ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນເສົາ ວັນທີ 25 ກັນຍາ 2021. ກ່ຽວກັບ ສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນ ໃນ ສປປ ລາວ ແລະ ໃນໂລກ
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 24 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 7,674 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 447 ຄົນ:
– ກໍລະນີນໍາເຂົ້າ ມີ 20 ຄົນ ຈາກ ແຂວງ ສະຫວັນນະເຂດ 10 ຄົນ, ສາລະວັນ 7 ຄົນຈໍາປາສັກ 1 ຄົນ, ຄໍາມ່ວນ 1 ຄົນ ແລະ ນະຄອນຫຼວງວຽງຈັນ 01 ຄົນ
– ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 427 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:
1. ນະຄອນຫຼວງ 206 ຄົນ, ລາຍລະອຽດມີດັ່ງນີ້:
1) ຈຸດສີ ເກີດ: ພົບເຊື້ອ 71 ຄົນ
2) ເມືອງ ໄຊທານີ: ພົບເຊື້ອ 7 ຄົນ
3) ຈຸດບືງຂະຫຍອງ: ພົບເຊື້ອ 18 ຄົນ;
4) ມສ ເຈົ້າອານຸວົງ: ພົບເຊື້ອ 14 ຄົນ;
5) ມສ ລາວຫວຽດ: ພົບເຊື້ອ 11 ຄົນ;
6) ໂຮງໝໍເຊດຖາທິລາດ ແລະ ໂຮງໝໍ ເດັກ ໃຫ້ຜົນບວກ 09 ຄົນ: ເມືອງຫາດຊາຍຟອງ 03 ຄົນ (ບ້ານສະຫວ່າງ 02 ຄົນ, ສາລາຄຳ 01 ຊື່ງແມ່ນພະນັກງານບໍລິສັດ DKSH), ເມືອງ ສີໂຄດ 02 ຄົນ (ຍະພະ ແລະ ໄຊສະຖານ), ເມືອງ ໄຊເສດຖາ 02 ຄົນ (ບ້ານ ອາມອນ ແລະ ບ້ານ ຊຽງດາ), ບ້ານ ໂພນປາເປົ້າ, ເມືອງ ສີສັດຕະນາກ 01 ຄົນ ແລະ ບ້ານ ສາຍນໍ້າ ເງີນ ເມືອງ ໄຊທານີ 01 ຄົນ. ສ່ວນທີ່ເຫຼືອ ທີມງານລະບາກຳລັງສອບສວນ ແລະ ເກັບກຳຂໍ້ມູນ ຂໍໃຫ້ທ່ານຕິດຕາມທາງສື່ອອນລາຍ.
2. ຄຳມ່ວນ 72 ຄົນ: ລວມມີພະນັກງານຕຳຫຼວດ 3 ຄົນ ແລະ ບໍລິສັດຄາຍຢວນ 62 ຄົນ.
ລາຍງານຈາກ 5 ຕົວເມືອງ: ທ່າແຂກ 57, ຍົມມະລາດ 7, ເຊບັ້ງໄຟ 4, ມະຫາໄຊ 3 ແລະ ຫີນບູນ 1.
3. ຈໍາປາສັກ 50 ຄົນ: ຊື່ງມາຈາກ: ນະຄອນປາກເຊ, ປະທຸມພອນ ແລະ ບາຈຽງ (03 ຄົນ ແມ່ນກໍາມະກອນ ສວນຢາງ ດັກລັກ)
4. ຫຼວງພະບາງ 41 ຄົນ:
ເຊິ່ງໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານໜອງຂຽວ, ເມືອງງອຍ ທີ່ໄດ້ລາຍງານ ໃນວັນທີ 22 ກັນຍາ 2021.
o ບ້ານໜອງຂຽວ ມີ 31 ຄົນ
o ບ້ານໜອງອ່ຽນ ມີ 04 ຄົນ
o ບ້ານປາກບາກ ມີ 03 ຄົນ
o ມີ 03 ຄົນ (ບ້ານພູພຽງ, ບ້ານສົບຮຸນ, ບ້ານຈອມຍີ່ງ ມີບ້ານລະ 01 ຄົນ).
