ໃນວັນທີ 3 ພຶດສະພາ 2021, ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະ ເພາະ ກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບ ການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ:​

  1. ສຳລັບ ສປປ ລາວ ມາຮອດປະຈຸບັນ ມີ ລາຍງານຜູ້ຕິດເຊື້ທັງໝົດ 966 ຄົນ ( ໃໝ່ 33)  

ບໍ່ມີຜູ້ເສຍຊີວີດ, ໃນຈຳນວນຜູ້ຕິເຊື້ອທັງໝົດ ແມ່ນໄດ້ຮັບການ ປິ່ນປົວຫາຍດີ 60 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ ໃນ​ຕ່​ລະ​ແຂວງ ຈຳນວນ 906 ຄົນ ເຊັ່ນ:

– ນະຄອນຫຼວງວຽງຈັນ 598 ຄົນ (ໃໝ່ 16)

– ແຂວງຈຳປາສັກ 121 ຄົນ (ໃໝ່ 4), ສຳລັບຄົນເຈັບແຂວງເຊກອງ ແມ່ນ

ນອນປິ່ນປົວຢູ່ແຂວງຈຳປາສັກ

– ແຂວງບໍ່ແກ້ວ 98 ຄົນ (ໃໝ່ 7)

– ແຂວງສະຫວັນນະເຂດ 31 ຄົນ (ໃໝ່ 3)

– ແຂວງຫຼວງພະບາງ 13 ຄົນ

– ແຂວງວຽງຈັນ 13 ຄົນ

– ແຂວງສາລະວັນ 7 ຄົນ

– ແຂວງຫຼວງນ້ຳທາ 6 ຄົນ

– ແຂວງອຸດົມໄຊ 8 ຄົນ (ໃໝ່ 3)

– ແຂວງຜົ້ງສາລີ 3 ຄົນ

– ແຂວງໄຊຍະບູລີ 3 ຄົນ

– ແຂວງບໍລິຄຳໄຊ 3 ຄົນ

– ແຂວງຄຳມ່ວນ 1 ຄົນ

– ແຂວງຊຽງຂວາງ 1 ຄົນ

ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

 

  1. ວຽກ​ງານວີ​ເຄາະ ກວດ​ຊອກ​ຫາ​ເຊື້ອ​ພະ​ຍາດ ໂຄວີດ 19

ໃນວັນທີ 02 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງ ໝົດ 1,810 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 33 ຄົນ, ໃນນັ້ນມີ    ນະຄອນຫຼວງ 16 ຄົນ, ຈຳປາສັກ 4 ຄົນ,ບໍ່ແກ້ວ  7 ຄົນ  ອຸດົມໄຊ 3 ຄົນ ສະຫວັນນະເຂດ 3 ຄົນ.

  1. ການຕິດຕາມ ຜູ້ເດີນທາງເຂົ້າມາ ສປປ ລາວ

   ວັນທີ 2 ພຶດ​ສະ​ພາ  2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 552 ຄົນ:

  • ຈຸດຜ່ານດ່ານ ລາວ ໄທ ທັງໝົດ 437 ຄົນ;
  • ຜ່ານດ່ານສະໜາມບີນວັດໄຕສາກົນ 115 ຄົນ
  • ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນ
    • ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້
    • ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດຫາເຊື້ອ COVID-19;
    • ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້
  1. ວຽກງານການຈຳກັດບໍລິເວນ ຢູ່ສູນຈຳກັດບໍລິເວນ

ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 57 ສູນ,​ ມີຜູ້ຈຳກັດບໍລິເວນທັງໝົດ 3,584 ຄົນ, ທຸກຄົນແມ່ນ​ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.

  • ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 33 ຄົນ (ກໍລະນີຢັ້ງຢືນທີ 934-966)
  • ສັງລວມປະຫວັດການເດີນທາງຂອງຄົນຫວຽດນາມທີ່ຕິດເຊື້ອ, ສະຖານທີ່ຕ່າງໆ ຄືດັ່ງນີ້:​
  • ບ້ານທາດຫຼວງ ໄຊເສດຖາ, ບ້ານນາໄຊ, ເມືອງໄຊເສດຖາ, ບ້ານ ດອນກອຍ, ໄຊເສດຖາ,ບ້ານດອນຕິ້ວ, ເມືອງໄຊທານີ, ເຮັດຮ້ານກາເຟຢູ່ຫ້ອງແຖວ ບ້ານສີສັງວອນ,

ຕະຫລາດດອນກອຍ;

  • 14/4/2021: ສະຖານທີ່ອອກກຳລັງກາຍຢູ່ເດີນທາດຫລວງ, ຫລີ້ນປີໃໝ່ຢູ່ຮ້ານຕັດຜົມ Star 2, ຮ້ານຄາຣາໂອເກະຫວຽດ ຕໍ່ໜ້າ ຮ້ານເອັມພ້ອຍ ທາດຫຼວງ;
  • ວັນທີ 11-13 ເມສາ ຮ້ານຂາຍເຄື່ອງຕະຫຼາດກາງຄືນ ແຄມຂອງ,
  • ຄົນຫວຽດນາມເລາະຕັດເລັບ ແລະ ທາສີເລັບບ້ານ ສີສັງວອນ ແລະ ບ້ານທາດຫຼວງ, ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ;
  • ຮ້ານຜົມຕັດຜົມຊາຍ-ຍິງ ຕໍ່ໜາ້ຢູນິເທລນາໄຊ;
  • ວັນທີ 12 ເມສາ 2021 ເທັກ ແຄັດໂຮມ ແຖວທາດຫຼວງ;
  • ວັນທີ 14 ເມສາ 2021 ໄປຕະຫຼາດຫົວຂົວຕອນແລງ;
  • ທະນາຄານ MB lao, ຖຸະໜົນໄກສອນ ບ້ານໂພນສະອາດ, ເມືອງ ຈັນທະບູລີ , ໂຮງໝໍຊີວິດໃໝ່ ບ້ານນາໄຊ, ສູນຄວາມງາມຈູລີບີວຕີ ຢູ່ດົງປ່າລານ, ອາຫານຕາມສັ່ງຢູ່ຕໍ່ໜ້າຮ້ານມານາເມ, ບ້ານດອນຕິ້ວ, ຮ້ານ ສະນຸກເກີ (ຮ້ານຕຳແດງ) ບ້ານດົງປ່າແລບ;
  • ຖ້ຽວບີນ ວັນທີ 21 ເມສາ 2021 ຈາກນະຄອນຫຼວງວຍງຈັນເດີນທາງໄປຫຼວງນ້ຳທາ ຖ້ຽວບີນ 603 ແຕ່ຍົນບໍ່ອະນຸຍາດໃຫ້ລົງແລ້ວກັບມາວຽງຈັນ, ຊ່າງຮັບເໝົາໄຟຟ້າຢູ່ບ້ານຫ້ວຍຫົງ, ເມືອງຈັນທະບູລີ.
  • ນອກຈາກນີ້ ຂໍຮຽກຮ້ອງມາຍັງບັນດາທ່ານທີ່ມີລາຍຊື່ຂ້າງລຸ່ມທີ່ໄດ້ໄປເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດ COVID-19 ໃນນະຄອນຫຼວງວຽງຈັນທີ່ໃຫ້ຂໍ້ມູນບໍ່ລະອຽດແມ່ນໃຫ້ຮີບຮ້ອນໂທປະສານຫາ ທ່ານ ດຣ. ນາງ ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ແລະ ເບີ 020 55663579 ລາຍຊື່ລະອຽດຄື:
  1. ນາງ ພູເງີນ 16 ປີ
  2. ທ້າວ ແອນ້ອຍ ພັນທະມູນ
  3. ນາງ ຟາ ແສງຄຳຍອງ 35 ປີ

ໃຫ້ບຸກຄົນດັ່ງກ່າວຈົ່ງຮີບຮ້ອນໂຕໂທກັບເບີດັ່ງກ່າວ ຫຼື ແຈ້ງຕໍ່ອຳນາດການປົກຄອງບ້ານຂອງທ່ານເພື່ອຕິດຕໍ່ຫາພະນັກງານແພດໝໍດ່ວນ, ຖ້າຫາກທ່ານໃດຮັບຮູ້ແລ້ວບໍ່ຮີບຮ້ອນມາສະເໜີໂຕ ຫຼື ຈົງໃຈລົບຫຼີກແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ.

