ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 27 ມີນາ 2022 ໄດ້ກວດວິເຄາະທັງໝົດ 3,134 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,263 ຄົນ (ຕິດເຊື້ອພາຍໃນ 1,236 ຄົນ ແລະ ນໍາເຂົ້າ 27 ຄົນ).
– ຂໍ້ມູນໂດຍຫຍໍ້ ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 1,236 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 501 ຄົນ
2. ອຸດົມໄຊ 118 ຄົນ
3. ວຽງຈັນ 81 ຄົນ
4. ສະຫວັນນະເຂດ 78 ຄົນ
5. ໄຊຍະບູລີ 77 ຄົນ
6. ບໍລິຄຳໄຊ 66 ຄົນ
7. ອັດຕະປື 65 ຄົນ
8. ຫົວພັນ 55 ຄົນ
9. ຄຳມ່ວນ 51 ຄົນ
10. ຫຼວງພະບາງ 27 ຄົນ
11. ບໍ່ແກ້ວ 26 ຄົນ
12. ສາລະວັນ 23 ຄົນ
13. ຊຽງຂວາງ 22 ຄົນ
14. ໄຊສົມບູນ 15 ຄົນ
15. ຫຼວງນ້ຳທາ 11 ຄົນ
16. ຜົ້ງສາລີ 11 ຄົນ
17. ຈຳປາສັກ 5 ຄົນ
18. ເຊກອງ 4 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 27 ຄົນ ຈາກ ຄຳມ່ວນ 8 ຄົນ, ຫົວພັນ 7 ຄົນ, ນະຄອນຫຼວງ 6 ຄົນ, ຈຳປາສັກ 4 ຄົນ, ສະຫວັນນະເຂດ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 169,256 ຄົນ, ອອກໂຮງໝໍວານນີ້ 426 ຄົນ, ກຳລັງປິ່ນປົວ 6,510 ຄົນ ແລະ ເສຍຊີວິດທັງໝົດ 661 ຄົນ (ເສຍຊີວິດໃໝ່ 1 ຄົນ ຈາກແຂວງຄຳມ່ວນ)
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈມາຍັງ ຄອບຄົວຜູ້ເສຍຊີວິດ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ໃນນະທີ່ນີ້ດ້ວຍ.
 ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
ຢູ່ນະຄອນຫຼວງວຽງຈັນມີ 2 ຈຸດຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່), ໂຮງໝໍເມືອງ 9 ຕົວເມືອງ
– ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ແລະ ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.