ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ

ວັນທີ27 ທັນວາ2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ4,790ຕົວຢ່າງໃນຂອບເຂດທົ່ວປະເທດແລະພົບເຊື້ອທັງໝົດ962ຄົນ(ຕິດເຊື້ອພາຍໃນມີ962ຄົນ ແລະ ຕິດເຊື້ອນໍາເຂົ້າ00ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ962ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 500ຄົນ
2 ຫຼວງນໍ້າທາ20 ຄົນ
3 ສາລະວັນ 7 ຄົນ
4 ບໍ່ແກ້ວ 51 ຄົນ
5 ຫຼວງພະບາງ57ຄົນ
6 ວຽງຈັນ47 ຄົນ
7 ຈໍາປາສັກ3ຄົນ
8 ຄໍາມ່ວນ12ຄົນ
9 ສະຫັວນນະເຂດ6 ຄົນ
10 ອຸດົມໄຊ84 ຄົນ
11 ຊຽງຂວາງ48ຄົນ
12 ໄຊຍະບູລີ 32ຄົນ
13 ບໍລິຄໍາໄຊ 19 ຄົນ
14 ຫົວພັນ11 ຄົນ
15 ໄຊສົມບູນ12 ຄົນ
16 ອັດຕະປື 9 ຄົນ
17 ຜົ້ງສາລີ39 ຄົນ
18 ເຊກອງ5 ຄົນ
• ສ່ວນກໍລະນີນຳເຂົ້າແມ່ນບໍ່ມີ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ107.740ກໍລະນີ ແລະ ເສຍຊີວິດສະສົມທັງໝົດ342ຄົນ (ເສຍຊີວິດໃໝ່14ຄົນ).
ຕໍ່ໄປຂ້າພະເຈົ້າຂໍລາຍງານກ່ຽວກັບ ຜູ້ເສຍຊີວິດໃໝ່ 14ຄົນ, ລາຍລະອຽດດັ່ງນີ້:
1. ເພດຍິງ, ອາຍຸ31ປີ ອາຊີບ:ແມ່ເຮືອນ,ບ້ານ ມັດຈົງໃຫຍ່,ເມືອງ ປາກແບ່ງ, ແຂວງ ອຸດົມໄຊ (ນັບເປັນຄົນເຈັບເສຍຊີວິດ ນະຄອນຫຼວງ)
– ພະຍາດປະຈຳໂຕ : ໄຂ່ຫຼັງຊຸດໂຊມ, ເຄີຍເປັນວັນນະໂລກປອດ
– ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ
2. ເພດຊາຍ, ອາຍຸ 72 ປີ, ບ້ານ ນໍ້າພ້າວ, ເມືອງ ວັງວຽງ, ແຂວງ ວຽງຈັນ (ນັບເຂົ້າເປັນຄົນເຈັບເສຍຊີວິດຂອງ ນະຄອນຫຼວງ)
– ພະຍາດປະຈຳໂຕ :ຄວາມດັນເລືອດສູງ ແລະ ເບົາຫວານ
– ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ
3. ເພດຊາຍ, ອາຍຸ72ປີ ບ້ານ ນາທົ່ມ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ
– ພະຍາດປະຈຳໂຕ : ຄວາມດັນເລືອດສູງ, ເບົາຫວານ ແລະ ເຄິຍເປັນວັນນະໂລກປອດ
– ສັກຢາວັກຊີນຄົບ Astra Zeneca
4. ເພດຍິງ, ອາຍຸ 81 ປີ, ບ້ານ ຜາງແຫ້ງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ
– ພະຍາດປະຈຳໂຕ: ບໍ່ມີຂໍ້ມູນ
– ສັກຢາວັກຊີນ 1 ເຂັມ J&J
5. ເພດຍິງ, ອາຍຸ 23 ປີ, ບ້ານວຽງແກ້ວ, ເມືອງວັງວຽງ, ແຂວງ ວຽງຈັນ (ນັບເປັນກໍລະນີນະຄອນຫຼວງວຽງຈັນ)
– ພະຍາດປະຈຳໂຕ:HIV positive
6. ເພດຍີງ 68 ປີ, ອາຊີບ ປະຊາຊົນ, ບ້ານປາງຄອນ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ
– ພະຍາດປະຈຳໂຕ: ອຳມະພາດ 4 ປີ
– ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ
7. ເພດຍີງ 68 ປີ, ອາຊີບ ປະຊາຊາຊົນ, ບ້ານຫ້ວຍຊາຍຄຳ, ເມືອງປາກລາຍ, ໄຊຍະບູລີ
– ພະຍາດປະຈຳໂຕ: ເບົາຫວານ,ຄວາມດັນເລືອດສູງ, ຫົວໃຈຊຸດໂຊມ, ໄຂ່ຫລັງຊຸດໂຊມ
– ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ
8. ເພດຊາຍ 87 ປີ, ອາຊີບ ປະຊາຊົນ, ບ້ານຕາລານ, ເມືອງໄຊຍະບູລີ
– ພະຍາດປະຈຳໂຕ: ອຳມະພາດ 5 ປີ, ອັກເສບປອດຊຳເຮື້ອ, ໄຂ່ຫຼັງຊຸດໂຊມ, ຫອບຫືດ
– ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ
9. ເພດຊາຍ, ອາຍຸ 40 ປີ, ອາຊີບ ປະຊາຊົນ, ບ້ານໂພນສະອາດ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ
– ພະຍາດປະຈຳໂຕ: ໄຂ່ຫຼັງຊຸດໂຊມຊຳເຮື້ອ
– ບໍ່ໄດ້ສັກຢາວັກຊິນປ້ອງກັນໂຄວິດ
10. ເພດຍິງ ອາຍຸ 114 ປີ, ບ້ານ ໃຫຍ່, ເມືອງໄຊຍະບູລີ, ແຂວງ ໄຊບະບູລີ
– ພະຍາດປະຈຳໂຕ: ບໍ່ມີ
– ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ
11. ເພດຊາຍ ອາຍຸ 85 ປີ, ບ້ານນາເລົາ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ
– ພະຍາດປະຈຳໂຕ: ຄວາມດັນເລືອດສູງ,ປະດົງຂໍ່ ແລະ ຫົວໃຈຊຸດໂຊມ
– ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ
12. ເພດຊາຍ, ອາຍຸ 67 ປີ, ບ້ານ ເນີນສະຫວ່າງ, ເມືອງ ນານ, ແຂວງ ຫຼວງພະບາງ (ແຕ່ມາປິ່ນປົວຢູ່ໂຮງໝໍແຂວງໄຊຍະບູລີ)
– ພະຍາດປະຈຳຕົວ: ໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ
– ໄດ້ສັກວັກຊີນ J & J
13. ເພດຊາຍ, ອາຍູ 43 ປີ, ອາຊີບ ພະນັກງານ, ບ້ານ ນາທອງ, ເມືອງ ຊຳເໜືອ, ແຂວງ ຫົວພັນ
– ບໍ່ມີພະຍາດປະຈຳໂຕ
– ໄດ້ສັກຢາວັກຊີນ 2 ເຂັມ ( ຊີໂນຟາມ)
14. ອາຍຸ 75 ປີ, ອາຊີບ ປະຊາຊົນ, ບ້ານ ຜາລະແວກ, ເມືອງຮົ່ມ, ແຂວງໄຊສົມບູນ
– ພະຍາດປະຈໍາໂຕ: ຄວາມດັນເລືອດສູງ, ເບົາຫວານ ແລະ ໄອຊຳເຮື້ອ
– ບໍ່ໄດ້ຮັບວັກຊີນປ້ອງກັນໂຄວິດ
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ
ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 27ທັນວາ2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2.154ຄົນ.ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ79ສູນ ແລະ 59 ໂຮງແຮມມີຜູ້ຈຳກັດບໍລິເວນທັງໝົດ5.024ຄົນ (ສູນບໍລິເວນ 3.062 ຄົນແລະ ໂຮງແຮມ 1.962 ຄົນ).
