 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 22 ມີນາ 2022 ໄດ້ກວດວິເຄາະທັງໝົດ 6,021 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2,625 ຄົນ (ຕິດເຊື້ອພາຍໃນ 2,595 ຄົນ ແລະ ນໍາເຂົ້າ 30 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 2,595 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 1164 ຄົນ
2. ສະຫວັນນະເຂດ 335 ຄົນ
3. ອຸດົມໄຊ 164 ຄົນ
4. ໄຊຍະບູລີ 150 ຄົນ
5. ຄຳມ່ວນ 110 ຄົນ
6. ຊຽງຂວາງ 107 ຄົນ
7. ວຽງຈັນ 98 ຄົນ
8. ບໍ່ແກ້ວ 90 ຄົນ
9. ບໍລິຄຳໄຊ 76 ຄົນ
10. ຫົວພັນ 69 ຄົນ
11. ສາລະວັນ 62 ຄົນ
12. ຫຼວງນ້ຳທາ 46 ຄົນ
13. ອັດຕະປື 35 ຄົນ
14. ຫຼວງພະບາງ 25 ຄົນ
15. ຈຳປາສັກ 26 ຄົນ
16. ຜົ້ງສາລີ 17 ຄົນ
17. ໄຊສົມບູນ 12 ຄົນ
18. ເຊກອງ 9 ຄົນ
 
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 30 ຄົນ ຈາກ ຫົວພັນ 11 ຄົນ, ຈໍາປາສັກ 9 ຄົນ, ນະຄອນຫຼວງວຽງຈັນ 6 ຄົນ, ຊຽງຂວາງ 2 ຄົນ, ຜົ້ງສາລີ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ ກ່ອນຈະກວດພົບເຊື້ອ.
 
• ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 159,047 ຄົນ, ອອກໂຮງໝໍວານນີ້ 128 ຄົນ, ກຳລັງປິ່ນປົວ 3,309 ຄົນ ແລະ ເສຍຊີວິດທັງໝົດ 652 ຄົນ (ເສຍຊີວິດໃໝ່ 1 ຄົນ ຈາກນະຄອນຫຼວງວຽງຈັນ)
• ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ
 
 ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103 ແລະ ໂຮງໝໍ 5 ເມສາ).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
ຢູ່ນະຄອນຫຼວງວຽງຈັນມີ 2 ຈຸດຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103 ແລະ ໂຮງໝໍ 5 ເມສາ), ໂຮງໝໍເມືອງ 9 ຕົວເມືອງ
– ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ແລະ ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
 
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ໄລຍະນີ້ສະພາບການລະບາດພະຍາດໂຄວິດ-19 ຢູ່ທົ່ວໂລກ ລວມທັງ ປະເທດອ້ອມຂ້າງ ແລະ ສປປ ລາວ ເຮົາ ກໍ່ໄດ້ມີການລາຍງານຜູ້ຕິດເຊື້ອໃໝ່ເພີ່ມຂື້ນ ໃນແຕ່ລະວັນ ເຊີ່ງສາເຫດຫຼັກຂອງການລະບາດພະຍາດໂຄວີດ-19 ໃນໄລຍະນີ້ ກໍ່ແມ່ນສາຍພັນໂອໄມຄຣອນ ທີ່ມີການຕິດເຊື້ອ ແລະ ແຜ່ເຊື້ອໄດ້ຢ່າງໄວວາ. ຫຼາຍປະເທດ ກໍ່ໄດ້ຫຼຸດຜ່ອນບາງມາດຕະການທາງສັງຄົມ ແຕ່ຫັນເອົາການສຸມໃສ່ ສັກວັກຊີນໃຫ້ທົ່ວເຖີງກັບກຸ່ມເປົ້າໝາຍ ເພື່ອຫຼຸດຜ່ອນຄວາມຮຸນແຮງ ແລະ ເສຍຊີວິດ ພ້ອມທັງ ເພິ່ມທະວີມາດຕະການປ້ອງກັນຕົນເອງ ຢ່າງເຂັ້ມງວດ ເຊັ່ນ: ໃສ່ຜ້າອັດປາກດັງ, ໝັ່ນລ້າງມືເລື້ອຍໆ ແລະ ຮັກສາໄລຍະຫ່າງ.
