ການຖະແຫຼງຂ່າວປະຈໍາວັນທີ 29 ຕຸລາ ປີ 2021. ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊືື້ອພະຍາດ COVID-19 ໃນທົ່ວໂລກ.
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ

ວັນທີ 28 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ5,588ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 447ຄົນ (ຕິດເຊື້ອພາຍໃນມີ432 ຄົນ ແລະ ຕິດເຊື້ອນໍາເຂົ້າ15ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ432ຄົນຈາກ 12 ແຂວງເຊິ່ງລາຍລະອຽດດັ່ງນີ້:
1. ນະຄອນຫຼວງ253 ຄົນ:ມາຈາກ 77ບ້ານ, ໃນ8ເມືອງ
• ເມືອງຈັນທະບູລີມີ16ບ້ານ (29ຄົນ)
– ທົ່ງຂັນຄໍາ 5
– ຫ້ວຍຫົງ 4
– ໜອງທາເໜືອ 2
– ຂົວຫຼວງ 2
– ຊຽງຍືນ 2
– ດົງໝ້ຽງ 2
– ຮ່ອງຄ້າ 2
– ຫັດສະດີ 1
– ສະຫ່ວາງ 1
– ໜອງປີງ 1
– ດົງປາແຫຼບ 1
– ສີບຸນເຮືອງ 1
– ໂພນສະຫ່ວາງ 1
– ໂພນຕ້ອງສະຫວາດ 1
– ໂຮງແຮມຊົວສະເຕ 1
– ທົ່ງສາງນາງ 1
– ມາປີ່ນປົວຢູ່ໂຮງໝໍມິດຕະພາບ 1
• ເມືອງສີໂຄດຕະບອງມີ11ບ້ານ (16ຄົນ)
– ໂນນແກ້ວ 4
– ອາກາດ 2
– ດົງນາໂຊກໃຕ້ 2
– ນາຄຳ 1
– ຈັນສະຫວ່າງ 1
– ໂພນສົມບູນ 1
– ເມືອງວາທາ 1
– ນາເລົ່າ 1
– ໂພນທັນ 1
– ວຽງສະຫັວນ 1
– ວັດໄຕນ້ອຍ 1
• ເມືອງໄຊເສດຖາມີ18ບ້ານ (36ຄົນ, ສະຖານທີ່ຄຸມຂັງ 3 ຄົນ)
– ໂພນທັນ 7
– ໂຊກຄຳ 5
– ຈອມມະນີ 4
– ໂນນຄໍ້ໃຕ້ 2
– ໂນນສະຫວ່າງ 2
– ສົມສະຫງ່າ 2
– ຮ່ອງແກ 2
– ອາມອນ 2
– ໂນນສະຫັວນ 1
– ຝ້າຍ 1
– ໜອງສ່າງທໍ່ 1
– ຮ່ອງສຸພາບ 1
– ຫົວຂົວ 1
– ຊຽງດາ 1
– ໂພນສະອາດ 1
– ແສງສະຫວ່າງ 1
– ຄຳສະຫວາດ 1
– ບ້ານສີສັງວອນ 1
• ເມືອງສີສັດຕະນາກມີ11ບ້ານ (17ຄົນ)
– ດົງສະຫວາດ 3
– ດອນກອຍ 3
– ສວນມອນ 2
– ຫາຍໂສກ 2
– ທົ່າກາງ 1
– ສະພານທອງໃຕ້ 1
– ໂພນສະຫວັນ 1
– ໂພນສີນວນ 1
– ສະພານທອງ 1
– ຈອມເພັດໃຕ້ 1
– ດອນນົກຂຸ້ມ 1
• ເມືອງນາຊາຍທອງມີ1ບ້ານ (1ຄົນ)
– ນາຊອນ 1
• ເມືອງໄຊທານີມີ14ບ້ານ (41 ຄົນ)
– ສາຍນ້ຳເງິນ 9
– ສະພັງເມິກ 7
– ທ່າງ່ອນ 7
– ໜອງພະຍາ 7
– ດົງໂດກ 2
– ພະຂາວ 1
– ສະພັງຂະນົງ 1
– ຈະເລີນໄຊ 1
– ວຽງແກ້ວ 1
– ໂພນສົມບູນ 1
– ໂຄກສິວິໄລ 1
– ສີວິໄລ 1
– ຄຳຮຸ່ງ 1
– ດອນຕີ້ວ 1
• ເມືອງຫາດຊາຍຟອງມີ6ບ້ານ (16ຄົນ)
– ນາໄຫ 4
– ສົມຫັວງເໜືອ 4
– ສົມຫວັງໃຕ້ 3
– ດົງໂພສີ 2
– ດົງຄໍາຊ້າງ 2
– ທ່າເດືອ່ 1
• ເມືອງສັງທອງມີ1ບ້ານ (1ຄົນ)
– ໄຮ້ໃຕ້ 1
• ຍັງສືບຕໍ່ເອົາຂໍ້ມູນ5ຄົນ
2. ຫຼວງພະບາງ, ມີ 54 ຄົນໃນ18 ບ້ານ ແລະ 6 ເມືອງ
3. ບໍ່ແກ້ວ, ມີ 52 ຄົນໃນ8 ບ້ານ ແລະ 1 ເມືອງ
4. ແຂວງວຽງຈັນ 23 ຄົນ
5. ສະຫວັນນະເຂດ, ມີ 18 ຄົນ
6. ຈໍາປາສັກ, ມີ 10 ຄົນໃນ5 ບ້ານ ແລະ 3 ເມືອງ
7. ສາລະວັນ, ມີ 10 ຄົນໃນ4 ບ້ານ ແລະ2 ເມືອງ
8. ຄໍາມ່ວນ, ມີ 7 ຄົນ
9. ອຸດົມໄຊ, ມີ 2 ຄົນໃນ2 ບ້ານ ແລະ 2 ເມືອງ
10. ຊຽງຂວາງ, ມີ 1 ຄົນໃນ1 ບ້ານ ແລະ 1 ເມືອງ
11. ບໍລິຄໍາໄຊ, ມີ 1 ຄົນໃນ1 ບ້ານ ແລະ 1 ເມືອງ
12. ເຊກອງ,ມີ 1 ຄົນໃນ1 ບ້ານ ແລະ 1 ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 15ຄົນ:ແຂວງໄຊຍະບູລີ 8 ຄົນ, ຈໍາປາສັກ 5 ຄົນ ແລະສະຫວັນນະເຂດ 2 ຄົນ,ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 29ຕຸລາ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 38,728ຄົນ, ເສຍຊີວິດສະສົມ61ຄົນ(ໃໝ່ 2), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ417ຄົນ, ກໍາລັງປິ່ນປົວ6.769ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 2 ຄົນ ມີດັ່ງນີ້:
• ຜູ້ທີ 1: ເພດຊາຍ, ອາຍຸ 42 ປີ, ອາຊີບ: ປະຊາຊົນ, ບ້ານສະກ້າ, ເມືອງໂພນໂຮງ, ແຂວງວຽງຈັນ
-ປະຫວັດພະຍາດປະຈໍາຕົວ: ເປັນພະຍາດເລຶອດ 2 ປີ
-ຜ່ານມາຍັງບໍ່ທັນໄດ້ຮັບການສັກຢາວັກຊີນກັນໂຄວິດ-19
-ວັນທີ 26 ຕຸລາ 2021 ເວລາ 19:00ໂມງ: ຜູ້ກ່ຽວເຂົ້າມາປີ່ນປົວຢູ່ໂຮງໝໍແຂວງດ້ວຍ
ອາການຈືດມ້ານ, ຈ່ອຍຜອມ, ອິດເມື່ອຍຫລາຍເປັນໄດ້ຫລາຍມື້ແລ້ວ ຈຶ່ງໄດ້ເກັບຕົວຢ່າງ
ກວດຫາເຊື້ອພະຍາດໂຄວິດ-19 ແລະຜົນກວດອອກມາ ແມ່ນພົບເຊື້ອ, ຈຶ່ງນຳສົ່ງເຂົ້ານອນ
ປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ໂພນໂຮງແຂວງວຽງຈັນ
-ໄລຍະນອນປິ່ນປົວຢູ່ໂຮງໝໍ 4 ວັນ (ນັບແຕ່ວັນທີ 26-28 ຕຸລາ 2021)
-ວັນທີ 28 ຕຸລາ 2021 ເວລາ~14:15 ໂມງຜູ້ກ່ຽວໄດ້ເສຍຊີວິດ.
• ຜູ້ທີ 2: ເພດຊາຍ, ອາຍຸ 23 ປີ, ອາຊີບ: ຫວ່າງງານ, ບ້ານເມືອງນ້ອຍ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ
– ບໍ່ມີພະຍາດປະຈໍາຕົວ
– ຜ່ານມາໄດ້ຮັບການສັກຢາວັກຊີນ 01 ເຂັມ (ຊີໂນຟາມ)
– ວັນທີ 28 ຕຸລາ 2021 ເວລາ 20:00 ໂມງ: ຜູ້ກ່ຽວໄດ້ເສຍຊີວິດ (ຢູ່ສະຖານທີ່ຄຸມຂັງເມືອງ
ໄຊເສດຖາ) ແລະຜົນກວດພົບເຊື້ອພະຍາດໂຄວິດ (ຜົນກວດອອກໃນພາຍຫຼັງ)
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19
• ສໍາລັບຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່: ມີຄື
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ຫ້ອງການປົກຄອງເມືອງໄຊທານີ (ວັນຈັນ ຫາ ເສົາ) ເວລາ 9:00–11:30 ໂມງ
ທີມກວດເຄື່ອນທີ່:
– 01ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
• ບ້ານແດງໃນທົ່ວປະເທດ ວັນທີ 28 ຕຸລາ 2021 ມີ: 540 ບ້ານ, 56 ເມືອງ ແລະ 13 ແຂວງ
– ບ້ານທີ່ສິ້ນສຸດການເປັນບ້ານເຂດແດງມາເປັນເຂດເຫຼືອງໃນນະຄອນຫຼວງມີ 04 ບ້ານ 3 ເມືອງ.
– ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການ
ແພດ ແລະ ສຸຂະສຶກສາ.
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 28ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,228 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວີດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼືໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ86ສູນ ແລະ 55ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ4,828ຄົນ (ສູນ 3,025 ຄົນແລະ ໂຮງແຮມ1,803ຄົນ).
• ປັດຈຸບັນ ປະເທດຂອງພວກເຮົາການຕິດເຊື້ອພາຍໃນ ຍັງສືບຕໍ່ເພິ່ມຂຶ້ນໃນແຕ່ລະວັນ ສຳລັບ ກໍລະນີນຳເຂົ້າ ເຫັນໄດ້ວ່າ ມີທ່າອ່ຽງຫຼຸດລົງໃນຫຼາຍແຂວງ. ແຂວງທີ່ມີລາຍງານການຕິດເຊື້ອພາຍໃນສູງເປັນອັນດັບໜຶ່ງ ກໍ່ຍັງແມ່ນ ນະຄອນຫຼວງວຽງຈັນ ຖັດລົງມາແມ່ນ ນະຄອນຫຼວງພະບາງ, ສະຫວັນນະເຂດ, ຄຳມ່ວນ, ບໍ່ແກ້ວ ແລະ ຈຳປາສັກ ເຊິ່ງທັງໝົດ ກໍ່ລ້ວນແລ້ວແຕ່ ຕິດພັນກັບການເຄື່ອນໄຫວ ແລະ ວິຖີການດໍາລົງຊີວິດໃນແຕ່ລະວັນຂອງໝົດທຸກຄົນ.
• ຄະນະສະເພາະກິດ ກໍ່ຄື ກະຊວງສາທາລະນະສຸກ ໄດ້ແຈ້ງໃຫ້ທ່ານຊາບກ່ອນໜ້ານີ້ ກ່ຽວກັບ ການນຳໃຊ້ຊຸດເຄື່ອງກວດແບບໄວ ໃຊ້ສະເພາະ ທີມງານແພດໝໍ, ພະຍາບານ ຜູ້ທີ່ໄດ້ຜ່ານການອົບຮົມມາແລ້ວເທົ່ານັ້ນ ເຊິ່ງຈຸດປະສົງກໍ່ແມ່ນໃຊ້ເພື່ອກວດກັ່ນກອງ ຊອກຄົ້ນຫາກໍລະນີ ກຸ່ມຄົນທີ່ມີປະຫວັດສຳຜັດໃກ້ຊິດກັບຄົນຕິດເຊື້ອ ເພື່ອຕີລາຄາ ແລະ ປະເມີນຄວາມສ່ຽງຂອງພື້ນທີ່ດັ່ງກ່າວ. ປັດຈຸບັນສັງເກດເຫັນວ່າ ມີຫຼາຍທ່ານ ໄດ້ຊື້ເຄື່ອງກວດແບບໄວ ມາກວດດ້ວຍຕົນເອງແລ້ວຜົນກວດ ບວກນັ້ນ, ຕໍ່ກັບບັນຫາດັ່ງກ່າວ ຕ້ອງໄດ້ກວດຢັ້ງຢືນຄືນທາງຫ້ອງວິເຄາະດ້ວຍເຕັກນິກ RT-PCR.ຄະນະສະເພາະກິດບໍ່ອະນຸຍາດໃຫ້ບຸກຄົນໄປຊື້ມາກວດດ້ວຍຕົນເອງ ດ້ວຍເຫດຜົນທີ່ວ່າ:
o ເຄື່ອງກວດທີ່ມີຂາຍແບບຊະຊາຍມີຫຼາຍຊະນິດໂດຍບໍ່ຮູ້ວ່າຊະນິດໃດໄດ້ມາດຕະຖານສາກົນ
o ເຄື່ອງກວດທີ່ເຫັນໂຄສະນາຂາຍນີ້ ບໍ່ໄດ້ຜ່ານການກວດກາຂອງ ອາຫານ ແລະຢາ, ກະຊວງສາທາລະນະສຸກ
o ບັນດາເຄື່ອງກວດແບບໄວທັງໝົດທີ່ມີໃນປະຈຸບັນບໍ່ມີເຄື່ອງກວດຍີ່ຫໍ້ໃດທີ່ໃຫ້ຜົນຖືກຕ້ອງ 100% ໝາຍຄວາມວ່າ ສາມາດຜິດພາດໄດ້ສູງໂດຍສະເພາະ ຖ້າຜົນກວດເປັນລົບ.
