ການຖະແຫຼງຂ່າວປະຈໍາວັນທີ 26 ຕຸລາ ປີ 2021. ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊືື້ອພະຍາດ COVID-19 ໃນທົ່ວໂລກ.
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 25 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,109 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 770 ຄົນ (ຕິດເຊື້ອພາຍໃນ ມີ 766 ຄົນ ແລະ ຕິດເຊື້ອນໍາເຂົ້າ 4 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 766 ຄົນ ຈາກ 13 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
- ນະຄອນຫຼວງ 337 ຄົນ: ມາຈາກ 101 ບ້ານ, ໃນ 08 ເມືອງ
- ເມືອງຈັນທະບູລີ ມີ 18 ບ້ານ (37 ຄົນ)
- ໂພນສະຫວ່າງ 9
- ໂພນຕ້ອງສະຫວາດ 4
- ສີບຸນເຮືອງ 4
- ຫ້ວຍຫົງ 3
- ດອນແດງ 2
- ສີສະຫວາດ 2
- ໂພນຕ້ອງຈອມມະນີ 2
- ຮ່ອງໄກ່ແກ້ວ 1
- ໜອງປີງ 1
- ໜອງທາໃຕ້ 1
- ທົ່ງຂັນຄຳ 1
- ອານຸ 1
- ທົ່ງສັງນາງ 1
- ສີຫອມ 1
- ໜອງທາເໜືອ 1
- ບໍນາງົວ 1
- ສະຫວ່າງ 1
- ມີໄຊ 1
- ເມືອງສີໂຄດຕະບອງ ມີ 14 ບ້ານ (47 ຄົນ)
- ໜອງດ້ວງໃຕ້ 11
- ໂນນແກ້ວ 6
- ດົງນາໂຊກໃຕ້ 5
- ດົງນາໂຊກເຫນຶອ 4
- ໜອງດ້ວງເໝືອ 4
- ໜອງສະໂນຄຳ 3
- ໜອງດ້ວງທົ່ງ 3
- ດົງນາທອງ 3
- ໜອງໜ້ຽວ 3
- ໂພນສະຫວາດໃຕ້ 1
- ທົ່ງປົ່ງ 1
- ໂພນສົມບູນ 1
- ໜອງບົວທອງເໜືອ 1
- ໂພສີ 1
- ເມືອງໄຊເສດຖາ ມີ 21 ບ້ານ (69 ຄົນ)
- ຫົວຂົວ 20
- ແສງສະຫວ່າງ 10
- ໂຊກຄຳ 7
- ນາໄຊ 4
- ໂຮງງານ VL 3
- ວັງຊາຍ 3
- ໂນນສະຫງ່າ 2
- ໂພນທັນ 2
- ໂນນຫວາຍ 2
- ວຽງຈະເລີນ 2
- ບ້ານໂພນພະເນົາ 2
- ສະພັງໝໍ້ 2
- ຮ່ອງແກ່ 2
- ຊໍາເຄ 1
- ເມືອງນ້ອຍ 1
- ຈອມມະນີ 1
- ໂນນຄໍ້ເໜືອ 1
- ໂພນໄຊ 1
- ໂນນຄໍ້ໃຕ້ 1
- ນາໄຫ 1
- ທາດຫຼວງເໜືອ 1
- ເມືອງສີສັດຕະນາກມີ 15 ບ້ານ (62 ຄົນ)
- ໂຮງງານ VL 33
- ສະພານທອງໃຕ້ 7
- ດອນກອຍ 3
- ທົ່ງພານທອງ 3
- ສະພານທອງເໜືອ 2
- ໂພນສະຫວັນ 2
- ດົງສະຫວາດ 2
- ວຽງຈັນເຊັນເຕີ 2
- ຈອມເພັດເໜືອ 1
- ໂພນສີນວນ 1
- ສ້າງເຫວີຍ 1
