ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຖະແຫຼງຂ່າວປະຈໍາວັນພຸດ ວັນທີ 27 ຕຸລາ ປີ 2021. ຂອງຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊືື້ອພະຍາດ COVID-19 ໃນທົ່ວໂລກ.
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 26 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5507 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 733 ຄົນ (ຕິດເຊື້ອພາຍໃນ ມີ 731 ຄົນ ແລະ ຕິດເຊື້ອນໍາເຂົ້າ 02 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 731 ຄົນ ຈາກ 12 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ: 358 ຄົນ: ມາຈາກ 165 ບ້ານ, ໃນ 7 ເມືອງ
• ເມືອງຈັນທະບູລີ ມີ 17 ບ້ານ (36 ຄົນ)
– ໜອງປິງ 4
– ທົ່ງສ້າງນາງ 4
– ຊຽງຍືນ 3
– ໜອງທາເໜືອ 3
– ຫ້ວຍຫົງ 3
– ໂພນຕ້ອງຈອມມະນີ 2
– ສີສະຫວາດ 2
– ດອນແດງ 2
– ຮ່ອງຄ້າ 2
– ດົງຫມ້ຽງ 2
– ໂພນຕ້ອງສະຫວາດ 2
– ຂົວຫຼວງ 2
– ຫັດສະດີ 1
– ສີບຸນເຮືອງ 1
– ບໍ່ນາງົວ 1
– ສະຫວ່າງ 1
– ທົ່ງຕູມ 1
• ເມືອງສີໂຄດຕະບອງ ມີ 20 ບ້ານ (33 ຄົນ)
– ໜອງໜ້ຽວ 5
– ຫນອງບົວທອງເໜືອ 4
– ໂນນສະຫວ່າງ 3
– ໜອງແຕ່ງໃຕ້ 3
– ວັດໄຕໃຫ່ຍທົ່ງ 2
– ໜອງແຕ່ງເໜືອ 2
– ໂພນຄຳ 1
– ໜອງປາໃນ 1
– ໜອງສະໂນຄຳ 1
– ສິໄຄທົ່ງ 2
– ວຽງຄຳ 1
– ສີຖານເຫນືອ 1
– ຫນອງດ້ວງໃຕ້ 1
– ໂນນສົມບູນ 1
– ໂພນສະຫວາດເໜືອ 1
– ສີຊົມຊື່ນ 1
– ໂພນສົມບູນ 1
– ຈັນສະຫວ່າງ 1
– ຫນອງແຕ່ງເໜືອ 1
• ເມືອງໄຊເສດຖາ ມີ 29 ບ້ານ (80 ຄົນ)
– ຫົວຂົວ 16
– ເມືອງນ້ອຍ 7
– ໂຊກຄຳ 6
– ໂນນສະຫວ່າງ 6
– ຮ່ອງແກ 6
– ແສງສະຫ່ວາງ 5
– ຈອມມະນີ 4
– ໂນນສະຫງ່າ 3
– ໂພນສະອາດ 2
– ໂນນສະຫວັນ 2
– ໂນນຫວາຍ 2
– ທາດຫຼວງໃຕ້ 2
– ໂນນຄໍ້ເໜືອ 2
– ສົມສະຫງ່າ 2
– ຊໍາເຄ້ 1
– ໂພນທັນ 1
– ໜອງສ້າງທໍ່ 1
– ໂພນປາເປົ້າ 1
– ວຽງຈະເລີນ 1
– ໂພນພະເນົາ 1
– ນາຊ່າງໄພ 1
– ນາໂນ 1
– ອາມອນ 1
– ໂຊກນ້ອຍ 1
– ຂາມງອຍ 1
– ນາໄຊ 1
– ໂພນເຄັງ 1
– ດອນກອຍ 1
– ຊຽງດາ 1
• ເມືອງສີສັດຕະນາກ ມີ 14 ບ້ານ (37 ຄົນ)
– ໂພນປ່າເປົ້າ 10
