ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
⮚ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 27 ເມສາ 2022 ໄດ້ກວດວິເຄາະທັງໝົດ 2,228 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 369 ຄົນ (ຕິດເຊື້ອພາຍໃນ 358 ຄົນ ແລະ ນໍາເຂົ້າ 11 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 206,881 ຄົນ (ຕິດເຊື້ອພາຍໃນ 190,969 ຄົນ ແລະ ນໍາເຂົ້າ 15,912 ຄົນ ), ອອກໂຮງໝໍວານນີ້ 46 ຄົນ, ກຳລັງປິ່ນປົວ 1.194 ຄົນ ແລະ ເສຍຊີວິດສະສົມ ທັງໝົດ 740 ຄົນ (ເສຍຊີວິດໃໝ່ 2 ຄົນ ຢູ່ຄຳມ່ວນ 1 ຄົນ ແລະ ສະຫວັນນະເຂດ 1 ຄົນ)
ຂ້າພະເຈົ້າຂໍສະແດງຄວາມເສຍໃຈມານຳຄອບຄົວຜູ້ເສຍຊີວິດ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບມານະທີ່ນີ້ດ້ວຍ.
 
– ສຳລັບ ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈຳນວນ 457 ຄົນ ແມ່ນມາຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງຕໍ່ໄປນີ້:
– 1 ນະຄອນຫຼວງ 232 ຄົນ
– 2 ວຽງຈັນ 29 ຄົນ
– 3 ຫຼວງພະບາງ 15 ຄົນ
– 4 ໄຊຍະບູລີ 12 ຄົນ
– 5 ອັດຕະປື 12 ຄົນ
– 6 ສະຫັວນນະເຂດ 11 ຄົນ
– 7 ຄໍາມ່ວນ 8 ຄົນ
– 8 ອຸດົມໄຊ 8 ຄົນ
– 9 ເຊກອງ 8 ຄົນ
– 10 ຊຽງຂວາງ 6 ຄົນ
– 11 ບໍ່ແກ້ວ 3 ຄົນ
– 12 ບໍລິຄໍາໄຊ 3 ຄົນ
– 13 ໄຊສົມບູນ 3 ຄົນ
– 14 ຈໍາປາສັກ 2 ຄົນ
– 15 ຫຼວງນໍ້າທາ 2 ຄົນ
– 16 ສາລະວັນ 2 ຄົນ
– 17 ຜົ້ງສາລີ 1 ຄົນ
– 18 ຫົວພັນ 1 ຄົນ
– ສໍາລັບການຕິດເຊື້ອນໍາເຂົ້າ ມີ 11 ຄົນ ຈາກ ນະຄອນຫຼວງ 2 ຄົນ, ສະຫັວນນະເຂດ 7 ຄົນ, ແລະ ຈໍາປາສັກ 2 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
ມາຍັງບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຕໍ່ໄປນີ້ຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
● ຢູ່ບັນດາ ແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
● ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
⮚ ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
● ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
● ຢູ່ນະຄອນຫຼວງວຽງຈັນມີ ຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ໂຮງໝໍເມືອງ 9 ຕົວເມືອງ
– ນອກນັ້ນ ຍັງມີຈຸດບໍລິການວັກຊີນ ເປີດໃຫ້ບໍລິການທ່ານຄື ວັດຈີນດົງປ່າແຫຼບ(ຈັນ ຫາ ສຸກ ໃນໂມງລັດຖະການ), ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ, ເມືອງຈັນທະບູລີ (ຈັນ ຫາ ພະຫັດ ເປີດບໍລິການໃນໂມງລັດຖະການ).
