
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ23ທັນວາ2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ4210ຕົວຢ່າງໃນຂອບເຂດທົ່ວປະເທດແລະພົບເຊື້ອທັງໝົດ1037ຄົນ(ຕິດເຊື້ອພາຍໃນມີ1037ຄົນ ແລະ ຕິດເຊື້ອນໍາເຂົ້າ0ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ1037ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 476 ຄົນ
2 ອຸດົມໄຊ 142 ຄົນ
3 ຫຼວງນໍ້າທາ 68 ຄົນ
4 ຫຼວງພະບາງ 62 ຄົນ
5 ບໍ່ແກ້ວ 56 ຄົນ
6 ຊຽງຂວາງ 41 ຄົນ
7 ວຽງຈັນ 35 ຄົນ
8 ຜົ້ງສາລີ 30 ຄົນ
9 ສະຫັວນນະເຂດ 27 ຄົນ
10 ໄຊສົມບູນ 23 ຄົນ
11 ຄໍາມ່ວນ 21 ຄົນ
12 ເຊກອງ 16 ຄົນ
13 ຈໍາປາສັກ 12 ຄົນ
14 ບໍລິຄໍາໄຊ 11 ຄົນ
15 ສາລະວັນ 6 ຄົນ
16 ໄຊຍະບູລີ 5 ຄົນ
17 ອັດຕະປື 5 ຄົນ
18 ຫົວພັນ 1 ຄົນ
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ104.373 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້429ຄົນ,ກໍາລັງປິ່ນປົວ11,381ຄົນ ແລະ ເສຍຊີວິດສະສົມທັງໝົດ305ຄົນ
(ໃໝ່ 06 ຄົນ).
ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 06ຄົນ, ລາຍລະອຽດດັ່ງນີ້:
1. ເພດຍິງອາຍຸ86ປີອາຊີບແມເຮືອນບ. ນາເລົ່າມ. ສີໂຄດ, ນະຄອນຫຼວງວຽງຈັນ
– ເຂົ້າໂຮງໝໍມິດຕະພາບວັນທີ່18/12/2021 (ຮັບຈາກສຸກເສີນ) ເວລາ: 14ມ30
– ສັກວັກຊີນຄົບ 2 ເຂັມ
– ພະຍາດປະຈຳໂຕ : ເກົ້າ Gout
– ຄົນເຈັບເສຍຊີວິດ (ເວລາ: 17ມ50ຂອງວັນທີ່22/12/2021)
2. ເພດຊາຍອາຍຸ98ປີ, ບອານຸ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
– ເຂົ້າໂຮງໝໍ19/12/2021ຍ້ອນ: ນອນຊືມບໍຮູ້ສະຕິ, ໄຂ້, ໄອ, ຫາຍໃຈຍາກ, ແໜ້ນໜ້າເອິກ
– ພະຍາດປະຈຳຕົວ: ພະຍາດຫືດມາໄດ້ຫຼາຍປີ
– ຜູ້ກ່ຽວອາການອອ່ນເພຍນອນຕິດຕຽງມາຫຼາຍປີ
– ຄົນເຈັບເສຍຊິວິດວັນທີ22/12/2021
3. ເພດຊາຍອາຍຸ49ປີ, ອາຊີບປະຊາຊົນ, ບ້ານອ່າວເໝືອ, ເມືອງອະນຸວົງ, ແຂວງໄຊສົມບູນ
– ພະຍາດປະຈຳຕົວ: ຄວາມດັນເລືອດສູງ, ເບົາຫວານ
– ບໍ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19
– ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໜົດ3ຄົນ
– ມາຮອດເວລາ4ໂມງ30ນາທີຂອງວັນທີ23ທັນວາ2021ຄົນເຈັບໄດ້ເສຍຊີວິດ
4.ເພດຊາຍອາຍຸ78ປີບ້ານນາສຳພັນນະຄອນຫລວງພະບາງແຂວງຫຼວງພະບາງ
– ເຂົ້ານອນ21.12.2021 ເວລາ2:30ໂມງ, ກວດ RDT: Positive
– ເຂົ້ານອນໂຮງໝໍດວ້ຍ: ຖ່າຍດຳມີເລືອດປົນ
– 5:50ໂມງຄົນເຈັບບໍ່ຕອບສະໜອງຄົນເຈັບເສຍຊີວິດ
5. ເພດຍິງອາຍຸ8ປີບ້ານພູເກີເມືອງນ້ຳບາກແຂວງຫຼວງພະບາງ
ເຂົ້າໂຮງໝໍ : 22.12.2021ເວລາ16:30ໂມງ, ກວດ RDT: Positive
ເຂົ້າໂຮງໝໍດວ້ຍອາການໄອຫາຍໃຈຍາກ
ຄົນເຈັບເສຍຊິວິດເວລາ3:00ວັນທີ່23.12.2021
6. ເພດຍິງ81ປີບ. ດົງມ. ທຸລະຄົມແຂວງວຽງຈັນ
ເຂົ້າໂຮງໝໍວັນທີ18/12/2021ເວລາ19 : 00
ເປັນຄົນຕຸ້ຍ,ນ້ຳຫມັກເກິນ85 kg
ບໍ່ໄດ້ສັກວັກຊີນ
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ
ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 23ທັນວາ2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,464ຄົນ. ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ79ສູນ ແລະ 59 ໂຮງແຮມມີຜູ້ຈຳກັດບໍລິເວນທັງໝົດ4.377ຄົນ (ໂຮງແຮມ 1.774ຄົນ ແລະສູນບໍລິເວນ 2.603ຄົນ).
