
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 23 ມີນາ 2022 ໄດ້ກວດວິເຄາະທັງໝົດ 7,010 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2,819 ຄົນ (ຕິດເຊື້ອພາຍໃນ 2,776 ຄົນ ແລະ ນໍາເຂົ້າ 43 ຄົນ).
– ຂໍ້ມູນໂດຍຫຍໍ້ ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 2,776 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 1,084 ຄົນ
2. ສະຫວັນນະເຂດ 388 ຄົນ
3. ວຽງຈັນ 228 ຄົນ
4. ໄຊຍະບູລີ 240 ຄົນ
5. ຊຽງຂວາງ 145 ຄົນ
6. ຄຳມ່ວນ 139 ຄົນ
7. ອຸດົມໄຊ 87 ຄົນ
8. ບໍ່ແກ້ວ 73 ຄົນ
9. ບໍລິຄຳໄຊ 72 ຄົນ
10. ຫົວພັນ 56 ຄົນ
11. ສາລະວັນ 54 ຄົນ
12. ຫຼວງນ້ຳທາ 50 ຄົນ
13. ອັດຕະປື 47 ຄົນ
14. ຈຳປາສັກ 27 ຄົນ
15. ຫຼວງພະບາງ 24 ຄົນ
16. ຜົ້ງສາລີ 24 ຄົນ
17. ເຊກອງ 21 ຄົນ
18. ໄຊສົມບູນ 17 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 43 ຄົນ ຈາກ ຫົວພັນ 23 ຄົນ, ສະຫວັນນະເຂດ 15 ຄົນ, ຈໍາປາສັກ 3 ຄົນ ແລະ ນະຄອນຫຼວງວຽງຈັນ 2 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 161,866 ຄົນ, ອອກໂຮງໝໍວານນີ້ 103 ຄົນ, ກຳລັງປິ່ນປົວ 4,075 ຄົນ ແລະ ເສຍຊີວິດທັງໝົດ 652 ຄົນ (ເສຍຊີວິດໃໝ່ 0 ຄົນ)
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
ຢູ່ນະຄອນຫຼວງວຽງຈັນມີ 2 ຈຸດຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່), ໂຮງໝໍເມືອງ 9 ຕົວເມືອງ
– ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ແລະ ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ສະພາບ ການລະບາດຂອງພະຍາດໂຄວິດ ໃນທົ່ວໂລກ ແມ່ນຍັງບໍ່ມີທ່າອຽງຫຼຸດລົງເທື່ອ, ເຊິ່ງຕົວເລກຕິດເຊື້ອໃໝ່ແຕ່ລະວັນຍັງສູງ ເຊີ່ງມື້ວານນີ້ມີຜູ້ຕີດເຊື້ອໃໝ່ ເຖິງ 1,622,918 ກໍລະນີ. ສາເຫດຂອງການລະບາດຮອບນີ້ ກໍ່ແມ່ນເກີດຈາກການລະບາດສາຍພັນໂອມີຄຣອນ BA.2 ເຊິ່ງເປັນສາຍພັນທີ່ ອົງການອະນາໄມໂລກ ໄດ້ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ເພາະສາຍພັນດັ່ງກ່າວ ເປັນສາເຫດໃຫ້ພະຍາດໂຄວິດ-19 ກັບມາລະບາດຮອບໃໝ່ອີກຄັ້ງ ຢູ່ຫຼາຍປະເທດໃນທົ່ວໂລກ ລວມທັງປະເທດທີ່ມີຊາຍແດນຕິດກັບສປປ ລາວ.
• ສຳລັບ ສປປລາວ, ສະພາບການລະບາດສືບຕໍ່ເພີ່ມຂື້ນໃນແຕ່ລະວັນ ເຫັນໄດ້ວ່າ ໄລຍະນີ້ ທີ່ມີການລະບາດຂອງສາຍພັນໂອໄມຄຣອນ ອັດຕາການຕິດເຊື້ອແມ່ນເພີ່ມຂື້ນຢ່າງໄວວາ ສະເພາະ 1ອາທິດທີ່ຜ່ານມາ ມີຜູ້ຕິດເຊື້ອທັງໝົດ 10,790 ກໍລະນີ ສະເລ່ຍຕິດເຊື້ອ ແມ່ນຫຼາຍກ່ວາ 1,600 ກໍລະນີ ຕໍ່ວັນ, ໃນນີ້ຕິດເຊື້ອພາຍໃນກວມເອົາ 98.5%, ສະເພາະ ນະຄອນຫຼວງວຽງຈັນ ກວມເອົາ 52%. ພ້ອມດຽວກັນ ໄລຍະນີ້ ອັດຕາການກວດພົບເຊື້ອ ກໍ່ຫຼາຍກ່ວາ 36% ເມື່ອທຽບໃສ່ຈຳນວນຕົວຢ່າງທີ່ເກັບມາກວດ.
