ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນພະຫັດ ວັນທີ 26 ສິງຫາ 2021 ໃຫ້ຮູ້ວ່າ:
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 25 ສິງຫາ 2021:
• ໄດ້ກວດວິເຄາະທັງໝົດ 3,267 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 195 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 46 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
– ນະຄອນຫຼວງ 14 ຄົນ
– ບໍ່ແກ້ວ 15 ຄົນ
– ໄຊຍະບູລີ 2 ຄົນ
– ອຸດົມໄຊ 1 ຄົນ
– ຫຼວງພະບາງ 3 ຄົນ
– ສະຫວັນນະເຂດ 9 ຄົນ
– ຈຳປາສັກ 2 ຄົນ
ສ່ວນ ກໍລະນີນໍາເຂົ້າ ມີ 149 ຄົນ ຈາກ ສະຫວັນນະເຂດ 32 ຄົນ, ຈຳປາສັກ 46 ຄົນ, ນະຄອນຫຼວງ 38 ຄົນ, ຄຳມ່ວນ 12 ຄົນ, ສາລະວັນ 15 ຄົນ, ບໍລິຄຳໄຊ 4 ຄົນ ແລະ ຫຼວງພະບາງ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
o ລາຍລະອຽດ ຕິດເຊື້ອໃນຊຸມຊົນ ໃນບັນດາແຂວງ ມີຄືດັ່ງນີ້:
ນະຄອນຫຼວງ 14 ຄົນທີ່ຕິດເຊື້ອໃນຊຸມຊົນນັ້ນ ຄື:
– ບ້ານສິມມະໂນເຫນຶອ 2, ສິມມະໂນໃຕ້ 2, ດອນດູ່ 6, ຫນອງແວງ 2, ດົງໂພແຮ່ 1 ຄົນ, ເຫຼືອນັ້ນ ແມ່ນພະນັກງານປະຈຳຢູ່ສູນຈຳກັດບໍລິເວນ.
ແຂວງ ຈຳປາສັກ 2 ຄົນ ແມ່ນເປັນພະນັກງານປະຈໍາສູນຈໍາກັດບໍລິເວນ.
ແຂວງອຸດົມໄຊ 1 ຄົນ, ເປັນເພດຍິງ, ອາຍຸ 49 ປີ, ພະນັກງານທະຫານ, ບ້ານນໍ້າອຸ່ນ, ເມືອງຮຸນ, ມີປະຫວັດເດີນທາງໄປບ້ານນາຝາຍ, ເມືອງນານ ແຂວງຫລວງພະບາງ ເພື່ອສົ່ງສະການແມ່ຍ່າ ໄປນໍາກັນສາມຄົນ ດ້ວຍລົດສ່ວນຕົວ ຊຶ່ງມີຜູ້ຕິດເຊື້ອມາຈາກແຂວງບໍ່ແກ້ວຮ່ວມນໍາ ຊຶ່ງປະຈຸບັນນີ້ ຄົນເຈັບໄດ້ເຂົ້ານອນປີ່ນປົວຢູ່ໂຮງຫມໍແຂວງແລ້ວ.
ແຂວງບໍ່ແກ້ວ 15 ຄົນ, ໃນນັ້ນ 10 ຄົນ ມາຈາກບ້ານໃຫຍ່ສີເມືອງງາມ, 1 ຄົນແມ່ນເດັກ 1 ເດືອນ, 3 ຄົນຈາກບ້ານຄວ້ານສາມຫຼ່ຽມ ເມືອງ ຕົ້ນເຜິ້ງ ແມ່ນແຮງງານລາວຢູ່ເຂດພິເສດຈະເດີນທາງກັບບ້ານ, 1 ຄົນ ບ້ານດອນສະຫວັນ ເມືຶອງຕົ້ນເຜິ້ງ (ທີມງານເມືອງກໍາລັງເອົາຂໍ້ມູນ) ແລະ ອີກ 1 ຄົນ ມາຈາກບ້ານພິບຸນທອງ ເມືອງຫ້ວຍຊາຍ (ໄດ້ຂີ່ລົດໄປງານສົບຢູ່ເມືອງນ່ານ ນໍາຜູ້ຕິດເຊື້ອ ທີ່ລາຍງານມື້ກ່ອນ).