– ໂພນສະຫວ່າງ 5
– ທົ່ງພານທອງ 3
– ທົ່ງກາງ 4
– ສ້າງເຫວີຍ 3
– ໂພນສະຫວັນເໜືອ 3
– ດອນກອຍ 2
– ສະພານທອງ 1
– ພະໂພ 1
– ຈອມແຈ້ງ 1
– ດອນນົກຂຸ້ມ 1
– ດອນປ່າໃຫມ່ 1
– ດົງສະຫວາດ 1
– ທ່າພະລານໄຊ 1
• ເມືອງໄຊທານີ ມີ 23 ບ້ານ (58 ຄົນ)
– ຕານມີໄຊ 9
– ອຸດົມຜົນ 6
– ພະຂາວ 5
– ຄຳຮຸ່ງ 4
– ໜອງພະຍາ 3
– ລາດຄວາຍ 3
– ດົງໂດກ 3
– ໂນນສະອາດ 2
– ທົ່ງມັ່ງ 2
– ຈະເລີນໄຊ 2
– ດອນໜູນ 2
– ສີວິໄລ 2
– ດົງໝາກຄາຍ 2
– ໂນນແຕ້ 2
– ຂຸດສາມບາດ 2
– ນາແຄ 2
– ສະພັງເມິກ 1
– ສ້າງຫົວບໍ 1
– ຊ້າງຄູ່ 1
– ຫ້ວຍແດນເມືອງ 1
– ໂພຄຳ 1
– ສາມສະອາດ 1
– ດອນຕິ້ວ 1
• ເມືອງນາຊາຍທອງ ມີ 14 ບ້ານ (31 ຄົນ)
– ດົງຊຽງດີ 7
– ໂພນຄຳ 4
– ອ່າງນ້ຳຫຸມ 4
– ນ້ຳກ້ຽງ 4
– ອີ່ໄລເໜືອ 2
– ສີວິໄລ 2
– ໄຊມຸງຄຸນ 1
– ນາຍາງ 1
– ນາສັງ 1
– ນາທ່ອນ 1
– ໂພນແກ້ວ 1
– ຫ້ວຍນ້ຳເຢັນ 1
– ຊຳ ເກດ 1
– ນາດີ 1
• ເມືອງຫາດຊາຍຟອງ ມີ 14 ບ້ານ (19 ຄົນ)
– ຈອມທອງ 3
– ສາລາຄຳໃຕ້ 2
– ນາໄຫ 2
– ດອນດູ່ 2
– ຖິ່ນເພຍ 1
– ຊຽງຄວນ 1
– ນາທາມ 1
– ໜອງແວງ 1
– ແກ້ງປາຢ້າງ 1
– ໜອງໄຮ 1
– ດົງຄຳຊ້າງ 1
– ສະຫວ່າງ 1
– ໂພເງິນ 1
– ດົງໂພສີ 1
• ຂຸມຂັງນາໄຫ 64 ຄົນ
2. ຫຼວງພະບາງ: 177 ຄົນ ໃນ 17 ບ້ານ ແລະ 3 ເມືອງ
3. ບໍ່ແກ້ວ: 73 ຄົນ ໃນ 14 ບ້ານ ແລະ 2 ເມືອງ
4. ວຽງຈັນ: 29 ຄົນ ໃນ 12 ບ້ານ ແລະ 4 ເມືອງ
5. ອຸດົມໄຊ: 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
ຂໍເພີ້ມເຕີມຂໍ້ມູນກ່ຽວກັບ ກໍລະນີຕິດເຊື້ອຢູ່ແຂວງ ອຸດົມໄຊທີ່ໄດ້ລາຍງານໃນມື້ວານນີ້ (23 ຄົນ) ທັງໝົດເອີ້ນວ່າຜູ້ສໍາພັດໃກ້ຊິດ ເຊິ່ງເປັນຄົນ ອຸດົມໄຊ ທີ່ເດີນທາງມາຈາກ ນະຄອນຫລວງວຽງຈັນ, ສາລະວັນ, ບໍ່ແກ້ວ, ວຽງຈັນ ແລະ ຫລວງພະບາງ, ທັງໝົດແມ່ນໄດ້ຈໍາກັດບໍລິເວນຢູ່ “ສູນໄຊພັດທະນາ” ແລະ ການກວດພົບຜູ້ຕິດເຊື້ອດັ່ງກ່າວ ແມ່ນການປະຕິບັດການຊອກຫາການຕິດເຊື້ອຕາມຍຸດທະສາດທີ່ໄດ້ວາງໄວ້, ສະນັ້ນ ຂໍໃຫ້ປະຊາຊົນ ບໍ່ຕ້ອງແຕກຕື່ນ ເພາະທັງໝົດແມ່ນໄດ້ ຈໍາກັດບໍລິເວນ ແລະ ຖືກສົ່ງໄປປິ່ນປົວ ຕາມສະຖານທີ່ທີ່ທາງ ຄະນະສະເພາະກິດ ກໍານົດໄວ້ ຕາມມາດຕະການທີ່ວາງໄວ້.
6. ບໍລິຄໍາໄຊ: 24 ຄົນ ໃນ 3 ບ້ານ ແລະ 2 ເມືອງ
7. ໄຊສົມບູນ: 13 ຄົນ ໃນ 2 ບ້ານ ແລະ 1 ເມືອງ
8. ຄໍາມ່ວນ: 17 ຄົນ ໃນ 4 ບ້ານ ແລະ 3 ເມືອງ
9. ສາລະວັນ: 11 ຄົນ ໃນ 5 ບ້ານ ແລະ 3 ເມືອງ
10. ສະຫວັນນະເຂດ: 9 ຄົນ ໃນ 3 ບ້ານ ແລະ 2 ເມືອງ
11. ຈໍາປາສັກ: 14 ຄົນ ໃນ 8 ບ້ານ ແລະ 4 ເມືອງ
12. ເຊກອງ: 5 ຄົນ ໃນ 2 ບ້ານ ແລະ 2 ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 02 ຄົນ: ຈາກນະຄອນຫຼວງວຽງຈັນ ແລະ ແຂວງບໍ່ແກ້ວ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 27 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 37.751 ຄົນ, ເສຍຊີວິດສະສົມ 59 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 411 ຄົນ, ກໍາລັງປິ່ນປົວ 6.879 ຄົນ.
 ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:
1. ເພດຊາຍ, ອາຍຸ 85 ປີ, ອາຊີບ: ພະນັກງານບຳນານ, ບ້ານດ່ານຄຳ, ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ
– ຄອບຄົວຂອງຜູ້ກ່ຽວກວດພົບເຊື້ອ (ຄົນເຈັບຕິດເຊື້ອ ລະຫັດທີ 32053, ເປັນເມຍ ອາຍຸ 74 ປີ)
– ໃນວັນທີ 17 ຕຸລາ 2021: ຜູ້ກ່ຽວມີອາການໄອ ໄດ້ມາກວດຢູ່ໂຮງໝໍ 103 ພອ້ມທັງເກັບຕົວຢ່າງ ແລະ ຜົນກວດອອກມາພົບເຊື້ອພະຍາດໂຄວິດ-19 ແລ້ວໄດ້ສົ່ງເຂົ້ານອນປີ່ນປົວຢູ່ ໂຮງຫມໍມິດຕະພາບ
– ພະຍາດປະຈຳຕົວ: ຄວາມດັນເລືອດສູງ.
– ໄດ້ສັກຢາວັກຊິນ 1 ເຂັມ, Johnson and Johnson ໃນວັນທີ 6 ສິງຫາ 2021
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 17-26 ຕຸລາ 2021 ເປັນເວລາ 10 ວັນ
– ຮອດເວລາ ~7:30 ໂມງຂອງວັນທີ 26 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
2. ເປັນເພດຊາຍ, ອາຍຸ 58 ປີ, ອາຊີບປະຊາຊົນ ບ້ານໂພນສີວິໄລ, ເມືອງໝື່ນ, ແຂວງວຽງຈັນ
– ມີພະຍາດປະຈຳຕົວ: ຄວາມດັນເລືອດສູງ
– ຍັງບໍ່ທັນໄດ້ຮັບການສັກຢາວັກຊີນ
– ວັນທີ 23 ຕຸລາ 2021: ມີອາການໄຂ້ ແລະ ຖອກທ້ອງ ແລ້ວມານອນປີ່ນປົວ ຢູ່ໂຮງໝໍເມືອງໝື່ນ ເປັນເວລາ 03 ມື (ແຕ່ວັນທີ 23-25 ຕຸລາ 2021)
– ເວລາ 21 ໂມງ 30 ນາທີ ຂອງວັນທີ 25 ຕຸລາ 2021: ຜູ້ກ່ຽວ ໄດ້ເຂົ້າມາກວດຢູ່ສຸກເສີນໂຮງໝໍແຂວງ ຊື່ງຄົນເຈັບໄດ້ນໍາສົ່ງມາຈາກໂຮງໝໍເມືອງໝື່ນ ຍ້ອນມີອາການໄຂ້, ເຈັບທ້ອງ, ຖ່າຍເປັນນໍ້າ ແລະ ບົ່ງມະຕິ ສຸກເສີນເປັນ Cholecystis ພ້ອມທັງເກັບຕົວຢ່າງໄປກວດຊອກຫາພະຍາດໂຄວີດ-19 ແລະ ຜົນກວດພົບເຊື້ອ
• ເວລາ 23:00 ໂມງ ຂອງມື້ດຽວກັນ ຈື່ງໄດ້ນໍາສົ່ງມາສູນປີ່ນປົວໂຄວິດ ຊື່ງທີມງານແພດ ໄດ້ປະເມີນສະພາບຄົນເຈັບ ສະຕິງ້ວງຊຶມ, ຫາຍໃຈຍາກ, ກະວົນກະວາຍ ແລະ ບົ່ງມະຕິ Covid-19 ຂັ້ນຮຸນແຮງ. ໄດ້ປີ່ນປົວໃຫ້ດົມອົກຊີ ປະມານ 10 ລິດແລ້ວໃຫ້ຢາ ຕ້ານເຊື້ອ
– ເວລາ 08 ໂມງ 30 ນາທີ ຂອງວັນທີ 26 ຕຸລາ 2021: ຄົນເຈັບຍັງຫາຍໃຈຫອບ, ເພຍ, ງ້ວງຊຶມ ແລະ ປີ່ນປົວ ໃຫ້ enoxaparin ເພີ້ມອົກຊີ ເປັນຈໍານວນ 15 ລິດ ແລະ ຄົນເຈັບຍັງມີອາການຫາຍໃຈຫອບ ໃສ່ Hight Flow 30 L ໃຫ້ Dexamethazol
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນ ແຕ່ວັນທີ 25-27 ຕຸລາ 2021 ເປັນເວລາ 03 ວັນ
– ມາຮອດເວລາ 06:00 ໂມງເຊົ້າຂອງວັນທີ 27 ຕຸລາ 2021: ຄົນເຈັບໄດ້ເສຍຊີວິດ
3. ເປັນເພດຊາຍ, ອາຍຸ 54 ປີ, ອາຊີບ: ປະຊາຊົນ, ບ້ານສີເມືອງ, ເມືອງສີສັດຕະນາກ, ນະຄອນຫລວງ
– ໃນວັນທີ 19 ຕຸລາ 2021: ຜູ້ກ່ຽວມາກວດຢູ່ໂຮງໝໍ 103 ຍ້ອນພະຍາດໄຂ່ຫຼັງ ແລະ ບາດແຜຊືມເຊື້ອຢູ່ຕີນເບື້ອງຂວາ ພອ້ມທັງເກັບຕົວຢ່າງ ແລະ ຜົນກວດອອກມາພົບເຊື້ອພະຍາດໂຄວິດ-19
– ພະຍາດປະຈຳຕົວ: ພະຍາດເບົາຫວານ, ໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ, ກະດັນຕັບ, ຄວາມດັນເລືອດສູງ, ບາດແຜຊືມເຊື້ອຢູ່ຕີນເບື້ອງຂວາ
– ບໍ່ທັນໄດ້ສັກຢາວັກຊິນ
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 19-26 ຕຸລາ 2021 ເປັນເວລາ 08 ວັນ
– ຮອດເວລາ ~11:55 ໂມງຂອງວັນທີ 26 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19
• ສໍາລັບຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່: ມີຄື
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ຫ້ອງການປົກຄອງເມືອງໄຊທານີ (ວັນຈັນ ຫາ ເສົາ) ເວລາ 9:00–11:30 ໂມງ
 ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
• ບ້ານແດງໃນທົ່ວປະເທດ ວັນທີ 26 ຕຸລາ 2021 ມີ: 469 ບ້ານ, 54 ເມືອງ ແລະ 13 ແຂວງ
• ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານ ບ້ານທີ່ກໍານົດເປັນເຂດແດງໃໝ່ ໃນວັນທີ 26 ຕຸລາ ມີ 12 ບ້ານ ໃນ 10 ເມືອງ ແລະ 4 ແຂວງ ດັ່ງນີ້:
ລໍາດັບ ແຂວງ ເມືອງ ບ້ານ
1 ນະຄອນຫລວງວຽງຈັນ ສີໂຄດຕະບອງ ສີຊົມຊື່ນ
ສີສັດຕະນາກ ໂພນໄຊ
ນາຊາຍທອງ ນາຊາຍທອງເໜືອ
ໄຊທານີ ເວີນຄໍາ
ຫາດຊາຍຟອງ ປ່າວ້າ
ດອນຝ້າຍ
ດອນດູ່
ສັງທອງ ໄຮໃຕ້
2 ວຽງຈັນ ກາສີ ຜາເຈົ້າ
ແມັດ ນາແກ້ງປາ
3 ຈໍາປາສັກ ນະຄອນປາກເຊ ທ່າຫລວງ
4 ບໍ່ແກ້ວ ຫ້ວຍຊາຍ ນໍ້າງາວ
ສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 26 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2.107 ຄົນ, ທຸກຄົນເດີນທາງເຂົ້າມາ ທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວີດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 10.921 ຄົນ (ສູນ 3.134 ຄົນ ແລະ ໂຮງແຮມ 7.787. ຄົນ).
 ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ:
ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ ເຮັດໃຫ້ຕົວເລກຜູ້ຕິດເຊືື້ອສະສົມໃນທົ່ວໂລກ ມີທັງໝົດ 245.256.304 ( 423.837 ໃໝ່), ເສຍຊິວິດທັງໝົດ 4.976.191(7.475 ໃໝ່), ປີ່ນປົວຫາຍດີ 222.333.411 (423.837 ໃໝ່)
• 3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ: ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ
• 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ
ລ/ດ
ປະເທດ ຄົນຕິດເຊື້ອ ເສຍຊິວີດ
ສະສົມທັງໝົດ ໃໝ່ ສະສົມທັງໝົດ ໃໝ່
1 ໄທ 1,859,157 8,675 18,799 44
2 ຫວຽດນາມ 892,579 3,639 21,738 65
3 ມຽນມາ 494,974 711 18,560 22
4 ກໍາປູເຈຍ 117,888 116 2,743 9
5 ຈີນ 96,797 39 4,636
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ມາຮອດມື້ນີ້ ການຕິດເຊື້ອພາຍໃນ ຍັງບໍ່ມີທ່າອ່ຽງຫຼຸດລົງ ໂດຍສະເພາະແມ່ນມີການຕິດເຊື້ອໃນຈຸດທີ່ມີຄົນຢູ່ນໍາກັນເປັນຈຸ້ມເຊັ່ນ: ຫໍພັກ, ໂຮງຮຽນ, ຕະຫຼາດ, ແລະ ສໍານັກງານຫ້ອງການ. ຜູ້ຕິດເຊື້ອ ສ່ວນຫຼາຍມີອາຊີບ ເປັນແມ່ຄ້າ ຊາວຂາຍ, ພະນັກງານ ແລະ ນັກຮຽນນັກສຶກສາ.
• ລັກສະນະການສົ່ງເຊື້ອ ແມ່ນເລີ່ມຈາກຄົນໜຶ່ງໃນຄອບຄົວ ທີ່ອອກເຮືອນທຸກມື້ເພື່ອໄປເຮັດວຽກ ຈາກນັ້ນ ກໍ່ນໍາເອົາເຊື້ອມາແຜ່ໃນຄອບຄົວ ແລະ ມີຄົນໃນຄອບຄົວເອົາໄປແຜ່ຕໍ່່ຢູ່ສະຖານທີ່ຕ່າງໆ ເຊັ່ນ ສໍານັກງານອົງການ, ໂຮງຮຽນ ໂຮງໝໍ ໂຮງຈັກໂຮງງານ ຕະຫຼາດ ແລະ ອື່ນໆ. ສວ່ນບຸກຄົນອື່ນໆ ກໍ່ຂໍໃຫ້ທຸກທ່ານສືບຕໍ່ປະຕິບັດ ປະຕິບັດມາດຕະການ ປ້ອງກັນຕົນເອງ ຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງໂຕເຮົາເອງ ແລະທຸກຄົນໃນສັງຄົມເຊັ່ນ: ການຮັກສາໄລຍະຫ່າງ, ໜັ່ນລ້າງມືເລື່ອຍໆດ້ວຍນໍ້າສະອາດໃສ່ສະບູຫຼືເຈວທີ່ມີທາດເຫຼົ້າ, ໃສ່ຜ້າອັດປາກ-ດັງ, ບໍ່ໄປບ່ອນແອອັດ.
• ຂໍເຊີນຜູ້ໃດບໍ່ທັນສັກວັກຊິນ ຂໍໃຫ້ຮີບຮ້ອນໄປສັກໃຫ້ຄົບ ຕາມຈຸດບໍລິການທີ່ໄດ້ກໍານົດ ສໍາຄັນທີ່ສຸດ ແມ່ນຢູ່ແຂວງທີ່ຍັງຕິດເຊື້ອບໍ່ທັນສູງ ເຮັດໃຫ້ປະຊາຊົນຫຼາຍຄົນ ບໍ່ສົນໃຈມາສັກວັກຊິນ. ເນື່ອງຈາກບໍ່ມີໃຜຮູ້ວ່າ ແຂວງທ່ານຈະມີການລະບາດມື້ໃດ ສະນັ້ນ ຂໍໃຫ້ປະຊາຊົນກຸ່ມເປົ້າໝາຍ ມາສັກວັກຊິນເພື່ອສ້າງພູມຄຸ້ມກັນໃຫ້ຕົນເອງ.
• ອີກເທື່ອໜື່ງຂໍຮຽກຮ້ອງໃຫ້ ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມຈົ່ງສາມັກຄີ ຮ່ວມແຮງຮ່ວມໃຈກັນ ເພື່ອຜ່ານຜ່າວິກິດນີ້ໄປດ້ວຍກັນ.
• ຂໍເຊີນທ່ານຕິດຕາມຂ່າວສານກ່ຽວກັບພະຍາດໂຄວິດ ທີ່ຖືກຕ້ອງ ໄດ້ຈາກ:
– ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື www.covid19.gov.la ແລະ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ www.cdc.gov.la
– ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
– ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
– ນອກຈາກນັ້ນ ຍັງສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166) ເພື່ອຂໍຄໍາແນະນໍາ ແລະ ລາຍງານເຫດການ.