ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 23 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,489 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,336 ຄົນ (ຕິດເຊື້ອພາຍໃນມີ 1,330 ຄົນ ແລະ ຕິດເຊື້ອນໍາເຂົ້າ 06 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,330 ຄົນ ຈາກ 18 ແຂວງ ເຊິ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 712 ຄົນ ໃນ 146 ບ້ານ ແລະ 8 ເມືອງ
• ເມືອງຈັນທະບູລີ 67 ຄົນ ຈາກ 25 ບ້ານ
• ເມືອງສີໂຄດຕະບອງ 165 ຄົນ ຈາກ 42 ບ້ານ
• ເມືອງໄຊເສດຖາ 144 ຄົນ ຈາກ 42 ບ້ານ
• ເມືອງສີສັດຕະນາກ 105 ຄົນ ຈາກ 26 ບ້ານ
• ເມືອງນາຊາຍທອງ 29 ຄົນ ຈາກ 13 ບ້ານ
• ເມືອງໄຊທານີ 117 ຄົນ ຈາກ 37 ບ້ານ
• ເມືອງຫາດຊາຍຟອງ 55 ຄົນ ຈາກ 24 ບ້ານ
• ເມືອງສັງທອງ 1 ຄົນ ຈາກ 1 ບ້ານ
• ຕ່າງແຂວງ 3 ຄົນ
• ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ
2. ຜົ້ງສາລີ ມີ 137 ຄົນ ໃນ 8 ບ້ານ ແລະ 5 ເມືອງ
3. ຫຼວງພະບາງ ມີ 93 ຄົນ ໃນ 35 ບ້ານ ແລະ 10 ເມືອງ
4. ຈຳປາສັກ ມີ 65 ຄົນ ໃນ 33 ບ້ານ ແລະ 7 ເມືອງ
5. ສະຫວັນນະເຂດ ມີ 62 ຄົນ ໃນ 27 ບ້ານ ແລະ 8 ເມືອງ
6. ແຂວງວຽງຈັນມີ 58 ຄົນ ໃນ 35 ບ້ານ ແລະ 8 ເມືອງ
7. ບໍ່ແກ້ວ ມີ 44 ຄົນ ໃນ 22 ບ້ານ ແລະ 2 ເມືອງ
8. ບໍລິຄຳໄຊ ມີ 40 ຄົນ ໃນ 22 ບ້ານ ແລະ 5 ເມືອງ
9. ໄຊຍະບູລີ ມີ 31 ຄົນ ໃນ 10 ບ້ານ ແລະ 2 ເມືອງ
10. ອຸດົມໄຊ ມີ 19 ຄົນ ໃນ 9 ບ້ານ ແລະ 2 ເມືອງ
11. ຫົວພັນ ມີ 18 ຄົນ ໃນ 12 ບ້ານ ແລະ 4 ເມືອງ
12. ສາລະວັນ ມີ 18 ຄົນ ໃນ 9 ບ້ານ ແລະ 3 ເມືອງ
13. ອັດຕະປື 11 ຄົນ ໃນ 6 ບ້ານ ແລະ 1 ເມືອງ
14. ຫຼວງນ້ຳທາ ມີ 9 ຄົນ, ໃນ 5 ບ້ານ ແລະ 1 ເມືອງ
15. ຄຳມ່ວນ ມີ 4 ຄົນ ໃນ 4 ບ້ານ ແລະ 2 ເມືອງ
16. ເຊກອງ ມີ 4 ຄົນ ໃນ 4 ບ້ານ ແລະ 3 ເມືອງ
17. ໄຊສົມບູນ ມີ 3 ຄົນ ໃນ 3 ບ້ານ ແລະ 2 ເມືອງ
18. ຊຽງຂວາງ ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ ຈາກ ສະຫວັນນະເຂດ 2 ແລະ ນະຄອນຫຼວງ 04 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.
• ມາຮອດວັນທີ 24 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 65,818 ຄົນ, ເສຍຊີວິດສະສົມ 142 ຄົນ(ໃໝ່ 05), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 903 ຄົນແລະກໍາລັງປິ່ນປົວ 11.028 ຄົນ
 ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້:
ຜູ້ທີ 1). ເພດຊາຍ, ອາຍຸ 32 ປີ, ອາຊີບກຳມະກອນ, ບ້ານສີຫອມ, ເມືອງຈັນທະບູລີ, ນະຄອນຫລວງ.
– ປະຫັວດພະຍາດປະຈໍາຕົວ: ຄົນເຈັບຜ່ານມາແຂງແຮງດີແຕ່ສູບຢາປະຈຳ
– ຂໍ້ມູນສັກຢາວັກຊີນ (ສອບຖາມຄືນ)
– ວັນທີ່ 09 ພະຈິກ 2021: ລົດຕໍາຜູ້ກ່ຽວແລ້ວໄດ້ເຂົ້າມານອນປີ່ນປົວຢູ່ພະແນກ ICU ຂອງໂຮງໝໍມິດຕະພາບແລ້ວຄົນເຈັບໄດ້ແຍ່ທໍ່ຊ່ວຍຫາຍໃຈ
– ວັນທີ 10 ພະຈິກ 2021: ເກັບຕົວຢ່່າງມາກວດຊອກຫາພະຍາດໂຄວິດ-19 ດ້ວຍ Gene x-pert ຢູ່ໂຮງໝໍມິດຕະພາບແລະພົບກວດພົບເຊື້ອ, ຄົນເຈັບຢູ່ໃນອາການComa ແຍ່ທໍ່ຊ່ວຍຫາຍໃຈ
– ໄລຍະເວລານອນປີ່ນປົວຢູ່ໂຮງໝໍດັ່ງກ່າວແຕ່ວັນທີ່ 10-23 ພະຈິກ 2021, ເປັນເວລາ 14 ວັນ
– ເວລາ 10:18 ໂມງ ຂອງວັນທີ່ 23 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 2). ເພດຍິງ, ອາຍຸ 70 ປີ, ອາຊີບ: ຜູ້ເຖົ້າ, ບ້ານໂຊກຄຳ, ເມືອງໄຊເສດຖາ, ນະຄອນຫລວງ
– ປະຫວັດພະຍາດປະຈໍາຕົວ: ເປັນພະຍາດໄຂ່ຫລັງຊຸດໂຊມແຕ່ປີ 2018 ໄດ້ຟອກໄຂ່ຫລັງ2-3ເທື່ອ/ອາທິດ,
– ຍັງບໍ່ທັນໄດ້ຮັບການສັກຢາວັກຊີນ
– ວັນທີ 18 ພະຈິກ 2021: ຄົນເຈັບອິດເມື່ອຍ, ກິນຫຍັງກໍ່ຮາກແລ້ວມາກວດຢູ່ສຸກເສີນ ຂອງໂຮງໝໍມິດຕະພາບພ້ອມທັງເກັບຕົວຢ່່າງມາກວດຊອກຫາພະຍາດໂຄວິດ-19 ດ້ວຍAg RDT ແມ່ນພົບເຊື້ອແລ້ວຮັບເຂົ້ານອນປີ່ນປົວຢູ່ໂຮງຫມໍມິດຕະພາບ
– ໄລຍະເວລານອນປີ່ນປົວຢູ່ໂຮງໝໍດັ່ງກ່າວແຕ່ວັນທີ 18-23 ພະຈິກ 2021, ເປັນເວລາ 06 ວັນ
– ມາຮອດເວລາ 15:48 ໂມງ ຂອງວັນທີ 23 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 3). ລະຫັດກໍລະນີຕິດເຊື້ອ 61284: ເພດຊາຍ, ອາຍຸ 23 ປີ, ອາຊີບ: ກໍາມະກອນ, ບ້ານທົ່ງປົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ
– ພະຍາດຜ່ານມາ: ບໍ່ເຄີຍກວດ
– ຍັງບໍ່ທັນໄດ້ສັກຢາວັກຊີນ
– ວັນທີ 21 ພະຈິກ 2021: ເກັບຕົວຢ່່າງມາກວດຊອກຫາພະຍາດໂຄວິດ-19 ດ້ວຍGene x-pert ຢູ່ພະແນກສຸກເສີນຂອງໂຮງໝໍມະໂຫສົດ ແລະ ພົບກວດພົບເຊື້ອ
• ຜ່ານການຕິດຕາມເປັນເວລາ 01 ຄືນ ຂອງວັນທີ 21ພະຈິກ 2021 ຢູ່ໂຮງໝໍມະໂຫສົດຊຶ່ງຄົນເຈັບຢູ່ໃນສະພາບສະຕິບໍ່ດີ ແລະ ໄດ້ພົວພັນເພື່ອສົ່ງຄົນເຈັບມາປິ່ນປົວຢູ່ໂຮງໝໍມິດຕະພາບ
– ຕອນເວລາ 20:10ໂມງ ຂອງວັນທີ 22 ພະຈິກ 2021: ໄດ້ຮັບຄົນເຈັບທີ່ສົ່ງມາແຕ່ໂຮງໝໍມະໂຫສົດແລະຄົນເຈັບມາຮອດໂຮງໝໍມິດຕະພາບມີອາການຄົນເຈັບບໍ່ໄດ້ສະຕິ (SGC=1+2+1), ສະພາບຮ່າງກາຍກ່ຳແຫຼ້, ໜ່ວຍຕາທັງສອງດູນອອກມາ, TA: 110/70, P:151, T: 38.5, RR: 62, SO2: 50% on Mask oxygen
– ໄລຍະເວລານອນປິ່ນປົວຢູ່ໂຮງໝໍດັ່ງກ່າວແຕ່ວັນທີ 22-23 ພະຈິກ 2021, ເປັນເວລາ 02 ວັນ
– ມາຮອດເວລາ 03:28 ໂມງ ຂອງວັນທີ 23 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 4). ເພດຊາຍ, ອາຍຸ 47 ປີ, ບ້ານນໍ້າຫຸມ, ເມືອງນາຊາຍທອງດ ນະຄອນຫລວງ