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ເຖິງວ່າ ຕົວເລກລາຍງານການຕິດເຊື້ອໃນມື້ນີ້ ທົ່ວປະເທດ ຕໍ່າກວ່າ 1 ພັນຄົນຕໍ່ມື້ ກໍ່ຕາມ ແຕ່ການຕິດເຊື້ອໃນນະຄອນຫຼວງວຽງຈັນ ຍັງພົບເຫັນວ່າ ຕົວເລກກັບຄືນມາສູງ 2 ເທົ່າຂອງຕົວເລກມື້ວານ, ຫຼາຍແຂວງ ກໍ່ຍັງມີລາຍງານການພົບເຊື້ອໃນຊຸມຊົນ ເຊິ່ງມີພະນັກງານລັດ, ພະນັກງານແພດ-ພະຍາບານ, ພະນັກງານດ່ານໜ້າ ຕິດເຊື້ອ. ດັ່ງນັ້ນ, ສະພາບການລະບາດໃນປະເທດເຮົາ ກໍ່ຍັງໜ້າເປັນຫ່ວງ ແລະ ຈະຕ້ອງໄດ້ຕິດຕາມເຝົ້າລະວັງ ຢ່າງໃກ້ຊິດ ໃນແຕ່ລະວັນ ໂດຍສະເພາະ ໃນໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ທີ່ຈະມາເຖິງນີ້.
• ສຳລັບ ສະພາບການລະບາດທົ່ວໂລກແມ່ນຍັງມີທ່າອ່ຽງສູງຂື້ນໃນຫຼາຍປະເທດໃນທະວິບອາເມລິກາ ແລະຢູໂຣບ ເນື່ອງຈາກສານພັນໂອມິກຣອນ ຊຶ່ງເຮັດໃຫ້ລັດຖະບານຫຼາຍປະເທດ ອອກມາປະກາດບາງມາດຕະການທີ່ເຂັ້ມງວດຄືນເພື່ອສະກັດກັ້ນການລະບາດໃນຄັ້ງນີ້!
• ຕໍ່ໄປຂ້າພະເຈົ້າຂໍໃຫ້ຂໍ້ມູນໃໝ່ທີ່ນັກວິທະຍາສາດໄດ້ທ້ອນໂຮມມາໄດ້ຈາກຫຼາຍມູມທົ່ວໂລກມີດັ່ງນີ້: ເຊື້ອ omicron ສາມາດແຜ່ເຊື້ອ2-3ເທົ້້າໄວກ່ວາສາຍພັນແດນຕາ, ເພາະເຫັນໄດ້ວ່າໂອມິກຣອນມາຮອດປະຈຸບັນສາມາດພົບເຫັນໃນຫຼາຍປະເທດທົ່ວໂລກ ແລະ ໃນເຂດທີ່ມີການລະບາດສາຍພັນກດ່ັງກ່າວແມ່ນກຳລັງຈະທົດແທນສາຍພັນກ່ອນໜ້າທີ່ດ້ວຍຄຸນລັກສະນະພິເສດຂອງເຊື້ອທີ່ສາມາດເຂົ້າຫາຮ່າງກາຍໄດ້ໄວ ແລະ ສາມາດແຜ່ເຊື້ອໄດ້ໄວກ່ວາຫຼາຍເທົ້າເມື່ອເຂົ້າໃນຈຸລັງ. ມີຂໍ້ມູນພົບເຫັນວ່າ omicron ສາທາດເພີ້ມທະວີຄູນເປັນ2 ເທົ້າທຸກໆ2-4 ວັນ ຊຶ່ງສັ້ນກ່ວາສາຍພັນແດນຕາ. ດັ່ງນັ້ນ, ການສຶກສາທີ່ປະເທດອັງກິດຍັງພົບໃຫ້ເຫັນວ່າ omicron ແຜ່ໃນຄົວເຮືອນສູງເຖີງ 3.2 ເທົ້າເມື່ອສົມທຽບກັບສາຍພັນແດນຕາ ແລະ ຍັງຄາດຄະເນວ່າອັດຕາການຕິດເຊື້ອຄືນໃໝ່ກັບ ໂອມິກຣອນອາດຈະສູງເຖີງ 5 ເທົ່າເມື່ອສົມທຽບກັບສາຍພັນອື່ນໆ. ກ່ຽວກັບການປ້ອງກັນດ້ວຍວັກຊິນນັ້ນນັກວິທະຍາສາດຍັງໄດ້ພົບເຫັນວ່າຖ້າຄົນເຮົາໄດ້ຮັບວັກຊິນຄົບແມ່ນຍັງສາມາດມີພູມປ້ອງກັນຕ້ານຕໍ່ສາຍພັນດັ່ງກ່າວ ແລະ ສຳຄັນທີ່ສຸດແມ່ນ ເຂັມກະຕຸ້ນຫຍີ່ງຈະເພີ້ມອັດຕາການປ້ອງກັນສູງຂື້ນຕື່ມ.
