ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ວັນທີ 26 ທັນວາ 2021, ທົ່ງປະເທດມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 851 ຄົນ ແລະເສຍຊີວິດ ເພີ່ມໃໝ່8 ຄົນ

 

ວັນທີ 26 ທັນວາ 2021 ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ້ການລະບາດພະຍາດໂຄວິດ 19 ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ, ບັນດາປະເທດໃກ້ຄຽງ ປະຈໍາວັນທີ 26 ທັນວາ 2021

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ວັນທີ 25 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3,458 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 851 ຄົນ (ຕິດເຊື້ອພາຍໃນ ມີ 851 ຄົນ ແລະ ຕິດເຊື້ອນໍາເຂົ້າ ບໍ່ມີ ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 851 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 323     ຄົນ
  2. ອຸດົມໄຊ 97 ຄົນ
  3. ຫຼວງນໍ້າທາ 92 ຄົນ
  4. ຊຽງຂວາງ 65 ຄົນ
  5. ບໍ່ແກ້ວ 62 ຄົນ
  6. ວຽງຈັນ 38 ຄົນ
  7. ຫຼວງພະບາງ 37 ຄົນ
  8. ບໍລິຄໍາໄຊ 28 ຄົນ
  9. ຈໍາປາສັກ 21 ຄົນ
  10. ສະຫັວນນະເຂດ 18 ຄົນ
  11. ຜົ້ງສາລີ 14 ຄົນ
  12. ໄຊສົມບູນ 13 ຄົນ
  13. ຫົວພັນ 13 ຄົນ
  14. ຄໍາມ່ວນ 9   ຄົນ
  15. ອັດຕະປື 9   ຄົນ
  16. ເຊກອງ 5   ຄົນ
  17. ໄຊຍະບູລີ 4   ຄົນ
  18. ສາລະວັນ 3   ຄົນ

 

  • ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 231 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 1,639 ຄົນ, ກໍາລັງປິ່ນປົວ 9.873 ຄົນ ແລະ ເສຍຊີວິດສະສົມທັງໝົດ 325ຄົນ (ເສຍຊີວິດໃໝ່ 8 ຄົນ).

ຕໍ່ໄປຂ້າພະເຈົ້າຂໍລາຍງານກ່ຽວກັບ ຜູ້ເສຍຊີວິດໃໝ່  8 ຄົນ, ລາຍລະອຽດດັ່ງນີ້:

