ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນອັງຄານ ວັນທີ 3 ສິງຫາ 2021. ໃຫ້ຮູ້ວ່າ:
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 2 ສິງຫາ 2021 :
ໄດ້ກວດວິເຄາະທັງໝົດ 1,951 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 250 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 13 ຄົນ ຄື:
ແຂວງວຽງຈັນ 4 ຄົນ (ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ)
ບໍ່ແກ້ວ 4 ຄົນ (ເມືອງຕ້ົນເຜິ້ງ)
ຫຼວງນ້ຳທາ 1 ຄົນ (ເດີນທາງມາແຕ່ເມືອງຕົ້ນເຜິ້ງ)
ສະຫວັນນະເຂດ 4 ຄົນ (ພະນັກງານດ່ານ 1 ຄົນ)
ສຳລັບ ກໍລະນີນໍາເຂົ້າ ມີ 237 ຄົນ ຈາກ ນະຄອນຫຼວງ 78 ຄົນ, ແຂວງວຽງຈັນ 2 ຄົນ, ຄຳມ່ວນ 30 ຄົນ, ສະຫວັນນະເຂດ 63 ຄົນ, ສາລະວັນ 16 ຄົນ ແລະ ຈຳປາສັກ 48 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ສຳລັບ ຜູ້ຕິດເຊື້ອໃໝ່ຢູ່ແຂວງວຽງຈັນ 4 ຄົນນັ້ນ ແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ທີ່ເປັນເພດຍິງ, ອາຍຸ 53 ປີ ຢູ່ບ້ານນາມອນ, ເມືອງວັງວຽງ, ແຂວງວຽງຈັນ. ປະຈຸບັນ ພວກກ່ຽວ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 7,015 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3,392 ຄົນ.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
ວັນທີ 2 ສິງຫາ 2021 ມີຜູ້ເດີນທາງເຂົ້າມາຜ່ານດ່ານຕ່າງໆ ໃນ ສປປ ລາວ ທັງໝົດ 3,437 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ 14 ວັນ.
ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 69 ສູນ ແລະ 44 ໂຮງແຮມ ມີຜູ້ຈຳກັດບໍລິເວນ 9,929 ຄົນ.
ປະຈຸບັນ ປະຊາກອນໃນທົ່ວໂລກໄດ້ຮັບການສັກວັກຊີນຢ່າງໜ້ອຍ 1 ໂດສ ເຊິ່ງກວມເອົາ 28.5% ແລະ ຄົນທີ່ໄດ້ສັກຄົບໂດສ ແມ່ນກວມເອົາ 14.7 %;
ສຳລັບ ສປປ ລາວ ອັດຕາການສັກວັກຊີນ ເຂັມທີ 1 ກວມເອົາ 16.55 % ແລະ ເຂັມທີ 2 ກວມເອົາ 14.05 %. ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ ປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ໄປຮັບການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ ເພື່ອສ້າງພູມຄຸ້ມກັນໝູ່ ແລະ ສະກັດກັ້ນການລະບາດ ບໍ່ໃຫ້ແຜ່ລາມອອກສູ່ຊຸມຊົນເປັນວົງກວ້າງ;
ຕໍ່ກັບການຖະແຫຼງຂ່າວຂອງແຂວງຈຳປາສັກ ມື້ວານນີ້ ບັນດາທ່ານ ຄົງໄດ້ເຫັນຂ່າວຈາກສື່ສັງຄົມອອນລາຍຕ່າງໆ ວ່າ ແຂວງຈຳປາສັກ ຈະໄດ້ໂຈະການໃຫ້ວັກຊີນ J&J ຊົ່ວຄາວ ເນື່ອງຈາກມີຜົນຂ້າງຄຽງຈຳນວນໜຶ່ງນັ້ນ. ພາຍຫຼັງໄດ້ສອບຖາມຂໍ້ມູນ ນຳພາກສ່ວນກ່ຽວຂ້ອງ ຂ້າພະເຈົ້າ ຂໍອະທິບາຍ ຄືແນວນີ້ ສຳລັບການໃຫ້ບໍລິການສັກວັກຊີນ J&J ຢູ່ແຂວງຈຳປາສັກນັ້ນ ຍັງສືບຕໍ່ໃຫ້ບໍລິການຄືເກົ່າ ໂດຍສະເພາະ ຈະເນັ້ນໃສ່ກຸ່ມເປົ້າໝາຍ ຜູ້ທີ່ມີອາຍຸສູງກວ່າ 60 ປີ ຂຶ້ນໄປ, ຜູ້ທີ່ມີພະຍາດປະຈຳໂຕ, ຜູ້ທີ່ສິ້ນສຸດການຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ, ພະນັກງານດ່ານໜ້າທີ່ມີຄວາມສ່ຽງ ແລະ ຕົກຄ້າງ;
ຄຽງຄູ່ກັບການສັກວັກຊີນ ພວກເຮົາທຸກຄົນ ຕ້ອງໄດ້ຍົກສູງສະຕິຄວາມຮັບຜິດຊອບ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເຊິ່ງການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອສະກັດກັ້ນບໍ່ໃຫ້ແຜ່ເຊື້ອ ໄປສູ່ຄອບຄົວ, ໝູ່ເພື່ອນ, ຄົນອ້ອມຂ້າງ ແລະ ສູ່ຊຸມຊົນ;