ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 24 ເມສາ 2022 ໄດ້ກວດວິເຄາະທັງໝົດ 1,452 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 229 ຄົນ (ຕິດເຊື້ອພາຍໃນ 214 ຄົນ ແລະ ນໍາເຂົ້າ 15 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 205,499 ຄົນ (ຕິດເຊື້ອພາຍໃນ 189,619 ຄົນ ແລະ ນໍາເຂົ້າ 15,880 ຄົນ ), ອອກໂຮງໝໍວານນີ້ 69 ຄົນ, ກຳລັງປິ່ນປົວ 1.355 ຄົນ ແລະ ເສຍຊີວິດສະສົມ ທັງໝົດ 734 ຄົນ (ເສຍຊີວິດໃໝ່ 2 ກໍລະນີ)
– ສຳລັບ ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈຳນວນ 214 ຄົນ ແມ່ນມາຈາກ 14 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງຕໍ່ໄປນີ້:
1 ນະຄອນຫຼວງ 122 ຄົນ
2 ວຽງຈັນ 17 ຄົນ
3 ອັດຕະປື 15 ຄົນ
4 ສະຫັວນນະເຂດ 12 ຄົນ
5 ໄຊຍະບູລີ 11 ຄົນ
6 ຄໍາມ່ວນ 9 ຄົນ
7 ອຸດົມໄຊ 9 ຄົນ
8 ຊຽງຂວາງ 5 ຄົນ
9 ຫຼວງພະບາງ 3 ຄົນ
10 ບໍລິຄໍາໄຊ 3 ຄົນ
11ສາລະວັນ 2 ຄົນ
12 ຜົ້ງສາລີ 2 ຄົນ
13 ເຊກອງ 2 ຄົນ
14 ບໍ່ແກ້ວ 1 ຄົນ
15 ຫຼວງນໍ້າທາ 1 ຄົນ
– ສໍາລັບການຕິດເຊື້ອນໍາເຂົ້າ ມີ 15 ຄົນ ຈາກ ນະຄອນຫຼວງ 5 ຄົນ, ສະຫັວນນະເຂດ 4 ຄົນ ແລະ ຈໍາປາສັກ 6 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
– ມເສ່ວນຜູ້ເສຍຊີວິດໃໝ່ 2 ຄົນ ແມ່ນຈາກ ນະຄອນຫຼວງ 1 ຄົນ ແລະ ຫຼວງພະບາງ 1 ຄົນ
ຂ້າພະເຈົ້າຂໍສະແດງຄວາມເສຍໃຈມານຳຄອບຄົວຜູ້ເສຍຊີວິດ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບມານະທີ່ນີ້ດ້ວຍ.
ມາຍັງບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຕໍ່ໄປນີ້ຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາ ແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
 ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
• ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ຢູ່ນະຄອນຫຼວງວຽງຈັນມີ ຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ໂຮງໝໍເມືອງ 9 ຕົວເມືອງ
– ນອກນັ້ນ ຍັງມີຈຸດບໍລິການວັກຊີນເຄື່ອນທີ່ ເປີດໃຫ້ບໍລິການທ່ານຄື ວັດຈີນດົງປ່າແຫຼບ(ຈັນ ຫາ ສຸກ ໃນໂມງລັດຖະການ), ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ (ຈັນ ຫາ ພະຫັດ ເປີດບໍລິການໃນໂມງລັດຖະການ).