– ພະຍາດປະຈໍາຕົວ: ເບົາຫວານ ມາໄດ້ 07 ປີ ຕິດຕາມປິ່ນປົວນໍາຄຼີນິກ ແລະ ຄວາມດັນເລືອດສູງ ແຕ່ກິນຢາບໍ່ປົກກະຕິ
– ໄດ້ສັກຢາວັກຊີນ J&J
– ວັນທີ 18 ພະຈິກ 2021: ຜົນກວດພົບເຊື້ອພະຍາດໂຄວິດ-19 ແລ້ວ ໄດ້ເຂົ້າມາປິ່ນປົວ ຢູ່ສູນສີໄຄ
– ມາຮອດວັນທີ 22 ພະຈິກ 2021: ຄົນເຈັບມີອາການອິດເມື່ອຍ, ແໜ້ນໜ້າເອິກ, ມີອາການໄອແກມເລືອດອອກມາ ແລະ ຫາຍໃຈຫອບ ແລະ ເວລາ 21:00 ໂມງ ຂອງມື້ດຽວກັນ ໄດ້ມາຮອດໂຮງໝໍເສດຖາທິລາດ ດ້ວຍອາການອິດເມື່ອຍ, ຫາຍໃຈຫອບ, ຈືດມ້ານ, ກໍ່າແຫລ້ ແລະ ອົກຊີໃນເລືອດ 59%
– ມາຮອດເວລາ 9:00ໂມງ ຂອງວັນທີ 23 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ ແລະ ລວມການປີ່ນປົວ ໄດ້ 12 ຊົ່ວໂມງ
ຜຸ້ທີ 5). ເພດຊາຍ, ອາຍຸ 72 ປີ, ບ້ານນາຄູນ, ເມືອງນາຊາຍທອງ, ນະຄອນຫລວງ
– ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ໄຂ່ຫຼັງຊຸດໂຊມ
– ບໍ່ໄດ້ສັກຢາວັກຊີນ
– ວັນທີ 19 ພະຈິກ 2021: ຄົນເຈັບ ໄດ້ມາກວດຢູ່ໂຮງໝໍ 103 ດ້ວຍອາການໄອ, ແໜ້ນໜ້າເອິກ ແລະ ຫາຍໃຈຝືດ ພ້ອມທັງເກັບຕົວຢ່າງມາກວດພົບເຊື້ອພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອແລ້ວໄດ້ເຂົ້ານອນປິ່ນປົວ ຢູ່ໂຮງໝໍ 103
– ໄລຍະເວລານອນປິ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 19-23 ພະຈິກ 2021, ເປັນເວລາ 05 ມື້
– ມາຮອດເວລາ 17:30 ໂມງ ຂອງວັນທີ 23 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່(ກວດວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ມັດທະຍົມຕົ້ນ ເຈົ້າອານຸວົງ
 ທີມກວດເຄື່ອນທີ່:
– ມີທີມກວດເຄື່ອນທີ່ ໃນເມືອງ ໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງໝໍ5 ເມສາ, ແມ່ ແລະ ເດັກເກີດໃໝ່, ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ນອກຈາກນັ້ນກໍ່ມີໜ່ວຍບໍລິການສັກວັກຊີນນອກສະຖານທີ່ ຄື: ວັດຈີນ, ບ້ານ ດົງປາແລບ, ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ ໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
• ບ້ານແດງໃນທົ່ວປະເທດ ມີ: 1,014 ບ້ານ, 85 ເມືອງ ແລະ 18 ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ມື້ວານນີ້ ມີ 19 ບ້ານ ໃນ 15 ເມືອງ 10 ແຂວງ
• ບ້ານແດງກາຍເປັນບ້ານເຫຼືອງໃນນະຄອນຫຼວງວຽງຈັນມີ 3 ບ້ານຄື: ຫົວຊ້າງ, ປາກຊາບເກົ່າ, ໃຫຍ່ຈະເລີນ
ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 23 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,222 ຄົນ.
ຮອດປະຈຸບັນທົ່ວປະເທດມີຜູ້ຈຳກັດບໍລິເວນທັງໝົດ 4,068 ຄົນ (ສູນ 2,454 ຄົນແລະ ໂຮງແຮມ1,614 ຄົນ) ໃນ 86 ສູນ ແລະ 59 ໂຮງແຮມ.