ວັນທີ 25 ກຸມພາ 2022 ສປປ ລາວມີຜູ້ຕິດເຊືອໂຄວິດ-19 ເພີ່ມໃໝ່ 304 ຄົນ, ເສຍຊີວິດເພີ່ມໃໝ່ 2 ຄົນ

 

ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ້ການລະບາດພະຍາດໂຄວິດ-19, ໄດ້ຖະແຫຼງກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ ແລະ ບັນດາປະເທດໃກ້ຄຽງ ປະຈໍາວັນທີ 25 ກຸມພາ ປີ 2022.  

ຕໍ່ໄປນີ້ ຂ້າພະເຈົ້າ ຈະຂໍລາຍງານ:

  • ສະພາບການຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ

ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ:

  • ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 624.761 (1.883.094 ໃໝ່),
  • ເສຍຊິວິດທັງໝົດ 946.232 (11.193 ໃໝ່),
  • ປີ່ນປົວຫາຍດີ 495.963 (2.202.009 ໃໝ່).
  • ສຳລັບ 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ
/ດ

 

ປະເທດກໍລະນີຕິດເຊື້ອເສຍຊິວີດ
ສະສົມທັງໝົດໃໝ່ສະສົມທັງໝົດໃໝ່
1ຫວຽດນາມ3,041,50669,12839,884111
2ໄທ2,794,35023,55722,77138
3ມຽນມາ578,4462,93819,3534
4ກໍາປູເຈຍ128,5994663,0263
5ຈີນ108,3801864,636 

 

  • ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
  • ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
  • ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ ລາຍລະອຽດ ດັ່ງນີ້:
  • ຈຸດກວດຄົງທີ່

ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,

ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).

ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.

  • ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
  1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,

ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).

  1. ໂຮງໝໍເມືອງ 9 ຕົວເມືອງ
  2. ວັດຈີນ ດົງປາແຫຼບ (ວັນຈັນ -​ ສຸກ ໂມງລັດຖະການ)

4.​ ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ (ວັນຄານ, ພຸດ ແລະ ພະຫັດ ໂມງລັດຖະການ)

  • ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
  • ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ວັນທີ 24 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 2.684 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 304 ຄົນ (ຕິດເຊື້ອພາຍໃນ 260 ຄົນ ແລະ ນໍາເຂົ້າ 44 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 260 ຄົນ ຈາກ 16 ແຂວງ ແລະ ນະຄອນ

ຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

1 ນະຄອນຫຼວງ      63  ຄົນ

2 ບໍລິຄໍາໄຊ           29  ຄົນ

3 ເຊກອງ              27  ຄົນ

4 ຈໍາປາສັກ           26  ຄົນ

5 ຜົ້ງສາລີ              24  ຄົນ

6 ຫຼວງພະບາງ        19  ຄົນ

7 ອຸດົມໄຊ            18  ຄົນ

8 ໄຊສົມບູນ          15  ຄົນ

9 ໄຊຍະບູລີ          11   ຄົນ

10 ຫຼວງນໍ້າທາ        8    ຄົນ

11 ບໍ່ແກ້ວ            5    ຄົນ

12 ອັດຕະປື          4    ຄົນ

13 ຄໍາມ່ວນ           4    ຄົນ

14 ສະຫັວນນະເຂດ 2    ຄົນ

15 ຫົວພັນ      2    ຄົນ

16 ວຽງຈັນ           2    ຄົນ

17 ຊຽງຂວາງ         1    ຄົນ

  • ສໍາລັບການຕິດເຊື້ອນໍາເຂົ້າ ມີ 44 ຄົນ ຈາກ ນະຄອນຫຼວງ 9 ຄົນ, ສະຫັວນນະເຂດ 7 ຄົນ, ຈຳປາສັກ 9 ຄົນ, ບໍລິຄຳໄຊ 3 ຄົນ, ຊຽງຂວາງ 4 ຄົນ ແລະ ອັດຕະປື 12 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

 

  • ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 237 ຄົນ, ອອກໂຮງໝໍວານນີ້ 54 ຄົນ, ກຳລັງປິ່ນປົວ 1,519 ຄົນ ແລະ ເສຍຊີວິດທັງໝົດ 619 ຄົນ (ເສຍຊິວິດໃໝ່ 2 ຄົນ).
  • ສຳລັບຜູ້ເສຍຊີວິດໃໝ່ 2 ຄົນ ແມ່ນຈາກ ໄຊຍະບູລີ 1 ​ ຄົນ ແລະ ຫົວພັນ 1 ຄົນ.

ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ.

 

 

