ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
⮚ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 28 ເມສາ 2022 ໄດ້ກວດວິເຄາະທັງໝົດ 1,972 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 315 ຄົນ (ຕິດເຊື້ອພາຍໃນ 306 ຄົນ ແລະ ນໍາເຂົ້າ 9 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 207,196 ຄົນ (ຕິດເຊື້ອພາຍໃນ 191,275 ຄົນ ແລະ ນໍາເຂົ້າ 15,921 ຄົນ ), ອອກໂຮງໝໍວານນີ້ 49 ຄົນ, ກຳລັງປິ່ນປົວ 1.075 ຄົນ ແລະ ເສຍຊີວິດສະສົມ ທັງໝົດ 743 ຄົນ (ເສຍຊີວິດໃໝ່ 3 ຄົນ ຢູ່ນະຄອນຫຼວງ 1 ຄົນ, ຄຳມ່ວນ 1 ຄົນ ແລະ ຫຼວງພະບາງ 1 ຄົນ)
ຂ້າພະເຈົ້າຂໍສະແດງຄວາມເສຍໃຈມານຳຄອບຄົວຜູ້ເສຍຊີວິດ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບມານະທີ່ນີ້ດ້ວຍ.
 
– ສຳລັບ ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈຳນວນ 306 ຄົນ ແມ່ນມາຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງຕໍ່ໄປນີ້:
1 ນະຄອນຫຼວງ 189 ຄົນ
2 ວຽງຈັນ 29 ຄົນ
3 ຫຼວງພະບາງ 13 ຄົນ
4 ສະຫັວນນະເຂດ 12 ຄົນ
5 ຫົວພັນ 9 ຄົນ
6 ຄໍາມ່ວນ 7 ຄົນ
7 ອຸດົມໄຊ 7 ຄົນ
8 ສາລະວັນ 6 ຄົນ
9 ໄຊຍະບູລີ 6 ຄົນ
10 ອັດຕະປື 6 ຄົນ
11 ບໍລິຄໍາໄຊ 5 ຄົນ
12 ຊຽງຂວາງ 5 ຄົນ
13 ຈໍາປາສັກ 3 ຄົນ
14 ບໍ່ແກ້ວ 3 ຄົນ
15 ຜົ້ງສາລີ 2 ຄົນ
16 ໄຊສົມບູນ 2 ຄົນ
17 ເຊກອງ 2 ຄົນ
– ສໍາລັບການຕິດເຊື້ອນໍາເຂົ້າ ມີ 9 ຄົນ ຈາກ ນະຄອນຫຼວງ 3 ຄົນ, ສະຫັວນນະເຂດ 1 ຄົນ, ຄຳມ່ວນ 2 ຄົນ ແລະ ຈໍາປາສັກ 3 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
ມາຍັງບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຕໍ່ໄປນີ້ຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
● ຢູ່ບັນດາ ແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
● ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
⮚ ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
● ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
● ຢູ່ນະຄອນຫຼວງວຽງຈັນມີ ຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ໂຮງໝໍເມືອງ 9 ຕົວເມືອງ
– ນອກນັ້ນ ຍັງມີຈຸດບໍລິການວັກຊີນ ເປີດໃຫ້ບໍລິການທ່ານຄື ວັດຈີນດົງປ່າແຫຼບ(ຈັນ ຫາ ສຸກ ໃນໂມງລັດຖະການ), ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ, ເມືອງຈັນທະບູລີ (ຈັນ ຫາ ພະຫັດ ເປີດບໍລິການໃນໂມງລັດຖະການ).