 
 
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ປະຈຸບັນ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກ ເຫັນວ່າສືບຕໍ່ຫຼຸດລົງທຽບໃສ່ໄລຍະຜ່ານມາມື້ນີ້ ທົ່ວໂລກມີລາຍງານຜູ້ຕິດເຊື້ອໃໝ່ 3 ແສນກ່ວາຄົນ ທຽບໃສ່ໄລຍະຜ່ານມາທີ່ມີຜູ້ຕິດເຊື້ອເປນຫຼັກ ລ້ານ, ລວມທັງບັນດາປະເທດອ້ອມຂ້າງ ສປປ ລາວ ກໍ່ສັງເກດເຫັນວ່າຈຳນວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ກໍ່ສືບຕໍ່ຫຼຸດລົງເຊັ່ນກັນຈາກທີ່ເຄີຍລາຍງານຜູ້ຕິດ ເຊື້ອໃໝ່ເກືອບ 1 ແສນຄົນ /ມື້ ປັດຈຸບັນກໍ່ມີພຽງແຕ່ 7-8 ພັນຄົນ/ມື້, ສັງເກດເຫັນວ່າຫຼາຍປະເທດໄດ້ມີການຜ່ອນຜັນຫຼາຍມາດຕະການເພື່ອອຳນວຍຄວາມສະດວກໃຫ້ແກ່ການພື້ນຟູເສດຖະກິດ ພາຍໃນປະເທດ ທີ່ໄດ້ຮັບຜົນກະທົບຍາວນານຈາກສະພາບການລະບາດພະຍາດໂຄວິດ-19 ແລະ ຄຽງຄຸ່ກັບການຜ່ອນຜັນມາດຕະການ ຫຼາຍປະເທດໄດ້ສຸມໃສ່ການສັກຢາວັກຊີນເພື່ອເຮັດໃຫ້ອັດຕາການປົກຄຸມວັກຊີນສູງຂື້ນລວມທັງເຂັມກະຕຸ້ນເພື່ອໃຫ້ມີພູມຄຸ້ມກັນໝູ່ໃນສັງຄົມ .
• ສຳລັບ ສປປ ລາວ ເຮົາ ເຫັນວ່າໂຕເລກລາຍງານຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ກໍ່ຫຼຸດລົງຫຼາຍທຽບໃສ່ໄລຍະຜ່ານມາ, ມື້ນີ້ຈຳນວນຜູ້ຕິດເຊື້ອໃໝ່ກໍ່ເປັນອີກມື້ໜື່ງທີ່ມີລາຍງານໜ້ອຍກວ່າ 300 ກໍລະນີ , ນີ້ຖືວ່າເປັນສັນຍານທີ່ດີ ເພາະຕາມຄາດຄະເນໃນເບື້ອງຕົ້ນທີ່ຄາດວ່າໂຕເລກຜູ້ຕິດເຊື້ອຈະເພີ່ມຂື້ນຫຼາຍພາຍຫຼັງການສະເຫຼີມສະຫຼອງປີໃໝ່ລາວໃນອາທິດຜ່ານມາ, ຜ່ານການເຝົ້າລະວັງ 7 ວັນເຫັນວ່າຈຳນວນຜູ້ຕິດເຊື້ອບໍ່ໄດ້ເພີ່ມຂື້ນຄືດັ່ງທີ່ຄາດຄະເນໄວ້ ທັງນີ້ກໍ່ຍ້ອນທຸກຄົນ ໄດ້ຮ່ວມແຮງຮ່ວມໃຈກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດໃນການປ້ອງກັນການຕິດເຊື້ອ ລວມທັງຫຼາຍຄົນໄດ້ມີພຸມຄຸ້ມກັນ ເປັນຕົ້ນ ແມ່ນພູມຄຸ້ມກັນຈາກການສັກຢາວັກຊີນ ລວມທັງພູມຄຸ້ມກັນຈາກທີ່ເຄີຍຕິດເຊື້ອມາກ່ອນ,
