ຕໍ່ໄປນີ້ ຂ້າພະເຈົ້າ ຈະຂໍລາຍງານ:

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ28 ທັນວາ2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ4,714ຕົວຢ່າງໃນຂອບເຂດທົ່ວປະເທດແລະພົບເຊື້ອທັງໝົດ1,042ຄົນ(ຕິດເຊື້ອພາຍໃນມີ1.040ຄົນ ແລະ ຕິດເຊື້ອນໍາເຂົ້າ02ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ1.040ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 419 ຄົນ
2. ຫຼວງນໍ້າທາ127 ຄົນ
3. ອຸດົມໄຊ92ຄົນ
4. ໄຊສົມບູນ51ຄົນ
5. ຫຼວງພະບາງ44ຄົນ
6. ວຽງຈັນ42ຄົນ
7. ເຊກອງ42ຄົນ
8. ບໍ່ແກ້ວ42ຄົນ
9. ຊຽງຂວາງ40ຄົນ
10. ສະຫັວນນະເຂດ29ຄົນ
11. ບໍລິຄໍາໄຊ25ຄົນ
12. ໄຊຍະບູລີ21ຄົນ
13. ຈໍາປາສັກ16 ຄົນ
14. ຫົວພັນ16ຄົນ
15. ສາລະວັນ11ຄົນ
16. ຄໍາມ່ວນ11ຄົນ
17. ຜົ້ງສາລີ11ຄົນ
18. ອັດຕະປື 3ຄົນ
• ສ່ວນກໍລະນີນຳເຂົ້າແມ່ນມີ 2 ຄົນ, 1 ຄົນຈາກຈຳປາສັກ ແລະ 1 ຄົນຈາກສະຫວັນນະເຂດ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ108,782 ກໍລະນີ ແລະ ເສຍຊີວິດສະສົມທັງໝົດ355ຄົນ (ເສຍຊີວິດໃໝ່13ຄົນ).
ຕໍ່ສຳລັບຜູ້ເສຍຊີວິດໃໝ່ 13ຄົນແມ່ນມາຈາກແຂວງ ບໍລິຄຳໄຊ 1 ຄົນ, ຫຼວງພະບາງ 1 ຄົນ, ຫຼວງນ້ຳທາ 3 ຄົນ, ວຽງຈັນ 3 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ, ຫົວພັນ 1 ຄົນ, ບໍ່ແກ້ວ 1 ຄົນ ແລະ ຊຽງຂວາງ 1 ຄົນ.
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ
ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ສະພາບການລະບາດທົ່ວໂລກແມ່ນຍັງມີທ່າອ່ຽງສູງຂື້ນໃນຫຼາຍປະເທດ, ກໍລະນີຕິດເຊື້ອໃໝ່ສູງກ່ວາ 1 ລ້ານ ຄົນໃນແຕ່ລະວັນ ແລະ ການເສຍຊິວິດສູງກ່ວາ6 ພັນກ່ວາຄົນ, ຫຼາຍປະເທດມີການແຜ່ລະບາດຂອງສາຍພັນໂອມິກຣອນ ເຊີ່ງມີການແຜ່ເຊື້ອຢ່າງໄວວາເປັນວົງກ້ວາງ ຊຶ່ງເຮັດໃຫ້ລັດຖະບານຫຼາຍປະເທດ ອອກມາປະກາດໃຊ້ມາດຕະການທາງສັງຄົມຢ່າງເຂັ້ມງວດຄືນໃໝ່ລວມທັງການເດີນທາງເພື່ອສະກັດກັ້ນການລະບາດໃນຄັ້ງນີ້!
