ວັນທີ 02 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6.602 ຕົວຢ່າງ, ໃນນັ້ນກວດພົບຜູ້ຕິດເຊືື້ອໃໝ່ 1.062 ຄົນ (ຕິດເຊື້ອພາຍໃນມີ 1.053 ຄົນ ແລະ ຕິດເຊື້ອນໍາເຂົ້າ 09 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.053 ຄົນ ຈາກ 13 ແຂວງເຊິ່ງລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 517 ຄົນ:ມາຈາກ 247 ບ້ານ, ໃນ 9 ເມືອງ
1). ເມືອງຈັນທະບູລີ ມີ 65 ຄົນ 32 ບ້ານ
2). ເມືອງສີໂຄດຕະບອງ ມີ 81 ຄົນ ມີ 47 ບ້ານ
3). ເມືອງໄຊເສດຖາ ມີ 107 ຄົນ ແລະ 44 ບ້ານ
4). ເມືອງສີສັດຕະນາກ ມີ 75 ຄົນ ມີ 30 ບ້ານ
5). ເມືອງນາຊາຍທອງ ມີ 35 ຄົນ ມີ 16 ບ້ານ
6). ເມືອງໄຊາທານີ ມີ 82 ຄົນ ມີ 41 ບ້ານ
7). ເມືອງຫາດຊາຍຟອງ ມີ 47 ຄົນ ມີ 31 ບ້ານ
8). ເມືອງປາກງື່ມ ມີ 03 ຄົນ 03 ບ້ານ
9). ເມືອງສັງທອງ ມີ 05 ຄົນ ມີ 03 ບ້ານ
ສືບຕໍ່ເກັບກໍາຂໍ້ມູນ 17 ຄົນ
2. ຫຼວງພະບາງ: 122 ຄົນ ມາຈາກ 19 ບ້ານ, ໃນ 4 ເມືອງ
3. ບໍ່ແກ້ວ: 53 ຄົນ ມາຈາກ 12 ບ້ານ, ໃນ 3 ເມືອງ
4. ອຸດົມໄຊ: 24 ຄົນ ມາຈາກ 10 ບ້ານ, ໃນ 1 ເມືອງ
5. ຫຼວງນໍ້າທາ: 134 ຄົນມາຈາກ 35 ບ້ານ, ໃນ 4 ເມືອງ
6. ວຽງຈັນ: 100 ຄົນ ມາຈາກ 23 ບ້ານ, ໃນ 6 ເມືອງ
7. ຊຽງຂວາງ: 1 ຄົນ ມາຈາກ 1 ບ້ານ, ໃນ 1 ເມືອງ
8. ໄຊສົມບູນ: 13 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ
9. ຄໍາມ່ວນ: 20 ຄົນ ມາຈາກ 9 ບ້ານ, ໃນ 2 ເມືອງ
10. ສາລະວັນ: 5 ຄົນ ມາຈາກ 3 ບ້ານ, ໃນ 2 ເມືອງ
11. ສະຫວັນນະເຂດ: 20 ຄົນ ມາຈາກ 9 ບ້ານ, ໃນ 4 ເມືອງ
12. ຈໍາປາສັກ: 26 ຄົນ ມາຈາກ 11 ບ້ານ, ໃນ 5 ເມືອງ
13. ເຊກອງ: 18 ຄົນ ມາຈາກ 8 ບ້ານ, ໃນ 1 ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 09 ຄົນ: 5 ຄົນຈາກແຂວງໄຊຍະບູລີ, 03 ຄົນຈາກ ນະຄອນຫຼວງວຽງຈັນ ແລະ 1 ຄົນຈາກແຂວງຈໍາປາສັກ, ບຸກຄົນດັ່ງກ່າວນີ້ແມ່ນໄດ້ເກັບຕົວຢ່າງແລະສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 02 ພະຈິກຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 42.891ຄົນ, ເສຍຊີວິດສະສົມ 73 ຄົນ(ໃໝ່ 03), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 348 ຄົນ, ກໍາລັງປິ່ນປົວ7.864 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:
ຜູ້ທີ 1: ເພດຊາຍ, ອາຍຸ 75 ປີ, ອາຊີບ: ປະຊາຊົນ, ບ້ານຢູ່ປະຈຸບັນບ້ານນາແພງ, ເມືອງທຸລະຄົມ, ແຂວງວຽງຈັນ
– ພະຍາດປະຈໍາຕົວ: ຄົນເຈັບເປັນອໍາມະພາດ, ບໍ່ໄດ້ສະຕິ, ຍ່າງບໍ່ໄດ້ 1 ປີແລ້ວ, ຮ່າງກາຍຈ່ອຍຜ່ອມ
– ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
– ວັນທີ 31 ຕຸລາ 2021: ພັນລະຍາຂອງຜູ້ກ່ຽວອາຍຸ 65 ປີ ກວດພົບເຊື້ອ
– ວັນທີ 01 ພະຈິກ 2021: ລູກສາວ, ລູກເຂີຍແລະຫຼານຊາຍກວດພົບເຊື້ອໂຄວິດ-19 ເຊັ່ນກັນ
– ວັນທີ 02 ພະຈິກ 2021 ເວລາ 11:25 ໂມງ: ທີມງານແພດໄດ້ເກັບຕົວຢ່າງຜູ້ກ່ຽວແລະຜົນກວດແມ່ນພົບເຊື້ອ. ຜູ້ກ່ຽວບໍ່ຕອບສະໜອງ, ແທກຄວາມດັນເລືອດບໍ່ໄດ້ແລະມາຮອດເວລາ 11:30ໂມງຜູ້ກ່ຽວກໍເສຍຊີວິດຢູ່ເຮືອນຜູ້ກ່ຽວເອງ
ຜູ້ທີ 2:ເປັນເພດຊາຍ, ອາຍຸ 69 ປີ, ອາຊິບ: ຊາວນາ, ບ້ານດົງເຫັນ, ເມືອງອາດສະພັງທອງ, ແຂວງສະຫວັນນະເຂດ.