ຄົນເຈັບຕິດເຊື້ອມີອາຊີບເປັນທະຫານ, ພະນັກງານຄູ, ພະນັກງານແພດ; ອາຊີບພະນັກງານກະສິກໍາເມືອງ; ເດັກນ້ອຍ; ອາຊີບ: ເຮັດສວນ ແລະ ເຮັດໄຮ່ ມີອາຊີບລະ ແລະ ອາຊີບອື່ນໆ ກໍາລັງສະຫຼຸບສັງລວມຂໍ້ມູນ.
5. ໄຊສົມບູນ 21 ຄົນ ທັງໝົດ ແມ່ນເສື່ອມໂຍງກັບ ກໍລະນີ ບ້ານໜອງວຽງຄຳ, ເມືອງ ໄຊທານີ; (ພື້ນຖານເປັນຄົນເມືອງລ້ອງຊານ ແຂວງ ໄຊສົມບຸນ); ອາຊີບ ກຳມະກອນ ຢູ່ພະແນກກວດຄຸນນະພາບເຄື່ອງ (QCS) ໂຮງງານຕັດຫຍິບ ອານປີ-ລາວ; ທີ່ໄດ້ ເດີນທາງ ໄປ ບ້ານທ່າເຮືອ, ເມືອງ ລ້ອງຊານ ວັນທີ 13/9/21 (ໃຊ້ລົດຈັກໄປເອງ) ເພື່ອໄປສົ່ງສະການພໍ່ຕູ້.
6. ສະຫວັນນະເຂດ 12 ຄົນ:
– ພະນັກງານແພດ ມີ 04 ຄົນ (ໄດ້ເຂົ້າປະຈໍາການຢູ່ສູນຫຼັກ 9 ໃນວັນທີ 03 ກັນຍາ 2021 ແລະ ອອກປະຈໍາການທີ່ 15 ກັນຍາ 2021) ຊື່ງກວດເປັນຄັ້ງທີ 03.
– ບ້ານວົງວິໄລ, ເມືອງເຊໂປນ ມີ 02 ກໍລະນີ (ທັງສອງຄົນເປັນແມ່ລູກກັນ)
– ບ້ານແກ້ງຢາງ, ເມືອງເຊໂປນ ມີ 02 ກໍລະນີ ທັງສອງຄົນເປັນພະນັກງານຊິບປີ້ງ (ແລ່ນເອກະສານຢູ່ດ່ານແດນສະຫວັນ) ແລະ ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.
– ບ້ານໂນນສະຫວ່າງ, ເມືອງອຸທຸມພອນ ມີ 01 ກໍລະນີ (ທະຫານ).
– ບ້ານສະພານເໜຶອ, ນະຄອນໄກສອນ ມີ 01 ກໍລະນີ.
– ຢູ່ຄ້າຍຄຸມຂັງຫຼັກ 06 ມີ 02 ກໍລະນີ (ກວດຄັ້ງທີ່ 03)
7. ແຂວງວຽງຈັນ 9 ຄົນ:
o ເມືອງໂພນໂຮງ ມີ 06 ຄົນ (ບ້ານນາເລົ່າ ມີ 02 ຄົນ; ໃນນັ້ນມີ 01 ຄົນ ເປັນພະນັກງານໂຮງໝໍເມືອງ); ບ້ານນາໂພມະລາດ, ບ້ານໂພນງາມ ແລະ ບ້ານໂພນໂຮງ ມີບ້ານລະ 01 ຄົນ) ຊື່ງທັງໜົດມີປະຫວັດສໍາຜັດໃກ້ຊິດກັບຄົນຕິດເຊື້ອ ທີ່ໄປຮ່ວມງານເຮືອນດີ ຢູ່ບ້ານໂພນຫໍ.
o ເມືອງວັງວຽງ ມີ 03 ຄົນ (ບ້ານປາກເປາະ ມີ 02 ຄົນ ແລະ ບ້ານພູດິນແດງ ມີ 01 ຄົນ) ຊື່ງທັງໜົດມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານໂພນຊູ.