  • ສະພາບການລະບາດພະຍາດໂຄວິດ-19 ໃນທົ່ວໂລກຍັງສືບຕໍ່ເພີ່ມຂື້ນໃນແຕ່ລະວັນເນື່ອງຈາກການລະບາດຂອງສາຍພັນໂອມິຄຣອນ ໃນຫຼາຍປະເທດ, ສຳລັບສະຫະລັດອາເມລິກາ ໃນໄລຍະ 1 ເດືອນຜ່ານມາ ມີຄົນເຈັບເສຍຊີວິດຍ້ອນພະຍາດໂຄວິດ-19 ສູງເຖີງ 2,000 ຄົນ/ມື້ ໂດຍລວມຍອດຜູ້ເສຍຊີວິດຈາກສາຍພັນໂອມິຄຣອນທັງໝົດ 120,000 ຄົນ ເຊີ່ງເປັນອັດຕາເສຍຊີວິດທີ່ສູງກ່ວາໝູ່ທຽບໃສ່ໄລຍະການລະບາດຜ່ານມາ ກ່ອນຈະມີການລະບາດສາຍພັນໂອມິຄຣອນ ຍອດຄົນເຈັບເສຍຊີວິດມີພຽງ 100 ຄົນ/ມື້ (ໂດຍອີງຕາມຂໍ້ມູນຂອງເວັບໄຊ Johns Hopkins University )
  • ທ່າອ່ຽງຂອງການລະບາດຢູ່ທະວີບອາຊີ ລວມທັງ ບັນດາປະເທດອາຊຽນ ແລະ ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ຍັງມີລາຍງານການຕິດເຊື້ອລາຍວັນເພີ້ມສູງຂື້ນ ເຊີ່ງມີສາເຫດມາຈາກການລະບາດຂອງສາຍພັນ ໂອມິຄຣອນເຊັ່ນດຽວກັນ, ສະແດງໃຫ້ເຫັນວ່າ ການລະບາດຂອງພະຍາດໂຄວິດ-19 ຍັງຈຳເປັນຈະຕ້ອງໄດ້ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ພ້ອມທັງມີມາດຕະການຮອງຮັບຕາມເງື່ອນໄຂ ແລະ ສະພາບຄວາມເປັນຈີງຂອງແຕ່ລະປະເທດ .
  • ມື້ນີ້ກໍ່ເປັນອີກມື້ໜຶ່ງ ທີ່ ສປປ ລາວ  ພົບຜູ້ຕິດເຊື້ອປະຈຳວັນຫຼຸດລົງເລື້ອຍໆ ຕ່ຳກ່ວາ 500 ຄົນ/ວັນ  ເຖິງຢ່າງໃດກໍ່ຕາມ ພວກເຮົາກວດພົບສາຍພັນ ໂອມິຄຣອນທັງໝົດ 27 ຄົນ ສ່ວນຫຼາຍຈາກຜູ້ເດີນທາງມາຈາກຕ່າງປະເທດ ໃນນັ້ນ ມີ 1 ຄົນແມ່ນພົບເປັນການຕິດເຊື້ອໃນຊຸມຊົນ, ເຖີງວ່າພວກເຮົາຈະພົບການຕິດເຊື້ອສາຍພັນໂອມິຄຣອນໃນຊຸມຊົນທີ່ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອກໍ່ຕາມ ແຕ່ສັງເກດເຫັນວ່າຫຼາຍແຂວງບໍ່ມີຜູ້ຕິດເຊື້ອເພີ່ມຂື້ນ ເຊີ່ງທ່າອ່ຽວດັ່ງກ່າວນີ້ອາດຈະສືບເນື່ອງມາຈາກການສັກຢາວັກຊີນປ້ອງກັນໂຄວິດ-19 ທີ່ຢູ່ໃນລະດັບສູງ ເຊີ່ງເຮັດໃຫ້ເຊື້ອບໍ່ສາມາດຈະແຜ່ໄດ້ງ່າຍຖ້າທຽບໃສ່ໃນກຸ່ມຄົນທີ່ບໍ່ທັນໄດ້ສັກວັກຊີນ. ດັ່ງນັ້ນ, ພວກເຮົາຈະຕ້ອງໄດ້ສືບຕໍ່ເຝົ້າລະວັງຢ່າງໃກ້ຊິດຕໍ່ທ່າອ່ຽງດັ່ງກ່າວ ໂດຍສະເພາະ ການເຝົ້າລະວັງ ຢູ່ຈຸດຜ່ານແດນຕ່າງໆ, ຕິດຕາມການເກີດລະບາດເປັນຈຸ້ມຄົນເຈັບທີ່ມີອາການທາງລະບົບຫາຍໃຈໃນຊຸມຊົນ,ເຂັ້ມງວດໃນການຈໍາກັດບໍລິເວນຕົນເອງຂອງຜູ້ສຳຜັດໃກ້ຊິດ ແລະ ບຸກຄົນທີ່ເດີນທາງມາຈາກຕ່າງປະເທດ ພ້ອມທັງກໍ່ຂໍຮຽກຮ້ອງມາຍັງອໍານາດການປົກຄອງບ້ານ, ສື່ມວນຊົນ ໃຫ້ເນັ້ນໜັກການໂຄສະນາເຜີຍແຜ່ ໃຫ້ຟົດຟື້ນໃນແຕ່ລະວັນຜ່ານໂທລະໂຄ່ງ, ຜ່ານສື່ສັງຄົມທຸກຮູບແບບ ກ່ຽວກັບທ່າອ່ຽງການລະບາດ ໃນການແຜ່ກະຈາຍເຊື້ອຂອງພະຍາດໂຄວິດ ສາຍພັນ ໂອມີຄຣອນ ເພື່ອບໍ່ໃຫ້ປະຊາຊົນຖືເບົາໃນການປ້ອງກັນຕົນເອງ.
  • ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ ທົ່ວປະເທດລາວ ສັກວັກຊີນ ທັງໝົດ: ເຂັມທີ 1 ສັກໄດ້ 4,853,988 (ອັດຕາປົກຄຸມ 66,15%) ແລະ ທຸກເຂັມທີ່ແນະນໍາ 4,294,399 (ອັດຕາປົກຄຸມ 58,53%) ແລະ ປັດຈຸບັນເລີ່ມມີການຂະຫຍາຍການສັກວັກຊິນໃນກຸ່ມອາຍຸ 6 ຫາ 11 ​ປີ ໃນຫຼາຍແຂວງ, ກໍ່ຂໍໃຫ້ທ່ານພາລູກຫຼານໄປຮັບການສັກຢາວັກຊີນຕາມຈຸດບໍລິການຕ່າງໆ.

 

 

Loading...