ວັນທີ 24 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,741 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 615 ຄົນ (ຕິດເຊື້ອພາຍໃນ ມີ 612 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 612 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:
1. ຫຼວງພະບາງ 229 ຄົນ
• ນະຄອນຫຼວງພະບາງ ມີ 12 ບ້ານ , 207 ຄົນ, (ບ້ານຜາໂອ , ບ້ານໂພສີ , ບ້ານວັງເງິນ ,ບ້ານຄົກມັນ , ບ້ານມ້າ , ບ້ານພອນໄຊ , ບ້ານຄອຍ, ບ້ານປ່ອງຄຳ, ບ້ານປາກປາ, ບ້ານຜານົມ, ບ້ານໂພນສະອາດ )
• ເມືອງນ້ຳບາກ ມີ 5 ບ້ານ , 10 ຄົນ ( ບ້ານຫ້ວຍເຢັນ , ບ້ານຫົວນາ , ບ້ານຄົກນາງ, ບ້ານບົມ, ບ້ານແສນຫຼວງ)
• ເມືອງປາກອູ ມີ 2 ບ້ານ 9 ຄົນ( ບ້ານຖິ່ນຈະເລີນ , ບ້ານຫາດຄໍ້ )
• ເມືອງງອຍມີ 2 ບ້ານ 3 ຄົນ (ບ້ານສົບກອງ ,ບ້ານພູຫຼວງ)
2. ນະຄອນຫຼວງ 114 ຄົນ: ມາຈາກ 56 ບ້ານ, ໃນ 6 ເມືອງ
• ເມືອງຈັນທະບູລີ ມີ 08 ບ້ານ ,16 ຄົນ ( ບ້ານ ໜອງປີງ, ໜອງທາເໜືອ, ສີດຳດວນ, ສາຍລົມ, ທົ່ງຕູ່ມ, ຮ່ອງຄ້າ, ສີສະຫວາດ, ດົງປ່າແຫຼບ)
• ເມືອງສີໂຄດຕະບອງ ມີ 17 ບ້ານ 30 ຄົນ (ບ້ານ ສີໄຄທົ່ງ, ນາແຮ່, ຕາດທອງ, ດ່ານຄຳ, ໂພສີ, ຈຳປາ, ໂນນຂີ້ເຫຼັກ, ໜອງປາໃນ, ໜອງດ້ວງເໜືອ, ໂພນສົມບູນ, ໜອງແຕ່ງ, ດົງນາໂຊກ, ຫລັກຫີນ, ບ້ານໃໜ່, ວຽງຄຳ, ຫນອງຫນ້ຽວ ແລະ ປົກຄອງ ມ. ສີໂຄດ)
• ເມືອງໄຊເສດຖາ ມີ 13 ບ້ານ , 21 ຄົນ , (ບ້ານຈອມມະນີ, ນາໄຊ, ຫົວຂົວ, ເມືອງນ້ອຍ, ໂພນເຄັງ, ໂນນຫວາຍ, ໂນນສະຫວັນ, ໂພນໄຊ, ໂພນສະອາດ, ວັງຊາຍ, ສະພັງຫມໍ້, ໂນນສະຫວ່າງ, ແສງສະຫວ່າງ)
• ເມືອງສີສັດຕະນາກມີ 08 ບ້ານ , 27 ຄົນ, (ບ້ານໂພນສີນວນ, ທົ່ງກາງ, ໂພນສະຫວ່າງ, ໂພນປ່າເປົ້າ, ຈອມເພັດເຫນືອ, ທ່າພະລານໄຊ, ສະພານທອງເໜືອ, ພະໂພ)
• ເມືອງໄຊທານີ ມີ 09 ບ້ານ, 15 ຄົນ , (ບ້ານໄຊສະຫວ່າງ, ອຸດົມຝົນ, ຊ້າງຄູ້, ຕານມີໄຊ, ສີວິໄລ, ຄຳຮຸ່ງ, ສະພັງຄະນົງ, ນາແຄ, ພະຂາວ)
• ເມືອງຫາດຊາຍຟອງ ມີ 01 ບ້ານ (01 ຄົນ) ບ້ານບໍ່ໂອ.
• ຍັງສືບຕໍ່ເອົາຂໍ້ມູນ 04 ຄົນ
3. ວຽງຈັນ 98 ຄົນ ຈາກ 5 ເມືອງ.