8. ບໍ່ແກ້ວ 6 ຄົນ: ເຂດເສດຖະກິດພິເສດ 4 ຄົນ; ເມືອງ ຕົ້ນເຜີ້ງ 02 ຄົນ (ບ້ານພຽງງາມ 1 ແລະ ບ້ານ ດອນມູນ 01).
9. ບໍລິຄໍາໄຊ 6 ຄົນ: ທັງໜົດມີປະຫັວດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄດ້ລາຍງານໃນວັນທີ 22 ກັນຍາ 2021 (ບ້ານທົ່ງນ້ອຍ, ເມືອງປາກຊັນ) ດັ່ງລຸ່ມນີ້: 01 ຄົນບ້ານສີວິໄລ, ເມືອງປາກຊັນ, 05 ຄົນ ບ້ານທົ່ງນອ້ຍ, ເມືອງປາກຊັນ (ເປັນຄອບຄົວດຽວກັນທັງໝົດ)
10. ຊຽງຂວາງ 3 ຄົນ:
11. ຫລວງນໍ້າທາ 1 ຄົນ: ສັນຊາດຈີນ
 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 21,527 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,403 ຄົນ.
 ເຂດສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ໃນນະຄອນຫຼວງວຽງຈັນ:
– ໂຮງງານ ອານປີ
 ປັດຈຸບັນແຂວງຕ່າງໆມີບ້ານແດງ ດັ່ງນີ້:
o ນະຄອນຫຼວງວຽງຈັນ ມີ 79 ບ້ານ
o ຄໍາມ່ວນ ມີ 47 ບ້ານ
o ຈໍາປາສັກ ມີ 36 ບ້ານ
o ສະຫວັນນະເຂດ ມີ 15 ບ້ານ
o ຫຼວງພະບາງ 6 ບ້ານ
o ສາລະວັນ 5 ບ້ານ
o ແຂວງວຽງຈັນ 4 ບ້ານ
o ບໍ່ແກ້ວ 2 ບ້ານ
o ຊຽງຂວາງ 1 ບ້ານ
 ບ້ານໃໝ່ທີ່ກໍານົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 10 ບ້ານ ໃນ 5 ເມືອງ:
o ເມືອງໄຊທານີ: ບ້ານ ໂພນໄຮຄໍາ ແລະ ອຸດົມຜົນ
o ເມືອງ ໄຊເຊດຖາ: ບ້ານ ເມືອງນ້ອຍ ແລະ ແສງສະຫ່ວາງ
o ເມືອງ ສີໂຄດຕະບອງ: ບ້ານ ໜອງບຶກໄຕ້, ວຽງສະຫວັນ ແລະ ໜອງໜ້ຽວ
o ເມືອງ ນາຊາຍທອງ: ບ້ານ ນາຊາຍໃຕ້ ແລະ ໂພນສະຫວັນ
o ເມືອງ ສີສັດຕະນາກ: ບ້ານ ດົງສະຫວາດ
 ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນແມ່ນມີ:
ຈຸດເກັບຕົວຢ່າງຄົງທີ່ປະກອບມີ:
o ຈຸດເກັບຕົວຢ່າງ ສະໝານກິລາໃນຮົ່ມ ບຶງຂະຫຍອງ
o ຈຸດເກັບຕົວຢ່າງ ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ
o ຈຸດເກັບຕົວຢ່າງ ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
o ສາທາເມືອງນາຊາຍທອງ (ຢູ່ ບ້ານ ຫ້ວຍນ້ຳເຢັນ ຮອດວັນພຸດ)
o ນອກຈາກນີ້ ຍັງມີບັນດາໂຮງໝໍສູນກາງ
ທິມເກັບຕົວຢ່າງເຄື່ອນທີ່:
o ທິມເຄື່ອນທີ່ຂອງ ສາທາເມືອງ ໄຊທານີ 1 ທີມ ເຄື່ອນທີ່ຕາມຈຸດທີ່ມີການລະບາດ ພາຍໃນເມືອງ,
o ເມືອງ ສີສັດຕະນາກ 1 ທີມ ເຄື່ອນທີ່ຕາມຈຸດທີ່ມີການລະບາດ
o ເມືອງນາຊາຍທອງ ມີຈຸດຄົງທີ່ທີ່ເວົ້າມາຂ້າສເທິງ ກໍ່ຍັງມີທິມເຄື່ອນໄປເກັບຕາມສູນຈຳກັດບໍລິເວນພາຍໃນເມືອງຕື່ມອີກ,
o ເມືອງສີໂຄດຕະບອງ ມີ 1 ທີມເຄື່ອນທີໄປເກັບຢູ່ ບ້ານ ຫ້ວຍນ້ຳເຢັນ
o ທິມເຄື່ອນທີ່ຂອງ ນະຄອນຫຼວງ 2 ທິມ ເຄື່ອນທີໄປຊ່ວຍທຸກເມືອງເກັບຕົວຢ່າງຢູ່ບ່ອນທີ່ມີການລະບາດ
ທຸກທີມແມ່ນໃຫ້ບໍລິການບັນດາທ່ານທຸກວັນຕອນເຊົ້າ 9:00–11:30 ໂມງ (ວັນຈັນ ຫາ ວັນອາທິດ) ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
• ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະ
ຖານທີ່ທີ່ກຳນົດໄວ້ ຫຼື ທີມງານໜ່ວຍເຄື່ອນທີ່ ທີ່ລົງເກັບຕົວຢ່າງ ໃນເຂດທີ່ມີການລະບາດໃນຊຸມຊົນ.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 24 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 2,237 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 118 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 6,698 ຄົນ.
 ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານສະພາບການຕິດເຊື້ອໃນທົ່ວໂລກ:
• ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມທັງໝົດ ກໍລະນີຢັ້ງຢືນຕິດເຊື້ອທັງ
ໝົດ 231,859,366 (491,916 ໃໝ່), ເສຍຊິວິດທັງໝົດ 4,750,401 (8,305 ໃໝ່), ປີ່ນປົວຫາຍດີ 208,445,806 (411,878 ໃໝ່). ສໍາລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍ່ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ.
• ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ:
ປະເທດທີ່ລາຍງານຜູ້ຕິດເຊື້ອຫຼາຍກ່ວາໝູ່ແມ່ນ ປະເທດໄທ ເຊິ່ງມີຜູ້ຕິດເຊື້ອໃໝ່ 12,697 ຄົນ ແລະ ເສຍຊີວິດໃນມື້ດຽວ 132 ຄົນ, ຮອງລົງມາແມ່ນ
ສສ ຫວຽດນາມ ມີລາຍງານຜູ້ຕິດເຊື້ອໃໝ່ 8,537 ຄົນ ແລະ ເສຍຊີວິດໃນມື້ດຽວ 203 ຄົນ.
 ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ອີງຕາມຄໍາສັ່ງເລກທີ 016/ນວ ລົງວັນທີ 19 ກັນຍາ 2021 ໃຫ້ປິການສັນຈອນ ຢູ່ນະຄອນຫຼວງວຽງຈັນຂອງພວກເຮົາແມ່ນໄດ້ຈັດຕັ້ງປະຕິບັດມາເປັນເວລາ 5 ວັນ ເຫັນວ່າ ຫຼາຍພາກສ່ວນແມ່ນໃຫ້ການຮ່ວມມືເປັນຢ່າງດີ, ຄຽງຄູ່ກັນນັ້ນ ກໍ່ມີບາງປະກົດການຫຍໍ້ທໍ້ ຈາກ ບຸກຄົນ ແລະ ນິຕິບຸກຄົນ ຍົກຕົວຢ່າງ: ບາງບໍລິສັດ-ຫ້ອງການ ຍັງເປີດມາເຮັດວຽກປົກກະຕິ ໂດຍບໍ່ໄດ້ຈັດແບ່ງ ການມາປະຈໍາການ ເພື່ອຫຼຸດຈໍານວນ ຄົນທີ່ມາເຮັດວຽກ ແລະ ການສັນຈອນຕາມຖະນົນຍັງໜາແໜ້ນ, ຮ້ານຂາຍເຄື່ອງ – ບາງຕະຫຼາດ ຍັງມີການແອອັດ ແລະ ອັ່ງອໍ ພໍສົມຄວນ.
• ຖ້າຫາກທ່ານຢູ່ໃນກຸ່ມສ່ຽງ ຫຼື ເປັນກຸ່ມສໍາພັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ໃຫ້ທ່ານແຍກໂຕເອງທັນທີ ພ້ອມທັງ ຮີບຮ້ອນໄປກວດຫາເຊື້ອ, ໃນໄລຍະລໍຖ້າຜົນກວດ ຍັງຕ້ອງຈໍາກັດບໍລິເວນຕົນເອງ ເຖິງຜົນກວດອອກມາບໍ່ພົບເຊື້ອກໍ່ຕາມ ຈຳເປັນຕ້ອງສືບຕໍ່ ຈໍາກັດບໍລິເວນຈົນຄົບ 14 ວັນ, (ອີງໃສ່ສະຖານະການລະບາດໃນປະຈຸບັນ ການກວດວິເຄາະ ແລະ ຜົນການກວດວິເຄາະອາດຊັກຊ້າເລັກນ້ອຍເພາະມີຄົນຈໍານວນຫຼວງຫຼາຍຕ້ອງການກວດຊອກຫາເຊື້ອ) ຖ້າຫາກທ່ານຮູ້ສຶກບໍ່ສະບາຍ ໃຫ້ໂທປຶກສາສາຍດ່ວນ ທັນທີ ຫຼື ໄປສະຖານບໍລິການສາທາລະນະສຸກທີ່ໃກ້ທີ່ສຸດ ພ້ອມທັງ ບອກຂໍ້ມູນລະອຽດວ່າທ່ານເປັນກຸ່ມສ່ຽງຖ້າທ່ານເປັນຜູ້ສຳຜັດໃຫ້ຊິດ. ໃຫ້ໝັ່ນຕິດຕາມອຸນຫະພູມຂອງຕົນເອງ, ຖ້າມີອາການໄຂ້, ໄອ, ດັງບໍ່ໄດ້ກີ່ນ, ຫາຍໃຈຍາກ ແມ່ນໃຫ້ໂທສອບຖາມສາຍດ່ວນ 165/166 ຫຼື ໄປພົບແພດທັນທີ.
• ການສັກວັນຊີນຍັງແມ່ນວິທີທາງທີ່ດີທີ່ສຸດເພື່ອປ້ອງກັນການເສຍຊິວິດ ສະນັ້ນ ແຈ້ງໃຫ້ທຸກທ່ານຈົ່ງພ້ອມໃຈກັນພາກັນໄປຮັບວັກຊີນ ເພື່ອສ້າງພູມຄຸ້ມກັນໝູ່ໃຫ້ຫຼາຍທີ່ສຸດ, ມາຮອດປະຈຸບັນ ສປປ ລາວ ສັກວັກຊີນ
o ເຂັມທີ 1 = 1 = 2,911,326 (39,68%) ແລະ
o ທຸກເຂັມທີ່ແນະນໍາ = 2,001,449 (27,28%),
• ການສັກວັກຊິນ ແມ່ນໄດ້ສຶບຕໍ່ໃຫ້ບໍລິການ ຈຸດທີ 1 ຢູ່ ສູນການຄ້າລາວໄອເຕັກ, 2) ໂຮງໝໍເມືອງ 9 ຕົວເມືອງ, 3) ຢູ່ວັດຈີນ ບ້ານດົງປາແລບ (ຈັນ ເຖິງ ສຸກ).