- ຈອມເພັດໃຕ້ 1
- ໂພນໄຊ 1
- ໜອງຈັນ 1
- ບຶງຂະຍອງ 1
- ໂຄກນິນ 1
- ເມືອງ ນາຊາຍທອງ ມີ 3 ບ້ານ (4 ຄົນ)
- ນາຊາຍທອງເໜືອ 2
- ໂພນມ່ວງ 1
- ອີໄລ 1
- ເມືອງໄຊທານີ ມີ 13 ບ້ານ (41 ຄົນ)
- ໜອງພະຍາ 9
- ດົງໂດກ 6
- ດ່ານຊ້າງ 5
- ພະຂາວ 4
- ນາທົ່ມ 4
- ສະພັງມືກ 3
- ຄຳາຮຸ່ງ 3
- ເວີນຄຳ 2
- ທົ່ງມັ່ງ 1
- ສີວີໄລ 1
- ຊ້າງຄູ້ 1
- ໂນນສະອາດ 1
- ຕານມີໄຊ 1
- ເມືອງຫາດຊາຍຟອງ ມີ 13 ບ້ານ (16 ຄົນ)
- ດົງຄຳຊ້າງ 2
- ສົມຫວັງເໜືອ 2
- ທ່າເດື່ອ 2
- ໜອງແວງ 1
- ໜອງສະໂນຄຳ 1
- ແກ້ງປາຢ້າງ 1
- ດົງໂພສີ 1
- ໜອງເເຫ້ວ 1
- ດົງໂພນເລົາ 1
- ໜອງໄຮ 1
- ດອນຝ້າຍ 1
- ດອນດູ່ 1
- ຫາດຊາຍຂາວ 1
- ເມືອງ ສັງທອງ ມີ 3 ບ້ານ (15 ຄົນ)
- ຫີນສີ່ວ 10
- ໄຮ່ໃຕ້ 4
- ເພຍລາດ 1
- ເຫຼືອນັ້ນ ທີມງານກຳລັງເກັບກຳຂໍ້ມູນລະອຽດ
- ຫຼວງພະບາງ, ມີ 160 ຄົນ ໃນ 14 ບ້ານ ແລະ 4 ເມືອງ
- ວຽງຈັນ, ມີ 135 ຄົນ ໃນ 33 ບ້ານ ແລະ 5 ເມືອງ
- ບໍ່ແກ້ວ, ມີ 41 ຄົນ ໃນ 9 ບ້ານ ແລະ 2 ເມືອງ
- ສາລະວັນ, ມີ 25 ຄົນ ໃນ 2 ບ້ານ ແລະ 2 ເມືອງ
- ອຸດົມໄຊ, ມີ 23 ຄົນ ໃນ 18 ບ້ານ ແລະ 6 ເມືອງ
- ຈໍາປາສັກ, ມີ 20 ຄົນ ໃນ 8 ບ້ານ ແລະ 3 ເມືອງ
- ຄໍາມ່ວນ, ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ
- ບໍລິຄໍາໄຊ, ມີ 8 ຄົນ ໃນ 3 ບ້ານ ແລະ 1 ເມືອງ
- ສະຫວັນນະເຂດ, ມີ 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ
- ຫຼວງນໍ້າທາ, ມີ 3 ຄົນ ໃນ 2 ບ້ານ ແລະ 1 ເມືອງ
- ເຊກອງ, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
- ໄຊສົມບູນ, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 4 ຄົນ: ແຂວງ ໄຊຍະບູລີ ມີ 2 ຄົນ, ສະຫວັນນະເຂດ 1 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
- ມາຮອດວັນທີ 25 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 37,018 ຄົນ, ເສຍຊີວິດສະສົມ 56 ຄົນ (ໃໝ່ 3), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 497 ຄົນ, ກໍາລັງປິ່ນປົວ 6,909 ຄົນ.
- ລາຍລະອຽດຜູ້ເສຍຊີວິດໃໝ່ 3 ຄົນ ມີດັ່ງນີ້:
- ຜູ້ທີ1: ເພດຊາຍ, ອາຍຸ 77 ປີ, ບ້ານໜອງໃສ, ເມືອງສາລະວັນ, ແຂວງສາລະວັນ, ຜູ້ກ່ຽວມີພະຍາດປະຈໍາຕົວ: ເປັນເບົາຫວານ, ວັນນະໂລກປອດ ແລະ ຄວາມດັນເລືອດສູງ.
– ຜ່ານມາໄດ້ສັກວັກຊີນກັນໂຄວິດ J&J ຄົບ
– ວັນທີ 25 ກັນຍາ 2021: ມາກວດຢູ່ໂຮງໝໍແຂວງສາລະວັນ ດ້ວຍອາການ ອິດເມື່ອຍ, ອ່ອນເພຍ.
ຜູ້ກ່ຽວປິ່ນປົວຢູ່ໂຮງໝໍດັ່ງກ່າວ 2 ອາທິດ ແຕ່ອາການບໍ່ດີຂຶ້ນ
– ວັນທີ 9 ຕຸລາ 2021: ໄດ້ນຳສົ່ງຄົນເຈັບໄປປິ່ນປົວ ຢູ່ໂຮງໝໍ 106 ກອງທັບ, ຫລັງຈາກນັ້ນ ຈິ່ງສົ່ງຕໍ່ເຂົ້າປິ່ນປົວຢູ່ໂຮງໝໍແຂວງຈໍາປາສັກ ຍ້ອນອາການທາງລະບົບຫາຍໃຈຮຸນແຮງກະທັນຫັນ ແລະ ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19.
– ວັນທີ 10 ຕຸລາ 2021: ຜົນກວດພົບເຊື້ອໂຄວິດ-19 ແລະ ໄດ້ນໍາສົ່ງໄປປິ່ນປົວໂຄວິດຢູ່ໂຮງໝໍໂພນທອງ ເປັນເວລາ 10 ວັນ
– ວັນທີ 19 ຕຸລາ 2021: ອາການຜູ້ກ່ຽວບໍ່ດີຂື້ນ ຈຶ່ງໄດ້ຍ້າຍມາປີ່ນປົວຢູ່ສູນປີ່ນປົວໂຮງໝໍແຂວງສາລະວັນ.
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ນັບແຕ່ວັນທີ 19-25 ຕຸລາ 2021
– ວັນທີ 25 ຕຸລາ 2021 ເວລາ 02:00 ໂມງເຊົ້າ ຜູ້ກ່ຽວອາການບໍ່ດີຂື້ນ, ຫາຍໃຈຝືດ, ແໜ້ນ ໜ້າເອີກ ເເລະ ເສຍຊີວິດໃນເວລາຕໍ່ມາ.
- ຜູ້ທີ 2: ເພດຊາຍ, ອາຍຸ 57 ປີ, ອາຊີບ: ກຳມະກອນ, ບ້ານ ໂນນແກ້ວ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.
– ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ໄດ້ນອນປີ່ນປົວຢູ່ ໂຮງໝໍມິດຕະພາບ ໃນວັນທີ
21/10/2021.
– ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງ, ເລືອດຈາງ, ໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ
– ຜ່ານມາບໍ່ໄດ້ຮັບການສັກຢາວັກຊິນກັນໂຄວິດ
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ນັບແຕ່ວັນທີ 21-25/10/2021
– ວັນທີ 25/10/2021 ເວລາ ~19:30 ໂມງ ຜູ້ກ່ຽວໄດ້ເສຍຊີວິດ.
- ຜູ້ທີ 3: ເດັກອາຍຸ 4 ປີ, ບ້ານໂພສີ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ
– ຄົນໃນຄອບຄົວ (ແມ່ ແລະ ອ້າຍ) ກວດພົບເຊື້ອພະຍາດໂຄວິດ-19
– ບໍ່ມີພະຍາດປະຈໍາຕົວ ແລະ ຜູ້ກ່ຽວມີສຸຂະພາບແຂງແຮງ
– ວັນທີ 24 ຕຸລາ 2021 ເວລາ 18:00 ໂມງ ໄດ້ເຂົ້າມາກວດຢູ່ສຸກເສີນຂອງໂຮງໝໍແຂວງ
ວຽງຈັນ ຍ້ອນຖືກອຸບັດຕິເຫດໃບໜ້າ ແລະ ຫົວໄຂ່ບວມ, ບໍ່ໄດ້ສະຕິ
– ມາຮອດເວລາ 24:00 ໂມງ: ເດັກມີອາການຫາຍໃຈຊ້າ, ຢຸດຫາຍໃຈ ເເລະ ຕໍ່ມາໄດ້ເສຍຊີວິດ
– ໄດ້ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19, ແຕ່ວ່າຜູ້ກ່ຽວເສຍຊີວິດກ່ອນທີ່ຜົນກວດຈະອອກມາວ່າພົບເຊື້ອພະຍາດໂຄວິດ-19.
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19
- ສໍາລັບຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
- ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
- ຈຸດກວດຄົງທີ່: ມີຄື
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ຫ້ອງການປົກຄອງເມືອງໄຊທານີ (ວັນຈັນ ຫາ ເສົາ) ເວລາ 9:00–11:30 ໂມງ
- ທີມກວດເຄື່ອນທີ່:
- 01 ທີມ ຂອງສາທາເມືອງໄຊທານີ
- 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
- 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
- ສາທາເມືອງນາຊາຍທອງ 02 ທີມ
- ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
- ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
- ໂຮງໝໍສູນກາງ
- ໂຮງໝໍເມືອງ 9 ຕົວເມືອງ
- ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
- ບ້ານແດງໃນທົ່ວປະເທດ ວັນທີ 25 ຕຸລາ 2021 ມີ: 491 ບ້ານ, 53 ເມືອງ ແລະ 13 ແຂວງ
- ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານ ບ້ານທີ່ກໍານົດເປັນເຂດແດງໃໝ່ ໃນວັນທີ 25 ຕຸລາ ມີ 14 ບ້ານ ໃນ 9 ເມືອງ ແລະ 6 ແຂວງ ດັ່ງນີ້:
ລໍາດັບ | ແຂວງ | ເມືອງ | ບ້ານ |
1 | ນະຄອນຫລວງວຽງຈັນ | ຈັນທະບູລີ | ສາຍລົມ |
ໄຊທານີ | ສະພັງຄະນົງ | ||
2 | ຄໍາມ່ວນ | ທ່າແຂກ | ໜອງແກ້ວ |
ນາມ່ວງ | |||
ມ່ວງສຸມ | |||
3 | ວຽງຈັນ | ກາສີ | ບ້ານຜາຕໍ່ |
ທຸລະຄົມ | ບ້ານຫາດໄຊ | ||
ວຽງຄໍາ | ບ້ານເມືອງເກົ່າ | ||
4 | ໄຊສົມບູນ | ອະນຸວົງ | ພູຫົວຊ້າງ |
5 | ຫລວງນໍ້າທາ | ນໍ້າທາ | ໂພນໄຊສະຫວ່າງ |
ວຽງຄໍາ | |||
ດອນສໍາພັນ | |||
ທົ່ງໄຈ້ເໜຶອ | |||
6 | ບໍ່ແກ້ວ | ຫ້ວຍຊາຍ | ໂພນໄຊ |
ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
- ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 25 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,458 ຄົນ, ທຸກຄົນເດີນທາງເຂົ້າມາ ທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວີດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 4,969 ຄົນ (ສູນ 3,038 ຄົນ ແລະ ໂຮງແຮມ 1,931 ຄົນ).
- ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ:
ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ ເຮັດໃຫ້ຕົວເລກຜູ້ຕິດເຊືື້ອສະສົມໃນທົ່ວໂລກ ມີທັງໝົດ 244.780.193 (318.445 ໃໝ່), ເສຍຊິວິດທັງໝົດ 4.969.325 (5.082 ໃໝ່), ປີ່ນປົວຫາຍດີ 221.840.424 (386.077 ໃໝ່).
- 3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ: ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ
- 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ
ລ/ດ
|
ປະເທດ | ຄົນຕິດເຊື້ອ | ເສຍຊິວີດ | ||
ສະສົມທັງໝົດ | ໃໝ່ | ສະສົມທັງໝົດ | ໃໝ່ | ||
1 | ໄທ | 1,859,157 | 8,675 | 18,799 | 44 |
2 | ຫວຽດນາມ | 892,579 | 3,639 | 21,738 | 65 |
3 | ມຽນມາ | 494,974 | 711 | 18,560 | 22 |
4 | ກໍາປູເຈຍ | 117,888 | 116 | 2,743 | 9 |
5 | ຈີນ | 96,797 | 39 | 4,636 |
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
- ປັດຈຸບັນ ການຕິດເຊື້ອໃນ ສປປ ລາວເຮົາ ສ່ວນໃຫຍ່ ແມ່ນເກີດພາຍໃນຊຸມຊົນ ໂດຍສະເພາະ ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ແຂວງວຽງຈັນ ຍັງມີລາຍງານຜູ້ຕິດເຊື້ອຫຼາຍຮ້ອຍຄົນໃນແຕ່ລະວັນ ເຊິ່ງສ່ວນໃຫຍ່ລ້ວນແລ້ວແຕ່ມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຜ່ານມາ.
- ໃນໄລຍະອາທິດທີ່ຜ່ານມານີ້ ເຫັນວ່າ ຈໍານວນຄົນທີ່ມາກວດຫາເຊື້ອ ບາງມື້ມີຕົວເລກຄົງທີ່ ຫຼື ບາງມື້ກໍ່ຫຼຸດລົງ ແຕ່ອັດຕາການກວດພົບເຊື້ອ ແມ່ນເພີ່ມສູງຂື້ນກວ່າເກົ່າ. ຕໍ່ກັບບັນຫາດັ່ງກ່າວ, ສະແດງໃຫ້ເຫັນວ່າ (1) ຍັງມີຜູ້ສຳຜັດໃກ້ຊິດອີກຫຼາຍຄົນ ທີ່ຍັງບໍ່ທັນຕື່ນຕົວ ຫຼື ຮີບຮ້ອນມາກວດຫາເຊື້ອ; (2) ກວດພົບການຕິດເຊື້ອຫຼາຍຂື້ນ ໝາຍວ່າ ແຫຼ່ງຕິດເຊື້ອໃນຊຸມຊົນຍັງມີທ່າອ່ຽງສູງ ໂດຍສະເພາະໃນສະຖານທີ່ທີ່ມີຄົນແອອັດ ເຊັ່ນ: ຕະຫຼາດ, ໂຮງຈັກໂຮງງານທີ່ຍັງດໍາເນີນການຜະລິດຢູ່ ຫຼື ໃນໂຮງໝໍ, ສໍານັກງານອົງການ ແລະ ສະຖານທີ່ຄຸມຂັງ.