 
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
● ປະຈຸບັນ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກ ຍັງສືບຕໍ່ຫຼຸດລົງຢ່າງຕໍ່ເນື່ອງ, ສຳລັບ ບັນດາປະເທດໃນຂົງເຂດອາຊຽນ ກໍ່ໄດ້ທະຍອຍເລີ່ມເປີດປະເທດຢ່າງເຕັມຮູບແບບ ເພື່ອກະຕຸ້ນ ແລະ ດືງດູດນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນປະເທດ ເພື່ອເປັນການຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຢ່າງໃຫ່ຍຫຼວງ ຕໍ່ການລະບາດພະຍາດໂຄວິດ-19 ເປັນເວລາຫຼາຍກ່ວາ 2 ປີ , ຫຼາຍປະເທດໄດ້ຍົກເລີກການກັກໂຕ ພາຍຫຼັງເຂົ້າປະເທດເປັນຕົ້ນແມ່ນ: ປະເທດອິນໂດເນເຊຍ, ຟິລີບປີນ, ສສ ຫວຽດນາມ, ໄທ, ກຳປູເຈຍ, ມາເລເຊຍ ແລະ ສີງກະໂປ, ໃນນີ້ບາງປະເທດກໍ່ຍັງຮຽກຮ້ອງໃຫ້ມີການກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ ATK ແລະ ອີງໃສ່ການສັກວັກຊີນຄົບໂດສ ເປັນເງື່ອນໄຂຫຼັກ ໃນການເຂົ້າປະເທດ. ດັ່ງນັ້ນ, ຈີ່ງເຮັດໃຫ້ ບັນດາປະເທດເຫຼົ່ານັ້ນສຸມໃສ່ໃຫ້ວັກຊີນໃຫ້ຄົບໂດສ ແລະ ປົກຄຸມໃຫ້ໄດ້ຫຼາຍທີ່ສຸດ ເພື່ອເປັນການສ້າງຄວາມໝັ້ນໃຈໃຫ້ນັກທ່ອງທ່ຽວຈະເຂົ້າມາໃນປະເທດ, ເຖີງຢ່າງໃດກໍ່ຕາມ ຫຼາຍປະເທດກໍ່ໄດ້ມີການຕິດຕາມເຝົ້າລະວັງຢ່າງໃກ້ຊິດ ໂດຍສະເພາະ ຕິດຕາມສາຍພັນທີ່ອາດຈະມີການກາຍພັນອີກ ເຊິ່ງອາດຈະມີການປັບປ່ຽນບັນດາມາດຕະການ ໄປຕາມສະພາບການລະບາດ ຂອງພະຍາດທີ່ອາດມີການປ່ຽນແປງ ໃນຕໍ່ໜ້າ.
● ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ໂຕເລກການຕິດເຊື້ອປະຈໍາວັນໄດ້ຄ່ອຍໆຫຼຸດລົງ ແລະ ເປັນເວລາຫຼາຍວັນທີ່ໂຕເລກລາຍງານຜູ້ຕິດເຊື້ອຕ່ຳກ່ວາ 500 ກໍລະນີ/ວັນ, ມື້ວານນີ້ໂຕເລກລາຍງານຜູ້ຕິດເຊື້ອທັງໝົດ 369 ກໍຫລະນີ ແລະ ອັດຕາການກວດພົບເຊື້ອແມ່ນ 16.5% ທຽບໃສ່ຈຳນວນຕົວຢ່າງທີ່ເກັບມາກວດ ເຫັນວ່າອັດຕາການກວດພົບເຊື້ອກໍ່ໄດ້ຫຼຸດລົງທຽບໃສ່ໄລຍະຕົ້ນເດືອນມີນາ ທີ່ມີອັດຕາການພົບເຊື້ອບາງມື້ສູງກ່ວາ 50% ຂອງຈຳນວນຕົວຢ່າງທີ່ເກັບມາກວດໃນໄລຍະນັ້ນ, ສະນັ້ນ ນີ້ຖືວ່າເປັນສັນຍານທີ່ດີທີ່ໂຕເລກຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຫຼຸດລົງ ເຊິ່ງເປັນເງື່ອນໄຂໜ່ຶງໃນການກະກຽມທີ່ຈະເປີດເສັ້ນທາງທ່ອງທ່ຽວສີຂຽວໄລຍະ 2 ແລະ ການປະເທດຢ່າງເຕັມຮູບແບບໃນໄວໄວນີ້.