• ເຖິງແມ່ນວ່າ ສາຍພັນໂອໄມຄຣອນ ຈະບໍ່ເຮັດໃຫ້ຜູ້ທີ່ຕິດເຊື້ອ ກ້າວໄປສູ່ຂັ້ນຮຸນແຮງ ຫຼື ວິກິດກໍ່ຕາມ ແຕ່ກໍ່ສ້າງຄວາມວິຕົກກັງວົນ ເພາະ ຖ້າຈຳນວນຜູ້ຕິດເຊື້ອຫຼາຍເກີນໄປ ກໍ່ຈະສົ່ງຜົນກະທົບຕໍ່ລະບົບສາທາລະນະສຸກໄດ້ເຊັ່ນດຽກັນ.
• ສູນຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ຂອງສະຫະລັດອາເມລິກາ ກ່າວວ່າ ຜູ້ທີ່ບໍ່ໄດ້ສັກວັກຊີນ ມີໂອກາດຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ ຄົນທີ່ສັກວັກຊີນເຖິງ 5 ເທົ່າ ແລະ ມີໂອກາດເສຍຊີວິດຫຼາຍກວ່າ ເຖິງ 14 ເທົ່າ.
• ອີກເທື່ອໜຶ່ງ ຂໍແຈ້ງບັນດາທ່ານຊາບວ່າ ສຳລັບຜູ້ທີ່ສັກວັກຊີນ ຄົບ 5 ເດືອນຂຶ້ນໄປ ແມ່ນສາມາດໄປສັກເຂັມ 3 ຫຼື ເຂັມກະຕຸ້ນໄດ້ ແລະ ມີພຽງແຕ່ ວັກຊີນAstra Zeneca ເທົ່ານັ້ນ ທີ່ໃຫ້ບໍລິການທ່ານ.
• ມາຮອດມື້ນີ້ ທົ່ວປະເທດ ສັກວັກຊີນສະສົມທັງໝົດໄດ້ 7.218.241 ຄົນ:
– ເຂັມ1 ໄດ້ 4.528.248ຄົນ (ກວມເອົາ 61 %)
– ທຸກເຂັມທີ່ແນະນໍາ 3.528.410ຄົນ (ກວມເອົາ 48.8%)
– ເຂັມກະຕຸ້ນ ໄດ້ 192.806 ຄົນ
• ອີກບໍ່ດົນ ວັນສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ ກໍ່ຄືເທດສະການສຳຄັນທາງສາດສະໜາກໍ່ຍັບເຂົ້າມາ
ດັ່ງນັ້ນ, ຂ້າພະເຈົ້າຂໍແນະນຳໃຫ້ ປະຕິບັດຕາມແຈ້ງການ ຫສນຍ 1684/ຫສນຍ, ລົງວັນທີ 23 ທັນວາ 2021 ແລະ ແຈ້ງການຂອງ ຫສນຍ 1494/ຫສນຍ, ລົງວັນທີ 14 ພະຈິກ 2021 ໂດຍເນັ້ນໜັກ 6 ມາດຕະການເພື່ອປ້ອງກັນຕົນເອງ:
1) ໃຫ້ຮີບຮ້ອນໄປສັກວັກຊີນ ຖ້າທ່ານບ່ທັນໄດ້ສັກເທື່ອ ຫຼື ຕາມການປະກາດຂອງຄະນະສະເພາະກິດ