– ພະຍາດປະຈໍາຕົວ: ເຄີຍເປັນພະຍາດIschemic Stroke ມາໄດ້ 4-5 ປີ+ຄວາມດັນເລືອດ + ພະຍາດເບົາຫວານ
– ໄດ້ຮັບການສັກຢາວັກຊີນຄົບ
– ວັນທີ 31 ຕຸລາ 2021: ມາກວດຢູ່ໂຮງໝໍແຂວງດ້ວຍອາການອິດເມື່ອຍ, ເຈັບຫົວ, ປວດຕາມຕົນໂຕ,ມືນຊາຕາມຕີນມືເປັນມາໄດ້ 2-3 ວັນ
– ວັນທີ 01 ຕຸລາ 2021 ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອຈຶ່ງຖືກນຳສົ່ງເຂົ້າມານອນປີ່ນປົວຢູ່ໂຮງໝໍພາກສະໜາມ
– ໄລຍະເວລານອນປີ່ນປົວຄົນເຈັບແຕ່ວັນທີ 31 ຕຸລາ-02 ພະຈິກ 2021 ລວມເປັນ 03 ມື້
– ມາຮອດເວລາ 2:40 ໂມງເຊົ້າຂອງວັນທີ 02 ພະຈິກ 2021: ຄົນເຈັບຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ບໍ່ຕອບສະຫນອງແລະຄົນເຈັບໄດ້ເສຍຊີວິດ
ຜູ້ທີ 3:ເພດຊາຍ, ອາຍຸ 43 ປີ, ອາຊີບ: ປະຊາຊົນ, ສັນຊາດ: ຫວຽດນາມ, ບ້ານຢູ່ປະຈຸບັນ: ໜອງທາ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ
– ພະຍາດປະຈໍາຕົວ: ເປັນພະຍາດເບົາຫວານແລະຄວາມດັນເລືອດສູງ
– ວັນທີ 01 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍ103ດ້ວຍອາການໄຂ້, ໄອ, ອິດເມືອຍແລະຖ່າຍເປັນນໍ້າພ້ອມທັງເກັບຕົວຢ່າງມາກວດພະຍາດໂຄວິດ-19ແລະ ໃຫ້ຜົນບວກ
– ໄລຍະເວລານອນປີ່ນປົວຄົນເຈັບແຕ່ວັນທີ 01-02 ພະຈິກ 2021 ລວມເປັນ 02 ມື້
– ມາຮອດເວລາ 5:30 ໂມງຂອງວັນທີ 02 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່: ມີ
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ມສ ລາວ-ຫວຽດ ແລະ ມ. ສ ເຈົ້າອານຸວົງ
ທີມກວດເຄື່ອນທີ່:
– 01ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາເມືອງສີສັດຕະນາກ
– ສາທາເມືອງນາຊາຍທອງ 02 ທີມ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາອາທິດ)ມີ Sinopharm ເຂັ້ມທີ 1 ແລະ 2, AstraZeneca ເຂັ້ມທີ 1 ແລະ 2ແລະ Johnson and Johnson
4. ໂຮງໝໍເດັກ ເລີມວັນທີ 02 ຫາ 30 ພະຈິກ (ເປີດວັນຈັນ ຫາ ວັນສຸກ) ປະກອບມີ ວັກຊິນ Sinopharm ເຂັ້ມທີ 1 ແລະ 2;AstraZeneca ເຂັ້ມທີ 1 ແລະ 2.
ການສັກວັກຊິນ ສໍາລັບນັກຮຽນຜູ້ທີ່ຮຽນຈົບມໍ 7 ຫຼື 17 ປີຂື້ນໄປກໍ່ສາມາດເຂົ້າມາສັກໄດ້.