ການຖະແຫຼງຂ່າວປະຈໍາວັນທີ 28 ຕຸລາ ປີ 2021. ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊືື້ອພະຍາດ COVID-19 ໃນທົ່ວໂລກ.
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 27 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,597 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 530 ຄົນ (ຕິດເຊື້ອພາຍໃນ ມີ 528 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 528 ຄົນ ຈາກ 12 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 306 ຄົນ: ມາຈາກ 126 ບ້ານ, ໃນ 8 ເມືອງ
• ເມືອງຈັນທະບູລີ ມີ 15 ບ້ານ (27 ຄົນ)
– ສີບຸນເຮືອງ 6
– ສີຫອມ 5
– ດອນແດງ 2
– ໜອງທາເໜືອ 2
– ທົ່ງຂັນຄຳ 2
– ຮ່ອງແຊງ 1
– ໜອງທາໃຕ້ 1
– ດົງໝ້ຽງ 1
– ໂພນຕ້ອງຈອມມະນີ 1
– ຮ່ອງຄ້າ 1
– ສີສະຫວາດ 1
– ໂພນສະຫວ່າງ 1
– ຫ້ວຍຫົງ 1
– ດົງປ່າແຫລບ 1
– ບໍ່ນາງງົວ 1
• ເມືອງສີໂຄດຕະບອງ ມີ 27 ບ້ານ (54 ຄົນ)
– ດົງນາໂຊກໃຕ້ 7
– ໜອງດ້ວງທົ່ງ 4
– ຈັນສະຫວ່າງ 4
– ສີໄຄທົ່ງ 4
– ໜອງໝ້ຽວ 3
– ໂພນສົມບູນ 3
– ໃໝ່ 3
– ດົງນາໂຊກເໜືອ 2
– ໂນນແກ້ວ 2
– ອາກາດ 2
– ນາເລົ່າ 2
– ໜອງບົວທອງ 2
– ຫນອງແຕ່ງເໜືອ 2
– ໜອງບົວທອງໃຕ້ 1
– ສີຊົມຊື່ນ 1
– ປາກທ້າງ 1
– ຫນອງບຶກໃຕ້ 1
– ໜອງບົວທອງເໜືອ 1
– ສີບຸນເຮືອງ 1
– ຕາດທອງ 1
– ຫຼັກຫີນ 1
– ໂນນສະຫວ່າງ 1
– ດົງນາທອງ 1
– ຈຳປາ 1
– ນາຄໍາ 1
– ຫນອງດ້ວງໃຕ້ 1
– ຫນອງດາ 1
• ເມືອງໄຊເສດຖາ ມີ 20 ບ້ານ (42 ຄົນ ແລະ ສະຖານທີ່ຄຸມຂັງ 4 ຄົນ)
– ຈອມມະນີ 6
– ຊຽງດາ 5
– ຮ່ອງແກ 4
– ໂນນສະຫວ່າງ 3
– ດົງຈອງ 3
– ໂຊກນ້ອຍ 2
– ໂຊກຄຳ 2
– ຄຳສະຫວາດ 2
– ໂນນຫວາຍ 2
– ວັງຊາຍ 2
– ໂພນທັນ 2
– ໂນນສະຫວັນ 1
– ຊຳເຄ 1
– ສະພັງໝໍ້ 1
– ໂພນປ່າເປົ້າ 1
– ໂພນສະຫວ່າງ 1
– ໄຮຄຳ 1
– ແສງສະຫ່ວາງ 1
– ຂາມງອຍ 1
– ເມືອງນ້ອຍ 1
• ເມືອງສີສັດຕະນາກມີ 18 ບ້ານ (68 ຄົນ)
– ສ້າງເຫວີຍ 11
– ທ່າພະລານໄຊ 8
– ດອນກອຍ 7
– ໂພນປ່າເປົ້າ 6
– ທົ່ງກາງ 6
– ທົ່ງພານທອງ 4
– ທາດຂາວ 4
– ໂພນສີນວນ 3
– ໂພນສະຫວ່າງ 3
– ສະພານທອງ 3
– ສະພານທອງເໜືອ 3
– ວັດນາກ 3
– ຢູ່ຫໍພັກ 103 2
