ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 24 ມີນາ 2022 ໄດ້ກວດວິເຄາະທັງໝົດ 5,277 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2,212 ຄົນ (ຕິດເຊື້ອພາຍໃນ 2,193 ຄົນ ແລະ ນໍາເຂົ້າ 19 ຄົນ).
– ຂໍ້ມູນໂດຍຫຍໍ້ ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 2,193 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 1,022 ຄົນ
2. ຄຳມ່ວນ 155 ຄົນ
3. ໄຊຍະບູລີ 151 ຄົນ
4. ສະຫວັນນະເຂດ 144 ຄົນ
5. ສາລະວັນ 138 ຄົນ
6. ຊຽງຂວາງ 91 ຄົນ
7. ວຽງຈັນ 83 ຄົນ
8. ອຸດົມໄຊ 76 ຄົນ
9. ບໍລິຄຳໄຊ 50 ຄົນ
10. ຫຼວງພະບາງ 43 ຄົນ
11. ອັດຕະປື 43 ຄົນ
12. ບໍ່ແກ້ວ 40 ຄົນ
13. ຫຼວງນ້ຳທາ 38 ຄົນ
14. ຈຳປາສັກ 37 ຄົນ
15. ຫົວພັນ 30 ຄົນ
16. ເຊກອງ 24 ຄົນ
17. ຜົ້ງສາລີ 15 ຄົນ
18. ໄຊສົມບູນ 13 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 19 ຄົນ ຈາກ ນະຄອນຫຼວງວຽງຈັນ 9 ຄົນ, ຈຳປາສັກ 4 ຄົນ, ສະຫວັນນະເຂດ 3 ຄົນ ແລະ ຄຳມ່ວນ 3 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ ກ່ອນຈະກວດພົບເຊື້ອ.
 
• ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 164,078 ຄົນ, ອອກໂຮງໝໍວານນີ້ 171 ຄົນ, ກຳລັງປິ່ນປົວ 4,830 ຄົນ ແລະ ເສຍຊີວິດທັງໝົດ 654 ຄົນ (ເສຍຊີວິດໃໝ່ 2 ຄົນ ຈາກ ແຂວງຊຽງຂວາງ ແລະ ສະຫວັນນະເຂດ)
• ຂ້າພະເຈົ້າ ຂໍສະແດງ ຄວາມເສຍໃຈ ມາຍັງຄອບຄົວຜູ້ເສຍຊີວິດ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ.
 
 ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
ຢູ່ນະຄອນຫຼວງວຽງຈັນມີ 2 ຈຸດຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ), ໂຮງໝໍເມືອງ 9 ຕົວເມືອງ
– ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ແລະ ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ຕໍ່ໄປນີ້ ຂໍເຊີນທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບ ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທີ 4, ຂໍຮຽນເຊີນ…………………………………………………………………………………………..
• ທີ່ຈົບລົງໄປແລ້ວນັ້ນ ກໍ່ແມ່ນ ການລາຍງານຂອງ ທ່ານຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ສະພາບ ການລະບາດຂອງພະຍາດໂຄວິດ ໃນທົ່ວໂລກ ຍັງຄົງສືບຕໍ່ເພີ່ມຂື້ນໃນແຕ່ລະວັນ ເຊີ່ງສາເຫດການລະບາດ ກໍ່ຍັງແມ່ນສາຍພັນໂອໄມຄຣອນ BA.2 ເຮັດໃຫ້ຫຼາຍປະເທດ ມີການລະບາດທີ່ເອີ້ນວ່າ ເປັນຄື້ນຮອບໃໝ່ຂອງການລະບາດ. ນັກຊ່ຽວຊານຫຼາຍຄົນ ກໍ່ໄດ້ມີການສືກສາຄົ້ນຄ້ວາ ວ່າສາຍພັນດັ່ງກ່າວນີ້ ມີຄຸນລັກສະນະລະບາດທີ່ແຕກຕ່າງກັນ ໃນແຕ່ລະຂົງເຂດ ຫຼື ແຕ່ລະປະເທດ ເປັນຕົ້ນແມ່ນ ຮົງກົງ ສາຍພັນໂອໄມຄຣອນ BA.2 ເຮັດໃຫ້ຄື້ນການລະບາດຮອບໃໝ່ກະໂດດຂື້ນສູງ ໂດຍຈຳນວນຄົນຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ເພີ່ມຂື້ນສູງ ຢ່າງກະທັນຫັນ ເຮັດໃຫ້ຫຼາຍຄົນລັງເລໃຈທີ່ຈະໄປສັກວັກຊີນ. ສຳລັບປະເທດອາຟຣິກກາໃຕ້ ທີ່ມີການລະບາດຮອບໃຫຍ່ ສຳລັບສາຍພັນໂອໄມຄຣອນ BA.1 ໃນໄລຍະຜ່ານມາ. ສ່ວນໃນສະຫະລັດອາເມລິກາກໍ່ໄດ້ມີການສືກສາຄົ້ນຄ້ວາ ເນື່ອງຈາກໄລຍະຜ່ານມາໄດ້ຮັບຜົນກະທົບ ຈາກການລະບາດສາຍພັນອື່ນໆມາກ່ອນ ແລະ ຄາດຄະເນວ່າປະຊາກອນຈຳນວນ 73-75% ມີພູມຄຸ້ມກັນຈາກການຕິດເຊື້ອມາກ່ອນ ແລະ ສັກຢາວັກຊີນ, ແຕ່ສາຍພັນໂອໄມຄຣອນ BA.2 ກໍ່ຍັງສືບຕໍ່ມີການຕິດເຊື້ອເພີ່ມໃນສະຫະລັດອາເມລິກາ ຫຼາຍກ່ວາ 25 % ຂອງຈຳນວນປະຊາກອນທີ່ອາໃສຢູ່ ເນື່ອງຈາກສາຍພັນນີ້ສາມາດຕິດເຊື້ອໄດ້ ເຖີງວ່າ ຈະເຄີຍຕິດເຊື້ອສາຍພັນອື່ນມາກ່ອນກໍ່ຕາມ. ສະນັ້ນ ຈີ່ງຄາດຄະເນວ່າສາຍພັນ BA.2 ຍັງນ່າເປັນຫ່ວງ ເພາະເປັນສາເຫດທີ່ຈະພາໃຫ້ມີການລະບາດຮອບ
ໃໝ່ໃນຕໍ່ໜ້າ ໃນຫຼາຍຂົງເຂດພາກພື້ນ ແຕ່ອາການຈະບໍ່ຮຸນແຮງ ຄືດັ່ງສາຍພັນທີ່ຜ່ານມາ .
