ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 02 ພຶດສະພາ 2022 ໄດ້ກວດວິເຄາະທັງໝົດ 1,393 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 153 ຄົນ (ຕິດເຊື້ອພາຍໃນ 141 ຄົນ ແລະ ນໍາເຂົ້າ 12 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 207.875, ອອກໂຮງໝໍວານນີ້ 61 ຄົນ, ກຳລັງປິ່ນປົວ 596 ຄົນ ແລະ ເສຍຊີວິດສະສົມ ທັງໝົດ 746 ຄົນ, ຜູ້ເສຍຊີວິດໃໝ່ 01 ຈາກແຂວງໄຊຍະບູລີ
– ສຳລັບ ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດຈຳນວນ 141 ຄົນ ແມ່ນມາຈາກ 07 ແຂວງ ແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງຕໍ່ໄປນີ້:
1 ນະຄອນຫຼວງ 89 ຄົນ
2 ອັດຕະປື 15 ຄົນ
3 ວຽງຈັນ 10 ຄົນ
4 ຊຽງຂວາງ 06 ຄົນ
5 ບໍລິຄໍາໄຊ 06 ຄົນ
6 ຄໍາມ່ວນ 05 ຄົນ
7 ສະຫັວນນະເຂດ 05 ຄົນ
8 ໄຊຍະບູລີ 04 ຄົນ
9 ອຸດົມໄຊ 01 ຄົນ
– ສໍາລັບການຕິດເຊື້ອນໍາເຂົ້າ ມີ 12 ຄົນຈາກສະຫັວນນະເຂດ 3 ຄົນ ແລະ ນະຄອນຫຼວງ 2 ຄົນ, ຈໍາປາສັກ 6 ຄົນ ແລະ ຄໍາມ່ວນ 01 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
ມາຍັງບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຕໍ່ໄປນີ້ຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາ ແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
 ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
• ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ຢູ່ນະຄອນຫຼວງວຽງຈັນມີຄື :
– ຈຸດບໍລິການໃນສະຖານທີ່ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ103, ໂຮງໝໍ 5 ເມສາ).
– ໂຮງໝໍເມືອງ 9 ຕົວເມືອງ
– ນອກນັ້ນ ຍັງມີຈຸດບໍລິການວັກຊີນ ເປີດໃຫ້ບໍລິການທ່ານຄື ວັດຈີນດົງປ່າແຫຼບ(ຈັນ ຫາ ສຸກ ໃນໂມງລັດຖະການ), ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ, ເມືອງຈັນທະບູລີ(ຈັນ ຫາ ພະຫັດ ເປີດບໍລິການໃນໂມງລັດຖະການ).
No photo description available.