– ດອນນົກຂຸ້ມ 1
– ໂພນສະຫວັນໃຕ້ 1
– ຫາຍໂສກ 1
– ຫນອງຈັນ 1
– ຈອມເພັດໃຕ້ 1
• ເມືອງນາຊາຍທອງ ມີ 13 ບ້ານ (23 ຄົນ)
– ນ້ຳກ້ຽງ 4
– ໂພສີ 4
– ນາສ້ຽວ 3
– ດົງຫລວງ 2
– ແຈ້ງສະຫວ່າງ 2
– ຫ້ວຍນ້ຳເຢັນ 1
– ດົງຊຽງດີ 1
– ອ່າງນ້ຳຫຸມ 1
– ອີ່ໄລເໜືອ 1
– ສົງເປືອຍ 1
– ສີວິໄລ 1
– ປັກແຮດ 1
– ນາທ່ອນ 1
• ເມືອງໄຊທານີ ມີ 20 ບ້ານ (35 ຄົນ)
– ດົງໂດກ 8
– ທ່ານາກ 3
– ໜອງພະຍາ 3
– ຕານມີໄຊ 3
– ດົງຫມາກຄາຍ 2
– ຊ້າງຄູ້ 2
– ນາເເຄ 1
– ໂຄກໃຫຍ່ 1
– ວຽງແກ້ວ 1
– ດອນຕີ້ວ 1
– ດອນໜູນ 1
– ສະເພັງມຶກ 1
– ລາດຄວາຍ 1
– ຄຳຮຸ່ງ 1
– ສີວິໄລ 1
– ສາມສະອາດ 1
– ໂນນທອງ 1
– ໂພນງາມ 1
– ນາທົ່ມ 1
– ນາສາລາ 1
• ເມືອງຫາດຊາຍຟອງ ມີ 10 ບ້ານ (30 ຄົນ)
– ຫນອງໄຮ 8
– ດົງໂພສີ 7
– ຫ້ອມໃຕ້ 3
– ສົມຫວັງໃຕ້ 3
– ຫນອງແຫ້ວ 2
– ສະຫວ່າງ 2
– ດົງຄໍາຊ້າງ 2
– ສົມສະນຸກ 1
– ທ່າມວ່ງ 1
– ດອນດູ່ 1
• ເມືອງ ສັງທອງ ມີ 3 ບ້ານ (14 ຄົນ)
– ໄຮ່ໃຕ້ 8
– ຫີນສີວ 5
– ຫ້ວຍຄຳ 1
• ຍັງສືບຕໍ່ເກັບກຳຂໍ້ມູນລະອຽດຕື່ມອີກ 9 ຄົນ
2. ບໍ່ແກ້ວ, ມີ 82 ຄົນ ໃນ 12 ບ້ານ ແລະ 2 ເມືອງ
3. ຫຼວງພະບາງ, ມີ 44 ຄົນ ໃນ 24 ບ້ານ ແລະ 6 ເມືອງ
4. ຄໍາມ່ວນ, ມີ 30 ຄົນ ໃນ 7 ບ້ານ ແລະ 1 ເມືອງ
5. ໄຊສົມບູນ, ມີ 21 ຄົນ ໃນ 2 ບ້ານ ແລະ 2 ເມືອງ
6. ຈໍາປາສັກ, ມີ 13 ຄົນ ໃນ 9 ບ້ານ ແລະ 3 ເມືອງ
7. ວຽງຈັນ, ມີ 10 ຄົນ ໃນ 9 ບ້ານ ແລະ 3 ເມືອງ
8. ບໍລິຄໍາໄຊ, ມີ 11 ຄົນ ໃນ 3 ບ້ານ ແລະ 3 ເມືອງ
9. ອຸດົມໄຊ, ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ
10. ສະຫວັນນະເຂດ, ມີ 6 ຄົນ ໃນ 6 ບ້ານ ແລະ 3 ເມືອງ
11. ເຊກອງ, ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ
12. ຜົ້ງລາລີ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 2 ຄົນ: ທັງສອງ ຈາກແຂວງຈໍາປາສັກ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 28 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 38,281 ຄົນ, ເສຍຊີວິດສະສົມ 59 ຄົນ (ໃໝ່ 0), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 759 ຄົນ, ກໍາລັງປິ່ນປົວ 6,777 ຄົນ.
