ວັນທີ 23 ມັງກອນ 2022, ສປປ ລາວ ມີຜູ້ເສຍຊີວິດ 2 ຄົນ ແລະຕິເຊື້ອ ໂຄວິດ-19 ເພີ່ມໃໝ່ 420 ຄົນ.
ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ້ການລະບາດພະຍາດໂຄວິດ-19, ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 23 ມັງກອນ 2022.
- ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
- ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
- ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ
- ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
- ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
- ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ
ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
- ສໍາລັບ ຜູ້ທີ່ຕ້ອງການສັກວັກຊິນ ຊະນິດ Pfizer ເພື່ອເຂັ້ມກະຕຸ້ນ (ເຂັ້ມ 3): ຜູ້ສູງອາຍຸ, ກຸ່ມອາຍຸ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕ ສາມາດໄປຮັບການບໍລິການ ໄດ້ທີ່:
- ວັດຈີນ ດົງປາແຫຼບ (ວັນຈັນ - ສຸກ)
- ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
- ໂຮງໝໍສູນກາງ
- ໂຮງໝໍເມືອງ 9 ຕົວເມືອງ
- ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້
- ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 22 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2.717 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 420 (ຕິດເຊື້ອພາຍໃນ 420 ຄົນ ແລະ ນໍາເຂົ້າ 0 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 420 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນໂດຍລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້:
1 | ນະຄອນຫຼວງ | 90 | ຄົນ |
2 | ໄຊຍະບູລີ | 50 | ຄົນ |
3 | ຊຽງຂວາງ | 44 | ຄົນ |
4 | ບໍລິຄໍາໄຊ | 31 | ຄົນ |
5 | ສາລະວັນ | 25 | ຄົນ |
6 | ຄໍາມ່ວນ | 22 | ຄົນ |
7 | ຜົ້ງສາລີ | 20 | ຄົນ |
8 | ໄຊສົມບູນ | 16 | ຄົນ |
9 | ຫົວພັນ | 16 | ຄົນ |
10 | ວຽງຈັນ | 15 | ຄົນ |
11 | ຫຼວງພະບາງ | 14 | ຄົນ |
12 | ສະຫັວນນະເຂດ | 13 | ຄົນ |
13 | ບໍ່ແກ້ວ | 13 | ຄົນ |
14 | ອຸດົມໄຊ | 12 | ຄົນ |
15 | ອັດຕະປື | 12 | ຄົນ |
16 | ຈໍາປາສັກ | 11 | ຄົນ |
17 | ເຊກອງ | 9 | ຄົນ |
18 | ຫຼວງນໍ້າທາ | 7 | ຄົນ |
- ສໍາລັບການຕິດເຊື້ອນໍາເຂົ້າແມ່ນບໍ່ມີ ຈາກ ນະຄອນຫຼວງ 1 ຄົນ, ແລະ ຈຳປາສັກ 2 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
- ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 956 ກໍລະນີ, ອອກໂຮງໝໍວານນີ້ 381 ຄົນ, ກຳລັງປິ່ນປົວ 7.911 ຄົນ ແລະ ເສຍຊີວິດສະສົມທັງໝົດ 526 ຄົນ (ເສຍຊີວິດໃໝ່ 2 ຄົນ)
– ສຳລັບຜູ້ເສຍຊີວິດໃໝ່ 2 ຄົນ ຈາກວຽງຈັນ 1 ຄົນ ແລະ ບໍລິຄໍາໄຊ 1 ຄົນ.
- ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ
- ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
ສະພາບການລະບາດພະຍາດໂຄວິດ-19 ໃນທົ່ວໂລກມີທ່າອ່ຽງຫຼຸດລົງ ສົມທຽບໃສ່ໃນໄລຍະຜ່ານມາ, ຫຼາຍປະເທດໃນ ຢູໂລບ ແມ່ນ ກະກຽມຫຼຸດຜ່ອນມາດຕະການທາງສັງຄົມ ເພື່ອກັບມາຟື້ນຟູເສດຖະກິດອີກຮອບໃໝ່ ສະເພາະ ສປປ ລາວ ມື້ນີ້ກໍ່ເປັນອີກມື້ໜຶ່ງ ການລະບາດຢູ່ໃນປະເທດຂອງພວກເຮົາຢູ່ໃນທ່າອ່ຽງຫຼຸດລົງ ໂດຍສະເພາະໃນນະຄອນຫຼວງວຽງຈັນ ແລະ ຫຼາຍແຂວງອື່ນໆ ແຕ່ກໍ່ຍັງມີບາງແຂວງ ຍັງໂຕເລກຜູ້ຕິດເຊື້ອສູງ ການຫຼຸດລົງດັ່ງກ່າວນີ້ ກໍ່ແມ່ນຜົນມາຈາກປະຊາຊົນບັນດາເຜົ່າ ພະນັກງານ, ກໍາລັງປະກອບອາວຸດ ກໍ່ຄືທຸກພາກສ່ວນໃນສັງຄົມ ສ່ວນຫຼວງຫຼາຍ ແມ່ນໄດ້ປະຕິບັດຕາມມາດຕະການທີ່ທາງຄະນະສະເພາະກິດໄດ້ວາງອອກ, ເປັນຕົ້ນ ປະຊາຊົນໄດ້ຕື່ນຕົວໄປສັກວັກຊິນປ້ອງກັນໂຄວິດ-19 ຕາມຈຸດບໍລິການຕ່າງໆ ຈໍານວນຫຼວງຫຼາຍ ການໃຊ້ຜ້າປິດປາກ-ດັງ ແລະ ການຮັກສາໄລຍະຫ່າງ ແມ່ນໄດ້ກາຍເປັນຄວາມສີ້ນເຄີຍຂອງສັງຄົມໃນຍຸກປະຈຸບັນ. ແຕ່ເຖິງຢ່າງໃດກໍ່ຕາມພວກເຮົາກໍ່ຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ສະຖານທີບໍລິການປິ່ນປົວໃຫ້ມີຄວາມກຽມພ້ອມໃນການຮອງຮັບຄົນເຈັບພ້ອມທັງອຸປະກອນການແພດ ແລະ ຢາປິ່ນປົວໃຫ້ສາມາດຕອບສະໜອງຕໍ່ຄວາມຕ້ອງການແຕ່ລະໄລຍະຂອງການລະບາດຂອງພະຍາດໂຄວິດ-19 ແລະ ເລັ່ງການສັກວັກຊີນໃຫ້ບັນລຸເປົ້າໝາຍ ສູງກວ່າ 80 ເປີເຊັນ ໂດຍໄວເພື່ອໃຫ້ ປະເທດຂອງພວກເຮົາ ສາມາດເປີດປະເທດ ຕ້ອນຮັບການທ່ອງທ່ຽວສີຂຽວ ແລະ ຟື້ນຟູເສດຖະກິດ.
ໃນປະຈຸບັນ, ປະຊາຊົນຈຳນວນໜື່ງກໍ່ຍັງກວດເຊື້ອຕົນເອງດ້ວຍເຄື່ອງກວດແບບໄວ ດັ່ງນັ້ນ, ຖ້າພົບເຊື້ອກໍ່ໃຫ້ ລາຍງານ ແລະ ໂທຂໍຄຳປືກສາຈາກ ທີມງານແພດສາຍດ່ວນ 164 ໃນການຂຶ້ນທະບຽນລະຫັດຄົນເຈັບໄວ້ ເພື່ອສະດວກໃນການນຳສົ່ງຄົນເຈັບເຂົ້າປິ່ນປົວຢູ່ໂຮງໝໍກໍລະນີທີ່ມີອາການໜັກ.
ກ່ອນຈະຈົບຖະແຫຼງຂ່າວໃນມື້ນີ້ , ຂ້າພະເຈົ້າຂໍຮຽກຮ້ອງໃຫ້ບັນດາທ່ານເປັນເຈົ້າການນຳກັນໃນການປະຕິບັດມາດຕະການປ້ອງກັນຕົນເອງ ແລະ ປ້ອງກັນຄົນອ້ອມຂ້າງຢ່າງເຄັ່ງຄັດ ແລະ ຮີບຮ້ອນໄປສັກວັກຊິນປ້ອງກັນພະຍາດໂຄວິດ-19 ລວມທັງ ເຂັ້ມກະຕຸ້ນ. ມາຮອດປະຈຸບັນນີ້ ສປປ ລາວ
ສັກເຂັມທີ 1 ໄດ້ 4,675,433 (ອັດຕາປົກຄຸມ 63.72%)
ແລະ ທຸກເຂັມທີ່ແນະນໍາ 3,918,229 (ອັດຕາປົກຄຸມ 53.40%)
ກຸ່ມອາຍຸ 12-17 ປີ ໄດ້ຮັບການສັກວັກຊີນ ເຂັມທີ 1 = 59,3%
ຖ້າພວກເຮົາຫາກສາມາດບັນລຸອັດຕາການສັກຢາໃນແຕ່ລະເມືອງ ແຂວງ ສູງກວ່າ 80 ເປີເຊັນ, ປະຊາຊົນລາວບັນດາເຜົ່າກໍ່ຈະມີພູມປ້ອງກັນໝູ່ (Herd Immnunity) ແລະ ອັດຕາການຕິດເຊື້ອໃໝ່ ກໍ່ຈະຫຼຸດລົງໃນລະດັບທີ່ສາມາດຄວບຄຸມໄດ້ ແລະ ພວກເຮົາກໍ່ສາມາດກັບຄືນມາໃຊ້ຊິວິດປົກກະຕິແບບໃໝ່ໂດຍໄວ.