  1. ເພດຍີງ ອາຍຸ 48ປີ ບ້ານ ໂພນໄຊ, ເມືອງ ໄຊທານີ, ນະຄອນຫລວງ
  • ສັກຢາວັກຊີນ ຄົບ
  • ວັນທີ 15/12/21: ໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດຢູ່ໂຮງໝໍມິດຕະພາບພົບເຊື້ອ
  • ວັນທີ 24/12/21: ຄົນເຈັບເສຍຊີວິດ
  1. ເພດຍິງ ອາຍຸ 56 ປີ ບ້ານ ໂພສີ ເມືອງຫາດຊາຍຟອງ, ນະຄອນຫຼວງ
  • ພະຍາດປະຈຳໂຕ: ເບົາຫວານ
  • ສັກຢາວັກຊີນ ຄົບ
  • ວັນທີ 17/12/21: ຜູ້ກ່ຽວເຂົ້າມາໂຮງໝໍເສດຖາທິລາດກວດພົບເຊື້ອ
  • ວັນທີ 25/12/21: ເວລາ 2:32 , ຜູ້ກ່ຽວໄດ້ເສຍຊີວິດ
  1. ເພດ​ຊາຍ ອາ​ຍຸ 70 ປີ, ບ້ານ ຫ້ວຍຫົງ, ເມືອງ ຈັນທະບູລີ, ນະຄອນຫຼວງ
  • ພະ​ຍາດ​ປະ​ຈຳ​ຕົວ: ຄວາມດັນເລືອດສູງ, ເບົາຫວານ
  • ​ບໍ່ໄດ້ສັກຢາວັກຊີນ
  • ​ວັນ​ທີ 19/12/21: ໄດ້ເຂົ້າມາກວດໂຮງໝໍ 103 ພົບເຊື້ອ
  • ວັນທີ 24/12/21: ຄົນເຈັບໄດ້ເສຍຊີວິດ
  1. ເພດຍິງ   ອາຍຸ 80 ປີ, ບ້ານ ຕີນທາດ. ເມືອງ ຫ້ວຍຊາຍ . ແຂວງ ບໍ່ແກ້ວ.
  • ພະຍາດປະຈຳຕົວ : ຄວາມດັນເລືອດສູງ+ ເລືອດຈາງ
  • ບໍ່ໄດ້ສັກຢາກັນພະຍາດ ໂຄວິດ
  • ວັນທີ 22 ທັນວາ 2021  ກວດພົບເຊື້ອ covid-19.
  • ວັນທີ່ 25/12/2021 ຄົນເຈັບເສຍຊີວິດ
  1. ເພດຍິງ ອາຍຸ 53 ປີ.   ອາຊີບ: ແມ່ເຮືອນ ບ້ານ ຕົ້ນເຜິ້ງ.  ເມືອງ ຕົ້ນເຜິ້ງ . ແຂວງ ບໍ່ແກ້ວ.
  • ພະຍາດປະຈຳຕົວ : ໄຂ່ຫຼັງຊຸດໂຊມຟອກໄຂ່ຫຼັງປະຈຳ
  • ບໍ່ໄດ້ສັກຢາກັນພະຍາດ ໂຄວິດ
  • ວັນທີ 23 ທັນວາ 2021  ກວດພົບເຊື້ອ covid-19.
  • ວັນທີ່ 23/12/2021 ຄົນເຈັບເສຍຊີວິດ
  1. ເພດ ຍີງ ອາຍຸ 67 ປີ, ບ. ວຽງຄຳ. ມ.ປາກກະດີງ ຂ.ບໍລິຄຳໄຊ
  • ພະຍາດປະຈຳໂຕ: ຄວາມດັນເລືອດສູງ, ເບົາຫວານ, ເສັ້ນເລືອດອຸດຕັນສະໝອງ >4ປີ,
  • ໄດ້ຮັບວັກຊີນຄົບ
  • ວັນທີ່ 16/12/21 ເຂົ້າໂຮງໝໍແຂວງ ກວດ RDT ຜົນອອກເປັນບວກ ,
  • ວັນທີ່ 25/12/2021 ຄົນເຈັບໄດ້ເສຍຊີວີດ

 

  1. ເພດຊາຍ ອາຍຸ 35 ປີ, ອາຊີບ ຄ້າຂາຍ, ບ້ານປ່າອ້ອຍ, ເມືອງຫ້ວຍຊາຍ, ແຂວງ ບໍ່ແກ້ວ ( ເປັນຄົນຈີນ)
  • ບໍ່ມີພະຍາດປະຈຳໂຕ
  • ບໍ່ໄດ້ສັກວັກຊີນ
  • ວັນທີ 15/12/2021 ເຂົ້າມາໂຮງໝໍ ກວດພົບເຊື້ອໂຄວິດ
  • ວັນທີ 25/12/2021 ຄົນເຈັບເສຍຊີວີດ
  1. ເພດຍິງ ອາຍຸ 53 ປີ ບ້ານ ຕົ້ນເຜິ້ງ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ.
  • ພະຍາດປະຈຳຕົວ : ໄຂ່ຫຼັງຊຸດໂຊມ ຟອກໄຂ່ຫຼັງປະຈຳ
  • ບໍ່ໄດ້ສັກຢາກັນພະຍາດໂຄວິດ 19
  • ວັນທີ 23/12/21: ກວດພົບເຊື້ອ covid-19
  • ເວລາ 21:30 ຂອງວັນດັ່ງກ່າວຄົນເຈັບເສຍຊີວິດ

 

ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ

  • ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
  • ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
  • ຈຸດກວດຄົງທີ່ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:

ມສ ເຈົ້າອານຸວົງ 

  • ໜ່ວຍກວດເຄື່ອນທີ່:
  • ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ
  • ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
  • ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
  1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ

ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).

  1. ໂຮງໝໍເມືອງ 9 ຕົວເມືອງ
  2. ວັດຈີນ ດົງປາແຫຼບ (ວັນຈັນ -​ ສຸກ)
  3. ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)

ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້

  • ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ

ວັນທີ 25 ທັນວາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1.800 ຄົນ.ປະຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 79 ສູນ ແລະ 59 ໂຮງແຮມ ມີຜູ້ຈຳກັດບໍລິເວນທັງໝົດ 4,335 ຄົນ (ໂຮງແຮມ 1,762 ຄົນ ແລະ ສູນບໍລິເວນ 2,573 ຄົນ).

  • ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ

ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ:

  • ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 279,800,665 (470,821ໃໝ່),
  • ເສຍຊິວິດທັງໝົດ 5,412,855 (3,742 ໃໝ່),
  • ປີ່ນປົວຫາຍດີ 250,003,484 (348,759 ໃໝ່).

3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ

  • 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ເຫັນວ່າ ສສ ຫວຽດນາມ ຍັງມີລາຍງານຜູ້ຕິດເຊື້ອໃໝ່ ສູງກວ່າໝູ່ ເຖິງ 586 ຄົນ ເສຍຊີວິດ 241, ຖັດລົງມາ ແມ່ນ ໄທ ຕິດເຊື້ອໃໝ່ 2,766 ຄົນ ເສຍຊີວິດ 30 ຄົນ.
ລ/ດ

 

ປະເທດ ກໍລະນີຕິດເຊື້ອ ເສຍຊິວີດ
ສະສົມທັງໝົດ ໃໝ່ ສະສົມທັງໝົດ ໃໝ່
1 ໄທ 2,207,438 +2,766 21,558 +30
2 ຫວຽດນາມ 1,636,455 +15,586 31,007 +241
3 ມຽນມາ 529,503 +176 19,251 +3
4 ກໍາປູເຈຍ 120,445 +5 3,008 +1
5 ຈີນ 100,871 +140 4,636  

 

