ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 25 ເມສາ 2022 ໄດ້ກວດວິເຄາະທັງໝົດ 2,513 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 542 ຄົນ (ຕິດເຊື້ອພາຍໃນ 534 ຄົນ ແລະ ນໍາເຂົ້າ 08 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 206,041 ຄົນ (ຕິດເຊື້ອພາຍໃນ 190,153 ຄົນ ແລະ ນໍາເຂົ້າ 15,888 ຄົນ ), ອອກໂຮງໝໍວານນີ້ 83 ຄົນ, ກຳລັງປິ່ນປົວ 1.238 ຄົນ ແລະ ເສຍຊີວິດສະສົມ ທັງໝົດ 736 ຄົນ (ເສຍຊີວິດໃໝ່ 2 ຄົນ) ຢູ່ນະຄອນຫຼວງວຽງຈັນ
– ສຳລັບ ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈຳນວນ 534 ຄົນ ແມ່ນມາຈາກ 15 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງຕໍ່ໄປນີ້:
1 ນະຄອນຫຼວງ 387 ຄົນ
2 ວຽງຈັນ 23 ຄົນ
3 ເຊກອງ 21 ຄົນ
4 ສະຫັວນນະເຂດ 17 ຄົນ
5 ອັດຕະປື 15 ຄົນ
6 ໄຊຍະບູລີ 13 ຄົນ
7 ຫຼວງພະບາງ 11 ຄົນ
8 ຄໍາມ່ວນ 11 ຄົນ
9 ອຸດົມໄຊ 10 ຄົນ
10 ຈໍາປາສັກ 7 ຄົນ
11 ຊຽງຂວາງ 5 ຄົນ
12 ໄຊສົມບູນ 4 ຄົນ
13 ສາລະວັນ 3 ຄົນ
14 ບໍລິຄໍາໄຊ 3 ຄົນ
15 ຜົ້ງສາລີ 2 ຄົນ
16 ບໍ່ແກ້ວ 1 ຄົນ
17 ຫົວພັນ 1 ຄົນ
– ສໍາລັບການຕິດເຊື້ອນໍາເຂົ້າ ມີ 8 ຄົນ ຈາກ ສະຫັວນນະເຂດ 3 ຄົນ, ຫົວພັນ 2 ຄົນ ແລະ ຈໍາປາສັກ 3 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
ມາຍັງບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຕໍ່ໄປນີ້ຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາ ແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
 ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
• ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ຢູ່ນະຄອນຫຼວງວຽງຈັນມີ ຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ໂຮງໝໍເມືອງ 9 ຕົວເມືອງ
– ນອກນັ້ນ ຍັງມີຈຸດບໍລິການວັກຊີນ ເປີດໃຫ້ບໍລິການທ່ານຄື ວັດຈີນດົງປ່າແຫຼບ(ຈັນ ຫາ ສຸກ ໃນໂມງລັດຖະການ), ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ, ເມືອງຈັນທະບູລີ (ຈັນ ຫາ ພະຫັດ ເປີດບໍລິການໃນໂມງລັດຖະການ).
 
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ປະຈຸບັນ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກ ຍັງສືບຕໍ່ຫຼຸດລົງຢ່າງຕໍ່ເນື່ອງທຽບໃສ່ໄລຍະຜ່ານມາ ມື້ນີ້ ທົ່ວໂລກມີລາຍງານຜູ້ຕິດເຊື້ອໃໝ່ 3 ແສນກ່ວາຄົນ ແລະ ເສຍຊີວິດໃໝ່ 1 ພັນກ່ວາຄົນ, ຫຼາຍປະເທດໄດ້ມີການຜ່ອນຜັນມາດຕະການເພື່ອອຳນວຍຄວາມສະດວກໃຫ້ແກ່ການພື້ນຟູເສດຖະກິດໂດຍສະເພາະການດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວໃນປະເທດຕົນເອງໃຫ້ຫຼາຍຂື້ນ ໂດຍໄດ້ຜ່ອນຜັນການຈຳກັດບໍລິເວນ ແລະ ກວດຫາເຊື້ອພະຍາດດ້ວຍເຄື່ອງກວດ RT-PCR ແຕ່ຫັນເອົາການກວດແບບໄວເພື່ອຕັດຕ່ອງໂສ້ການລໍຖ້າຜົນກວດທີ່ໃຊ້ເວລາດົນ ແລະ ນອກຈາກນີ້ກໍ່ໄດ້ຫັນເອົາການສັກຢາວັກຊີນເປັນຫຼັກໃນເງື່ອນໄຂການເຂົ້າປະເທດ. ສະນັ້ນຫຼາຍປະເທດໄດ້ ສຸມໃສ່ການສັກຢາວັກຊີນເພື່ອເຮັດໃຫ້ອັດຕາການປົກຄຸມວັກຊີນສູງຂື້ນລວມທັງເຂັມກະຕຸ້ນເພື່ອໃຫ້ມີພູມຄຸ້ມກັນໝູ່ໃນສັງຄົມ ແລະ ກັບຄືນມາດຳລົງຊີວິດປົກກະຕິ.
• ສຳລັບ ສປປ ລາວ ເຮົາ ເຫັນວ່າໂຕເລກລາຍງານຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ກໍ່ຫຼຸດລົງຫຼາຍທຽບໃສ່ໄລຍະຜ່ານມາ, ເຖີງຢ່າງໃດກໍ່ຕາມພວກເຮົາກໍ່ຕ້ອງໄດ້ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ໂດຍສະເພາະໃນກຸ່ມຄົນທີ່ມີຄວາມສ່ຽງສູງເປັນຕົ້ນແມ່ນຜູ້ສູງອາຍຸ, ຜູ້ທີ່ມີພະຍາດປະຈຳໂຕ, ແມ່ຍິງຖືພາ,ລວມທັງ ຜູ້ທີ່ບໍ່ໄດ້ຮັບການສັກຢາວັກຊີນລວມທັງເຂັມກະຕຸ້ນ ເພາະມີຄວາມສ່ຽງທີ່ຈະຕິດເຊື້ອແລ້ວມີອາການຮຸນແຮງ ຫຼື ອາດກ້າວເຖີງຂັ້ນເສຍຊີວິດໄດ້, ສະນັ້ນ ຂໍໃຫ້ທຸກຄົນຈົ່ງເອົາໃຈໃສ່ປ້ອງກັນຕົນເອງດ້ວຍການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດໂດຍການໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືດ້ວຍນ້ຳໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າ, ຮັກສາໄລຍະຫ່າງ, ໄປຮັບວັກຊີນໃຫ້ຄົບລວມທັງເຂັມກະຕຸ້ນ, ໝັ່ນຕິດຕາມຕົນເອງ ແລະ ສະມາຊິກໃນຄອບຄົວ ຖ້າມີອາການບໍ່ສະບາຍຄ້າຍຄືໄຂ້ຫວັດກໍ່ໃຫ້ໄປກວດໂດຍໄວເພາະຖ້າກວດພົບໄວໄດ້ຮັບການປີ່ນປົວໄວຍີ່ງເປັນການດີ ທັງນີ້ກໍ່ເພື່ອບໍ່ໃຫ້ມີອາການຮຸນແຮງ ຫຼື ເສຍຊີວິດ.
• ໄລຍະນີ້, ຫຼາຍພາກສ່ວນໃນສັງຄົມ ກໍ່ມີຄວາມສົນໃຈ ແລະ ໂທຫາສາຍດ່ວນເພື່ອສອບຖາມກ່ຽວກັບການອອກໃບຢັ້ງຍືນການປີ່ນປົວຜູ້ທີ່ຕິດເຊື້ອທີ່ປີ່ນປົວຕົນເອງຢູ່ເຮືອນ, ຂ້າພະເຈົ້າຂໍຊີ້ແຈງຂັ້ນຕອນການອອກເອກະສານ ດັ່ງນີ້:
– ຜູ້ທີ່ກວດດ້ວຍຕົນເອງແບບໄວ (RDT) ທີ່ບໍ່ມີອາການ ຫຼື ມີອາການເບົາບາງ ແລະ ຕິດຕາມປີ່ນປົວຕົນເອງຢູ່ເຮືອນ ແມ່ນໃຫ້ລົງທະບຽນເອົາລະຫັດຄົນເຈັບຕົນເອງໂດຍການກົດລີ້ງເຂົ້າຕື່ມແບບຟອມ, ທ່ານສາມາດລົງທະບຽນ ເພື່ອແຈ້ງເຈົ້າໜ້າທີ່ ຜ່ານທາງມືືຖືໄດ້ ໂດຍການກົດລິ້ງ ໃນເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ
– ພາຍຫຼັງລົງທະບຽນສຳເລັດແລ້ວ ໃຫ້ລໍຖ້າ 24 – 48 ຊົ່ວໂມງຈະມີເຈົ້າໜ້າທີ່ສົ່ງຂໍ້ຄວາມລະຫັດຄົນເຈັບເຂົ້າມືຖືຂອງທ່ານ
– ຖ້າສຳເລັດ ການຕິດຕາມປີ່ນປົວຕົນເອງຢູ່ບ້ານຄົບ 10 ວັນ ບໍ່ມີອາການແລ້ວສາມາດອອກໄປໃຊ້ຊີວິດປົກກະຕິ
– ຜູ້ທີ່ຕ້ອງການໃບຢັ້ງຍືນການປີ່ນປົວ ແມ່ນໃຫ້ເອົາລະຫັດຄົນເຈັບທີ່ເຈົ້າໜ້າທີ່ສົ່ງເຂົ້າຂໍ້ຄວາມໄປຂໍໜັງສືຢັ້ງຍືນຈາກນາຍບ້ານທີ່ທ່ານອາໃສຢູ່ ແລະ ຫຼັງຈາກນັ້ນກໍ່ເອົາແບບຟອມທີ່ເຊັນຈາກນາຍບ້ານໄປເຊັນຢັ້ງຍືນກັບໂຮງໝໍເມືອງຫຼືຫ້ອງການສາທາເມືອງທີ່ທ່ານອາໃສຢູ່.
– ສຳລັບຜູ້ທີ່ຕິດຕາມປີ່ນປົວຢູ່ຕາມໂຮງໝໍ ຫຼື ໂຮງໝໍພາກສະໜາມ ເມື່ອສຳເລັດການປີ່ນປົວກໍ່ຈະມີເອກະສານຢັ້ງຍືນໃຫ້ກ່ອນຈະອອກຈາກໂຮງໝໍ.
• ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ປັດຈຸບັນ ທົ່ວປະເທດເຮົາ ສັກວັກຊີນ
o ເຂັມ 1 ໄດ້ 5,766,217 ເຂັມ (ກວມເອົາ 78.58%)
o ແລະ ທຸກເຂັມທີ່ແນະນໍາ 4,828,012 ເຂັມ (ກວມເອົາ 65,85%).
o ເຂັມທີ່ກະຕຸ້ນ ຫຼື ເຂັມ 3 ສັກໄດ້ 18,8%, ເຂັມ 4 ສັກໄດ້ 0,8% ຂອງປະຊາກອນ
o ອາຍຸ 6 – 11 ປີ ສັກ ເຂັມທີ່ 1 ໄດ້ 666,420 ເຂັມ ຫຼື ເທົ່າກັບ 71,2% ຂອງປະຊາກອນກຸ່ມດັ່ງກ່າວ, ເຂັມທີ່ 2 ສັກໄດ້ 272,558 ຫຼື ເທົ່າກັບ 29,1% ຂອງປະຊາກອນກຸ່ມດັ່ງກ່າວ
o ອາຍຸ 12-17 ປີ ສັກໄດ້ເຂັມທີ່ 1 ໄດ້ 639,949 ເຂັມ ຫຼືເທົ່າກັບ 73,9% ຂອງປະຊາກອນກຸ່ມດັ່ງກ່າວ, ເຂັມທີ່ 2 ສັກໄດ້ 497,087ເຂັມ ຫຼື ເທົ່າກັບ 57,4% ຂອງປະຊາກອນກຸ່ມດັ່ງກ່າວ.