• ເມືອງກາສີ, ມີ 09 ບ້ານ, 33 ຄົນ ( ບ້ານວຽງແກ້ວ, ບ້ານພູຄໍາ, ບ້ານນາມົນ, ບ້ານນາແທ່ນ, ບ້ານນາຊູ, ບ້ານຜາຕໍ່, ບ້ານໂພນສີດາ, ບ້ານໂພນທ່ຽງ ແລະ ບ້ານໜອງບົວວຽງ )
• ເມືອງແກ້ວອຸດົມ ມີ 05 ບ້ານ, 23 ຄົນ ( ບ້ານທ່າຊັນ, ບ້ານພູເຂົາຄໍາ, ບ້ານທ່າລາດ, ບ້ານໂພນຄໍາ, ບ້ານກົກກ້ຽງ.
• ເມືອງທຸລະຄົມ ມີ 02 ບ້ານ, 16 ຄົນ ( ບ້ານນາແພງ, ບ້ານຫາດສວນ)
• ເມືອງວຽງຄໍາ ມີ 03 ບ້ານ, 12 ຄົນ ( ບ້ານເມືອງເກົ່າ, ບ້ານໂພນໝີ, ບ້ານໂພນຊ່ອງ )
• ເມືອງໂພນໂຮງ ມີ 03 ບ້ານ, 03 ຄົນ ( ບ້ານແຈ້ງງສະຫວ່າງ, ບ້ານໂພນໄຊ, ບ້ານພູສັນ)
• ມາຈາກຕ່າງແຂວງ (ບ້ານໂພສີ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ມີ 03 ຄົນ) ຊຶ່ງ ເປັນຄອບຄົວດຽວກັນ.
4. ຄໍາມ່ວນ 48 ຄົນ
• ເມືອງທ່າແຂກ ມີ 09 ບ້ານ, 47 ຄົນ ( ບ້ານດອນມະໄຫຼ, ບ້ານນາຕາດ, ບ້ານສຸກສະຫວັນ, ບ້ານສົມສະໜຸກ, ບ້ານໜອງຜື, ບ້ານນາໜອງແກ້ວ, ບ້ານນາມ່ວງ, ບ້ານມ່ວງສຸມ, ບ້ານໂພນສີທ່າ )
• ເມືອງຫີນບູນ, ບ້ານໄຊສົມບູນ ມີ 01 ຄົນ.
5. ບໍ່ແກ້ວ 48 ຄົນ
• ຈາກເມືອງຫ້ວຍຊາຍ, ມີ 13 ບ້ານ, 48 ຄົນ, ( ບ້ານຫ້ວຍຊາຍໃຕ້, ບ້ານປ່າອ້ອຍ, ບ້ານຫ້ວຍຊາຍເໜຶອ , ບ້ານປາກຮາວເໜຶອ, ບ້ານ ມົກກະຈົກ, ບ້ານອຸດົມ, ບ້ານພິບຸນທອງ, ບ້ານຫ້ວຍມອນ, ບ້ານວຽງໃໝ່, ບ້ານໂພນໄຊ, ບ້ານດອນພ້າວ, ບ້ານນໍ້າມ້າ, ບ້ານໂພນທອງ.
6. ຫຼວງນໍ້າທາ 26 ຄົນ
• ເມືອງນໍ້າທາ ມີ 19 ບ້ານ, 26 ຄົນ ( ບ້ານໄຊສົມບູນ, ບ້ານຂອນ, ບ້ານໂພນໄຊ, ບ້ານຫລວງ, ບ້ານພຽງງາມ, ບ້ານໂພນໄຊສະຫວ່າງ, ບ້ານວຽງຄໍາ, ບ້ານດອນສໍາພັນ, ບ້ານທົ່ງໄຈ້ເໜືອ, ບ້ານດອນໄຊ, ບ້ານນໍ້າທຸງ, ບ້ານນາຫ້ອມ, ບ້ານບໍ່ແຕນ, ບ້ານປ່າສັກ, ບ້ານວຽງເງິນ, ບ້ານວຽງໃຕ້, ບ້ານໜອງບົວວຽງ )
7. ໄຊສົມບູນ 18 ຄົນ
• ເມືອງອະນຸວົງ, ບ້ານພູຫົວຊ້າງ ມີ 16 ຄົນ
• ເມືອງທ່າໂທມ, ບ້ານໂພນໂຮມ ມີ 01 ຄົນ
• ເມືອງລ້ອງຊານ, ບ້ານນໍ້າຄຸຍ ມີ 01 ຄົນ
8. ບໍລິຄໍາໄຊ 14 ຄົນ
• ເມືອງປາກກະດິງ, ມີ 04 ບ້ານ, 09 ຄົນ ( ບ້ານທົ່ງນາມີ, ບ້ານນໍ້າສ້າງ, ບ້ານຫ້ວຍໄຮ, ບ້ານໂພນຈະເລີນ.