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19
• ສໍາລັບຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່: ມີຄື
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
 ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
• ບ້ານແດງໃນທົ່ວປະເທດ ວັນທີ 27 ຕຸລາ 2021 ມີ: 520 ບ້ານ, 55 ເມືອງ ແລະ 13 ແຂວງ
• ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານ ບ້ານທີ່ກໍານົດເປັນເຂດແດງໃໝ່ ໃນວັນທີ 27 ຕຸລາ ມີ 14 ບ້ານ ໃນ 8 ເມືອງ ແລະ 3 ແຂວງ ດັ່ງນີ້:
ລໍາດັບ ແຂວງ ເມືອງ ບ້ານ ຈຳນວນຄົນໃໝ່
1 ສະຫັວນນະເຂດ ນະຄອນໄກສອນ ດົງສະຫວັນ 2
2 ນະຄອນຫລວງວຽງຈັນ ຈັນທະບູລີ ສະຫວ່າງ 2
ໄຊເສດຖາ ຊຳເຄ້ 2
ສີສັດຕະນາກ ໂພນສະຫວັນເໜືອ 2
ຈອມແຈ້ງ 2
ນາຊາຍທອງ ນໍ້າກ້ຽງ 4
ອີໄລເໜືອ 2
ສີວິໄລ 2
ໄຊທານີ ລາດຄວາຍ 3
ຈະເລີນໄຊ 2
ໂນນແຕ້ 2
ໂພຄໍາ 2
ຫາດຊາຍຟອງ ນາໄຫ 2
3 ສາລະວັນ ເລົາງງາມ ສັນໂນນ 2
• ບ້ານສິ້ນສຸດເປັນບ້ານແດງມາເປັນບ້ານເຫຼືອງ ມີ 4 ບ້ານ
ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 27 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,907 ຄົນ, ທຸກຄົນເດີນທາງເຂົ້າມາ ທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວີດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5,029 ຄົນ (ສູນ 3,062 ຄົນ ແລະ ໂຮງແຮມ 1,967 ຄົນ).
 ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ:
ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ ເຮັດໃຫ້ຕົວເລກຜູ້ຕິດເຊືື້ອສະສົມໃນທົ່ວໂລກ ມີທັງໝົດ 245.726.746 ( 454.323 ໃໝ່), ເສຍຊິວິດທັງໝົດ 4.986.812 (8.182 ໃໝ່), ປີ່ນປົວຫາຍດີ 222.694.847 (344.886 ໃໝ່).
• 3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ: ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ
ລ/ດ ປະເທດ ຄົນຕິດເຊື້ອ ເສຍຊິວີດ
ສະສົມທັງໝົດ ໃໝ່ ສະສົມທັງໝົດ ໃໝ່
1 ສະຫະລັດອາເມລິກາ 46,570,760 62,934 761,587 1,357
2 ອິນເດຍ 34,231,207 16,342 456,418 734
3 ບຣາຊີວ 21,766,168 17,184 606,679 386
• 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ
ລ/ດ
ປະເທດ ຄົນຕິດເຊື້ອ ເສຍຊິວີດ
ສະສົມທັງໝົດ ໃໝ່ ສະສົມທັງໝົດ ໃໝ່
1 ໄທ 1,875,315 8,452 18,922 57
2 ຫວຽດນາມ 900,585 4,411 21,856 54
3 ມຽນມາ 496,901 1,003 18,603 21
4 ກໍາປູເຈຍ 118,111 111 2,758 7
5 ຈີນ 96,899 59 4,636
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ສະພາບການລະບາດ ໃນສປປ ລາວ ຂອງພວກເຮົາ ຍັງຄົງໜ້າເປັນຫ່ວງ ໂດຍສະເພາະ ການລະບາດພາຍໃນ ຢູ່ນະຄອນຫຼວງວຽງຈັນ ທີ່ຍັງສືບຕໍ່ມີທ່າອ່ຽງເພິ່ມຂຶ້ນໃນແຕ່ລະວັນ ຢູ່ໃນຫຼາຍບ້ານ, ຫຼາຍເມືອງ ແລະ ຫຼາກຫຼາຍອາຊີບ ເຊິ່ງເຫັນໄດ້ຈາກ ມີລາຍງານຕົວເລກຜູ້ຕິດເຊື້ອຫຼາຍຮ້ອຍຄົນພາຍໃນມື້ດຽວ. ນອກຈາກນັ້ນ ແຂວງທີ່ບໍ່ມີລາຍງານຕົວເລກຜູ້ຕິດເຊື້ອມາດົນ ເຊັ່ນແຂວງຜົ້ງສາລີ ມື້ນີ້ກໍ່ພົບວ່າ ມີລາຍງານຜູ້ຕິດເຊື້ອພາຍໃນແລ້ວ ເຊິ່ງຜູ້ກ່ຽວກໍ່ແມ່ນມີປະຫວັດເດີນທາງມາຈາກນະຄອນຫຼວງວຽງຈັນ.