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ມື້ນີ້ ທົ່ວໂລກມີລາຍງານ ຜູ້ຕິດເຊື້ອໃໝ່ 612,745 ຄົນ , ເຫັນວ່າຕົວເລກລາຍງານສືບຕໍ່ ຫຼຸດລົງຢ່າງຕໍ່ເນື່ອງ , ແຕ່ປະເທດທີ່ມີການລາຍງານ ຜູ້ຕິດເຊື້ອ ໃໝ່ສູງສຸດກໍມີເຖິງ 119,632 ຄົນ ຄື ປະເທດເຍຍລະມັນ , ສ່ວນບັນດາ ປະເທດອ້ອມຂ້າງ ສປປລາວ ແມ່ນຍັງ ມີການລາຍງານຜູ້ຕິດເຊື້ອໃໝ່ໃນແຕ່ລະວັນ ປະເທດທີ່ມີການຕິດເຊື້ອໃໝ່ສູງ ແມ່ນ ປະເທດໄທ ,ມີເຖິງ 119,832 ຄົນ
• ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ໂຕເລກການຕິດເຊື້ອປະຈໍາວັນຍັງສືບຕໍ່ລຸດລົງ ແລະ ສາຍພັນທີ່ກຳລັງຈໍລະຈອນລະບາດໃນບ້ານເຮົາປັດຈຸບັນກໍ່ຍັງແມ່ນສາຍພັນໂອໄມ ຄຣອນເປັນສ່ວນໃຫ່ຍ, ໄລຍະເວລາ 1 ອາທິດຜ່ານມາ ຈຳນວນໂຕເລກຜູ້ຕິດເຊື້ອໃໝ່ທັງໝົດ 2,304 ຄົນ ໄລສະເລ່ຍປະມານ 300 ຄົນ/ມື້, ເຫັນວ່າຫຼຸດລົງຫຼາຍທຽບໃສ່ໄລຍະທີ່ມີການລະ ບາດສາຍພັນໂອໄມຄຣອນໃນຊ່ວງເດືອນມີນາ- ເມສາ (ມີຄົນເຈັບຕິດເຊື້ອສະເລ່ຍ 2,000 ຄົນ/ວັນ) ສາເຫດທີ່ໂຕເລກລາຍງານຜູ້ຕິດເຊື້ອຫຼຸດລົງກໍແມ່ນ ຍ້ອນ ການຮ່ວມມີຂອງທຸກຄົນໃນກາປະຕີບັດມາດຕະການ ຄວບຄຸມພະຍາດ ຢ່າງເຂັ້ມງວດ ສົມທົບກັບ ກຸ່ມຄົນຈຳນວນຫຼາຍໃນສັງຄົມມີພູມຄຸ້ມກັນ ຂອງຮ່າງກາຍ ບໍ່ວ່າຈະ ໄດ້ຈາກການໄດ້ຮັບວັກຊີນ ຫຼື ຜູ້ທີ່ເຄີຍຕິດເຊື້ອພະຍາດ ໂຄວີດ ເຮັດໃຫ້ ຮ່າງກາຍມີພູມຄຸ້ມກັນ ເຊິ່ງກໍ່ແມ່ນ ເປັນສັນຍານທີ່ດີຕໍ່ກັບແຜນການກະກຽມທີ່ຈະເປີດເສັ້ນທາງທ່ອງທ່ຽວສີຂຽວໄລຍະ 2 ແລະ ການປະເທດຢ່າງເຕັມຮູບແບບໃນໄວໄວນີ້
• ເຊິ່ງໃນການ ເປີດການຕ້ອນຮັບທ່ອງທ່ຽວສີຂຽວ ໄລຍະ 2 ນີ້ , ທາງຄະນະສະເພາະກິດ ກໍ່ໄດ້ມີການປະເມີນທົບທວນຄືນ ແລະ ຖອດຖອນບົດຮຽນຈາກການ ຈັດຕັ້ງປະຕິບັດໃນໄລຍະ ທີ່ 1 ທີ່ຜ່ານມາ ເປັນບ່ອນອີງໃນການ ປັບປຸງບາງເງື່ອນໄຂ ແລະ ບາງ ມາດຕະການ ເພື່ອອຳນວຍຄວາມສະດວກໃຫ້ຜູ້ທີ່ເຂົ້າມາທ່ອງທ່ຽວໃນປະເທດ ທັງເປັນການດຶງດູດການທ່ອງທ່ຽວໃນປະເທດໃຫ້ນັບມື້ດີຂື້ນ
• ບັນດາທ່ານ ທີ່ນັບຖື ໃນສະພາບການລະບາດຂອງພະຍາດ ໄລຍະນີ້ພວກເຮົາທຸກຄົນ ຍັງຕ້ອງສືບຕໍ່ປັບຕົວໃຫ້ສອດຄ່ອງກັບ ການດຳລົງຊີວິດປົກກະຕິແບບໃໝ່ ເພື່ອຮຽນຮູ້ການຢູ່ຮ່ວມກັບໂຄວິດ-19ຢ່າງປອດໄພຕໍ່ຕົນເອງ ແລະ ທຸກຄົນໃນສັງຄົມ ,