ຂໍ້ແນະນຳ

ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,

  • ສະ​ຖາ​ນະ​ການ​ໃນປະຈຸບັນເຫັນວ່າ ສປປ ລາວເຮົາ ຍັງມີລາຍ​ງານການຕິດ ເຊື້ອໃໝ່ເພີ້ມຂຶ້ນ ຢ່າງຕໍ່ເນື່ອງໃນແຕ່ລະມື ທັງຢູ່ນະຄອນຫຼວງ ແລະ ບັນດາແຂວງ ໃນທົ່ວປະເທດ ​ເຫັນ​ໄດ້​ວ່າ ເລີ້ມ​ແຕ່ຕົ້ນ​ປິ 2021 ເປັນ​ຕົ້ນ​ມາຮອດມື້ນີ້ ມີ​ ຜູ້​ຕິດ​ເຊື້ອ 925 ຄົນ(ໂດຍ​ສະ​ເພາະ​ແຕ່​​ເດືອນ​ເມ​ສາ ມາ​ແມ່ນມີຜູ້ຕິດເຊື້ອ ເຖີງ 917 ຄົນ) ​ຖ້າ​ທຽບ​ໃສ່ໃນ​ປີ 2020 ໝົດປີ ມີ​ຜູ້​ຕ​ດິ​ເຊື້ອ​ທັງ​ໝົດພຽງ​ແຕ່ 41 ຄົນ ແລະ​ ​ໃນ​ໄລ​ຍະ​ດຽວ​ກັນ​ເດືອນ ພຶດສະພາ 2020 ຜູ້​ຕິດ​ເຊື້ອ​ມີ​ພຽງ 19 ຄົນ ເຫັນ​ວ່າ​ເປັນ​ໂຕ​ເລກ​ທີ່​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ​ເທົ່າ
  • ຕໍ່ກັບສະພາບດັ່ງກ່າວລັດຖະບານ, ຄະ​ນະ​ສະ​ເພາະ​ກິດຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ​ກໍ​ໄດ້​ມີ​ຄຳສັ່ງ, ແຈ້ງ​ການ ແລະ ຄຳ​ແນະ​ນຳ ຕ່າງ​ໆ ກ່ຽວ​ກັບ​ມາດ​ຕະ​ການ​ ​ສະ​ກັດ​ກັ້ນ ແລະ​ ຄວບ​ຄຸມ​ການ​ລະ​ບາດ​ຂອງ​ພະ​ຍາດອອກ​ມາ​ເປັນ​ແຕ່​ລະ​ໄລ​ຍະ ເຊິ່ງປະຈຸບັນກໍແມ່ນປະຕີບັດຕາມຄຳສັ່ງຂອງທ່ານນາຍຍົກລັດຖະມົນຕີສະບັບເລກທີ 15/ ນຍ ລົງວັນທີ 21 ເມສາ 2021 ເຊິ່ງມີຜົນໃນການນຳໃຊ້ ຮອດວັນທີ 5 ພຶດສະພາ 2021 ແລະ, ພ້ອມ​ດຽວ​ກັນ ອຳນາດການ ປົກຄອງທຸກ​ຂັ້ນ ກໍໄດ້​ເອົາໃຈໃສ່ຕິດຕາມການ ຈັດຕັ້ງປະຕິບັດ ມາດ​ຕະ​ການ​ຂອງ​ຄະ​ນະ​ສະ​ເພາະ​ກີດຢ່າງ​ເຂັ້ມ​ງວດ ໂດຍ​ສະ​ເພາະແມ່ນເອົາ​ໃຈ​ໃສ່ ຕິດຕາມກວດ ກາຜູ້ທີ່ກັບມາຈາກ ປະເທດທີ່ມີການລະບາດຂອງພະຍາດ COVID-19, ຖ້າພົບເຫັນການເຂົ້າມາ ແບບບໍ່​ຖືກ​ຕ້ອງໃຫ້ຮີບຮ້ອນແຈ້ງ ຄະນະສະເພາະກິດ​ໃນຂັ້ນຂອງຕົນ​ຊາບ​ໂດຍທັນທີ ເພື່ອ ນຳເອົາ ຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນ ຕາມລະບຽບການ,
  • ໃນສະພາບ ປະຈຸບັນເຫັນວ່າ ມີປະຊາຊົນຈຳນວນຫຼາຍໃນສັງຄົມ ໄດ້ມາສະເໜີໂຕມາຂໍກວດ ຊອກຫາເຊື້ອພະ ຍາດ COVID-19 ຍ້ອນເຫັນວ່າຕົນເອງຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ເດີນທາງໄປສະຖານທີ່ສ່ຽງ
