ວັນທີ 02 ມີນາ 2022 ໄດ້ກວດວິເຄາະທັງໝົດ 2,587 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 246 ຄົນ(ຕິດເຊື້ອພາຍໃນ 235 ຄົນ ແລະ ນໍາເຂົ້າ 11 ຄົນ).
-ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 235 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 87 ຄົນ
2 ຊຽງຂວາງ 32 ຄົນ
3 ສາລະວັນ 21 ຄົນ
4 ສະຫັວນນະເຂດ 15 ຄົນ
5 ອັດຕະປື 12 ຄົນ
6 ບໍລິຄໍາໄຊ 10 ຄົນ
7 ຫົວພັນ 10 ຄົນ
8 ເຊກອງ 10 ຄົນ
9 ຫຼວງພະບາງ 9 ຄົນ
10 ໄຊຍະບູລີ 8 ຄົນ
11 ຄໍາມ່ວນ 6 ຄົນ
12 ຈໍາປາສັກ 5 ຄົນ
13 ວຽງຈັນ 4 ຄົນ
14 ບໍ່ແກ້ວ 2 ຄົນ
15 ໄຊສົມບູນ 2 ຄົນ
16 ຫຼວງນໍ້າທາ 1 ຄົນ
17 ຜົ້ງສາລີ 1 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 11 ຄົນ ຈາກສະຫັວນນະເຂດ 5 ຄົນ, ຈຳປາສັກ 5 ຄົນ, ນະຄອນຫຼວງ 01 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນຢູ່ ສປປ ລາວມີຜູ້ຕິດເຊື້ອທັງໝົດ 143,486 ຄົນ, ອອກໂຮງໝໍວານນີ້ 17 ຄົນ, ກຳລັງປິ່ນປົວ 1,764 ຄົນ ແລະ ເສຍຊີວິດທັງໝົດ 626 ຄົນ(ເສຍຊິວິດໃໝ່ 03 ຄົນ).
• ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ຈາກ ໄຊຍະບູລີ 01 ຄົນ, ຊຽງຂວາງ 01 ຄົນ ແລະ ຄໍາມ່ວນ 01 ຄົນ
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
ຈຸດເກັບຕົວຢ່າງກວດຫາເຊື້ອສຳລັບຜູ້ທີ່ມີຈຸດປະສົງຢາກເດີນທາງອອກນອກປະເທດມີ:
1. ສູນວິເຄາະ ແລະ ລະບາດວິທະຍາ, ຕັ້ງຢູ່ຫຼັກ 3 ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
2. ສະຖາບັນປັດສະເຕີລາວ ຕັ້ງຢູ່ບ້ານເພຍວັດ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ
3. ສູນວິໄຈພະຍາດຊືມເຊື້ອຄຣິດສະຕົບເມລີເອີ ຕັ້ງຢູ່ບ້ານເພຍວັດ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
ຈຸດທີ 1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ຈຸດທີ 2. ໂຮງໝໍເມືອງ 9 ຕົວເມືອງ
ຈຸດທີ 3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ຈຸດທີ 4. ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.