• ສໍາລັບ ສປປ ລາວ ເປັນເວລາເກືອບ 1 ອາທິດແລ້ວ ທີ່ມີຕົວເລກຜູ້ຕິດເຊື້ອທົ່ວປະເທດ ສູງກ່ວາ 1,000 ກໍລະນີ ຕໍ່ວັນ, ມື້ນີ້ມີລາຍງານຜູ້ຕິດເຊື້ອທັງໝົດ ສູງເຖິງ 2,625 ກໍລະນີ, ແຂວງທີ່ມີການຕິດເຊື້ອຫຼາຍກ່ວາໝູ່ແມ່ນ ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ອຸດົມໄຊ, ໄຊຍະບູລີ, ຄຳມ່ວນ, ຊຽງຂວາງ ແລະ ແຂວງອື່ນໆ, ກຸ່ມຄົນທີ່ຕິດເຊື້ອຫຼາຍໃນໄລຍະນີ້ ແມ່ນທຸກກຸ່ມຄົນ, ທຸກອາຊີບ ແລະ ທຸກອາຍຸ, ເນື່ອງຈາກ ການໄປມາຫາສູ່ກັນ ແລະ ດຳລົງຊີວິດປົກກະຕິ. ສິ່ງທີ່ພົ້ນເດ່ັນໃນໄລຍະນີ້ ແມ່ນການຈັດງານບຸນປະເພນີ ແລະ ບຸນຕ່າງໆ ເຮັດໃຫ້ບຸກຄົນຈຳນວນໜື່ງ ລະເຫຼີງຕໍ່ການປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຄັ່ງຄັດ ຈີ່ງມີການຕິດເຊື້ອໂດຍບໍ່ຮູ້ສຶກໂຕ ແລະ ນຳເອົາເຊື້ອໄປແຜ່ສູ່ສະມາຊິກໃນຄອບຄົວ.
• ບັນດາທ່ານທີ່ນັບຖື, ຕໍ່ກັບສະພາບການລະບາດໃນ ປັດຈຸບັນ ສາຍພັນໂອໄມຄຣອນນີ້ ເປັນສາຍພັນທີ່ຕິດເຊື້ອ ແລະ ແຜ່ເຊື້ອໄດ້ຢ່າງໄວວາ ຈີ່ງຄາດຄະເນວ່າໃນໄລຍະ 2-3 ເດືອນຕໍ່ໜ້າ ພວກເຮົາຍັງຈະພົບຜູ້ຕິດເຊື້ອສູງຂື້ນເລື້ອຍໆ. ສະນັ້ນ ວິທີທີ່ປ້ອງກັນໄດ້ດີທີ່ສຸດກໍ່ຄືການປ້ອງກັນຕົນເອງ ແລະ ສັກຢາວັກຊີນ ເພື່ອເຮັດໃຫ້ຄວາມສ່ຽງຕໍ່ການຕິດເຊື້ອໜ້ອຍລົງ ຫຼື ຜູ້ທີ່ຕິດເຊື້ອແລ້ວ ກໍ່ຈະເຮັດໃຫ້ອາການບໍ່ຮຸນແຮງ, ຖ້າບຸກຄົນດັ່ງກ່າວໄດ້ຮັບວັກຊີນຄົບໂດສ ລວມທັງ ເຂັມກະຕຸ້ນ.
