ວັນທີ 28 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5,045 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 929 ຄົນ (ຕິດເຊື້ອພາຍໃນມີ 928 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 928 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງ ເຊິ່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 279 ຄົນ:ມາຈາກ 118 ບ້ານ, ໃນ 8 ເມືອງ
• ເມືອງຈັນທະບູລີ ມີ 12 ບ້ານ (18 ຄົນ)
• ເມືອງສີໂຄດຕະບອງ ມີ 19 ບ້ານ (45 ຄົນ)
• ເມືອງໄຊເສດຖາ ມີ 24 ບ້ານ (79 ຄົນ)
• ເມືອງສີສັດຕະນາກ ມີ 13 ບ້ານ (24 ຄົນ)
• ເມືອງນາຊາຍທອງ ມີ 17 ບ້ານ (32 ຄົນ)
• ເມືອງໄຊທານີ ມີ 21 ບ້ານ (57 ຄົນ)
• ເມືອງຫາດຊາຍຟອງ ມີ 11 ບ້ານ (22 ຄົນ)
• ເມືອງ ປາກງື່ມ ມີ 01 ບ້ານ (01 ຄົນ)
• ຕ່າງແຂວງ ມີ 01 ຄົນ
2. ຫຼວງພະບາງ ມີ 70 ຄົນ ໃນ 30 ບ້ານ ແລະ 6 ເມືອງ
3. ແຂວງວຽງຈັນ ມີ 114 ຄົນ ໃນ 27 ບ້ານ ແລະ 8 ເມືອງ
4. ຫຼວງນ້ຳທາ ມີ 15 ຄົນ ໃນ 11 ບ້ານ ແລະ 2 ເມືອງ
5. ຜົ້ງສາລີ ມີ 38 ຄົນ ໃນ 7 ບ້ານ ແລະ 2 ເມືອງ
6. ໄຊຍະບູລີ ມີ 59 ຄົນ ໃນ 10 ບ້ານ ແລະ 1 ເມືອງ
7. ຈຳປາສັກ ມີ 51 ຄົນ ໃນ 29 ບ້ານ ແລະ 6 ເມືອງ
8. ອຸດົມໄຊ ມີ 39 ຄົນ ໃນ 18 ບ້ານ ແລະ 4 ເມືອງ
9. ເຊກອງ ມີ 4 ຄົນ ໃນ 2 ບ້ານ ແລະ 1 ເມືອງ
10. ບໍລິຄຳໄຊ ມີ 16 ຄົນ ໃນ 8 ບ້ານ ແລະ 4 ເມືອງ
11. ຄຳມ່ວນມີ 17 ຄົນໃນ12ບ້ານ ແລະ 2 ເມືອງ
12. ສະຫວັນນະເຂດ ມີ 53 ຄົນ ໃນ 20 ບ້ານ ແລະ 6 ເມືອງ
13. ບໍ່ແກ້ວ ມີ 60 ຄົນ ໃນ 27 ບ້ານ ແລະ 5 ເມືອງ
14. ສາລະວັນ ມີ 17 ຄົນໃນ 7 ບ້ານ ແລະ 2 ເມືອງ
15. ຊຽງຂວາງ ມີ 31 ຄົນ ໃນ 12 ບ້ານ ແລະ 2 ເມືອງ
16. ຫົວພັນ ມີ 27 ຄົນ ໃນ 17 ບ້ານ ແລະ 3 ເມືອງ
17. ໄຊສົມບູນມີ 10 ຄົນ ໃນ 4 ບ້ານ ແລະ 2 ເມືອງ
18. ອັດຕະປື ມີ 28 ຄົນ ໃນ 9 ບ້ານ ແລະ 4 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 01 ຄົນ ຈາກ ບໍລິຄຳໄຊ, ເຊິ່ງໄດ້ຖືກເກັບຕົວຢ່າງແລະສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.
• ມາຮອດວັນທີ 29 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 72,447 ຄົນ, ເສຍຊີວິດສະສົມ 166 ຄົນ(ໃໝ່ 07), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 581 ຄົນ, ກໍາລັງປິ່ນປົວ 11,598 ຄົນ.