ໃຫ້ໄປສັກເຂັມ3 ເພາະເຮົາຮູ້ແລ້ວວ່າວັກຊີນສາມາດຫຼຸດຜ່ອນຄວາມຮຸນແຮງ ແລະເສຍຊີວິດໄດ້;
2) ໃສ່ຜ້າຜິດປາກຄືໄດ້ແນະນຳທຸກຄັ້ງແລະ ໃສ່ໃຫ້ຖືກຕ້ອງ! ລ້າງມືໃຫ້ສະອາດກ່ອນ ແລະ ຫຼັງທີ່
ຮູ້ສຶກໄດ້ສຳຜັດມັນ, ການໃສ່ຕ້ອງຮັບປະກັນປົກປິດດັງ-ປາກ ລົງຮອດຫຸ້ມຄາງ ແລະ ຖີ້ມຫຼັງໃຊ້
ແລ້ວໂດຍໃສ່ຖົງແລະໝັດໃຫ້ແໜ້ນກ່ອນຈະຖີ້ມລົງຖັງຂີ້ເຫນື້ອ;
3) ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ມ ແລະວິທີນີ້ພວກເຮົາຮູ້ແລ້ວວ່າລະອອງທີ່ຕິດເຊື້ອບ່ສາມາດຟຸ້ງ
ກະຈາຍເກີນໄລຍະນີ້ໄດ້
4) ໃຊ້ຜ້າແພມົນຫຼືກະດາດອະນາໄມ ອັດປາກ-ດັງ ຫຼືໃຊ້ແຂນສອກປິກໃນເວລາຈາມ ເພື່ອບໍ່ໃຫ້
ລະອອງຈາມຟົ້ງໄດ້ໄກໃສ່ຜູ້ອ້ອມຂ້າງ;
5)ການໝັ່ນລ້າງມືບໍ່ວ່າດ້ວຍສະບູ ແລະ ຫຼືດ້ວຍເຈວທີ່ມີທາດເຫຼົ້າຍັງໄດ້ຜົນດີທີ່ສຸດ
6) ຫລີກລ້ຽງຢູ່ ຫຼືພົບຜູ້ຄົນໃນສະຖານທີ່ປິດ, ເຊັ່ນຫ້ອງເປີດແອ! ຄວນພໄບກັນຂ້າງນອກ ຫຼືເປີດປະຕູປ່ອງຢ້ຽມ ແລະ ເດັດຂາດຫຼີກລ້ຽງສະຖານທີ່ບໍ່ສາມາດຮັກສາໄລຍະຫ່າງໄດ້, ຫຼືມີຄົນຢູ່ແອອັດ ຫຼືຫຼາຍ.
• ຖ້າພວກເຮົາຫາກມີສະຕິຢູ່ຕະຫຼອດ ໃນການປ້ອງກັນຕົນເອງຂ້າພະເຈົ້ສເຊື່ອໝັ້ນວ່າພວກເຮົາຈະຜ່ານວັນວົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຫຼື ເທດສະການທາງສາດສະໜາໄດ້ຢ່າງປອດໄພແລະ ຈະບໍ່ເຫັນຕົວເລກຫຼັງປີໃໝ່ພຸ້ງຂື້ນຈົນໜ້າຕົກໃຈ ດັ່ງນັ້ນ, ເມື່ອທ່ານຫາກຮູ້ສຶກບ່ສະບາຍ
ແມ່ນໄປຫາແພດ ແລະ ກັກໂຕກ່ອນ14 ວັນແມ່ນວິທີທີ່ທ່ານສາມາດຊ່ວຍຄອບຄົວ ແລະ ສັງຄົມກໍ່ຄື ປະເທດຊາດໃນການມີສ່ວນຮ່ວມຢຸດຢັ້ງການແຜ່ເຊື້ອ ກໍ່ຄືການລະບາດໃນຄັ້ງນີ້ຮ່ວມກັນກັບ
ເຈົ້າໜ້າທີ່!