• ເມືອງປາກຊັນ, ມີ 02 ບ້ານ, 02 ຄົນ ( ບ້ານຫົງໄຊ, ບ້ານສອງຄອນ)
9. ຈໍາປາສັກ 12 ຄົນ
• ນະຄອນປາກເຊ ມີ 05 ບ້ານ, 07 ຄົນ
• ເມືອງໂພນທອງ ມີ 02 ບ້ານ, 03 ຄົນ
• ເມືອງບາຈຽງຈະເລີນສຸກ, ບ້ານໄຊສະຫວ່າງ ມີ 02 ຄົນ
10. ສະຫວັນນະເຂດ 3 ຄົນ
• ນະຄອນໄກສອນ ມີ 02 ບ້ານ, 03 ຄົນ
11. ສາລະວັນ 2 ຄົນ
• ເມືອງສະໜ້ວຍ, ບ້ານເທດສະບານ ມີ 01 ຄົນ
• ເມືອງສາລະວັນ, ບ້ານບຶງຂາມ ມີ 01 ຄົນ
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 3 ຄົນ: ທັງ 3 ຈາກ ແຂວງ ສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 24 ຕຸລາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 36,248 ຄົນ, ເສຍຊີວິດສະສົມ 53 ຄົນ (ໃໝ່ 1), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 381 ຄົນ, ກໍາລັງປິ່ນປົວ 7,088 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 1 ຄົນ ມີດັ່ງນີ້:
ເປັນເພດຍິງ, ອາຍຸ 75 ປີ, ບ້ານພູເຂົາຄໍາ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ຜູ້ກ່ຽວຍັງບໍ່ທັນໄດ້ຮັບການສັກວັກຊີນ
– ພະຍາດປະຈໍາໂຕ: ເບົາຫວານ, ຄວາມດັນ ແລະ ກິນຢາມາຫຼາຍປີ, ນອນກັບທີ່ມາຫຼາຍເດືອນ
– ຜູ້ກ່ຽວເປັນຜູ້ສໍາຜັດໃກ້ຊິດກັບລູກສາວທີ່ກວດພົບເຊື້ອມາກ່ອນ
– ວັນທີ 10 ຕຸລາ 2021: ຜູ້ກ່ຽວມີອາການໄຂ້, ໄອ, ອິດເມື່ອຍ ແລະ ກິນດື່ມບໍ່ໄດ້,
– ວັນທີ 13 ຕຸລາ 2021: ໄດ້ໄປເກັບຕົວຢ່າງມາກວດຊອກຫາພະຍາດໂຄວີດ-19 ຢູ່ໂຮງໝໍເມືອງແກ້ວອຸດົມ
– ວັນທີ 14 ຕຸລາ 2021: ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ຈຶ່ງໄດ້ເຂົ້ານອນປິ່ນປົວຢູ່ສູນປິ່ນປົວໂຄ
ວິດ-19 ທີ່ໂພນໂຮງ ແຂວງວຽງຈັນ
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແມ່ນແຕ່ວັນທີ 13-23 ຕຸລາ 2021 ເປັນເວລາ 12 ວັນ
– ວັນທີ 24 ຕຸລາ 2021: ຄົນເຈັບບໍ່ໄດ້ສະຕິ, ຄົນເຈັບຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ແພດໝໍໄດ້ສຸມທຸກກຳລັງເຊິດຊູຄົນເຈັບ ແຕ່ ບໍ່ຕອບສະຫນອງຕໍ່ການກະຕຸ້ນ ເເລະ ເສຍຊີວິດເວລາຕໍ່ມາ .
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19
• ສໍາລັບຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່: ມີຄື
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ຫ້ອງການປົກຄອງເມືອງໄຊທານີ (ວັນຈັນ ຫາ ເສົາ) ເວລາ 9:00–11:30 ໂມງ
ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາເມືອງສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
• ບ້ານແດງໃນທົ່ວປະເທດ ວັນທີ 24 ຕຸລາ 2021 ມີ: 469 ບ້ານ, 54 ເມືອງ ແລະ 13 ແຂວງ, ບ້ານທີ່ກໍານົດເປັນເຂດແດງໃໝ່ ໃນວັນທີ 24 ຕຸລາ ມີ 22 ບ້ານ ໃນ 13 ເມືອງ ແລະ 7 ແຂວງ, ສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້.
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 24 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 817 ຄົນ, ທຸກຄົນເດີນທາງເຂົ້າມາ ທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ ຈົນຄົບກໍານົດຈຶ່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 4,851 ຄົນ (ສູນ 2,987 ຄົນ ແລະ ໂຮງແຮມ 1,864 ຄົນ).