● ບັນດາທ່ານທີ່ນັບຖື, ເຖີງວ່າໂຕເລກລາຍງານຜູ້ຕິດເຊື້ອຈະຫຼຸດລົງຢ່າງຕໍ່ເນື່ອງ, ແຕ່ອັດຕາການນຳໃຊ້ຕຽງ ICU ແລະ ໃຊ້ອີກຊີເຈນ ໃນໂຮງໝໍ ຂອງຄົນເຈັບຕິດເຊື້ອໂຄວິດ ຍັງຄົງຕົວບໍ່ທັນຫຼຸດລົງ. ດັ່ງນັ້ນ, ກໍ່ຍັງຕ້ອງໄດ້ເອົາໃຈໃສ່ ສືບຕໍ່ຕິດຕາມ ແລະ ເຝົ້າລະວັງສະພາບການລະບາດຂອງພະຍາດຢ່າງໃກ້ຊິດ, ສຳລັບຜູ້ທີ່ໄດ້ຮັບວັກຊີນຄົບໂດສ ຫຼື ຜູ້ທີ່ເຄີຍຕິດເຊື້ອມາກ່ອນແລ້ວກໍ່ຍັງຈຳເປັນຕ້ອງໄດ້ປະຕິບັດມາດຕະການປ້ອງກັນຕົນເອງ ແລະ ຄົນອ້ອມຂ້າງຢ່າງເຄັ່ງຄັດ ເປັນຕົ້ນແມ່ນ:
– ໃສ່ຜ້າປິດປາກ-ດັງ
– ຮັກສາໄລຍະຫ່າງໂດຍການຢືນ ຫຼື ນັ່ງຫ່າງກັນ
– ລ້າງມືໃສ່ສະບູ ຫຼື ເຈວລ້າງມືທີ່ມີທາດເຫຼົ້າເລື້ອຍໆ
– ເວລາໄອ ຫຼື ຈາມ ໃຊ້ຂໍ້ພັບແຂນ ຫຼື ແຂນສອກ, ທິດຊູປິດປາກ-ດັງ
– ສະຖານທີ່ເຮັດວຽກ ຫຼື ທີ່ພັກອາໃສກໍ່ໃຫ້ເປີດອາກາດໃຫ້ໂລ່ງ ມີອາການຖ່າຍເທສະດວກ
– ໃຫ້ໝັ່ນອະນາໄມ ເຊັດຖູດ້ວຍນ້ໍາຢາຂ້າເຊື້ອສຳລັບອຸປະກອນ ຫຼື ເຄື່ອງໃຊ້ທີ່ໃຊ້ຮ່ວມກັບຄົນອື່ນ ກ່ອນ ແລະ ຫຼັງການສຳຜັດ
– ແລະ ປັດໄຈທີ່ສຳຄັນທີ່ສຸດ ກໍ່ຄືການໄປຮັບວັກຊີນໃຫ້ຄົບໂດສ ລວມທັງເຂັມກະຕຸ້ນ
– ສຳລັບ ອັດຕາການປົກຄຸມການສັກວັກຊີນ ໃນ ສປປ ລາວ, ຮອດປັດຈຸບັນ:
o ເຂັມ 1 ໄດ້ 5,771,724 ເຂັມ (ກວມເອົາ 78.66% ຂອງປະຊາກອນ)
o ແລະ ທຸກເຂັມທີ່ແນະນໍາ 4,861,601 ເຂັມ (ກວມເອົາ 66,25% ຂອງປະຊາກອນ).
o ເຂັມທີ່ກະຕຸ້ນ ຫຼື ເຂັມ 3 ສັກໄດ້ 19,1%, ເຂັມ 4 ສັກໄດ້ 0,9% ຂອງປະຊາກອນ
o ອາຍຸ 6 – 11 ປີ ສັກ ເຂັມທີ່ 1 ໄດ້ 670,001 ເຂັມ ຫຼື ເທົ່າກັບ 71,6% ຂອງປະຊາກອນກຸ່ມດັ່ງກ່າວ, ເຂັມທີ່ 2 ສັກໄດ້ 299,171 ຫຼື ເທົ່າກັບ 32% ຂອງປະຊາກອນກຸ່ມດັ່ງກ່າວ
ອາຍຸ 12-17 ປີ ສັກໄດ້ເຂັມທີ່ 1 ໄດ້ 640,618 ເຂັມ ຫຼືເທົ່າກັບ 74% ຂອງປະຊາກອນກຸ່ມດັ່ງກ່າວ, ເຂັມທີ່ 2 ສັກໄດ້ 500,044 ເຂັມ ຫຼື ເທົ່າກັບ 57,7% ຂອງປະຊາກອນກຸ່ມດັ່ງກ່າວ.