• ຄຽງຄູ່ກັບການຕິດເຊື້ອພາຍໃນຊຸມຊົນທີ່ເພີ່ມຂື້ນໃນແຕ່ລະວັນ ຈຳນວນຜູ້ເສຍຊີວິດຈາກພະຍາດໂຄວິດ-19 ກໍ່ເພີ່ມຂື້ນສູງແບບກ້າວກະໂດດ ເຊັ່ນດຽວກັນ ເຫັນໄດ້ຈາກ ໃນຕົ້ນເດືອນຕຸລາ ມີຈຳນວນຜູ້ເສຍຊີວິດສະສົມ ຈາກພະຍາດດັ່ງກ່າວ 20 ຄົນ ມາຮອດວັນທີ 28 ຕຸລາ ຈຳນວນຜູ້ເສຍຊີວິດສະສົມ ແມ່ນ 59 ຄົນ. ສາຍເຫດທີ່ຄົນເຈັບຕິດເຊື້ອ ແລ້ວກ້າວສູ່ຂັ້ນວິກິດ ແລະ ເສຍຊີວິດ ສວ່ນໜື່ງ ກໍ່ແມ່ນມີພະຍາດປະຈໍາຕົວ, ເປັນກຸ່ມຜູ້ສູງອາຍຸ ທີ່ສວ່ນໃຫຍ່ບໍ່ໄດ້ຮັບການສັກວັກຊິນ ແລະ ບາງຄົນຕິດເຊື້ອມາໄດ້ໄລຍະໜື່ງແລ້ວ ຈຶ່ງເຂົ້າມາປິ່ນປົວ. ການມາປິ່ນປົວທີ່ໂຮງໝໍຊ້າ ສົ່ງຜົນໃຫ້ອາການຜູ້ກ່ຽວພັດທະນາສູ່ຂັ້ນວິກິດຢ່າງໄວວາຈົນເຖິງຂັ້ນເສຍຊີວິດໄດ້. ສະນັ້ນ ຖ້າມີຄົນຕິດເຊື້ອໃນຊຸມຊົນຫຼາຍ ແລະ ລາມເປັນວົງກວ້າງໃນຫຼາຍບ້ານ ຈະເປັນຄວາມສ່ຽງແກ່ຜູ້ທີ່ມີພະຍາດປະຈໍາຕົວ ແລະ ຜູ້ສູງອາຍຸທີ່ສຸດ. ດັ່ງນັ້ນ, ຫາກທ່ານນອນຢູ່ໃນກຸ່ມສ່ຽງ ຫຼື ມີອາການ ຄວນຮີບຮ້ອນພົບແພດ ເພື່ອເກັບຕົວຢ່າງກວດ ເພື່ອສະກັດກັ້ນບໍ່ໃຫ້ອາການເຂົ້າຂັ້ນວິກິດ. ອີກເທື່ອໜື່ງ ຂ້າພະເຈົ້າຂໍຮຽກຮ້ອງໃຫ້ທຸກຄອບຄົວ ທີ່ມີຜູ້ສູງອາຍຸ ຫຼື ມີພະຍາດປະຈໍາຕົວ ພ້ອມໃຈກັນໄປສັກຢາວັກຊິນໃຫ້ຄົບ. ສໍາລັບບ້ານທີ່ຢູ່ຫ່າງໄກ ບໍ່ສາມາດເຂົ້າມາຮັບບໍລິການທີ່ຈຸດສັກຢາ ທາງພາກລັດເຮົາ ກໍາລັງມີແຜນ ສ້າງໜ່ວຍສັກຢາເຄື່ອນທີ່ ເພື່ອຮັບປະກັນໃຫ້ກຸ່ມເປົ້າໝາຍໄດ້ສັກວັກຊິນຖ້ວນໜ້າ. ຂໍໃຫ້ທຸກທ່ານທຸກຄອບຄົວ ຈົ່ງໃຫ້ຄວາມຮ່ວມມືດ້ວຍ.