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ປະຈຸບັນການລະບາດຂອງໂຄວິດ19 ໃນປະເທດຂອງພວກເຮົາກໍ່ຍັງມີລາຍງານການຕິດເຊື້ອສູງຢູ່ຄືສະເລັ່ຍ 1000 ຄົນ ຕໍ່ວັນ, ກໍ່ຍັງສູງກ່ວາຄ່າສະເລັ່ຍຕິດເຊື້ອຂອງໃນໄລຍະ7 ວັນຄືສູງກ່ວາ 500ກໍລະນີຕໍ່ວັນ. ນະຄອນຫຼວງວຽງຈັນກໍ່ຄືຫຼາຍໆນະຄອນແລະແຂວງຈຳນວນໜຶ່ງເຊັ່ນ: ຫຼວງພະບາງ, ບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊແລະແຂວງວຽງຈັນຍັງມີລາຍງານຕົວເລກປະຈຳວັນສູງ. ຄຽງຄູ່ກັນນັ້ນສະພາບການລະບາດທົ່ວໂລກແມ່ນຍັງມີທ່າອ່ຽງສູງຂື້ນໃນຫຼາຍປະເທດໃນທະວິບອາເມລິກາແລະຢູໂຣບເນື່ອງຈາກສານພັນໂອມິກຣອນຊຶ່ງເຮັດໃຫ້ລັດຖະບານຫຼາຍປະເທດອອກມາປະກາດບາງມາດຕະການທີ່ເຂັ້ມງວດຄືນເພື່ອສະກັດກັ້ນການລະບາດໃນຄັ້ງນີ້!
• ປະຈຸບັນກະຊວງສາທາລະນະສຸກກໍມີແຈ້ງການໃຫ້ປິ່ນປົວຢູ່ເຮືອນສຳຫຼັບຜູ້ທີ່ມີເງື່ອນໄຂ ໂດຍແຍກໂຕເອງອອກຈາກຄອບຄົວ, ຕິດຕາມສຸຂະພາບໃນແຕ່ລະວັນ, ແຕ່ຖ້າມີອາການຫາຍໃຈຝືດ ຫາຍໃຈຍາກ ໃຫ້ໂທສາຍດ່ວນ 164 ເພື່ອແຈ້ງ ແລະ ເຂົ້າປິ່ນປົວຢູ່ໂຮງໝໍ ໂດຍສະເພາະຜູ້ທີ່ມີພະຍາດປະຈຳຕົວ ແລະ ຜູ້ສູງອາຍຸ.
• ມາຮອດປະຈຸບັນນີ້ຍັງບໍ່ມີຢາປິ່ນປົວພະຍາດໂຄວິດ 19 ສະເພາະ, ສະນັ້ນມີແຕ່ວິທີການຮັກສາສຸຂະພາບທົ່ວໄປ (ເຊັ່ນ: ດື່ມນໍ້າໃຫ້ພຽງພໍ ຢ່າງໜ້ອຍ 2 ລິດຕໍ່ມື້, ກິນອາຫານໃຫ້ພຽງພໍ, ໃຫ້ຢາລົດໄຂ້ຖ້າມີອາການໄຂ້ສູງ ແລະ ກະກຽມຢາພື້ນຖານທີ່ຈຳເປັນເຊັ່ນ: Paracetamol, Berberine, ORS, Mutivitamine. ບໍ່ແນະນຳໃຫ້ໃຊ້ຢາຕ້ານເຊື້ອ ແລະ ຢາ Steroid ເພື່ອປິ່ນປົວຜູ້ທີ່ມີອາການ ແລະ ອາການເບົາບາງ
• ອີກເທື່ອໜຶ່ງ ຂໍແຈ້ງບັນດາທ່ານ ຊາບວ່າ ກ່ຽວກັບ ການສັກຢາສັກຊິນໂຄວິດ-19ມາຮອດມື້ນີ້ ສັກເຂັມ1ໄດ້4,478,481 (ອັດຕາປົກຄຸມ61.04%)ແລະທຸກເຂັມທີ່ແນະນໍາ3,453.030 (ອັດຕາປົກຄຸມ47.06%).ສຳລັບກຸ່ມອາຍຸ 12-17ປີ ເຂັມທີ 1 ໄດ້ 49.1%.ສ່ວນ ຜູ້ສູງອາຍຸ ແມ່ນຍັງປະມານ 30% ທີ່ບໍ່ທັນໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງທ່ານ ນຳພາຜູ້ສູງອາຍຸ ໃນຄອບຄົວມາຮັບການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ.