ວັນທີ 26 ເມສາ 2022 ໄດ້ກວດວິເຄາະທັງໝົດ 2,603 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 470 ຄົນ (ຕິດເຊື້ອພາຍໃນ 457 ຄົນ ແລະ ນໍາເຂົ້າ 13 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 206,512 ຄົນ (ຕິດເຊື້ອພາຍໃນ 190,611 ຄົນ ແລະ ນໍາເຂົ້າ 15,901 ຄົນ), ອອກໂຮງໝໍວານນີ້ 48 ຄົນ, ກຳລັງປິ່ນປົວ 1.213 ຄົນ ແລະ ເສຍຊີວິດສະສົມ ທັງໝົດ 738 ຄົນ(ເສຍຊີວິດໃໝ່ 2 ຄົນ) ຢູ່ນະຄອນຫຼວງວຽງຈັນ 1 ຄົນ ແລະ ອັດຕະປື 1 ຄົນ,
– ສຳລັບ ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດຈຳນວນ 457 ຄົນແມ່ນມາຈາກ 16 ແຂວງ ແລະນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງຕໍ່ໄປນີ້:
– 1 ນະຄອນຫຼວງ 266 ຄົນ
– 2 ສະຫັວນນະເຂດ 35 ຄົນ
– 3 ວຽງຈັນ 34 ຄົນ
– 4 ຫຼວງພະບາງ 18 ຄົນ
– 5 ຈໍາປາສັກ 15 ຄົນ
– 6 ອັດຕະປື 15 ຄົນ
– 7 ໄຊຍະບູລີ 14 ຄົນ
– 8 ຊຽງຂວາງ 11 ຄົນ
– 9 ສາລະວັນ 10 ຄົນ
– 10 ບໍລິຄໍາໄຊ 8 ຄົນ
– 11 ຜົ້ງສາລີ 6 ຄົນ
– 12 ອຸດົມໄຊ 6 ຄົນ
– 13 ເຊກອງ 6 ຄົນ
– 14 ຄໍາມ່ວນ 5 ຄົນ
– 15 ໄຊສົມບູນ 3 ຄົນ
– 16 ຫົວພັນ 3 ຄົນ
– 17 ບໍ່ແກ້ວ 2 ຄົນ
– ສໍາລັບການຕິດເຊື້ອນໍາເຂົ້າ ມີ 13 ຄົນຈາກນະຄອນຫຼວງ 9 ຄົນ, ສະຫັວນນະເຂດ 1 ຄົນ, ແລະຈໍາປາສັກ 3 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
ມາຍັງບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາ ແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
• ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ຢູ່ນະຄອນຫຼວງວຽງຈັນມີຄື :
– ຈຸດບໍລິການໃນສະຖານທີ່ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ103, ໂຮງໝໍ 5 ເມສາ).
– ໂຮງໝໍເມືອງ 9 ຕົວເມືອງ
– ນອກນັ້ນ ຍັງມີຈຸດບໍລິການວັກຊີນ ເປີດໃຫ້ບໍລິການທ່ານຄື ວັດຈີນດົງປ່າແຫຼບ(ຈັນ ຫາ ສຸກ ໃນໂມງລັດຖະການ), ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ, ເມືອງຈັນທະບູລີ(ຈັນ ຫາ ພະຫັດ ເປີດບໍລິການໃນໂມງລັດຖະການ).