- ຂໍແຈ້ງໃຫ້ທ່ານຊາບວ່າ ການກວດດ້ວຍຊຸດເຄື່ອງກວດແບບໄວນັ້ນ ເປັນວິທີໜຶ່ງ ທີ່ຄະນະສະເພາະກິດໄດ້ກໍານົດໃຫ້ໃຊ້ໃນສະຖານທີ່ບໍລິການ ຫຼື ການກວດແບບທ່າບຸກຢູ່ໃນຊຸມຊົນທີ່ມີການຕິດເຊື້ອ. ເຖິງຈະກວດດ້ວຍເຄື່ອງກວດແບບໄວແລ້ວກໍ່ຕາມ ແຕ່ວິທີການກວດທີ່ເປັນມາດຕະຖານທີ່ສຸດ ຍັງແມ່ນການກວດໃນຫ້ອງວິເຄາະ. ຄະນະສະເພາະກິດ ບໍ່ອະນຸຍາດໃຫ້ບຸກຄົນໄປຊື້ມາກວດດ້ວຍຕົນເອງ ຍ້ອນເຫດຜົນດັ່ງນີ້:
- ເຄື່ອງກວດທີ່ມີຂາຍແບບຊະຊາຍມີຫຼາຍຊະນິດ ໂດຍບໍ່ຮູ້ວ່າຊະນິດໃດໄດ້ມາດຕະຖານສາກົນ
- ເຄື່ອງກວດທີ່ເຫັນໂຄສະນາຂາຍນີ້ ບໍ່ໄດ້ຜ່ານການກວດກາຂອງ ອາຫານ ແລະ ຢາ, ກະຊວງສາທາລະນະສຸກ
- ບັນດາເຄື່ອງກວດແບບໄວທັງໝົດທີ່ມີໃນປະຈຸບັນ ບໍ່ມີເຄື່ອງຊະນິດໃດທີ່ໃຫ້ຜົນຖືກຕ້ອງ 100% ໝາຍຄວາມວ່າ ສາມາດຜິດພາດໄດ້ສູງ
- ບຸກຄົນທີ່ຊື້ມາກວດເອງ ຍັງບໍ່ມີຄວາມຊໍານານ ຊຶ່ງອາດເກັບຕົວຢ່າງບໍ່ຖືກຕ້ອງ ຫຼື ບໍ່ຖືກຈຸດ ເຮັດໃຫ້ຜົນກວດບໍ່ຖືກຕ້ອງ ໄດ້ເຊັ່ນກັນ
- ການຖີ້ມເຄື່ອງກວດນັ້ນລົງຖັງຂີ້ເຫຍື້ອຢູ່ເຮືອນຕົນເອງ ໂດຍບໍ່ໄດ້ຂ້າເຊື້ອກ່ອນ ແມ່ນເປັນການຖີ້ມທີ່ອັນຕະລາຍທີ່ສຸດ ເພາະເຄື່ອງກວດທີ່ມີເຊື້ອນັ້ນ ອາດຈະກາຍເປັນແຫລ່ງແຜ່ເຊື້ອ ແລະ ເຮັດໃຫ້ເກີດການຕິດເຊື້ອໄວ ແລະ ລາມເປັນວົງກວ້າງໄດ້ ເຊິ່ງໃນນັ້ນ ອາດແມ່ນຄົນໃນຄອບຄົວຂອງທ່ານ.
ຂໍໃຫ້ທຸກທ່ານສືບຕໍ່ປະຕິບັດ ປະຕິບັດມາດຕະການ ປ້ອງກັນຕົນເອງ ຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງໂຕເຮົາເອງ ແລະທຸກຄົນໃນສັງຄົມ. ປັດຈຸບັນ ທົ່ວປະເທດ ສັກຢາເຂັມທີ 1 ໄດ້ 3.203.711 (ອັດຕາປົກຄຸມ 43,66 %) ແລະ ທຸກເຂັມທີ່ແນະນໍາ 2.749.707 (ອັດຕາປົກຄຸມ 37,47 %).
- ຂໍເຊີນທ່ານຕິດຕາມຂ່າວສານກ່ຽວກັບພະຍາດໂຄວິດ ທີ່ຖືກຕ້ອງ ໄດ້ຈາກ:
- ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື covid19.gov.la ແລະ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ www.cdc.gov.la
- ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
- ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
- ນອກຈາກນັ້ນ ຍັງສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166) ເພື່ອຂໍຄໍາແນະນຳ ແລະ ລາຍງານເຫດການ.