  • ມື້ນີ້ເປັນມື້ທີ່ຕົວເລກການຕິດເຊື້ອລາຍວັນທົ່ວປະເທດຫຼຸດລົງຕ່ຳກ່ວາ 1000 ກໍລະນີ ແລະ ນະຄອນຫຼວງວຽງຈັນຕົວເລກຕິດເຊື້ອແມ່ນຕ່ຳກ່ວາຕົວເລກຄ່າສະເລັ່ຍ 7 ວັນຄື 500 ກໍລະນີຕໍ່ວັນ! ຊຶ່ງທ່າອ່ຽງດັ່ງກ່າວແມ່ນທຸກຄົນໃນທົ່ວສັງຄົມແມ່ນກຳລັງຄອງຄອຍໃຫ້ເປັນແນວນີ້ທຸກວັນ! ແຕ່ເຖີງຢ່າງໃດກໍ່ຕາມຍັງມີແຂວງທີ່ຍັງມີລາຍງານຕົວເລກສູງຄື: ແຂວງອຸດົມໄຊ, ຫຼວງນ້ຳທາ, ຊຽງຂວາງ, ບໍ່ແກ້ວ ແລະ ຫຼວງພະບາງ . ສະພາບລວມທັງທ່າອ່ຽງຂອງພະຍາດແມ່ນຍັງບໍ່ທັນເປັນໜ້າໄວ້ວາງໃຈເທື່ອ ເພາະເປັນພຽງການຫຼຸດລົງພຽງມື້ດຽວ ແລະ ຖ້າການຫຼຸດລົງຫາກບໍ່ຕິດຕໍ່ກັນເປັນຫຼາຍວັນແມ່ນສະພາບການລະບາດແມ່ນຍັງບໍ່ເປັນໜ້າໄວ້ວາງໃຈໄດ້ເທື່ອ. ປະຈຸບັນຫຼາຍປະເທດແມ່ນຢູ່ໃນລະດູໜາວ ແລະ ລວມນຳ ສປປ ລາວ, ໃນຫຼາຍໆປະເທດໃນຢູໂຣບ ແພດໄດ້ອອກມາເຕືອນວ່າປະຊາຊົນຜູ້ໃດຫາກມີອາການຄ້າຍຄືເປັນໄຂ້ຫວັດລະດູການ, ເຊັ່ນມີອາການເຈັບຄໍ, ນ້ຳມູກໄຫຼ ແລະ ເຈັບຫົວ ໂອກາດທີ່ບຸກຄົນເລົ່ານັ້ນຕິດເຊື້ອແມ່ນມີໂອກາດສູງເຖີງ 50%!
  • ດັ່ງນັ້ນໃນໄລຍະດັ່ງກ່າວແມ່ນໃຫ້ບັນດາທ່ານທີ່ກຳລັງຕິດຕາມຮັບຊົມ ແລະ ຮັບຟັງແມ່ນຖ້າພົບສະພາບອາການທີ່ກ່າວມານັ້ນ ນຳໂຕທ່ານເອງ ແລະ ຄົນໃນຄອບຄົວ ຫຼື ຄົນອ້ອມຂ້າງໃຫ້ຮີບຮ້ອນໄປພົບແພດ ເພາະໂອກາດທີ່ທ່ານຕິດເຊື້ອແມ່ນສູງ ແລະ ການພົບແພດຈະໄດ້ຮັບການແນະນຳແຕ່ຫົວທີ່ຈະເຮັດໃຫ້ທ່ານຕ້ອງປະຕິບັດຕົນເອງ ແລະ ປິ່ນປົວຢ່າງຖືກຕ້ອງໄດ້ແນວໃດ. ນັກວິຊາການແພດໃນປະເທດອັງກິດພົບເຫັນວ່າຄົນເຈັບທີ່ຕິດໂຄວິດ19 ດ້ວຍສາຍພັນ omicron ແມ່ນມີອາການຄ້າຍໄຂ້ຫວັດລະດູການ, ດັ່ງນັ້ນເຂົາເຈົ້າຮຽກຮ້ອງໃຫ້ປະຊາຊົນອັງກິດທີ່ມີອາການຄ້າຍຄືເປັນຫວັດແມ່ນຕ້ອງຄຳນຶງເຖີງຕົນເອງອາດຕິດເຊື້ອໂຄວິດດັ່ງນັ້ນໃຫ້ຟ້າວໄປກວດຊອກຫາເຊື້ອ. ການສຶກສາໂດຍນຳໃຊ້ເຄື່ອງກວດແບບໄວໃນປະເທດອັງກິດຍັງພົບເຫັນວ່າມີຫຼາຍຄົນບໍ່ສະແດງອາການຫຍັງ ແຕ່ຜົນກວດເປັນບວກ ແລະ ພົບວ່າສາມາດສົ່ງເຊື້ອແກ່ຄົນອອ້ມຂ້າງໄດ້.
  • ສຳຫຼັບປະເທດອາເມລິກາ ໂຄວິດ-ສາຍພັຍໂອມິກຣອນແມ່ນເປັນສາຍພັນທີ່ພົບຫຼາຍກ່ວາສາຍພັນແດນຕາໄປແລ້ວ! ຕໍ່ໄພຂົ່ມຂູ່ຈາກການລະບາດດ້ວຍສາຍພັນໂອມິກຣອນ ລັດຖະບານຫຼາຍປະເທດແມ່ນໄດ້ອອກມາດຕະການຫ້າມໃຫ້ມີການໂຮມຊຸມນຸມຄົນຈຳນວນຫຼວງຫຼາຍໃນໄລຍະວັນສົ່ງທ້າຍປີເກົ່າ ແລະ ສົ່ງທ້າຍປີໃໝ່, ເຊັ່ນ: ປະເທດອິຕາລີ, ອິນເດັຍ, ອັງກິດ, ໂອດສະຕາລີ. ສຳຫຼັບປະເທດທີ່ມີຊາຍແດນຮ່ວມກັບ ສປປ ລາວ, ແມ່ນໄດ້ມີການ ໃຫ້ນັກທ່ອງທ່ຽວທີ່ເຂົ້າມາຕ້ອງໄດ້ຈຳກັດບໍລິເວນໃນສະຖານທີ່ທາງການຮອງຮັບກ່ອນຈະສາມາດອອກໄປເຄື່ອນໄຫວໄດ້, ບາງປະເທດໄດ້ມີມາດຕະການເຂັ້ມງວດໃນການກວດຂັນການເດີນທາງເຂົ້າອອກຕາມດ່ານຊາຍແດນສາກົນ ແລະ ລວມທັງການຂົນສົ່ງສີນຄ້າ.