• ສຳລັບ ສປປລາວ, ສະພາບການລະບາດສືບຕໍ່ເພີ່ມຂື້ນໃນແຕ່ລະວັນ ເຫັນໄດ້ວ່າ ໄລຍະນີ້ ທີ່ມີການລະບາດຂອງສາຍພັນໂອໄມຄຣອນ ອັດຕາການຕິດເຊື້ອແມ່ນເພີ່ມຂື້ນຢ່າງໄວວາ ເຮັດໃຫ້ສະຖິຕິ ໂຕເລກລາຍງານຜູ້ຕິດເຊື້ອໃນ ສປປລາວ ເພີ່ມຂື້ນສູງກ່ວາໝູ່ທຽບໃສ່ໄລຍະຜ່ານມາ, ແນ່ນອນການຕິດເຊື້ອເພີ່ມຂື້ນຫຼາຍ ກໍ່ສ່ຽງທີ່ຈະມີຄົນເຈັບໜັກ ຫຼື ເສຍຊີວິດເພີ່ມຂື້ນ ເຊັ່ນດຽວກັນ ເປັນຕົ້ນແມ່ນການຕິດເຊື້ອໃນຜູ້ສູງອາຍຸ, ຜູ້ທີ່ມີພະຍາດປະຈຳໂຕ ແລະ ມີພູມຄຸ້ມກັນບົກຜ່ອງ. ສະນັ້ນ, ອີກເທື່ອໜື່ງ, ຈີ່ງຂໍຮຽກຮ້ອງໃຫ້ບັນດາທ່ານຈົ່ງມີສະຕິ ໃນການປ້ອງກັນຕົນເອງຢ່າງເຄັ່ງຄັດ ເພື່ອໂຕເອງ ແລະ ຄົນອ້ອມຂ້າງ ປອດໄພຈາກພະຍາດໂຄວິດ-19.
• ໄລຍະນີ້ ກໍ່ເຫັນວ່າ ເປັນໄລຍະທີ່ມີງານບຸນ, ງານດອງ ແລະ ບຸນປະເພນີຕ່າງໆ ເປັນຈຳນວນຫຼາຍ ໃນແຕ່ລະບ້ານ, ຂ້າພະເຈົ້າຂໍຮຽກຮ້ອງໃຫ້ຜູ້ທີ່ ໄປຮ່ວມງານກໍ່ບໍ່ໃຫ້ລະເຫຼີງຕໍ່ມາດຕະການປ້ອງກັນຕົນເອງ ແລະ ເຈົ້າພາບຈັດງານ ກໍ່ຕ້ອງເປັນເຈົ້າການມີມາດຕະການປ້ອງກັນ ຜູ້ທີ່ມາຮ່ວມງານ ເຊັ່ນກັນ ເປັນຕົ້ນແມ່ນ:
– ກະກຽມຜ້າປິດປາກ-ດັງ ຢູ່ຈຸດທາງເຂົ້າ-ອອກງານ ໃຫ້ແກ່ຜູ້ມາຮ່ວມງານ
– ມີເຈວລ້າງມື ຫຼື ຈຸດລ້າງມືສຳລັບແຂກ
– ການຈັດບ່ອນນັ່ງຮັບປະທານອາຫານກໍ່ໃຫ້ຮັກສາໄລຍະຫ່າງ
– ກະກຽມສະຖານທີ່ໃຫ້ໂລ່ງ ມີອາກາດຖ່າຍເທ ເພື່ອຫຼຸດຜ່ອນການແຜ່ເຊື້ອ
– ຈຳກັດຈຳນວນຄົນເຂົ້າຮ່ວມ ເພື່ອຫຼີກລຽງຄວາມແອອັດ.
ກ່ອນຈະຈົບຖະແຫຼງຂ່າວໃນມື້ນີ້ ຂ້າພະເຈົ້າຂໍແຈ້ງ ໃຫ້ບັນດາທ່ານຮັບຊາບວ່າ ປັດຈຸບັນ ທົ່ວປະເທດ ສັກເຂັມທີ 1 ແມ່ນສັກເຂັມທີ 1 ໄດ້ 5,578,494 (ອັດຕາປົກຄຸມ 76.02%) ແລະ ທຸກເຂັມທີ່ແນະນໍາ 4,444,978 (ອັດຕາປົກຄຸມ 60.58%).