ແຂວງຫຼວງພະບາງ 3 ຄົນ, ເພດຊາຍ ອາຍຸ 29 ປີ, ອາຊີບ ທະຫານ, ບ້ານໂຄມຂວາງ, ນະຄອນຫຼວງພະບາງ ປະຫວັດສຳຜັດກັບຜູ້ຕິດເຊື້ອ ທີ່ມາຈາກແຂວງບໍ່ແກ້ວ ຢູ່ງານສົບ ຢູ່ບ້ານນາຝາຍ ເມືອງນານ, ສ່ວນ ອີກ 2 ຄົນ ແມ່ນອາຊີບນັກສຶກສາ (ພັກຮຽນ) ທີ່ໄປຮ່ວມງານສົບງານດຽວກັນ.
ແຂວງໄຊຍະບູລີ 2 ຄົນ, ຜູ້ທີ 1 ແມ່ນເປັນ ເພດຊາຍ ອາຍຸ 37 ປີ, ຜູ້ທີ 2 ເພດຍິງ ອາຍຸ 35 ປີ, ອາຊີບພະນັກງານບໍລິສັດ ທັງສອງໄດ້ໄປຮ່ວມ ຢູ່ງານສົບ ຢູ່ບ້ານນາຝາຍ ເມືອງນານ.
ແຂວງສະຫວັນນະເຂດ 9 ຄົນ, ໃນນັ້ນ ບຸກຄົນທົ່ວໄປ 1 ຄົນ, ຢູ່ສະຖານທີ່ຄຸມຂັງ ມີ 7 ຄົນ ແລະ ສູນຈຳກັດບໍລິເວນ 1 ຄົນ ເຊິ່ງເປັນນັກສຶກສາ ທີ່ມີປະຫວັດພົວພັນກັບພະນັດງານແພດທີ່ຕິດເຊື້ອກ່ອນຫນ້ານັ້ນ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍໍແກ້ຂ່າວ ກ່ຽວກັບການຕິດເຊື້ອໃນຊຸມຊົນ ຢູ່ແຂວງສະຫວັນນະເຂດ ທີ່ໄດ້ຖະແຫຼງຂ່າວໃນມື້ວານນີ້ ວ່າ ພະນັກງານບໍລິສັດລ້ານຊ້າງມິເນໂຣ 5 ຄົນຕິດເຊື້ອນັ້ນ ຂໍ້ມູນດັ່ງກ່າວແມ່ນເກີດຈາກການສື່ສານທີ່ຜິດພາດ ຄວາມຈິງແມ່ນ ພະນັກງານຂັບລົດລັດຕະນະວົງ. ສະນັ້ນ ຈຶ່ງຂໍອະໄພຢ່າງສູງ ມາຍັງບັນດາທ່ານທີ່ຕິດຕາມຮັບຊົມ ແລະ ຮັບຟັງໃນທີ່ນີ້ດ້ວຍ.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14,104 ຄົນ, ຄົນເຈັບເສຍຊີວິດສະສົມ 12 ຄົນ (ໃໝ່ 1 ຄົນ ຈາກແຂວງສະຫວັນນະເຂດ ເຊິ່ງເປັນເພດຊາຍ, ອາຍຸ 35 ປີ, ບ້ານນາມໍ່, ເມືອງໄຊພູທອງ ຜູ້ກ່ຽວຢູ່ສະຖານທີ່ຄຸມຂັງ, ຖືກເກັບຕົວຢ່າງ ໃນວັນທີ 23 ສິງຫາ, ຜູ້ກ່ຽວເສຍຊີວິດ ວັນທີ 24 ສິງຫາ ກ່ອນຜົນກວດວິເຄາະອອກ ໃນວັນທີ 25 ສິງຫາ 2021) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,885 ຄົນ.
• ຜູ້ທີ່ມີຈຸດປະສົງຢາກກວດໂຄວິດ-19 ສຳລັບນະຄອນຫຼວງວຽງຈັນນີ້ ແມ່ນຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ ໃນຕອນເຊົ້າ ເວລາ 9:00-12:00 ໂມງ.
• ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 25 ສິງຫາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 2,394 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 109 ສູນ ແລະ 51 ໂຮງແຮມ ມີຜູ້ຈຳກັດບໍລິເວນ 8,530 ຄົນ