ສະພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາໃນມື້ວານ ວັນທີ 2 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3,234 ຕົວຢ່າງ ໃນຂອບເຂດທົ່ວປະເທດແລະພົບເຊື້ອທັງໝົດ 400 ຄົນ (ຕິດເຊື້ອພາຍໃນມີ 397 ຄົນ ແລະ ຕິດເຊື້ອນໍາເຂົ້າ 03 ຄົນ)ດັ່ງນັ້ນຜູ້ຕິດເຊຶ້ອ ພະຍາດໂຄວິດ 19 ສະສົມໃນສປປລາວຮອດປະຈຸບັນ ແມ່ນ 135.301 ຄົນ, ເສຍຊີວິດສະສົມ 558 ຄົນ (ໃນນີ້ເສຍຊີວິດໃໝ່ 5 ຄົນ), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 697 ຄົນ, ກໍາລັງປິ່ນປົວ 5235 ຄົນ.
ຈຳນວນຕົວເລກ ການຕິດເຊືື້ອໃໝ່ພາຍໃນປະເທດມື້ວານນີ້ ທັງໝົດມີ 397 ຄົນ ຈາກ ນະຄອນຫຼວງວຽງຈັນແລະ 16 ແຂວງ ມີດັ່ງນີ້:
1 ນະຄອນຫຼວງ 80 ຄົນ
2 ຊຽງຂວາງ 44 ຄົນ
3 ຫົວພັນ 37 ຄົນ
4 ບໍລິຄໍາໄຊ 28 ຄົນ
5 ວຽງຈັນ 26 ຄົນ
6 ໄຊຍະບູລີ 26 ຄົນ
7 ອັດຕະປື 26 ຄົນ
8 ສາລະວັນ 22 ຄົນ
9 ໄຊສົມບູນ 21 ຄົນ
10 ຫຼວງພະບາງ 16 ຄົນ
11 ເຊກອງ 16 ຄົນ
12 ຜົ້ງສາລີ 13 ຄົນ
13 ສະຫັວນນະເຂດ 12 ຄົນ
14 ອຸດົມໄຊ 12 ຄົນ
15 ຈໍາປາສັກ 6 ຄົນ
16 ຄໍາມ່ວນ 6 ຄົນ
17 ບໍ່ແກ້ວ 6 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີ 03 ຄົນ ຈາກນະຄອນຫຼວງວຽງຈັນ 2 ຄົນ ແລະ ບໍລິຄໍາໄຊ 01 ຄົນ, ທຸກຄົນໄດ້ເກັບຕົວຢ່າງ ແລະ ເຂົ້າຈຳກັດບໍລິເວນໃນສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນຈະກວດພົບເຊື້ອ.
ສຳລັບຄົນທີ່ເສຍຊີວິດໃໝ່ 05 ຄົນ ຈາກ: ນະຄອນຫຼວງວຽງຈັນ 2 ຄົນ,ແຂວງວຽງຈັນ 01 ຄົນ, ແຂວງອຸດົມໄຊ 01 ຄົນ ແລະ ບໍລິຄໍາໄຊ 01 ຄົນ.
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ຢູ່ນະຄອນຫຼວງວຽງຈັນແມ່ນມີ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່ຢູ່ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍ 5 ເມສາ, ໂຮງໝໍແມ່ແລະເດັກເກີດໃໝ່ແລະໂຮງໝໍເດັກ).
ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນ
• ຢູ່ບັນດາແຂວງມີ : ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
• ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ນອກນັ້ນຍັງມີຈຸດສັກຢາເພີ້ມ ( ເປີດວັນຈັນ – ວັນສຸກ ໃນໂມງລັດຖະການ)
• ວັດຈີນ ບ້ານດົງປ່າແລບ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
• ສູນການຄ້າລາວ-ໄອເຕັກ
• ເຊິ່ງ ປະຈຸບັນ ປະເທດຂອງພວກເຮົາກໍ່ແມ່ນສືບຕໍ່ ເອົາໃຈໃສ່ໃນການເລັ່ງໃຫ້ສັກວັກຊີນ ໃນຂອບເຂດທົ່ວປະເທດ ຂໍໃຫ້ ທຸກຄົນຈົ່ງໄດ້ເອົາໃຈໃສ່ ໃນການນຳພາລູກຫຼານ ແລະ ຄົນໃນຄອບຄົວໃຫ້ໄດ້ ໄປຮັບວັກຊີນຄົບເພື່ອເຮັດໃຫ້ການ ສັກວັກຊິນປົກຄຸມໃນປວງຊົນທຸກກຸ່ມຄົນ ໃຫ້ໄດ້ຫຼາຍທີ່ສຸດ ເພື່ອຫຼຸດຜ່ອນຈຳນວນຜູ້ຕິດເຊື້ອໃໝ່, ຫຼຸດຜ່ອນຜູ້ທີ່ເຈັບເປັນ ແລ້ວມີອາການໜັກ ທີ່ຈະນຳພາໄປເຖິງຂັ້ນ ເສຍຊີວິດໄດ້
• ມາຮອດປະຈຸບັນ ສປປ ລາວ ເຮົາ ໄດ້ສັກວັກຊີນເຂັມທີ 1 ແມ່ນ 4,756,724 ກວມເອົາ 64,83% ແລະ ເຂັມ 2 ແມ່ນ 4,122,683 ກວມເອົາ 56,18% ແລະໃນກຸ່ມອາຍຸ 12-17 ປີສັກເຂັມທີ 1 ໄດ້531,581 ຄົນ ກວມເອົາ 61,4 %ແລະ ເຂັມ 2 ສັກໄດ້ 365,260 ຄົນ ກວມເອົາ 40,2 %