• ນອກຈາກນັ້ນເພື່ອດໍາເນີນການສັກວັກຊິນໃຫ້ຫຼາຍຂື້ນພາຍໃນນະຄອນຫຼວງວຽງຈັນ ກໍ່ຍັງມີທີມງານບໍລິການສັກວັກຊິນເຄື່ອນທີໄປຕາມຈຸດທີ່ມີການລະບາດພາຍໃນເມືອງ ເຊັ່ນ ທີມເຄື່ອນທີ່ ຈາກ ສາທາເມືອງໄຊທານີ 01 ທີມ, ທີມເຄື່ອນທີ່ສາທາເມືອງສີສັດຕະນາກ 01 ທີມ, ທີມເຄື່ອນທີ່ສາທາເມືອງສີໂຄດຕະບອງ 01 ທີມ. ສໍາລັບທີມເຄື່ອນທີ່ສາທາເມືອງນາຊາຍທອງ ຈະມີຈຸດຄົງທີ 01 ຈຸດ ຢູ່ບ້ານຫ້ວຍນໍ້າເຢັນ ແລະ ຈະເຄື່ອນທີ່ຕາມສູນຈໍາກັດບໍລິເວນ ພາຍໃນເມືອງຕື່ມອີກ, ແລະ ຍັງມີທີມງານເຄື່ອນທີ ຂອງພະແນກສາທານະຄອນຫຼວງ 02 ທີມ ແມ່ນຈະເຄື່ອນທີ່ໄປຊ່ວຍທຸກເມືອງທີ່ເກັບຕົວຢ່າງຢູ່ບ່ອນທີ່ມີການລະບາດ.
• ໃນສັງຄົມອອນລາຍຍັງໄດ້ສົ່ງຕໍ່ກັນຢ່າງຫຼວງຫຼາຍວ່າ ການດົມຫົວຜັກບົ່ວ-ຫົວຜັກທຽມ ສາມາດປ້ອງກັນພະຍາດໂຄວີດ19 ໄດ້ນັ້ນ, ໃນທາງວິທະຍາສາດແມ່ນບໍ່ສາມາດປ້ອງກັນໄດ້ ສະນັ້ນແນະນໍາໃຫ້ບັນດາທ່ານຢ່າຫຼົງເຊື່ອຂໍ້ມູນທີ່ບໍ່ມີຄວາມເປັນຈິງ.
• ການປະຕິບັດມາດຕະການ ຫ້າມອອກຈາກເຮືອນຖ້າບໍ່ຈໍາເປັນ, ຫ້າມການເດີນທາງໄປບ່ອນທີ່ສ່ຽງ, ບໍ່ໄປສະຖານທີ່ແອອັດ, ສະຖານທີ່ອາກາດບໍ່ຖ່າຍເທ, ບໍ່ໃຫ້ຊຸມແຊວເປັນກຸ່ມ, ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືເລື້ອຍໆດ້ວຍສະບູ ແລະ ນ້ຳສະອາດ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70 ຂື້ນໄປ, ຮັກສາມາລະຍາດໃນການໄອ-ຈາມ.
• ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ສືບຕໍ່ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການ ທີ່ຄະນະ ສະເພາະກິດວາງອອກ ດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນ ໃຫ້ປະເທດລາວ ແລະ ພວກເຮົາທຸກຄົນ ພ້ອມກັນຜ່ານຜ່າວິກິດການລະບາດຂອງພະຍາດ COVID-19 ໄປດ້ວຍດີ.
Loading...