• ບັນດາທ່ານທີ່ນັບຖື ໂຕເລກລາຍງານໃນແຕ່ລະວັນ ເປັນພຽງສ່ວນໜື່ງຂອງຜູ້ຕິດເຊື້ອທັງໝົດ ທີ່ມາກວດຢູ່ຕາມສະຖານທີ່ບໍລິການສາທາລະນະສຸກ ແຕ່ຍັງມີຫຼາຍຄົນໄດ້ຊື້ເຄື່ອງກວດແບບໄວມາກວດດ້ວຍຕົນເອງ ແລະ ປີ່ນປົວຢູ່ເຮືອນ. ຂ້າພະເຈົ້າ ຂໍແນະນຳອີກເທື່ອໜື່ງ ສຳລັບຜູ້ທີ່ມີເງື່ອນໄຂໃນການຕິດຕາມປີ່ນປົວຕົນເອງຢູ່ເຮືອນ ມີດັ່ງນີ້:
– ມີຫ້ອງແຍກປ່ຽວສະເພາະ ແຍກຈາກຄົນອື່ນ
– ມີສະມາຊິກໃນຄອບຄົວ ຫຼື ຄົນເບີ່ງແຍງດູແລ ແລະ ສົ່ງອາຫານການກິນໃຫ້
– ຜູ້ທີ່ມີີອາການເບົາບາງ ຫຼື ບໍ່ມີອາການ, ບໍ່ຫາຍໃຈຝືດ
– ບໍ່ໄດ້ຢູ່ໃນກຸ່ມສ່ຽງ (ອາຍຸບໍ່ເກີນ 60 ປີ, ບໍ່ມີພະຍາດປະຈຳໂຕ ເຊັ່ນ: ພະຍາດຫົວໃຈ, ພະຍາດປອດຊຳເຮື້ອ, ວັນນະໂລກ, ພະຍາດໄຂ່ຫຼັງຊຳເຮື້ອ, ຄວາມດັນເລືອດສູງ, ເບົາຫວານ, ເລືອດຈາງ, ພະຍາດເສັ້ນເລືອດໃນສະໝອງຕີບ ຫຼື ແຕກ, ມະເຮັງ ແລະ ບໍ່ໄດ້ຖືພາ)
– ມີອຸປະກອນຕິດຕາມຕົນເອງ ແລະ ສາມາດປະເມີນອາການຕົນເອງໄດ້ ວ່າຢູ່ໃນຂັ້ນໜັກ ຫຼື ເບົາບາງ
– ຜູ້ທີ່ປີ່ນປົວຕົນເອງຢູ່ເຮືອນ ຕ້ອງປີ່ນປົວໃຫ້ຄົບກຳນົດ 10 ວັນ ສຳລັບຜູ້ບໍ່ມີອາການ, ຖ້າຜູ້ມີອາການແມ່ນໃຫ້ປີ່ນປົວຄົບ 13 ວັນ ຈົນກ່ວາບໍ່ມີອາການ ຈີ່ງສາມາດດຳລົງຊີວິດປົກກະຕິໄດ້.
• ສະນັ້ນ ຂ້າພະເຈົ້າຈີ່ງຂໍຮຽກຮ້ອງໃຫ້ບັນດາທ່ານ ຈົ່ງພ້ອມກັນເອົາໃຈໃສ່ໄປຮັບວັກຊີນຕາມກຳນົດ ເພື່ອໃຫ້ທຸກຄົນມີພູມກັນໝູ່ ໂດຍສະເພາະ ຂະບວນການສັກຢາກັນພະຍາດທົ່ວປະເທດ ເຊິ່ງພວກເຮົາໄດ້ເລິ່ມເປີດແຕ່ວັນທີ 21 ກຸມພາ ຈົນຮອດວັນທີ 25 ມີນາ 2022 ເພ່ືອພ້ອມກັນຜ່ານຜ່າການລະບາດຮອບໃໝ່ນີ້ໄປດ້ວຍກັນ.
• ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ ສັກວັກຊີນ
ສໍາລັບ ກຸ່ມອາຍຸ 6-11 ປີ ເຂັ້ມ 1 ສັກໄດ້ 59,7%, ກຸ່ມອາຍຸ 12-17 ປີ ເຂັ້ມ 1 ສັກໄດ້ 71% ແລະ ເຂັ້ມ 2 ສັກໄດ້ 52,1 %. ສຳລັບທົ່ວປະເທດ ເຂັມທີ 1 ສັກໄດ້ 5,556,272 (ອັດຕາປົກຄຸມ 75,72%) ແລະ ທຸກເຂັມທີ່ແນະນໍາ 4.31,776 (ອັດຕາປົກຄຸມ 60,40%) ແລະ ເຂັ້ມກະຕຸ້ນ ສັກໄດ້ 15,3%.
Loading...