• ສໍາລັບ ໂຮງຮຽນ ຫຼື ສະຖາບັນການສຶກສາ ທີ່ໄດ້ເປີດການຮຽນການສອນ ໂດຍສະເພາະໃນເມືອງທີ່ບໍ່ທັນມີລາຍງານການຕິດເຊື້ອຫຼາຍນັ້ນ, ເພື່ອຫຼີກເວັ້ນການແຜ່ເຊື້ອເປັນວົງກວ້າງ ຈາກໂຮງຮຽນສູ່ຄອບຄົວ ແລະ ຫໍພັກ ຂໍຮຽກຮ້ອງເຖິງ ຜູ້ຄຸ້ມຄອງ ດັ່ງນີ້້:
o ເຜີຍແຜ່ໂຄສະນາ ໃຫ້ພະນັກງານ, ຄູ, ນັກຮຽນ ຮູ້ວິທີປະຕິບັດການປ້ອງກັນຕົນເອງຢ່າງເຂັ້ມງວດ.
o ອະນາໄມຂ້າເຊື້ອເລື້ອຍໆ ບໍລິເວນຫ້ອງການ, ຫ້ອງຮຽນ ແລະ ທຸກຈຸດທີ່ມີການສໍາຜັດ ຫຼື ໃຊ້ສອຍຮ່ວມກັນ ເຊັ່ນລູກບິດປະຕູ, ຫ້ອງນໍ້າ, ໂຕະເຮັດວຽກ ໂຕະຕັ່ງຮຽນໜັງສື ແລະ ອື່ນໆ
o ຄວນໃສ່ຜ້າອັດປາກ-ດັງຢ່າງຖືກຕ້ອງ ແລະ ໃສ່ຕະຫຼອດເວລາທີ່ສ່ຽງ
o ຈັດສັນສະຖານທີ່ລ້າງມື ແລະ ສະບູ ໃຫ້ທຸກຄົນໄດ້ລ້າງມືເລື້ອຍໆ
o ຫຼີກເວັ້ນການກິນເຂົ້າຮ່ວມກັນ ການຫຼີ້ນກິລາ ຮວມກັນເປັນກຸ່ມ
o ເປີດປະຕູ ປ່ອງຢ້ຽມ ເພື່ອໃຫ້ສະຖານທີ່ເຮັດວຽກ ແລະ ຫ້ອງຮຽນ ມີອາກາດລ່ວງດີ
o ຫ້ອງຮຽນຄວນມີການຈັດໂຕະຮຽນ ໃຫ້ຫ່າງກັນ ແລະ ບໍ່ແອອັດ
o ຫຼີກເວັ້ນການຈັດກິດຈະກໍາຂອງນັກຮຽນ ໃນໄລຍະທີ່ມີການລະບາດພະຍາດໂຄວິດ-19
o ຕ້ອງຈັດບ່ອນຖີ້ມຂີ້ເຫຍື້ອ ແລະ ຜ້າປິດປາກທີ່ໃຊ້ແລ້ວຢ່າງຖືກຕ້ອງຕາມຫຼັກການ ເພື່ອຫຼີກເວັ້ນການຖີ້ມຊະຊາຍ ແລະ ເປັນການແຜ່ເຊື້ອໄດ້
• ອີກເທື່ອໜຶ່ງ, ຂໍຮຽກຮ້ອງມາຍັງພໍ່ແມ່, ພີ່ນ້ອງ, ທະຫານ,ຕຳຫຼວດ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ທຸກຄົນ ເຂັ້ມງວດໃນການປ້ອງກັນຕົນເອງ ເຊັ່ນ: ໃສ່ຜ້າປິດປາກ-ດັງ ເມື່ອອກຈາກບ້ານ, ລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ຢູ່ຫ່າງກັນ ບໍ່ກິນເຂົ້າຮ່ວມກັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ. ການປະຕິບັດທັງໝົດນີ້ ສາມາດຊ່ວຍຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ ແລະ ສະກັດກັ້ນການລະບາດບໍ່ໃຫ້ຂະຫຍາຍເປັນວົງກວ້າງໄດ້.
• ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງມາຍັງບັນດາທ່ານ ທ່ານສາມາດຕິດຕາມຂ່າວສານກ່ຽວກັບພະຍາດໂຄວິດ ທີ່ຖືກຕ້ອງ ໄດ້ຈາກ:
– ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ກໍຄື www.covid19.gov.la ແລະ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ www.cdc.gov.la
– ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
– ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
– ນອກຈາກນັ້ນ ຍັງສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166) ເພື່ອຂໍຄໍາແນະນຳ ແລະ ລາຍງານເຫດການ.
Loading...