ 25 ບ້ານ
• ເມືອງປາກງື່ມ 2ຄົນ ຈາກ 2 ບ້ານ
• ເມືອງສັງທອງ 1 ຄົນ ຈາກ 1 ບ້ານ
• ຕ່າງແຂວງ 6 ຄົນ
• ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ
2. ຫຼວງພະບາງ ມີ 199 ຄົນ ໃນ 47 ບ້ານ ແລະ 10 ເມືອງ
3. ບໍລິຄຳໄຊ ມີ 116 ຄົນ ໃນ 41 ບ້ານ ແລະ 6 ເມືອງ
4. ແຂວງວຽງຈັນ ມີ 108 ຄົນ ໃນ 35 ບ້ານ ແລະ 8 ເມືອງ
5. ຜົ້ງສາລີ ມີ 55 ຄົນ ໃນ 8 ບ້ານ ແລະ 2 ເມືອງ
6. ອຸດົມໄຊ ມີ 47 ຄົນ ໃນ 12 ບ້ານ ແລະ 1 ເມືອງ
7. ຈຳປາສັກ ມີ 50 ຄົນ ໃນ 28 ບ້ານ ແລະ 6 ເມືອງ
8. ໄຊຍະບູລີ ມີ 41 ຄົນ ໃນ 10 ບ້ານ ແລະ 1 ເມືອງ
9. ບໍ່ແກ້ວ ມີ 39 ຄົນ ໃນ 12 ບ້ານ ແລະ 2 ເມືອງ
10. ສະຫວັນນະເຂດ ມີ 38 ຄົນ ໃນ 19 ບ້ານ ແລະ 4 ເມືອງ
11. ສາລະວັນ ມີ 8 ຄົນ ໃນ 7 ບ້ານ ແລະ 3 ເມືອງ
12. ຫຼວງນ້ຳທາ ມີ 6 ຄົນ, ໃນ 4 ບ້ານ ແລະ 2 ເມືອງ
13. ຄຳມ່ວນ ມີ 6 ຄົນ ໃນ 5 ບ້ານ ແລະ 2 ເມືອງ
14. ອັດຕະປື 4 ຄົນ ໃນ 4 ບ້ານ ແລະ 1 ເມືອງ
15. ຫົວພັນ ມີ 4 ຄົນ ໃນ 4 ບ້ານ ແລະ 2 ເມືອງ
16. ເຊກອງ ມີ 4 ຄົນ ໃນ 3 ບ້ານ ແລະ 2 ເມືອງ
17. ຊຽງຂວາງ ມີ 01 ຄົນ ໃນ 1 ບ້ານ ແລະ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 5 ຄົນ ຈາກ ສະຫວັນນະເຂດ 1 ຄົນແລະ ແຂວງຈໍາປາສັກ 4 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງແລະສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.
• ມາຮອດວັນທີ 23 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 64,482 ຄົນ, ເສຍຊີວິດສະສົມ 137 ຄົນ(ໃໝ່ 04), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 795 ຄົນ, ກໍາລັງປິ່ນປົວ 11,239 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:
ຜູ້ທີ 1. ເພດຍິງ, ອາຍຸ 72 ປີ, ບ້ານເກົ້າຍອດ, ເມືອງສີສັດຕະນາກ, ນະຄອນຫລວງ.
– ພະຍາດຜ່ານມາ: ເບົາຫວານ, ຄວາມດັນ, ໄຂ່ຫລັງກິນຢາປະຈຳ
– ຍັງບໍ່ໄດ້ສັກVaccine
– ວັນທີ່ 19 ພະຈິກ 2021: ຄົນເຈັບມີໄອ, ໄຂ້, ຂີ້ມູກຍ້ອຍ
– ວັນທີ່ 21 ພະຈິກ 2021: ມີອາການຫນັກຂຶ້ນ, ໄອ, ອິດເມື່ອຍ, ຫາຍໃຈຝືດ, ກະວົນກະວາຍ, ບໍ່ໄດ້ສະຕິ, O2ຕໍ່າລົງແລະມາຮອດສຸກເສີນຂອງໂຮງໝໍມິດຕະພາບໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄ
ວິດ-19 ດ້ວຍGene x-pert ແລະ ຜົນກວດພົບເຊື້້ອ
– ເວລາ 05:30 ໂມງ ຂອງວັນທີ 22 ພະຈິກ 2021: ຄົນເຈັບເອົາອາການຊີວິດ (V/S) ບໍ່ໄດ້
– ເນື່ອງຈາກຄົນເຈັບComaໄດ້ແຍ່ທໍ່ຊ່ວຍຫາຍໃຈ
– ມາຮອດເວລາ 06:00 ຂອງວັນທີ 22 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 2. ເພດຊາຍ, ອາຍຸ 25 ປີ, ອາຊີບ: ປະຊາຊົນ, ບ້ານຢູ່ປະຈຸບັນ: ບ້ານປ່າປົວະ, ເມືອງນໍ້າທາ, ແຂວງຫຼວງນໍ້າທາ
– ປະຫວັດຜູ້ກ່ຽວເຄີຍເປັນພະຍາດເລືອດຈາງ, ປ້າງກິນເລືອດ, ເຄີຍຜ່າຕັດປ້າງໄດ້ 10 ປີມາແລ້ວ,ໄດ້ໃສ່ເລືອດປະຈໍາ ແລະ ຂາດການໃສ່ເລືອດປະມານ 2 ເດືອນ
– ຜູ້ກ່ຽວຍັງບໍ່ໄດ້ຮັບການສັກຢາວັກຊີນເທື່ອ
– ເວລາ 9:00 ໂມງເຊົ້າຂອງວັນທີ 21 ພະຈິກ 2021: ຄົນເຈັບໄດ້ໄປປີ່ນປົວຢູ່ໂຮງໝໍທະຫານປະມານ 2ຄັ້ງໄດ້ໃສ່ຢ່າຈໍານວນໜຶ່ງແຕ່ອາການບໍ່ດີຂຶ້ນ
• ມື້ດຽວກັນນັ້ນເວລາປະມານ 23:30 ໂມງ ໄດ້ໄປເຂົ້າໂຮງໝໍແຂວງດ້ວຍອາການອິດເມື່ອຍ, ຈືດມ້ານ, ວິນຫົວ, ຕາລາຍ, ປັ້ນທ້ອງ, ຮາກ, ຕັບໃຫ່ຍ, ຫາຍໃຈຍາກ, ຫົວໃຈຊຸດໂຊມ.
– ໃນເວລາ 1:00 ໂມງເຊົ້າຂອງວັນທີ 22 ພະຈິກ 2021: ທາງໂຮງໝໍແຂວງໄດ້ເກັບຕົວຢ່າງເພື່ອກວດຊອກຫາພະຍາດໂຄວິດ-19 ແລະຜົນກວດພົບເຊື້ອ
• ມາຮອດເວລາ 15:00-15:20 ໂມງ: ຄົນເຈັບອິດເມື່ອຍ, ຄວາມດັນເລືອດຕໍ່າ, ຫາຍໃຈບໍ່ອີ່ມແລະຕົນໂຕເຢັນ
• ມາຮອດເວລາ 17: 20 ໂມງ ຂອງມື້ດຽວກັນນັ້ນຄົນເຈັບໄດ້ເສຍຊີວິດ
3.ເພດຊາຍ, ອາຍຸ 70 ປີ, ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫລວງ
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງແຕ່ບໍ່ໄດ້ກິນຢາປົກກະຕິແລະGout
– ບໍ່ໄດ້ສັກຢາວັກຊີນ
– ມີອາການໄຂ້ມາຕະຫລອດໄດ້ປະມານ 01 ອາທິດ
– ມາຮອດວັນທີ 18 ພະຈິກ 2021: ໄດ້ມາເກັບຕົວຢ່າງເພື່ອຊອກຫາພະຍາດໂຄວິດ-19 ແລະຜົນກວດພົບເຊື້ອແລ້ວມານອນປິ່ນປົວຢູ່ສູນຫ້ວຍຫົງ
– ເວລາ 17:05 ນາທີຂອງວັນທີ 20 ພະຈິກ 2021: ຄົນເຈັບມີອາການເມື່ອຍ, ຄວາມດັນເລືອດຕໍ່າ, ອົກຊີໃນເລືອດຕໍ່າໄດ້ຍ້າຍຄົນມາປິ່ນປົວຢູ່ໂຮງໝໍເສດຖາທິລາດດ້ວຍອາການຄົນເຈັບສະຕິບໍ່ດີ, ອິດເມື່ອຍ, ອົກຊີໃນເລືອດຕໍ່າ
– ມາຮອດເວລາ 21:00 ໂມງ ຂອງວັນທີ 22 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
– ບົ່ງມະຕິການເສຍຊີວິດ: ຊຸດໂຊມທາງລະບົບຫາຍໃຈ
4. ເພດຊາຍ, ອາຍຸ 76 ປີ, ບ້ານໂຄກຊາຍ, ເມືອງຫາດຊາຍຟອງ, ນະຄອນຫລວງ
– ພະຍາດປະຈໍາຕົວ: ຫອບຫືດ
– ໄດ້ສັກຢາວັກຊີນຄົບJ&J
– ວັນທີ 22 ພະຈິກ 2021: ໄດ້ມາເກັບຕົວຢ່າງເພື່ອຊອກຫາພະຍາດໂຄວິດ-19 ແລະຜົນກວດພົບເຊື້ອ
– ເວລາ 05:00 ໂມງເຊົ້າຂອງວັນທີ 23 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່(ກວດວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ມັດທະຍົມຕົ້ນ ເຈົ້າອານຸວົງ
ທີມກວດເຄື່ອນທີ່:
– ມີທີມກວດເຄື່ອນທີ່ ໃນເມືອງ ໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103ກອງທັບ,ໂຮງໝໍ5 ເມສາ, ແມ່ ແລະ ເດັກເກີດໃໝ່, ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ນອກຈາກນັ້ນກໍ່ມີໜ່ວຍບໍລິການສັກວັກຊີນນອກສະຖານທີ່ ຄື: ວັດຈີນ, ບ້ານ ດົງປາແລບ, ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ ໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
• ບ້ານແດງໃນທົ່ວປະເທດ ມີ: 993 ບ້ານ, 83 ເມືອງ ແລະ 18 ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ມື້ວານນີ້ ມີ 4 ບ້ານ, 4 ເມືອງ ແລະ 4 ແຂວງ
• ບ້ານແດງກາຍເປັນບ້ານເຫຼືອງໃນນະຄອນຫຼວງວຽງຈັນມີ 3 ບ້ານຄື: ບ້ານໂພນຄຳ ເມືອງນາຊາຍທອງ, ບ້ານ ປາຝາງ ເມືອງ ຫາດຊາຍຟອງ, ບ້ານ ປາກຕອງ ເມືອງ ສັງທອງ
ສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 21ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,704 ຄົນ.
ຮອດປະຈຸບັນທົ່ວປະເທດມີຜູ້ຈຳກັດບໍລິເວນທັງໝົດ 4,071 ຄົນ (ສູນ 2,400 ຄົນ ແລະ ໂຮງແຮມ1,671 ຄົນ) ໃນ 86 ສູນ ແລະ 59 ໂຮງແຮມ.