• ບັນດາທ່ານທີ່ນັບຖື, ຕໍ່ກັບສະພາບການລະບາດໃນໄລຍະນີ້ ພວກເຮົາຕ້ອງສືບຕໍ່ປັບໂຕ ແລະ ປັບປ່ຽນຮູບແບບການດຳລົງຊີວິດປົກກະຕິ ໃຫ້ເປັນການດຳລົງຊີວິດປົກກະຕິແບບໃໝ່ ເພື່ອຮຽນຮູ້ການຢູ່ຮ່ວມກັບໂຄວິດ-19 ຢ່າງປອດໄພ ທັງຕໍ່ຕົນເອງ ແລະ ສ່ວນລວມ, ຂ້າພະເຈົ້າ ຈຶ່ງຂໍແນະນຳດັ່ງນີ້:
1. ເພິ່ມທະວີມາດຕະການປ້ອງກັນຕົນເອງ ຢ່າງເຂັ້ມງວດ ເຮັດໃຫ້ເປັນປະຈຳ ແລະ ໃຫ້
ກາຍເປັນຄວາມຊິນເຄິີຍ ເປັນຕົ້ນ ແມ່ນການໃສ່ຜ້າປິດປາກ-ດັງ ຕະຫຼອດເວລາທີ່ຢູ່ຮ່ວມ
ກັບຄົນອື່ນ
2. ໝັ່ນລ້າງມືເປັນປະຈຳດ້ວຍສະບູ ແລະ ນ້ຳສະອາດ ຫຼື ພົກພາເຈວທີ່ມີທາດເຫຼົ້າປະສົມຕິດ
ໂຕຕະຫຼອດ
3. ຮັກສາໄລຍະຫ່າງ ໃນສະຖານທີ່ເຮັດວຽກ ຫຼື ເວລາທີ່ອອກໄປໃນເຂດຊຸມຊົນ ໂດຍນັ່ງ ຫຼື
ຢືນຫ່າງກັນ 1 ແມັດ
4. ໝັ່ນອະນາໄມເຊັດຖູ ສີ່ງຂອງທີ່ໃຊ້ຮ່ວມກັນເປັນປະຈຳ ດ້ວຍນ້ຳຢາຂ້າເຊື້ອຫຼືເຫຼົ້າ 70 %
ຂື້ນໄປ,ກ່ອນ ແລະ ຫຼັງໃຊ້ສິ່ງຂອງ
5. ຫຼີກລ້ຽງງານໂຮມຊຸມນຸມທີ່ບໍ່ຈຳເປັນ, ງານບຸນປະເພນີ ແລະ ບຸນບ້ານຕ່າງໆ
6. ໃນສະຖານທີ່ເຮັດວຽກ ຫຼີກລ້ຽງການກິນເຂົ້າຊຸມກັນ ເພາະເປັນເວລາທີ່ສ່ຽງທີ່ສຸດ ໃນ
ການຮັບເຊື້ອ ເນື່ອງຈາກ ເຮົາໄດ້ຖອດຜ້າປິດປາກ-ດັງອອກ ເມື່ອກິນເຂົ້າ ແລະ ຖ້າບໍ່ສາ
ມາດຮັກສາໄລຍະຫ່າງໄດ້ ຄວາມສ່ຽງກໍ່ແມ່ນຍີ່ງເພີ່ມຂື້ນເປັນຫຼາຍເທົ່າ
7. ສຸດທ້າຍ ຖ້າທ່ານ ຮູ້ສືກບໍ່ສະບາຍ ຫຼື ມີອາການຄ້າຍຄືໄຂ້ຫວັດ ໃຫ້ແຍກຕົວຈາກຄົນອື່ນ
ທັນທີ, ພັກຜ່ອນຢູ່ເຮືອນ ຫຼື ເຮັດວຽກຢູ່ເຮືອນຖ້າຈຳເປັນ ແລະ ໄປກວດຫາເຊື້ອທັນທີ
