ວັນທີ 24 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 9,654 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,504 ຄົນ (ຕິດເຊື້ອພາຍໃນມີ 1,499 ຄົນ ແລະ ຕິດເຊື້ອນໍາເຂົ້າ 05 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,499 ຄົນຈາກ 18 ແຂວງເຊີ່ງຈະລຽງລໍາດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 677 ຄົນ ໃນ 203 ບ້ານ ແລະ 9 ເມືອງ
• ເມືອງຈັນທະບູລີ 88 ຄົນ ຈາກ 19 ບ້ານ
• ເມືອງສີໂຄດຕະບອງ 110 ຄົນ ຈາກ 27 ບ້ານ
• ເມືອງໄຊເສດຖາ 149 ຄົນ ຈາກ 40 ບ້ານ
• ເມືອງສີສັດຕະນາກ 83 ຄົນ ຈາກ 25 ບ້ານ
• ເມືອງນາຊາຍທອງ 35 ຄົນ ຈາກ 22 ບ້ານ
• ເມືອງໄຊທານີ 120 ຄົນ ຈາກ 39 ບ້ານ
• ເມືອງຫາດຊາຍຟອງ 47 ຄົນ ຈາກ 23 ບ້ານ
• ເມືອງສັງທອງ 18 ຄົນ
• ປາກງື່ມ 4 ຄົນ ຈາກ 2 ບ້ານ
• ຕ່າງແຂວງ 8 ຄົນ
• ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ
2. ຫຼວງພະບາງ ມີ 149 ຄົນໃນ 47 ບ້ານ ແລະ 6 ເມືອງ
3. ແຂວງວຽງຈັນມີ 139 ຄົນໃນ 34 ບ້ານ ແລະ 9 ເມືອງ
4. ຜົ້ງສາລີ ມີ 123 ຄົນໃນ 15 ບ້ານ ແລະ 3 ເມືອງ
5. ຈຳປາສັກ ມີ 105 ຄົນ ໃນ 33 ບ້ານ ແລະ 7 ເມືອງ
6. ສະຫວັນນະເຂດ ມີ 48 ຄົນ ໃນ 27 ບ້ານ ແລະ 6 ເມືອງ
7. ໄຊຍະບູລີ ມີ 47 ຄົນ ໃນ 12 ບ້ານ ແລະ 2 ເມືອງ
8. ບໍລິຄຳໄຊ ມີ 41 ຄົນ ໃນ 21 ບ້ານ ແລະ 6 ເມືອງ
9. ບໍ່ແກ້ວ ມີ 37 ຄົນ ໃນ 18 ບ້ານ ແລະ 3 ເມືອງ
10. ຄຳມ່ວນ ມີ 32 ຄົນ ໃນ 14 ບ້ານ ແລະ 3 ເມືອງ
11. ສາລະວັນ ມີ 26 ຄົນ ໃນ 6 ບ້ານ ແລະ 4 ເມືອງ
12. ອຸດົມໄຊ ມີ 20 ຄົນ ໃນ 10 ບ້ານ ແລະ 1 ເມືອງ
13. ຫົວພັນ ມີ 15 ຄົນ ໃນ 7 ບ້ານ ແລະ 3 ເມືອງ
14. ຫຼວງນ້ຳທາ ມີ 16 ຄົນ ໃນ 3 ບ້ານ ແລະ 1 ເມືອງ
15. ອັດຕະປື 11 ຄົນ ໃນ 6 ບ້ານ ແລະ 4 ເມືອງ
16. ເຊກອງ ມີ 7 ຄົນ ໃນ 4 ບ້ານ ແລະ 3 ເມືອງ
17. ໄຊສົມບູນ ມີ 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ
18. ຊຽງຂວາງ ມີ 3 ຄົນ ໃນ 3 ບ້ານ ແລະ 3 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ ຈາກ ສະຫວັນນະເຂດ 2 ແລະ ນະຄອນຫຼວງ 04 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງແລະສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.
• ມາຮອດວັນທີ 24 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 67,322 ຄົນ, ເສຍຊີວິດສະສົມ 143 ຄົນ(ໃໝ່ 01), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 688 ຄົນແລະກໍາລັງປິ່ນປົວ 10,965 ຄົນ
ລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້:
– ເພດຊາຍ, ອາຍຸ 90 ປີ, ບ້ານທົ່ງຂັນຄໍາ, ເມືອງຈັນທະບູລີ, ນະຄອນຫລວງ
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງກິນຢາປະຈໍາ
– ບໍ່ໄດ້ຮັບການສັກຢາວັກຊີນ
– ມີອາການໄຂ້ແລະໄອມາໄດ້ 04 ຄືນ
– ເວລາ 21:00 ໂມງຂອງວັນທີ 22 ພະຈິກ 2021: ເຂົ້າມາກວດຢູ່ພະແນກສຸກເສີນຂອງໂຮງໝໍເສດຖາທິລາດດ້ວຍອາການຈືດມ້ານ, ຫາຍໃຈຫອບມີອາການຮ້າຍແຮງຈຶ່ງມາໂຮງໝໍພ້ອມກັນນັ້ນໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ດ້ວຍເຕັກນິກGene Expert ແມ່ນພົບເຊື້ອແລະໄດ້ເອົາຄົນເຈັບເຂົ້ານອນໂຮງໝໍ
– ໄລຍະເວລາການປິ່ນປົວຢູ່ໂຮງໝໍດັ່ງກ່າວແຕ່ວັນທີ 22-24 ພະຈິກ 2021, ເປັນເວລາ 03 ມື້
– ວັນທີ 24 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່(ກວດວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ມີ:
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ມັດທະຍົມຕົ້ນ ເຈົ້າອານຸວົງ
ທີມກວດເຄື່ອນທີ່:
– ມີທີມກວດເຄື່ອນທີ່ ໃນເມືອງ ໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍ5 ເມສາ, ແມ່ ແລະ ເດັກເກີດໃໝ່, ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ນອກຈາກນັ້ນກໍ່ມີໜ່ວຍບໍລິການສັກວັກຊີນນອກສະຖານທີ່ ຄື: ວັດຈີນ, ບ້ານ ດົງປາແລບ, ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ ໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
• ບ້ານແດງໃນທົ່ວປະເທດ ມີ: 1,027 ບ້ານ, 86 ເມືອງ ແລະ 18 ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ມື້ວານນີ້ ມີ 12 ບ້ານ ໃນ 12 ເມືອງ 8 ແຂວງ
• ບ້ານແດງກາຍເປັນບ້ານເຫຼືອງໃນນະຄອນຫຼວງວຽງຈັນມີ 3 ບ້ານຄື: ບ້ານ ຊາຍຟອງໃຕ້, ໝາກນາວເໜືອ, ດອນສ້າງໄຜ່.
ສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 23 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,036 ຄົນ.
ຮອດປະຈຸບັນທົ່ວປະເທດມີຜູ້ຈຳກັດບໍລິເວນທັງໝົດ 4,013 ຄົນ (ສູນ 2,447 ຄົນ ແລະ ໂຮງແຮມ1,566 ຄົນ) ໃນ 86 ສູນ ແລະ 59 ໂຮງແຮມ.