o ບຸກຄົນທີ່ຊື້ມາກວດເອງ ຍັງບໍ່ມີຄວາມຊໍານານ ຊຶ່ງອາດເກັບຕົວຢ່າງບໍ່ຖືກຕ້ອງຫຼືບໍ່ຖືກຈຸດເຮັດໃຫ້ຜົນກວດບໍ່ຖືກຕ້ອງ ໄດ້ເຊັ່ນດຽວກັນ
o ການຖີ້ມເຄື່ອງກວດນັ້ນລົງຖັງຂີ້ເຫຍື້ອຢູ່ເຮືອນຕົນເອງ ໂດຍບໍ່ໄດ້ຂ້າເຊື້ອກ່ອນ ແມ່ນເປັນການຖີ້ມທີ່ອັນຕະລາຍທີ່ສຸດ ເພາະເຄື່ອງກວດທີ່ມີເຊື້ອນັ້ນ ອາດຈະກາຍເປັນແຫລ່ງແຜ່ເຊື້ອ ແລະ ເຮັດໃຫ້ເກີດການຕິດເຊື້ອ ແລະ ລາມເປັນວົງກວ້າງໄດ້ ເຊິ່ງໃນນັ້ນ ລວມທັງຄົນໃນຄອບຄົວຂອງທ່ານເອງ.
– ອີກເທື່ອໜື່ງ ຂໍແຈ້ງໃຫ້ທ່ານຊາບວ່າ ການກວດຢັ້ງຢືນທີ່ໄດ້ມາດຕະຖານ ແມ່ນການກວດໃນຫ້ອງວິເຄາະດ້ວຍເຕັກຕິກສະເພາະ. ສະນັ້ນ ຈຶ່ງບໍ່ຄວນໄປຊື້ເຄື່ອງກວດແບບໄວມາກວດດ້ວຍຕົນເອງ, ຖ້າທ່ານມີອາການ ສົມທົບກັບມີພຶດຕິກໍາສ່ຽງ ຫຼື ໄດ້ໄປພົວພັນໄກ້ຊິດກັບຄົນຕິດເຊື້ອ ທ່ານຄວນແຈ້ງ ແລະ ໄປພົບແພດ ເພື່ອເກັບຕົວຢ່າງກວດຫາເຊື້ອຢູ່ຈຸດບໍລິການທີ່ກຳນົດໄວ້.ສຳລັບ ທ່ານທີ່ກວດເອງ ແລ້ວຜົນກວດບວກນັ້ນ ກໍ່ຂໍໃຫ້ທ່ານ ຮີບຮ້ອນມາກວດຄືນນໍາຈຸດບໍລິການທີ່ໄດ້ກຳນົດໄວ້ເພື່ອຢັ້ງຢືນຜົນກວດທາງຫ້ອງວິເຄາະ ວ່າຕິດເຊື້ອແທ້ບໍ່ພ້ອມທັງ ແຈ້ງຈຸດບໍລິການເກັບຕົວຢ່າງກວດ ວ່າທ່ານໄດ້ກວດດ້ວຍຊຸດເຄື່ອງກວດແບບໄວ ແລ້ວໃຫ້ຜົນບວກ ເພື່ອຈຸດບໍລິການຈະໄດ້ອໍານວຍຄວາມສະດວກໃຫ້ທ່ານໄດ້ກວດ ແລະ ຫຼີກເວັ້ນການໄກ້ຊິດກັບຄົນອື່ນ. ຖ້າຜົນຢັ້ງຢືນອອກມາວ່າທ່ານຕິດເຊື້ອ ແພດ ແລະ ລົດແພດຈະຕິດຕໍ່ມາຫາທ່ານ ເພື່ອມາຮັບເຂົ້າໄປປິ່ນປົວທັນທີ.
• ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ທ່ານສາມາດຕິດຕາມຂ່າວສານກ່ຽວກັບພະຍາດໂຄວິດ ທີ່ຖືກຕ້ອງໄດ້ຈາກ:
– ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື www.covid19.gov.la ແລະ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່,ກະຊວງສາທາລະນະສຸກ www.cdc.gov.la
– ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
– ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
– ນອກຈາກນັ້ນ ຍັງສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166) ເພື່ອຂໍຄໍາແນະນຳ ແລະ ລາຍງານເຫດການ.