  • ໃນໂອກາດທີ່ງານສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ກຳລັງໃກ້ເຂົ້າມາ ທ່ານອຳນວຍການໃຫຍ່ອົງການອະນາໄມໂລກ, ດຣ Tedros Adhanom Ghebreyesus, ໄດ້ອອກມາເຕືອນວ່າສາຍພັນ omicron ທີ່ກຳລັງລະບາດໃນຫຼາຍປະເທດໃນໂລກນັ້ນແມ່ນສາມາດແຜ່ເຊື້ອຕໍ່ຜູ້ໄດ້ສັກວັກຊິນປ້ອງກັນຄົບ ແລະ ຈຳນວນຜູ້ຕິດເຊື້ອຈະເພີ້ມເປັນສອງເທົ່າທຸກໆ 1.5-3 ວັນ, ຊຶ່ງຖືວ່າໄວກ່ວາສາຍພັນແດນຕາຫຼາຍ! ຫົວໜ້າອົງການອະນາໄມໂລກໄດ້ອອກມາເຕືອນອີກວ່າ ໃນງານບຸນທີ່ສຳຄັນທີ່ກຳລັງຈະມານັ້ນຫຼາຍປະເທດທົ່ວໂລກແມ່ນຄາດຄະເນວ່າ “ຈະມີການເພີ້ມຂື້ນຂອງກໍລະນີຕິດເຊື້ອ, ຊຶ່ງສືບເນື່ອງມາຈາກການໂຮມຊຸມນຸມຂອງປະຊາຊົນຈຳນວນຫຼວງຫຼາຍ ແລະ ບໍ່ສາມາດຮັກສາໄລຍະຫ່າງໄດ້ ດັ່ງນັ້ນ ອາດຈະສົ່ງຜົນກະທົບຕໍ່ການບໍລິການຂອງລະບົບສາທາລະນະສຸກໃນຫຼາຍປະເທດ, ຈຳນວນຕຽງຈະບໍ່ພຽງພໍເພື່ອຮັບຄົນເຈັບໜັກເຊິ່ງສົ່ງຜົນໃຫ້ເກີດມີການສູນເສຍຊີວິດເພີ່ມຂຶ້ນ ແລະ ເກີດມີການຕິດເຊື້ອໃນຖັນແຖວແພດໝໍ, ພະຍາບານ ແລະ ພະນັກງານດ່ານໜ້າ ເຊິ່ງໃນຍາມວິກິດແມ່ນຂາດເຂີນຢູ່ແລ້ວ ແລະ ຈະຖືກຊໍ້າເຕີມໜັກຕື່ມອີກ. ດັ່ງນັ້ນ ທ່ານໄດ້ຮຽກຮ້ອງໃຫ້ສັງຄົມໃຫ້ໂຈະ ຫຼື ເລື່ອນການສະຫຼອງອອກໄປ. ເພາະ“ການຍົກເລີກງານສ້າງສັນທີ່ມີຄົນຈໍານວນຫຼາຍແມ່ນດີກ່ວາການສູນເສັຍຊີວິດ.
  • ອົງການອະນາໄມໂລກ ແມ່ນຍັງມີຄວາມຫວັງວ່າຖ້າຫຼາຍປະເທດຫາກຮ່ວມແຮງຮ່ວມໃຈກັນໃນການສະກັດການລະບາດຄັງນີ້ໃນປີ 2022, ເຊິ່ງມາຮອດປະຈຸບັນໂຄວິດໄດ້ເຮັດໃຫ້ 5.6 ລ້ານຄົນເສັຍຊີວິດຍ້ອນໂຄວິດ19. ແລະ ມີຄວາມຫວັງວ່າທົ່ວໂລກພວກເຮົາສາມາດຄວບຄຸມການລະບາດຄັງນີ້ໃຫ້ຢູ່ໃນລະດັບຕໍ່າທີ່ສາມາດຄວບຄຸມໄດ້ ດ້ວຍການເລັ່ງສັກວັກຊີນປ້ອງກັນ ຄຽງຄູ່ກັບມາດຕະການທາງດ້ານບໍລິຫານ, ສັງຄົມ ແລະ ດ້ານການແພດ ແລະ ເມື່ອໃດຫາກຕົວເລກຕິດເຊື້ອລາຍວັນຫາກລຸດລົງເລື້ອຍໆເຖິງລະດັບຕໍ່າທີ່ສາມາດຄວບຄຸມໄດ້ ຄືຕົວເລກການຕິດເຊື້ອຈາກໄຂ້ຫວັດລະດູການມື້ນັ້ນໂລກເຮົາແມ່ນສາມາດຜ່ານພົ້ນການລະບາດໂຄວິດ 19 ໃນຄັ້ງນີ້ໄດ້!