• ສຳລັບ ສປປລາວ ໂຕເລກລາຍງານຢູ່ຫຼາຍແຂວງຍັງສືບຕໍ່ມີການລະບາດ ເຫັນໄດ້ວ່າຫຼາຍແຂວງບາງມື້ໂຕເລກຫຼຸດລົງແຕ່ກໍ່ມີລາຍງານເພີ່ມຂື້ນສູງໃນບາງວັນ, ສຳລັບນະຄອນຫຼວງວຽງຈັນ ການລະບາດຍັງເປັນວົງກ້ວາງ ແລະ ຍັງເປັນທີ່ບໍ່ໄວ້ວາງໃຈ, ສຳລັບມື້ນີ້ໂຕເລກລາຍງານນະຄອນຫຼວງ 419 ຄົນ ໃນນີ້ ກຸ່ມຄົນທີ່ຕິດເຊື້ອຫຼາຍກໍ່ຍັງແມ່ນ ຄົນໃນຄອບຄົວ, ສຳນັກງານອົງການ, ສະຖານທີ່ຄຸມຂັງ, ແລະ ສະຖານທີ່ສາທາລະນະຕ່າງໆ . ດັ່ງນັ້ນ, ສະພາບການລະບາດໃນປະເທດເຮົາ ກໍ່ຍັງໜ້າເປັນຫ່ວງ ແລະ ຈະຕ້ອງໄດ້ຕິດຕາມເຝົ້າລະວັງ ຢ່າງໃກ້ຊິດ ໃນແຕ່ລະວັນ ໂດຍສະເພາະ ໃນໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ທີ່ຈະມາເຖິງນີ້ ຢາກຂໍໃຫ້ບັນດາທ່ານຈົ່ງປະຕິບັດຕາມແຈ້ງການ ເລກທີ 1684/ຫສນຍ, ລົງວັນທີ 23 ທັນວາ 2021 ຢ່າງເຂັ້ມງວດ ໂດຍສະເພາະ ຫ້າມຈັດງານສະເຫຼີມສະຫຼອງ ແລະ ຊຸມແຊວ ທຸກຮູບແບບ ຢູ່ຕາມສຳນັກງານອົງການ ຫຼື ນິຕິບຸກຄົນ.
• ໃນປັດຈຸບັນພັກ ແລະ ລັດຖະບານໄດ້ອະນຸຍາດ ໃຫ້ຜູ້ທີ່ຕິດເຊື້ອມີອາການເບົາບາງ ຫຼື ບໍ່ມີອາການສາມາດປີ່ນປົວໄດ້ຢູ່ເຮືອນ ເຮັດໃຫ້ປະຊາຊົນຈຳນວນໜື່ງທີ່ມີຄວາມສ່ຽງ ແລະ ມີອາການບໍ່ຍອມໄປກວດຫາເຊື້ອ ແຕ່ຈະຊື້ເຄື່ອງກວດຕາມທ້ອງຕະຫຼາດມາກວດເອງ ຕໍ່ກັບບັນຫານີ້ ຂ້າພະເຈົ້າຂໍຊີ້ແຈງໃຫ້ບັນດາທ່ານຮັບຊາບທົ່ວເຖີງກັນວ່າ ການເກັບຕົວຢ່າງກວດຫາເຊື້ອເອງແມ່ນບໍ່ມີຄວາມຊັດເຈນແມ່ນຢໍາ ເນື່ອງຈາກ ເຄື່ອງກວດແບບໄວຈະກວດພົບສະເພາະຜູ້ທີ່ມີອາການສະແດງອອກເທົ່ານັ້ນ ຈີ່ງເຮັດໃຫ້ຫຼາຍຄົນເກີດຂໍ້ຜິດພາດໄດ້ເນື່ອງຈາກກວດຫາເຊື້ອບໍ່ພົບແລ້ວຄິດວ່າຕົນເອງບໍ່ຕິດເຊື້ອແລ້ວໄປດຳລົງຊີວິດປົກກະຕິເຮັດໃຫ້ການຕິດເຊື້ອໄປສູ່ຄົນໃນຄອບຄົວ ແລະ ຄົນອ້ອມຂ້າງ ແລະຮ້າຍແຮງໄປກວ່ານັ້ນ ເຮັດໃຫ້ຄົນໃນຄອບຄົວມີອາການໜັກ ຫຼື ເຖີງຂັ້ນເສຍຊີວິດໄດ້. ສຳລັບຄົນເຈັບຕິດເຊື້ອຜູ້ທີ່ມີອາການເບົາບາງທີ່ປີ່ນປົວຕົນເອງຢູ່ບ້ານກໍ່ຂໍໃຫ້ປະຕິບັດການປີ່ນປົວຢ່າງເຄັ່ງຄັດໃຫ້ຄົບກຳນົດ 14 ວັນ, ຖ້າທ່ານມີອາການໜັກຜິດປົກກະຕິກໍ່ໃຫ້ຕິດຕໍ່ຫາສາຍດ່ວນ 164 ຢ່າງຮີບດ່ວນເພື່ອໄປປີ່ນປົວຢູ່ໂຮງໝໍ. ອີກເທື່ອໜື່ງ ຂ້າພະເຈົ້າຂໍແຈ້ງໃຫ້ບັນດາທ່ານຈົ່ງມີສະຕິເປັນເຈົ້າການນຳກັນໃນການປ້ອງກັນຕົນເອງ ແລະ ຄົນໃນຄອບຄົວ ຖ້າພົບໃຜຄົນໜື່ງໃນຄອບຄົວກວດພົບເຊື້ອເຖິງວ່າຈະກວດເຄື່ອງວກວດແບບໄວດ້ວຍຕົນເອງບໍ່ຂື້ນເປັນ 2 ຂີດ ແຕ່ກໍ່ຂໍໃຫ້ທຸກຄົນໃນຄອບຄົວຈົ່ງພ້ອມກັນໄປເກັບຕົວຢ່າງໃນສະຖານທີ່ກວດຫາເຊື້ອໂດຍໄວ ເພາະຖ້າທ່ານກວດພົບເຊື້ອໄວກໍ່ຈະປີ່ນປົວໄດ້ໄວ ແລະ ຫຼີກລ້ຽງການສູນເສຍຊີວິດ.