ພ້ອມດຽວກັນ ໂທແຈ້ງໃຫ້ບຸກຄົນອ້ອມຂ້າງ ຫຼື ບຸກຄົນທີ່ມີການພົວພັນກັນໃນໄລຍະ 7
ວັນລົງມາໃຫ້ເຂົາເຈົ້າຮູ້ ເພື່ອໃຫ້ເຂົາເຈົ້າມີສະຕິລະວັງຕົວ ແລະ ຕິດຕາມອາການຕົນເອງ
• ຖ້າທ່ານໃດທີ່ກວດ ດ້ວຍຕົນເອງ ດ້ວຍເຄື່ອງກວດແບບໄວ, ຖ້າຂື້ນ 2 ຂີດ (ຜົນກວດພົບເຊື້ອ) ກໍ່ຂໍໃຫ້ ສືບຕໍ່ປີ່ນປົວຕົນເອງຢູ່ເຮືອນ ໂດຍສະເພາະ ຜູ້ທີ່ໄດ້ຮັບວັກຊີນຄົບໂດສ ແລະ ມີອາຍຸບໍ່ເກີນ 60ປີ, ບໍ່ໄດ້ຖືພາ ແລະ ບໍ່ມີພະຍາດປະຈຳໂຕ. ເຖີງວ່າ ບັນດາທ່ານຈະກວດດ້ວຍຕົນເອງພົບເຊື້ອແລະ ປີ່ນປົວຕົນເອງຢູ່ບ້ານ ຂ້າພະເຈົ້າກໍ່ຂໍຮຽກຮ້ອງໃຫ້ທຸກຄົນ ຈົ່ງລາຍງານຜົນກວດພົບເຊື້ອຕົນເອງ ດ້ວຍການໂທແຈ້ງສາຍດ່ວນ 164 ເພື່ອໃຫ້ເຈົ້າໜ້າທີ່ປະເມີນອາການວ່າຮ້າຍແຮງບໍ່ ແລະ ຂໍຮຽກຮ້ອງໃຫ້ບັນດາທ່ານ ລົງທະບຽນເພື່ອເອົາລະຫັດຄົນເຈັບຂອງຕົນເອງໄວ້ ເພື່ອສະດວກໃນການປະສານງານ ລົດຮັບສົ່ງໄປປີ່ນປົວຢູ່ໂຮງໝໍ ຫຼື ສະຖານທີ່ກຳນົດໄວ້ຢ່າງທັນເວລາ ເມື່ອທ່ານມີອາການໜັກຂື້ນ, ທ່ານສາມາດລົງທະບຽນ ເພື່ອແຈ້ງເຈົ້າໜ້າທີ່ ຜ່ານທາງມືືຖືໄດ້ ໂດຍການກົດລິ້ງ https://forms.gle/wNJ7uTWH1i22onPm7 ເຊິ່ງທ່ານສາມາດ ເຂົ້າໄປຊອກລິ້ງດັ່ງກ່າວ ໄດ້ທີ່ ເຟດບຸກຂອງສູນຂ່າວສານການແພດສຸຂະສຶກສາ.
– ເມື່ອກົດລິ້ງເຂົ້າໄປແລ້ວ ທ່ານຈະເຫັນເປັນແບບຟອມຕື່ມຂໍ້ມູນ ເພື່ອແຈ້ງຜົນກວດໂຄວິດເປັນບວກໄດ້ດ້ວຍຕົນເອງ
– ເມື່ອຕື່ມແບບຟອມສຳເລັດ ເຈົ້າໜ້າທີ່ກ່ຽວຂ້ອງ ຈະຕິດຕໍ່ທ່ານ ເພື່ອໃຫ້ຄຳປຶກສາ ແລະ ຕິດຕາມອາການຂອງທ່ານຢ່າງໃກ້ຊິດ.