• ເຖີງຢ່າງໃດກໍ່ຕາມອີກເທືຶ່ອໜື່ງຂ້າພະເຈົ້າກໍ່ຂໍຖືໂອກາດນີ້ ເພື່ອຂໍການຮ່ວມມື ມາຍັງບັນດາທ່ານຈົ່ງເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ເພື່ອສ້າງເງື່ອນໄຂໃຫ້ ພວກເຮົາສາມາດຜ່ອນຜັນມາດຕະການຕ່າງໆເຮັດໃຫ້ທຸກຄົນສາມາດໃຊ້ຊີວິດປົກກະຕິແບບໃໝ່ ໃນການທຳມາຫາກີນ ແລະ ຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຢ່າງໜັກຈາກການລະ ບາດພະ ຍາດໂຄວິດ-19 ເລີ້ມ ແຕ່ ທ້າຍປີ 2019 ເປັນຕົ້ນມາ ,
• ບັນດາທ່ານທີ່ນັບຖື, ຄືດັ່ງທີ່ຂ້າພະເຈົ້າໄດ້ລາຍງານໃນເບື້ອງຕົ້ນຫຼາຍປະເທດໄດ້ສຸມໃສ່ການສັກຢາວັກຊີນປ້ອງກັນໃຫ້ທົ່ວເຖິງລວມທັງເຂັມກະຕຸ້ນ ເພາະຜູ້ທີ່ໄດ້ຮັບວັກຊີນເຖີງວ່າຈະມີໂອກາດຕິດເຊື້ອ ແຕ່ກໍ່ບໍ່ເຮັດໃຫ້ມີອາການຮຸນແຮງ ເຖິງຂັ້ນເສຍຊີວິດ , ໂຕເລກລາຍງານ ປະຈຳວັນ ແມ່ນ ໄດ້ຈາກຜູ້ຕິດເຊື້ອທີ່ມາກວດຕາມສະຖານທີ່ບໍລິການກວດຕົວຢ່າງ ແລະ ລົງຖະບຽນ ການຕິດເຊື້ອໃນລະບົບ ເທົ່ານັ້ນ, ແຕ່ກໍ່ຍັງມີກຸ່ມຄົນຈຳ ນວນບໍ່ໜ້ອຍ ທີ່ກວດດ້ວຍເຄື່ອງກວດຕົວເອງ ແບບໄວ ແລະ ກໍຕິດຕາມ ປີ່ນປົວຕົນເອງຢູ່ເຮືອນ ເຊິງເປັນຜູ້ ທີ່ບໍ່ມີອາການສະແດງ ຫຼື ມີອາການ ເບົາບາງ ນັ້ນກໍ່ຍ້ອນກຸ່ມຄົນດັ່ງກ່າວ ໄດ້ຮັບວັກຊີນແລະ ມີພູມຄຸ້ມກັນ ດ້ວຍການສັກວັກຊິນ
• ດັ່ງນັ້ນ ບັນດາທ່ານ ທີ່ຍັງລັງເລໃຈບໍ່ໝັ້ນໃຈທີ່ຈະຮັບວັກຊີນຈົ່ງພ້ອມກັນໄປສັກຢາວັກຊີນຕາມສະຖານທີ່ ບໍລິການທີໃກ້ບ້ານ,ໂດຍສະເພາະຜູ້ສູງອາຍຸ, ຜູ້ທີ່ມີພະຍາດປະຈຳໂຕ, ແມ່ຍິງຖືພາ ແລະ ກຸ່ມອາຍຸຕາມເປົ້້າໝາຍ, ສຳລັບຜູ້ທີ່ສັກເຂັມທີ່1,2 ຄົບກຳນົດແລ້ວ ກໍ່ໃຫ້ພາກັນໄປສັກເຂັມກະຕຸ້ນຫຼືເຂັມ 3, ເຂັມ 4 , ສຳລັບຜູ້ທີ່ຕິດເຊື້ອແລະ ປີ່ນປົວຫາຍດີກໍ່ໃຫ້ໄປສັກຢາວັກຊີນເຂັມຕໍ່ໄປພາຍຫຼັງຄົບກຳນົດປີ່ນປົວ 2 ເດືອນ ຂື້ນໄປ .
• ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ປັດຈຸບັນ ທົ່ວປະເທດເຮົາ ສັກວັກຊີນ
o ເຂັມ 1 ໄດ້ 5,762,222 ເຂັມ (ກວມເອົາ 78.53%)
o ແລະ ທຸກເຂັມທີ່ແນະນໍາ 4,799,738 ເຂັມ (ກວມເອົາ 65,41%).