• ຂໍຮຽກຮ້ອງໃຫ້ຜູ້ຕິດເຊື້ອ ຈົ່ງສະແດງທາມລາຍໃຫ້ລະອຽດບໍ່ປົກປິດອາຊີບ ປົກປິດບຸກຄົນ ແລະ ສະຖານທີ່ ທີ່ທ່ານໄດ້ພົວພັນໃນ 14ວັນຜ່ານມາກ່ອນຮູ້ວ່າຕົນຕິດເຊື້ອ. ການປົກປິດ ຫຼື ບອກຂໍ້ມູນບໍ່ລະອຽດ ເຮັດໃຫ້ຜູ້ໄກ້ຊິດກັບຜູ້ຕິດເຊື້ອຈໍານວນໜຶ່ງອາດນໍາເຊື້ອໄປແຜ່ໃນຊຸມຊົນຫຼາຍຂື້ນແບບບໍ່ເຈດຕະນາ. ສໍາລັບຜູ້ທີ່ເປັນ C1 ຄວນແຍກ ກັກໂຕເອງຢູ່ເຮືອນທັນທີ ຢູ່ຫ້ອງຄົນດຽວ ບໍ່ກິນຮ່ວມໃຜ – ທ່ານຕ້ອງລະວັງແລະ ຕິດຕາມຕົນເອງໃຫ້ດີທີ່ສຸດ ເພາະທ່ານຍັງບໍ່ຮູ້ວ່າຕົນຕິດ ຫຼື ບໍ່ຕິດເຊື້ອ; ຖ້າຕ້ອງອອກໄປກວດໃນຈຸດບໍລິການຕ່າງໆ ທ່ານທີ່ເປັນ C1 ຕ້ອງລະມັດລະວັງການແຜ່ເຊື້ອໃສ່ຄົນອື່ນດ້ວຍຄວາມຮັບຜິດຊອບສູງ. ພ້ອມດຽວກັນ C1ຕ້ອງແຈ້ງໃຫ້ທຸກຄົນທີ່ເປັນ C2 ທີ່ພົວພັນກັບຕົນເອງຮັບຊາບ ເພື່ອເຝົ້າລະວັງຕົນເອງຢ່າງເຄັ່ງຄັດ. ໃນໄລຍະກັກຕົວ ທ່ານໄດ້ມີອາການໃດໜຶ່ງ ສົງໃສຄ້າຍຄືຕິດເຊື້ອໂຄວິດ ທ່ານຄວນລາຍງານໄປທາງສາຍດ່ວນ 165 ຫຼື 166 ທັນທີ.
• ອີກເທື່ອໜຶ່ງ ຂໍແຈ້ງບັນດາທ່ານຊາບວ່າ ສຳລັບຜູ້ທີ່ສັກວັກຊີນ ຄົບ 5 ເດືອນຂຶ້ນໄປ ແມ່ນສາມາດໄປສັກເຂັມ 3 ຫຼື ເຂັມກະຕຸ້ນໄດ້ ແລະ ມີພຽງແຕ່ ວັກຊີນAstra Zeneca ເທົ່ານັ້ນ ທີ່ໃຫ້ບໍລິການທ່ານ.
• ມາຮອດມື້ນີ້ ທົ່ວປະເທດ ສັກວັກຊີນສະສົມ:
– ເຂັມ1 ໄດ້ 4.547.118 ຄົນ (ກວມເອົາ 61,97 %)
– ທຸກເຂັມທີ່ແນະນໍາ 3.562.854ຄົນ (ກວມເອົາ 48,56%)
– ກຸ່ມອາຍຸ 12-17 ປີ ໄດ້ 460.168 ຄົນ (ເຂັມ 1 = 53,2%)