– ທ່ານສາມາດລົງທະບຽນໄດ້ ນັບແຕ່ມື້ນີ້ເປັນຕົ້ນໄປ ຫຼື ສາມາດມາໂທສອບຖາມ ສາຍດ່ວນ 164 ເພື່ອລົງທະບຽນ.
• ບັນດາທ່ານທີ່ນັບຖື, ນອກຈາກມາດຕະການທີ່ກ່າວມາຂ້າງເທີງນັ້ນ, ອີກວິທີທີ່ປ້ອງກັນໄດ້ດີທີ່ສຸດກໍ່ຄືການ ສັກຢາວັກຊີນປ້ອງກັນພະຍາດໂຄວິດ ເພື່ອເຮັດໃຫ້ຄວາມສ່ຽງການຕິດເຊື້ອໜ້ອຍລົງ ຫຼື ຜູ້ທີ່ຕິດເຊື້ອແລ້ວກໍ່ຈະເຮັດໃຫ້ອາການບໍ່ຮຸນແຮງຖ້າບຸກຄົນດັ່ງກ່າວໄດ້ຮັບວັກຊີນຄົບໂດສ ລວມທັງເຂັມກະຕຸ້ນ ແລະ ຫຼາຍທ່ານບໍ່ທັນເຂົ້າໃຈ ກ່ຽວກັບໄລຍະຫ່າງຂອງການຮັບວັກຊີນ ເຂັມກະຕຸ້ນ ຫຼື ເຂັມທີ່ 3 ຂ້າພະເຈົ້າ ຂໍອະທິບາຍເພີ່ມເຕີມວ່າ:
– ການສັກຢາວັກຊີນເຂັມກະຕຸ້ນແມ່ນຈະສັກພຽງເຂັມດຽວ ຫຼື ເຂັມທີ 3 ເທົ່ານັ້ນ, ລັດຖະບານຍັງບໍ່ແນະນຳໃຫ້ສັກເຂັມທີ 4
– ກຸ່ມທີ່ເປັນບູລິມະສິດທີ່ແນະນຳໃຫ້ສັກເຂັມກະຕຸ້ນມີ: ຜູ້ທີ່ມີອາຍຸ 60 ປີຂື້ນໄປ, ຜູ້ທີ່ມີພະຍາດປະຈຳໂຕ, ພະນັກງານປ້ອມດ່ານໜ້າ ແລະ ກຸ່ມອາຍຸອື່ນໆ ເປັນຕົ້ນເດັກນ້ອຍ
– ການເວັ້ນໄລຍະຫ່າງເຂັມກະຕຸ້ນຂອງວັກຊີນແຕ່ລະຊະນິດມີດັ່ງນີ້:
• ວັກຊີນຊະນິດ ຈອນສັນ ແອນ ຈອນສັນ ຫຼື JJ ສັກຫຼັງຈາກໄດ້ຮັບເຂັມລ່າສຸດ 2 ເດືອນ
• ວັກຊີນຊະນິດອື່ນໆ : ຊີໂນຟາມ, ໄຟເຊີ, ເອັສຕຣາເຊນີກາ, ສະປູນິກ ແລະ ອື່ນໆ ແມ່ນໃຫ້ສັກພາຍຫຼັງຮັບວັກຊີນເຂັມລ່າສຸດ 3-6 ເດືອນ
• ສຳລັບຜູ້ທີ່ເປັນພະຍາດໂຄວິດ-19 ແມ່ນຕ້ອງລໍຖ້າຢ່າງໜ້ອຍ 2 ເດືອນຂື້ນໄປ ພາຍຫຼັງປີ່ນປົວຫາຍດີ ກ່ອນທີ່ຈະຮັບວັກຊີນເຂັມຕໍ່ໄປ ຫຼື ເຂັມກະຕຸ້ນ
ສະນັ້ນ ຈີ່ງຂໍຮຽກຮ້ອງມາຍັງບັນດາທ່ານ ຈົ່ງພ້ອມກັນເອົາໃຈໃສ່ໄປຮັບວັກຊີນຕາມກຳນົດ ເພື່ອໃຫ້ທຸກຄົນມີພູມກັນໝູ່ ແລະ ພ້ອມກັນຜ່ານຜ່າການລະບາດຮອບໃໝ່ນີ້ໄປນຳກັນ.