• ປະຈຸບັນ ການຕິດເຊື້ອແມ່ນ ພົບໃນທຸກກຸ່ມອາຍຸລວມທັງເດັກນ້ອຍທີ່ມີອາຍຸຕ່ຳກ່ວາ 5 ປີ ເຊີ່ງເປັນໄວທີ່ຍັງບໍ່ຮອດເກນອາຍຸຮັບການສັກຢາວັກຊີນປ້ອງກັນ ພະຍາດໂຄວິດ 19 ສົມທົບກັບໄລຍະນີ້ກໍ່ໄດ້ ຄ່ອຍເລີ້ມ ມີການເປີດການຮຽນ-ການສອນເປັນປົກກະຕິເພື່ອໃຫ້ເດັກນ້ອຍໄດ້ເຂົ້າໂຮງຮຽນຕາມໄວອາຍຸ ເຊີ່ງບັນດາ ໂຮງຮຽນທີ່ເປີດນັ້ນ ກໍ່ໄດ້ ມີການ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຕາມມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ແຕ່ກໍ່ຂໍໃຫ້ພໍ່ແມ່ຜູ້ປົກຄອງຈົ່ງໝັ່ນສັງເກດອາການລູກຫຼານຕົນເອງ ເພາະເດັກອາດຈະບໍ່ຮູ້ປະຕິບັດມາດຕະການປ້ອງກັນຕົນເອງ ໄດ້ດີເທົ່າທີ່ຄວນ ຖ້າເດັກນ້ອຍບໍ່ສະບາຍຫຼືມີອາການຄ້າຍຄືໄຂ້ຫວັດກໍ່ໃຫ້ພາລູກຫຼານໄປກວດໂດຍທັນທີ ແລະ ຢຸດການໄປໂຮງຮຽນຊົ່ວຄາວ ທັງນີ້ກໍ່ເພື່ອໃຫ້ສາມາດກວດພົບການຕິດເຊື້ອພະຍາດໄດ້ໄວ ຫຼີກລຽງແຜ່ເຊື້ອໃສ່ເດັກຄົນອື່ນໃນຫ້ອງຮຽນ ແລະ ເດັກກໍຈະໄດ້ຮັບການປີ່ນປົວຮັກສາໃຫ້ທັນເວລາ
● ຄືທີ່ຮູ້ນຳກັນວ່າ ປະຈຸບັນມີນະໂຍບາຍໃຫ້ຜູ້ຕິດເຊື້ອທີ່ບໍ່ມີອາການ ຫຼື ມີ ອາການເບົາບາງສາມາດ ຕິດຕາມ ປີ່ນປົວຕົນເອງຢູ່ເຮືອນ ດັ່ງນັ້ນ ຜູ້ທີ່ ນຳໃຊ້ ເຄື່ອງກວດແບບໄວ ດ້ວຍຕົນເອງ ຖ້າຜົນກວດ ຂື້ນເປັນ 2 ຂີດຖືວ່າທ່ານຕິດເຊື້ອ ໂຄວີດ 19 ຂໍໃຫ້ທ່ານ
o ລາຍງານຜົນກວດພົບເຊື້ອຕົນເອງດ້ວຍການໂທແຈ້ງສາຍດ່ວນ 164 ເພື່ອໃຫ້ເຈົ້າໜ້າທີ່ປະເມີນສະພາບ ອາການຂອງທ່ານວ່າ ສາມາດເຂົ້າກັບເງື່ອນໄຂ ທີ່ຈະປິ່ນປົວຢູ່ເຮືອນ ໄດ້ບໍ ແລະ ລົງທະບຽນເອົາລະຫັດຄົນເຈັບຂອງທ່ານໄວ້ເພື່ອສະດວກໃນການປະສານງານເວລາທີ່ທ່ານມີອາການໜັກຂື້ນເພື່ອໃຫ້ລົດຮັບສົ່ງໄປປີ່ນປົວຢູ່ໂຮງໝໍ ຫຼື ສະຖານທີ່ກຳນົດໄວ້ຢ່າງທັນເວລາ,
o ຫຼື ທ່ານສາມາດລົງທະບຽນ ເພື່ອແຈ້ງຜົນກວດໂຄວິດເປັນບວກໄດ້ດ້ວຍຕົນເອງຜ່ານທາງມືືຖືໄດ້ ໂດຍການກົດລິ້ງ https://forms.gle/wNJ7uTWH1i22onPm7 ເຊິ່ງທ່ານສາມາດ ເຂົ້າໄປຊອກລິ້ງດັ່ງກ່າວ ໄດ້ທີ່ ເຟດບຸກຂອງສູນຂ່າວສານການແພດສຸຂະສຶກສາເມື່ອສຳເລັດການລົງທະບຽນ ເຈົ້າໜ້າທີ່ກ່ຽວຂ້ອງ ຈະຕິດຕໍ່ທ່ານ ເພື່ອສົງລະຫັດຄົນເຈັບ ໃຫ້ທ່ານ ພ້ອມທັງ ໃຫ້ຄຳປຶກສາ ແລະ ຕິດຕາມອາການຂອງທ່ານ ໃນໄລຍະທີ່ປິ່ນປົວຢູ່ເຮືອນ