 ລາຍລະອຽດຜູ້ເສຍຊີວິດໃໝ່ 07 ຄົນ ມີດັ່ງນີ້:
1). ເພດຊາຍ, ອາຍຸ 83 ປີ, ອາຊີບ: ພະນັກງານບຳນານ, ບ້ານຊຳເຄ້, ເມືອງໄຊເສດຖາ, ນະຄອນຫລວງ
– ພະຍາດປະຈໍາຕົວ: ພະຍາດຫົວໃຈ, ພະຍາດປອດ ແລະຄວາມດັນເລືອດສູງ
– ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
– ວັນທີ 18 ພະຈິກ: ກວດພົບເຊື້ອໂຄວິດ
– ວັນທີ 28 ພະຈິກ: ເສຍຊີວິດ
2). ເພດຊາຍ, ອາຍຸ 62 ປີ, ອາຊີບ: ພະນັກງານບຳນານ, ບ້ານຫນອງພະຍາ, ເມືອງໄຊທານີ, ນະຄອນຫລວງ
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ພະຍາດຫົວໃຈ
– ສັກຢາວັກຊີນຄົບ
– ວັນທີ 19 ພະຈິກ: ກວດພົບເຊື້ອໂຄວິດ
– ວັນທີ 28 ພະຈິກ: ເສຍຊີວິດ
3. ເພດຍິງ, ອາຍຸ 55 ປີ, ອາຊີບ: ແມ່ເຮືອນ, ບ້ານນາຜົງ, ເມືອງຫີນເຫີບ, ແຂວງວຽງຈັນ
– ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງແລະ ໄຂ່ຫລັງຊຸດໂຊມຊຳເຮື້ອ
– ວັນທີ 27 ພະຈິກ: ກວດພົບເຊື້ອໂຄວິດ
– ວັນທີ 28 ພະຈິກ: ເສຍຊີວິດ
4). ເພດຍິງ, ອາຍຸ 50 ປີ, ບ້ານ ແສງສະຫວ່າງ, ເມືອງໄຊເສດຖາ, ນະຄອນຫລວງ
– ພະຍາດປະຈໍາຕົວ: ພະຍາດເບົາຫວານ
– ສັກຢາວັກຊີນຄົບ
– ວັນທີ 13 ພະຈິກ: ກວດພົບເຊື້ອໂຄວິດ
– ວັນທີ 28 ພະຈິກ: ເສຍຊີວິດ
5). ເພດຊາຍ, ອາຍຸ 67 ປີ, ບ້ານທ່າມ່ວງ, ເມືອງຫາດຊາຍຟອງ, ນະຄອນຫລວງ
– ພະຍາດປະຈໍາຕົວ: ເບົາຫວານແລະຄວາມດັນເລືອດສູງ
– ສັກວັກຊີນຄົບ
– ວັນທີ 26 ພະຈິກ: ກວດພົບເຊື້ອໂຄວິດ
– ວັນທີ 28 ພະຈິກ: ເສຍຊີວິດ
6). ເພດຊາຍ, ອາຍຸ 54 ປີ, ບ້ານນາໄຫ, ເມືອງຫາດຊາຍຟອງ, ນະຄອນຫລວງ
– ພະຍາດປະຈໍາຕົວ: ເບົາຫວານ
– ສັກວັກຊີນຄົບ
– ວັນທີ 25 ພະຈິກ: ກວດພົບເຊື້ອໂຄວິດ
– ວັນທີ 28 ພະຈິກ: ເສຍຊີວິດ
7). ເພດຍິງ, ອາຍຸ 67 ປີ, ບ້ານນາໄຫ, ເມືອງນາຊາຍທອງ, ນະຄອນຫລວງ
– ສັກວັກຊີນຄົບ
– ວັນທີ 22 ພະຈິກ: ກວດພົບເຊື້ອໂຄວິດ
– ວັນທີ 28 ພະຈິກ: ເສຍຊີວິດ
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່: ມີຄື
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ມ.ສ ເຈົ້າອານຸວົງ
 ທີມກວດເຄື່ອນທີ່:
– 01ທີມ ຂອງສາທາເມືອງໄຊທານີ
– 01ທີມ ຂອງສາທາເມືອງ ສີສັດຕະນາກ
– 01ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ສູນການຄ້າລາວ-ໄອເຕັກ (ເປີດ ວັນຈັນ ຫາ ວັນສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
• ບ້ານແດງໃນທົ່ວປະເທດ ມີ: 1,102 ບ້ານ 101 ເມືອງ ແລະ 17 ແຂວງ ແລະ ນະຄອນຫຼວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ມີ 19 ບ້ານ, 13 ເມືອງ ແລະ 6 ແຂວງ
ສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆບັນດາທ່ານສາມາດຕິດຕາມໄດ້ທີ່ເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ.
Loading...