  • ອີກອັນນຶ່ງທີ່ສຳຄັນ ສຳລັບ ຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ເດີນທາງໄປສະຖານທີ່ສ່ຽງແມ່ນ ຕ້ອງແຍກໂຕເອງອອກຈາກຄົນໃກ້ຊິດ ແລະ ຄົນ ໃນຄອບຄົວ ພ້ອມທັງ ຈຳກັດບໍລິເວນ ຢູ່ສະຖານທີ່ພັກເຊົາຂອງຕົນເອງ ພ້ອມທັງ ໃຫ້ໄປກວດຫາເຊື້ອພະຍາດ COVID-19 ໂດຍໄວຕາມຈຸດບໍລິການກວດທີ່ທີ່ທາງຄະນະສະເພາະກິດກຳນົດໄວ້ ໂດຍໃຫ້ໃສ່ຜ້າປິດປາກ-ດັງ, ຮັກສາມາລະ ຍາດ ໃນເວລາໄອ-ຈາມໃຫ້ອັດປາກ ແລະ ດັງດ້ວຍກົກແຂນ ແລະ ພາຍຫຼັງກວດແລ້ວໃຫ້ກັບທີ່ພັກຂອງຕົນເອງທັນທີໂດຍປະຕິບັດຮັກສາໄລຍະຫ່າງກັບບຸກຄົນ ອື່ນ; ເປັນເວລາ 14 ວັນ ໂດຍໃຫ້ຕິດຕາມວັດແທກອຸນຫະພູມຮ່າງກາຍທຸກມື້
  • ຜູ້ທີ່ມາເກັບ ຕົວຢ່າງແລ້ວ ໃນລະຫ່ວາງລໍຖ້າຜົນກວດ ແມ່ນໃຫ້ຢູ່ແຕ່ສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ ຫ້າມເດັດຂາດບໍ່ໃຫ້ເດີນທາງອອກໄປຂ້າງນອກ, ບໍ່ໃຫ້ໃກ້ຊິດກັບຄົນອື່ນ, ສຳລັບຜູ້ສົ່ງອາຫານ, ນ້ຳດື່ມແມ່ນໃຫ້ສົ່ງຢູ່ໜ້າຫ້ອງ ແລະ ອອກໄປທັນທີພາຍຫຼັງສົ່ງອາຫານ;
  • ຖ້າຜົນກວດຂອງທ່ານພົບເຊື້ອ (+) ແມ່ນຈະມີພະນັກງານແພດໂທແຈ້ງຜົນກວດຫາທ່ານ ແລະ ຈະມີລົດແພດໄປຮັບທ່ານຢູ່ສະຖານທີ່ພັກເພື່ອໄປປີ່ນປົວຢູ່ຕາມໂຮງໝໍທີ່ໄດ້ກຳນົດໄວ້;
  • ຖ້າບໍ່ມີພະນັກງານໂທແຈ້ງຜົນກວດກໍ່ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ສະຖານທີ່ພັກເຊົາ ແລະ ຮັກສາໄລຍະຫ່າງຈາກບຸກຄົນອື່ນຈົນກ່ວາຈະຄົບ 14 ວັນ (ເພາະໄລຍະບົ່ມເຊື້ອພະຍາດອາດຈະສະແດງອາການ ຫຼື ບໍ່ສະແດງອາການ) ພາຍຫຼັງຄົບກຳນົດການຈຳກັດບໍລິເວນ ຖ້າບໍ່ມີອາການຜິດປົກກະຕິຫຍັງ ຈຶ່ງ ສາມາດອອກໄປເຄື່ອນໄຫວດຳເນີນຊິວິດປະຈຳວັນຕາມປົກກະຕິ;
  • ສຳລັບຈຸດບໍລິການ ເກັບຕົວຢ່າງ ທີ່ທາງຄະນະສະ ເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ ແມ່ນ ບໍລິການທຸກວັນ ແຕ່ ເວລາ 9 ໂມງ ຫາ 12 ໂມງ ມີຄື 1 ມ​ສ ສີ​ໂຄດ   2 ສະ​ໝາມ​ກິ​ລາ ຈົ້າ​ອາ​ນຸາ​ວົງ 3 ມ​ສ ລາວຫ​ວຽດ  ແລະ ໂຮງໝໍ ເຊດຖາທິລາດ ສຳລັບ ໂຮງ ໝໍພິດຕະພາບແມ່ນຈະໄດ້ຮັບກງດ ສະເພາະຜູ້ທີ່ສຳພັດໃກ້ຊີດ ແລະມີອາການ
  • ແລະອີກວຽກງານນຶ່ງທີ່ບໍລິການຄຽງຄູ່ກັບການເກັບຕົວຢ່າງ ກໍຄືການໃຫ້ບໍລິການ ສັກວັກຊີນ ປ້ອງກັນ ໂຄວີດ 19 ກໍຂໍໃຫ້ ໃຫ້ພໍ່ແມ່ປະຊາຊົນ ແລະ ທຸກ ພາກສ່ວນ ທີ່ນອນໃນກຸ່ມເປົ້າໝາຍ ຈົ່ງພ້ອມໃຈກັນໄປຮັບການສັກຢາວັກຊີນຕາມສະຖານທີ່ບໍລິການທີ່ໄດ້ກຳນົດໄວ້ ເພື່ອປ້ອງກັນຕົວທ່ານເອງ, ຄອບຄົວຂອງທ່ານ ແລະ ເພື່ອເປັນວິທີທາງນຶ່ງທີ່ຈະສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19ໃນຊຸມຊົນໃນປະເທດເຮົາ
  • ທ້າຍສຸດນີ້ ຂ້າພະເຈົ້າ ຂໍການຮ່ວມມີມາຍັງທຸກທ່ານ  ຈົ່ງໄດ້ສືບຕໍ່ຮ່ວມແຮງຮ່ວມໃຈ ເປັນຈິດນຶ່ງໃຈດຽວກັນໃນການເອົາໃຈໃສ່ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດເພື່ອ ພ້ອມໃຈກັນຕໍ່ສູ້ຕ້ານກັບ COVID-19 ແລະ ພວກເຮົາ ທຸກຄົນ ຈະພ້ອມກັນຜ່ານຜ່າ ວິກິດການສະພາບການລະບາດຂອງພະຍາດໃນຄັ້ງນີ້ ໄປພ້ອມໆກັນ ໃຫ້ໄດ້ ແລະ ອີກອັນນຶ່ງ ຂໍສະແດງຄວາມຂອບໃຈ ແລະຮູ້ບຸນຄຸນມາຍັງພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນ ໃນສັງຄົມທີ່ໄດ້ໃຫ້ສະໜັບສະໜູນ ເຄື່ອງບໍລິໂພກ ອຸບປະໂພກ ແລະອາຫານເຂົ້າກ່ອງ ໃຫ້ແກ່ທີມງານແພດໝໍທີ່ປະຕິບັດໜ້າທີ່ຢູ່ໃນແຕ່ລະຂັ້ນ
  • ເພື່ອໃຫ້ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານຕິດ

ຕາມຂໍ້ມູນຂ່າວສານ ທີ່ເປັນທາງການໄດ້:

  • ຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 gov.la​
  • ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະ

ນະສຸກ

  • ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກgov.la
  • ແລະ ສາມາດໂທສອບຖາມ ສາຍດ່ວນ 166 ຫຼື 165 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 166 ຫຼື 165).

 

Loading...